ວຽດນາມ ເພີ່ມການປາບປາມ ກຸ່ມຕໍ່ສູ້ ເພື່ອສິດທິ ຂັ້ນພື້ນຖານ

ສິດນີ
2023.01.29
ວຽດນາມ ເພີ່ມການປາບປາມ ກຸ່ມຕໍ່ສູ້ ເພື່ອສິດທິ ຂັ້ນພື້ນຖານ ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ, ຫວຽນ ທິ ການ (Nguy Thi Kahnh) ຜູ້ທີ່ໄດ້ຮັບຣາງວັນ ດ້ານສິ່ງແວດລ້ອມ ຖືກຕັດສິນຈຳຄຸກ ເປັນເວລາ 2 ປີ ໃນວັນທີ 17 ມິຖຸນາ ປີ 2022 ຍ້ອນບໍ່ໄດ້ຈ່າຍພາສີ 10% ຂອງຣາງວັນ 200,000 ໂດລ້າຣ໌ສະຫະຣັຖ.
AFP

ວຽດນາມເພີ່ມມາຕການ ປາບປາມກຸ່ມຕໍ່ສູ້ ເພື້ອສິດທິຂັ້ນພື້ນຖານ, ກຸ່ມການເມືອງເອກຣາດ ແລະ ການສໍ້ຣາສບັງຫລວງລາຍໃຫຍ່ ໃນໄລຍະຫລັງໆມານີ້ ເຮັດໃຫ້ອົງການ ສະຫະປະຊາຊາຕ ດ້ານສິດທິມະນຸສ ມີຄວາມເປັນຫວ່ງ ຍ້ອນມີຫລາຍຄົນຖືກຈັບ ຮ່ວມດ້ວຍ ພະນັກງານອົງການ ຕ່າງຊາຕ ທີ່ເຮັດວຽກກ່ຽວກັບ ບັນຫາດັ່ງກ່າວ ໃນວຽດນາມ.

ໃນຂນະທີ່ວຽດນາມ ໄດ້ທີ່ນັ່ງໃນສະພາຄນະກັມມະທິການ ດ້ານສິດທິມະນຸສ ອົງການສະຫະປະຊາຊາຕ ລະຫວ່າງປີ 2023-2025 ເປັນເທື່ອທຳອິດ. ກຸ່ມຕໍ່ສູ້ເພື່ອສິດທິຂັ້ນພື້ນຖານ ແລະການສໍ້ຣາສບັງຫລວງສາກົນ ທີ່ມີສູນກາງຢູ່ນະຄອນນີວຢອກ ສະຫະຣັຖອາເມຣິກາ ປະນາມ ຮັຖບານວຽດນາມ ຊຶ່ງເປັນປະເທດປົກຄອງ ແບບຜະເດັດການ ພັກໂທນພັກດຽວ ໃນການປາບປາມ ກຸ່ມຕໍ່ສູ້ເພື່ອສິດທິ ປະຊາທິປະຕັຍ, ສິດທິຂັ້ນພື້ນຖານ, ສະຫາພັນແຮງງານເອກຣາດ ແລະພັກການເມືອງຕ່າງໆ ໃນວຽດນາມ ຢ່າງແຮງ. ຫລາຍຄົນຖືກຈັບໃສ່ຄຸກ ບາງກໍຣະນີ ປາສຈາກການຕັດສິນ ຂອງສານ. ກ່ຽວກັບການປາບປາມນັກເຄື່ອນໄຫວ ພື່ອສິດທິຂັ້ນພື້ນຖານ ແລະການເມືອງແຕກຕ່າງ.

ຊາວວຽດນາມ ນາງນື່ງເວົ້າວ່າ:

ນາງວ່າ ນາຍຫງຽນກວງຫງາ ຖືກຈັບກວ່າ 24 ຄັ້ງໃນໄລຍະ 8 ປີຜ່ານມາ ຍ້ອນທາງການວຽດນາມຢາກໃຫ້ເຊົາປະທ້ວງ ແຕ່ທ່ານບໍ່ເຊົາ.

ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳຂົງເຂດ ກ່າວວ່າ ກຸ່ມຕໍ່ສູ້ເພື່ອສິດທິມະນຸສ ແລະສິດທິຂັ້ນພື້ນຖານ ແລະສມາຊິກ ອົງການແຮງງານເອກຣາດ ແລະກຸ່ມການເມືອງຕ່າງໆ ໃນວຽດນາມ ຖືກນາບຂູ່ ທຳຮ້າຍຮ່າງກາຍ ແລະຈັບກຸມຈາກເຈົ້າໜ້າທີ່ ວຽດນາມ, ມາຕການຈຳກັດ ການສະແດງອອກ ຢ່າງເສຣີ, ການຊຸມນຸມແບບສັນຕິ, ການຕັ້ງສມາຄົມເອກຣາດ ການເຄື່ອນໄຫວ ແລະການນັບຖືສາສນາ ທີ່ແຕກຕ່າງ ຍັງຖືກໃຊ້ໃນວຽດນາມ.

ນອກຈາກນັ້ນ ທາງການວຽດນາມ ຍັງຈຳກັດການສະແດງອອກ ຜ່ານສື່ສັງຄົມອອນລາຍນ໌, ກີດກັ້ນ ການເຂົ້າເຖິງເວັບໄຊຕ໌ (Websites) ທາງດ້ານການເມືອງ ຂອງປະຊາຊົນ ຊາວວຽດນາມ ແລະບັງຄັບໃຫ້ຜູ້ປະກອບການ ທາງດ້ານອິນເຕີ້ຣ໌ເນັຕ ໃນວຽດນາມ ເອົາຂໍ້ຄວາມໂຈມຕີ ຣັຖບານຄອມມຸນິສຕ໌ ວຽດນາມ ທີ່ໂພສຕ໌ໃນສື່ສັງຄົມອອນລາຍນ໌ ຂອງເຂົາເຈົ້າອອກ, ຫ້າມບໍ່ໃຫ້ ໂພສຕ໌ອີກ.

ອົງການສິ້ງຊອມ ດ້ານສິດທິມະນຸສ ໃນກ່າວເຖິງກໍຣະນີ ຂອງນັກຂ່າວ ທ່ານ Mai Phan Loi ແລະທ່ານ Bach Hung Duong, ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ທ່ານ Dang Dinh Bach ແລະທ່ານ Nguy Thi Kahnh. ທັງ 4 ຄົນຖືກຈັບ ແລະຖືກໃສ່ຄຸກ ເປັນເວລາ 2 ຫາ 5 ປີ ຊື່ງເປັນການຕັດສິນ ແບບມີການເມືອງແອບແຝງ ໃນຄະດີຂອງພວກເຂົາເຈົ້າ.

ຣັຖບານວຽດນາມ ໄດ້ເພີ່ມມາຕການປາບປາມ ກຸ່ມຕໍ່ສູ້ສິດທິຂັ້ນພື້ນຖານ ແລະນັກເຄື່ອນໄຫວ ດ້ານສິດທິມະນຸສ ຍັງລາມໄປໃສ່ ພນັກງານຕ່າງຊາຕ ທີ່ເຮັດວຽກກ່ຽວກັບບັນຫາດັ່ງກ່າວ ໃນຽດນາມນຳອີກ. ປະເທດທີ່ໃຫ້ການຊ່ອຍເຫລືອ ແກ່ວຽດນາມ ແລະຄູ່ຮ່ວມການຄ້າ ຂອງວຽດນາມ ຄວນອອກມາຕ້ານການກະທຳດັ່ງກ່າວ ຂອງຣັຖບານວຽດນາມ.

ໃນປີຫລັງໆມານີ້ ທາງການວຽດນາມ ໄດ້ຈັບໃສ່ຄຸກ ກຸ່ມຕໍ່ສູ້ເພື່ອສິດທິຂັ້ນພື້ນຖານ ແລະສິດທິທາງດ້ານການເມືອງ ໃນວຽດນາມ ກວ່າ 160 ຄົນ ໃນນັ້ນ 35 ຄົນແມ່ນຈັບໃນປີ 2022.

ນອກຈາກການປາບປາມ ກຸ່ມຕໍ່ສູ້ເພື່ອສິດທິຂັ້ນພື້ນຖານແລ້ວ ຣັຖບານວຽດນາມ ຍັງປາບປາມການສໍ້ຣາສບັງຫລວງ ໃນວຽດນາມ ຢ່າງເດັດຂາດເໝືອນກັນ ໃນປີຫລັງໆມານີ້ ແລະຈະສືບຕໍ່ປາບປາມໃນອະນາຄົດ.

ອີງຕາມການຣາຍງານຈາກ ອົງການສາກົນໃນປີ 2023 ທີ່ກ່ຽວພັນກັບບັນດາ 100 ປະເທດໃນໂລກ, ວຽດນາມເປັນປະເທດນຶ່ງ ທີ່ໃຊ້ມາຕການຢ່າງໂຫດຫ້ຽມ ໃນການປາບປາມກຸ່ມດັ່ງກ່າວ.

ປະເທດຄອມນຸນິສຕ໌ວຽດນາມ ໄດ້ອອກຖແລງການ ປາບປາມການສໍ້ຣາສບັງຫລວງລາຍໃຫຍ່ ຈະບໍ່ມີການຍົກເວັ້ນ ຖ້າພົບເຫັນເຈົ້າໜ້າທີ່ ຣັຖສໍ້ຣາສຈະຖືກລົງໂທດຢ່າງໜັກ.

ໃນມື້ວັນພຸດ ຜ່ານມາ ຮອງປະທານດ້ານກິຈການພາຍໃນ ກົມການເມືອງສູນກາງພັກ ທ່ານ Nguyen Thai Hoc ໄດ້ກ່າວຕໍ່ຫນັງສືພີມ Tuoi Tre ວ່າ ຣັຖບານວຽດນາມ ໄດ້ບັນລຸເປົ້າໝາຍໃນການປາບປາມ ການສໍ້ຣາສບັງຫລວງໃນປີ 2022 ແລະຈະສືບຕໍ່ປາປາມ ໃນປີ 2023 ຕໍ່ໄປ. ກ່ຽວກັບການປາບປາມ ແລະຈັບກຸມການສໍ້ຣາສບັງຫລວງ ໃນງຽດນາມ ນັກວິຊາການຕ່າງຊາຕ ທ່ານນື່ງເວົ້າວ່າ:

ທ່ານວ່າ ຂໍ້ກ່່າວຫາຕໍ່ຜູ້ສໍ້ຣາສບັງຫລວງໃນວຽດນາມຖືວ່າ ໂຫດຫ້ຽມ ໂດຍສະເພາະໃນກໍຣະນີ ໂຄວິດ-19 ພວກເຮົາຮູ້ດີວ່າ ຊາວວຽດນາມທີ່ຕິດຄ້າງ ຢູ່ຕ່າງປະເທດຫລາຍພັນຄົນ ເສັຽເງິນຫລາຍລ້ານໂດລ້າຣ໌ ຢາກກັບບ້ານຫລັງຈາກ ເຫດການດັ່ງກ່າວຈົບລົງ ຍ້ອນທາງການວຽດນາມ ໃຫ້ສາຍການບີນວຽດນາມ ຂຶ້ນລາຄາປີ້ຍົນເກີນທາງການກຳນົດໃຫ້.

ວ່າງປີຜ່ານມາ ຄນະກັມມະທິການ ສູນກາງພັກ, ກົມການເມືອງສູນກາງພັກ ແລະເລຂາພັກ ໄດ້ລົງວິໄນ ພະນັກງານຣັຖ ທີ່ຢູ່ໃຕ້ການປົກຄອງຂອງຕົນ 47 ຄົນ ຫລາຍກວ່າປີກ່ອນໜ້ານັ້ນ 15 ຄົນ. ນອກຈາກນັ້ນ ຄະນະກັມມະທິການ ສູນກາງພັກ ຍັງໄດ້ໃຫ້ອອກການ 2 ຮອງນາຍົກຣັຖມົນຕຣີ, 3 ຣັຖມົນຕຣີແລະເຈົ້າໜ້າທີ່ລະດັບສູງ ຫລາຍຄົນ ທີ່ມີສ່ວນພົວພັນ ໃນການສໍ້ໂກງການຊ່ອຍເຫລືອ ຕ້ານໂຄວິດ-19 ຈາກອົງການສາກົນ.

ຄນະກັມມະທິການ ສູນກາງພັກດ້ານ ກິຈການພາຍໃນ ບໍ່ໄດ້ລະບຸວ່າ ໄດ້ຮຽກຮ້ອງໃຫ້ທ່ານ Nguyen Xuan Phuc ປະທານ ປະເທດວຽດນາມ ລາອອກຈາກຕຳແຫນ່ງ ໃນວັນທີ 17 ມົກກະຣາ ຜ່ານມາ ຍ້ອນຂາດຄວາມຮັບຜິດຊອບ ຕໍ່ປະເທດຊາຕ ແລະຕໍ່ປະຊາຊົນ ຊາວວຽດນາມ ກ່ຽວກັບເຈົ້າໜ້າຣັຖ ຮັບສີນບົນ ໃນບັນຫາໂຄວິດ-19 ທີ່ເກີດຂຶ້ນໃນໄລຍະ ທ່ານເປັນປະທານປະເທດ.

ໃນນັ້ນ ຮ່ວມດ້ວຍການຮັບສິນບົນ ຂອງເຈົ້າໜ້າທີ່ຣັຖທີ່ອະນຸຍາດໃຫ້ ສາຍການບິນຕ່າງໆ ຂຶ້ນລາຄາປີ້ຍົນ ເພື່ອໄປຮັບຜູ້ໂດຍສານ ຄົນວຽດນາມທີ່ຕິດຄ້າງ ຢູ່ຕ່າງປະເທດ ຫລາຍພັນຄົນ ໃນຊ່ວງໂຄວິດ-19 ຣະບາດ ຕ້ອງການກັບບ້ານ ຫລັງຈາກບັນຫາໂຄວິດ-19 ຈົບລົງ. ນອກຈາກນັ້ນ ແມ່ນບັນຫາທີ່ເຈົ້າໜ້າທີ່ຣັຖ ຮັບສິນບົນຈາກຜູ້ບໍຣິຫານ ບໍຣິສັດ ແຫ່ງນຶ່ງ ຈຳນວນ 34 ລ້ານໂດລ້າຣ໌ ທີ່ອະນຸຍາດໃຫ້ຂຶ້ນລາຄາຂາຍອຸປະກອນ ການກວດເຊື້ອໂຄວິດ-19 45% ຈາກລາຄາທາງການກຳນົດ ເຮັດໃຫ້ບໍຣິສັດດັ່ງກ່າວ ມີກຳໄຣ ປະມານ 172 ລ້ານໂດລ້າຣ໌.

ຊາວວຽດນາມຫລາຍຄົນເວົ້າວ່າ ຄນະກັມມະທິການສູນກາງພັກ ບໍ່ຍຸດຕິທັມ ແລະບໍ່ໂປ່ງໃສໃນການຮຽກຮ້ອງ ໃຫ້ທ່ານ Phuc ອອກຈາກຕຳແໜ່ງ ປະທານປະເທດ ຢ່າງກະທັນຫັນ ບໍ່ບອກວ່າ ຄວາມຜິດຂອງທ່ານ ມີຫຍັງແດ່ ໃນບັນຫານີ້, ແຕ່ນັກວິເຄາະ ທາງດ້ານການເມືອງ ວຽດນາມ ທ່ານນຶ່ງເວົ້າວ່າ ການກະທຳ ດັ່ງກ່າວ ຂອງພັກຄອມມຸນິສຕ໌ວຽດນາມ ເປັນການສະແດງໃຫ້ເຫັນວ່າ ສິດທິການເປັນຜູ້ນຳຮ່ວມກຸ່ມ ໃນວຽດນາມຈົບລົງແລ້ວ.

ທ່ານວ່າ ທ່ານຟຸກ ຈະລາອອກ ຈາກຕຳແໜ່ງຢູ່ແລ້ວ ໃນປີນີ້ ເພື່ອເປີດທາງໃຫ້ ຄົນຜູ້ທີ່ທ່ານຕ້ອງການ ເປັນປະທານ ປະເທດ ແທນທ່ານ ຄື ທ່ານ Vuong Dinh Hue ປະທານ ສະພາວຽດນາມຄົນປັດຈຸບັນ. ເຫດຜົລນຶ່ງທີ່ທ່ານ ຟຸກ ລາອອກຈາກຕຳແຫນ່ງ ຢ່າງກະທັນຫັນ ທີ່ສື່ສັງຄົມອອນລາຍນ໌ໃນວຽດນາມ ອອກຂ່າວລືວ່າ ຄອບຄົວຂອງທ່ານ ອາດມີການພົວພັນ ກັບການຮັບສິນບົນ ໃນບັນຫາໂຄວິດ-19 ແຕ່ຍັງບໍ່ສາມາດ ຢືຢັນໄດ້.

ທ່ານ Nguyen Thai Hoc ຮອງປະທານ ດ້ານກິຈການພາຍໃນ ຄະນະກັມມະທິການ ສູນກາງພັກ ກ່າວຕໍ່ນຫນັງສືພີມ Tuoi Tre ຕື່ມວ່າ ໃນປີນີ້ ຫນວ່ຍງານປາບປາມ ການສໍ້ຣາສບັງຫລວງ ທົ່ວປະເທດ ແຮ່ງຈະເພີ່ມມາຕການ ຮ່ວມພະລັງກັນໃນການປາບປາມ ການສໍ້ຣາສບັງຫລວງ ຫລາຍຂຶ້ນ ຈະເປັນກໍຣະນີໃດກໍຕາມ ນອ້ຍໃຫຍ່ ກໍປາບປາມໃຫ້ໝົດ ຖ້າມີການສໍ້ໂກງ ຈະບໍ່ໄວ້ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.