ສປປ ລາວ ໄດ້ປໂຍດຫຍັງ ຈາກສາຍພົວພັນ ລາວ-ວຽດນາມ
2022.07.16

2 ປະເທດ ລາວ-ວຽດນາມ ກໍໄດ້ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືໃນປີ 1977 ພາຍຫລັງ 2 ປີ ທີ່ຜູ້ນໍາພັກປະຊາຊົນ ປະຕິວັດລາວ ໄດ້ຍຶດອໍານາດ ແລະປ່ຽນຊື່ປະເທດ ຈາກພຣະຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975 ຊຶ່ງທັງໝົດມີ 7 ມາດຕຣາ, ມາດຕຣາ 1 ເວົ້າວ່າ ການພົວພັນ ຮ່ວມມືກັນ ລະຫວ່າງ ລາວ-ວຽດນາມ ແມ່ນຢູ່ບົນຫລັກການ ສເມີພາບ, ເຄົາຣົບເອກກະຣາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າກິຈການພາຍໃນຂອງກັນ, ຊ່ອຍເຫຼືອຊຶ່ງກັນ ແລະກັນ ຢ່າງສຸດອົກສຸດໃຈ, ອັນຈະນໍາຜົລປໂຍດ ມາສູ່ທັງສອງປະເທດ. ແຕ່ຫລາຍຄົນເວົ້າວ່າ ໃນພາກປະຕິບັດຕົວຈິງ ມັນບໍ່ເປັນຄືແນວນັ້ນ.
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິຕເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຍຣະມັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກໍຣະກະດານີ້ວ່າ:
ແຕ່ເຖິງຢ່າງໃດກໍຕາມ ໃນໂອກາດການຕ້ອນຮັບ ທ່ານ ຫວໍ ຈ້ອງ ຫ້າຍ (Vo Trong Hai) ຮອງເລຂາພັກແຂວງ ປະທານຄະນະກັມມະການ ປະຊາຊົນແຂວງຮ່າຕິ້ງ ວຽດນາມ ໃນມື້ວັນທີ 5 ກໍຣກະດານີ້, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ເວົ້າໂດຍມີເນື້ອໃນວ່າ ການຮັດແໜ້ນສາຍພົວພັນມິຕພາບຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ວຽດນາມ ໄດ້ຮັບການພັທນາ ແລະ ແຕກດອກອອກຜົລຍິ່ງຂຶ້ນໄປເລື້ອຍໆ ຮວມທັງການເສີມຂຍາຍ ການພົວພັນຮ່ວມມື ລະຫວ່າງແຂວງຕໍ່ແຂວງ ຂອງສອງປະເທດ ທີ່ມີຊາຍແດນຕິດກັນ ໃຫ້ໄດ້ຮັບການພັທນາ ແລະໃຫ້ການສນັບສນູນຊ່ອຍເຫຼືອຊຶ່ງກັນ ແລະກັນ ຕະຫລອດໄປ.
ໃນກອງປະຊຸມ ຄະນະກັມມະການຮ່ວມມື ລາວ-ວຽດນາມ, ວຽດນາມ-ລາວ ທີ່ນະຄອງຫລວງວຽງຈັນ ໃນມື້ວັນທີ 8 ກໍຣະກະດານີ້ ໄດ້ເວົ້າເຖິງຜົລ ຂອງການຕິດຕາມ, ຊຸກຍູ້ໂຄງການຊ່ວຍເຫລືອ ແລະການລົງທຶນຂອງວຽດນາມ ຈຳນວນໜຶ່ງຢູ່ລາວໃນ 6 ເດືອນຕົ້ນປີ 2022 ນີ້.
ໃນ 5 ເດືອນຕົ້ນປີນີ້ ໄດ້ອະນຸມັດໂຄງການໃໝ່ 1 ໂຄງການ ແລະດັດແກ້ເພີ່ມທຶນຈົດທະບຽນ 3 ໂຄງການ ດ້ວຍມູນຄ່າ 64.5 ລ້ານໂດລ້າຣ໌. ປັດຈຸບັນ ໂຄງການທີ່ໄດ້ຮັບອະນຸຍາດ ມີ 214 ໂຄງການ, ມູນຄ່າການລົງທຶນທັງໝົດປະມານ 5.38 ຕື້ໂດລ້າຣ໌, ຢູ່ອັນດັບທີ 3 ຂອງການລົງທຶນຕ່າງປະເທດ ຢູ່ລາວ ຮອງລົງມາຈາກຈີນ ແລະໄທຍ. ມູນຄ່າການຄ້າ ສອງປະເທດ ມີ 690 ລ້ານໂດລ້າຣ໌, ເພີ່ມຂຶ້ນ 20.2% ທຽບໃສ່ ໄລຍະດຽວກັນຂອງປີກາຍ. ໂຄງການຮ່ວມມືຂນາດໃຫຍ່ ຈຳນວນໜຶ່ງ ເປັນຕົ້ນແມ່ນໂຄງການເຂື່ອນໄຟຟ້າ ເຊຂະໝານ ໄດ້ກັບມາຜລິຕໄຟຟ້າຄືນອີກ ໃນເດືຶອນພຶສພາຜ່ານມາ. ວຽດນາມຊ່ອຍພັທນາຊັພຍາກອນມະນຸສ ຊຶ່ງປັດຈຸບັນ ພະນັກງານ ແລະນັກສຶກສາລາວ ໄປສຶກສາຢູ່ວຽດນາມ ຈໍານວນ 14,000 ປາຍຄົນ.
ໃນ 6 ເດືອນທ້າຍປີນີ້ ຈະຂຍາຍບັນດາກົລໄກ ການຮ່ວມມືສອງຝ່າຍ ແລະຂໍ້ຕົກລົງ ທີ່ກອງປະຊຸມຄັ້ງທີ 44 ທີ່ຄະນະກັມມະການຮ່ວມມື ສອງຝ່າຍ ລະຫວ່າງຣັຖບານລາວ ແລະຣັຖບານວຽດນາມ ທີ່ກຸງຮ່າໂນ່ຍ ແລະໄດ້ຖແລງຂ່າວໃນມື້ວັນທີ 10 ມົກກະຣາຜ່ານມາ ທີ່ວ່າ ໄດ້ຕົກລົງກັນ ແລະຊຸກຍູ້ໃຫ້ກະຊວງ, ຂແນງການ ແລະທ້ອງຖິ່ນປະຕີບັດຕາມ; ຊຸກຍູ້ໂຄງການຈຸດສຸມ ໃຫ້ສໍາເຣັດ ເຊັ່ນ ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງຣົຖໄຟ ວຽງຈັນ-ຫວຸ່ງອ່າງ, ບໍ່ເກືອກາລີ ຄຳມ່ວນ, ສນາມບິນໜອງຄ້າງ, ແກ້ໄຂຂໍ້ຫຍຸ້ງຍາກ ໃນການເຮັດໃຫ້ຣັຖບານລາວ ຖືຮຸ້ນຢູ່ບໍຣິສັດຮຸ້ນສ່ວນສາກົນ ລາວ-ວຽດ ຢູ່ທ່າເຮືອຫວຸ່ງອ່າງ ຂຶ້ນຈາກ 20% ເປັນ 60% ສຳເຣັດ.
ຣັຖບານວຽດນາມ ຊ່ອຍເຫລືອລາວ ກໍ່ສ້າງສະຖາບັນການເງິນ ດົງຄຳຊ້າງ ໄລຍະ 3, ໂຮງໝໍມິຕພາບ ແຂວງຊຽງຂວາງ, ສະຖານີວິທຍຸ-ໂທຣະທັສ ແຂວງບໍ່ແກ້ວ ແລະໂຄງການອື່ນໆ. ມີ 4 ໂຄງການ ຄື ໂຄງການກໍ່ສ້າງ ໂຮງຮຽນນາຍສິບ ຢູ່ແຂວງໄຊສົມບູນ; ໂຄງການຍົກລະດັບ ຊົນລະປະທານນ້ຳລອງ ເມືອງສົບເບົາ ແຂວງຫົວພັນ; ໂຄງການສ້ອມແປງ-ຍົກລະດັບ ເຂດອະນຸສອນສະຖານ ປະທານ ໂຮ່ຈິ ມິນ ຢູ່ແຂວງຄຳມ່ວນ ແລະ ສະຖານີວິທຍຸ-ໂທຣະທັສ ແຂວງບໍ່ແກ້ວ, ວາງສີລາຣືກ 2 ໂຄງການ ຄື ໂຄງການກໍ່ສ້າງ ສວນອຸທິຍານມິຕພາບ ລາວ-ວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສູນບໍຣິການເຕັກນິກກະສິກັມ ແຂວງໄຊສົມບູນ.
ການພົວພັນ ລະຫວ່າງ ສປປ ລາວ ແລະວຽດນາມ ມາຮອດປີ 2022 ນີ້ ກໍເປັນປີທີ 47 ແລະການຮ່ວມມື ຕາມສົນທິສັນຍາມິຕພາບ ແລະການຮ່ວມ ມາກໍໄດ້ 45 ປີ ທີ່ຜູ້ນໍາພັກປະຊາຊົນ ປະຕິວັດລາວ ຫວັງວ່າ ການມີສາຍພົວ ພັນມິຕພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ກັບວຽດນາມ ຈະຊ່ອຍໃຫ້ສາມາດ ປົກປັກຮັກສາ ແລະພັທນາປະເທດ ກ້າວສູ່ສັງຄົມນິຍົມໄດ້. ແຕ່ຫລາຍຄົນກໍຍັງເຫັນວ່າ ລາວ ບໍ່ໄດ້ຜົລປໂຍດຈາກການພົວພັນ ແລະການຮ່ວມມືນັ້ນພໍເທົ່າໃດ ນອກຈາກການປ້ອງກັນປະເທດ ແລະການປາບປາມປະຊາຊົນລາວ ທີ່ຮຽກຮ້ອງເອົາສິທ, ເສຣີພາບ ແລະປະຊາທິປະໄຕ.
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເວົ້າວ່າ:
ຊໍ້າບໍ່ໜໍາ ຍັງມີສ່ວນເຮັດໃຫ້ລາວ ຕິດໜີ້ຫລາຍຂຶ້ນຕື່ມ ຊຶ່ງເມື່ອຕົ້ນຊຸມປີ 1980 ກໍຕິດໜີ້ວຽດນາມ ຢູ່ແລ້ວເຖິງ 1 ຕື້ປາຍໂດລ້າຣ໌ສະຫະຣັຖ ຕາມເອກສານຂອງ ກະຊວງການຕ່າງປະເທດ ທີ່ທາງການລາວບໍ່ໄດ້ເປີດເຜີຍ ໃຫ້ສາທາຣະນະຊົນ ຮູ້ນໍາ.
ຮ່ວມມືນໍາກັນ ເວົ້າເຖິງເຣື່ອງໜີ້ສິນ ຂອງລາວ ມາເຖິງປີ 2021 ລາວຕິດໜີ້ສາທາຣະນະເຖິງ 14.5 ຕື້ໂດລ້າຣ໌ສະຫະຣັຖ ເທົ່າກັບ 88% ຂອງຮວມຍອດມູນຄ່າ ຜລິຕພັນພາຍໃນ ຫລື GDP, ອີງຕາມຣາຍງານຂອງທນາຄານໂລກ ປະຈໍາເດືອນເມສາ 2022 ໃນຂະນະທີ່ ລາວປະກາດວ່າ ໃນປີ 2022 ນີ້ ຈະເຮັດໃຫ້ອັດຕຣາການຂຍາຍຕົວຂອງ GDP ເຖິງ 4.5% ຫລືເທົ່າກັບ 202,622 ຕື້ກີບ.
ກ່ຽວກັບເຣື່ອງໃຊ້ໜີ້ ທີ່ທາງການລາວວ່າ ຈະເອົາຊັພຍາກອນທັມມະຊາຕໃຊ້ນັ້ນ ທ່ານ ອິນຊີທອງ, ຄະນະນໍາ ແລະ ທັງເປັນໂຄສົກ ອົງການລາວເສຣີ (Free Laos Campaign) ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດານີ້ວ່າ ເປັນອັນຕຣາຍຕໍ່ຊາຕ.
ແຕ່ເຖິງຢ່າງໃດ ຜູ້ນໍາສອງພັກ ແລະສອງຣັຖນີ້ ກໍຍັງເວົ້າວ່າ ສ້າງຄວາມເຂັ້ມ ແຂງໃຫ້ກັບກິຈການໃນການຮັດແໜ້ນ ການຄ້າ ແລະສົ່ງເສີມການລົງທຶນ ໂດຍເນັ້ນໃສ່ເຮັດໃຫ້ມູນຄ່າ ການຄ້າໃນປີ 2022 ນີ້ ເຕີບໂຕຂຶ້ນ 10% ຫລືຫລາຍກວ່ານັ້ນ ທຽບໃສ່ປີ 2021 ອີງຕາມຣາຍງານຂອງ Viettonkin consulting ໃນມື້ວັນທີ 8 ມິຖຸນາຜ່ານມາ.
ນັກຊ່ຽວຊານເວົ້າວ່າ ລະຫວ່າງລາວ ແລະວຽດນາມ ມີປະຕູຫລັກ 7 ປະຕູ ແລະປະຕູເສີມອີກ 18 ປະຕູ ທີ່ມີເງື່ອນໄຂ ເອື້ອອໍານວຍໃຫ້ແກ່ການສົ່ງເສີມ ການພົວພັນທາງດ້ານການຄ້ານັ້ນ.
ໃນກອງປະຊຸມຄັ້ງທີ 44 ສອງຝ່າຍໄດ້ລົງນາມ ໃນເອກກະສານຮ່ວມມື 9 ສະບັບ ຊຶ່ງໃນນັ້ນມີທັງຂໍ້ຕົກລົງວ່າດ້ວຍ ການຮ່ວມມື ລາວ-ວຽດນາມ ໃນປີ 2022. ຂໍ້ຕົກລົງກ່ຽວກັບການດໍາເນີນ ໂຄງການດ້ານການຜລິຕກະສິກັມ ແລະສັນຍາ 5 ສະບັບກ່ຽວກັບການດໍາເນີນ ໂຄງການກໍ່ສ້າງ. ພ້ອມກັນນັ້ນ 2 ຝ່າຍຍັງໄດ້ເວົ້າເຖິງການຮ່ວມມືໃນທຸກຂົງເຂດ.
ເວົ້າເຣື່ອງການຮ່ວມມື ທາງດ້ານການເມືອງ ດຣ. ບຸນທອນ ຈັນທະລາວົງ-ວີເຊີກ່າວວ່າ:
ແລະເຣື່ອງການພົວພັນ ຮ່ວມມືກັບລາວ ຮວມທັງການປ້ອງກັນຄວາມສງົບ ຜູ້ນໍາພັກຄອມມິວນິສ ວຽດນາມ ໃຊ້ອົງການທີ່ມີລະຫັດ ເຊເປ 38 ຂອງຕົນ ທີ່ຍ້າຍອອກຈາກຖໍ້າຜາແດງ ເມືອງວຽງໄຊ ແຂວງຫົວພັນ ມາຕັ້ງຢູ່ຫລັກ 6 ນະຄອນຫລວງວຽງຈັນ ແຊກຄຸມການນໍາຂອງພັກ ປະຊາຊົນປະຕິວັດລາວ. ອົງການນີ້ ກໍາຂອດແນວທາງ, ການຈັດຕັ້ງພັກ-ຣັຖ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ຄວບຄຸມກໍາລັງປະກອບອາວຸດ ແລະພວກໃຕ້ດິນວຽດນາມ ທີ່ຂຶ້ນໂດຍກົງກັບອົງການ ເຊເປ 38 ເຄື່ອນໄຫວ ສ້າງກໍາລັງການເມືອງໃນໝູ່ມະຫາຊົນ.
ໃນຂົງເຂດການຮ່ວມມື ດ້ານການລົງທຶນ ທັງ 2 ຝ່າຍໄດ້ຕົກລົງກັນວ່າ ຈະສົ່ງເສີມການດຶງດູດ ບໍຣິສັດ ແລະບໍຣິສັດ ທີ່ມີສັກກະຍະພາບ ທາງການເງິນ ແລະເປັນມືອາຊີບ ໂດຍໃຫ້ຄວາມສໍາຄັນ ກັບການລົງທຶນທາງດ້ານກະສິກັມ, ອຸດສາຫະກັມແປຮູບ ແລະອຸດສາຫະກັມການຜລິຕທີ່ສະອາດ, ຈະຈັດຫາພື້ນທີ່ ທີ່ມີສັກກະຍະພາບ ໃຫ້ຕາມແນວຊາຍແດນ ລາວ-ວຽດນາມ ຊຶ່ງທ່ານ ອິນຊີທອງ ກ່າວວ່າ:
ທັງສອງຝ່າຍຈະປະເມີນ, ວິເຄາະເພື່ອປັດເປົ່າ ຄວາມຫຍຸ້ງຍາກຕ່າງໆ, ສນັບສນູນ ແລະສົ່ງເສີມການດໍາເນີນໂຄງການ ລົງທຶນຂນາດໃຫຍ່ຕ່າງໆ ເຊັ່ນເຂື່ອນໄຟຟ້າ ເຊຂະໝານ 3, ເຂື່ອນໄຟຟ້າຫລວງພຣະບາງ ແລະໂຄງການລ້ຽງງົວຄົບຊຸດ ແລະການແປຮູບຜລິຕພັນນົມ ຢູ່ແຂວງຊຽງຂວາງ.
ເວົ້າເຖິງການສ້າງເຂື່ອນ ດຣ. ບຸນທອນ ກ່າວວ່າ:
ວຽດນາມຈະສືບຕໍ່ ສນັບສນູນຫລາຍໂຄງການໃໝ່ ທີ່ລາວອະນຸຍາດ ເຊັ່ນໂຄງ ການຂຸດຄົ້ນບໍ່ແຮ່ ຂອງບໍຣິສັດ Cavico ຢູ່ແຂວງບໍຣິຄໍາໄຊ, ໂຄງການຂຸດຄົ້ນບໍ່ເຫລັກ ຂອງບໍຣິສັດ COECCO ທີ່ຈະດໍາເນນີການໃນໄວໆນີ້.
ວຽດນາມ ແລະລາວ ຈະສົ່ງເສີມການດໍາເນີນການຕາມ ບົດບັນທຶກຄວາມເຂົ້າໃຈກັນ ລະຫວ່າງຣັຖບານ ວ່າດ້ວຍ ຍຸທສາຕການຮ່ວມມື ດ້ານການຂົນສົ່ງ ແຕ່ປີ 2016 ຫາປີ 2025 ຕາມວິສັຍທັສເຖິງປີ 2030; ສ້າງ ແລະຍົກລະດັບເສັ້ນທາງ ເຊື່ອມຕໍ່ລະບຽງເສຖກິຈ ຕາເວັນອອກ-ຕາເວັນຕົກ ແລະຂົງເຂດ ໃນໂຄງການພັທນາ ການຂົນສົ່ງໃນປະເທດອາຊຽນ ແລະ ອະນຸພູມີພາກແມ່ນໍ້າຂອງ.
ນອກຈາກຂໍ້ຕົກລົງ ທີ່ກ່ຽວຂ້ອງກັບການຮ່ວມມື ທາງດ້ານເສຖກິຈແລ້ວ ກໍຍັງມີຂໍ້ຕົກລົງທີ່ກ່ຽວຂ້ອງກັບ ການພົວພັນທາງດ້ານການເມືອງ ແລະການທູຕ, ການຮ່ວມມື ດ້ານປ້ອງກັນຊາຕ-ປ້ອງກັນຄວາມສງົບ, ດ້ານການສຶກສາ, ການພັທນາຊັພຍາກອນມະນຸສ ແລະອາຊີວະສຶກສາ ແລະການຮ່ວມມື ດ້ານອື່ນໆ.
ແລະເວົ້າເຖິງຊາຍແດນ ລາວ-ວຽດນາມ ຢູ່ໃນມາດຕຣາ 4 ຂອງສົນທິສັນຍາ ມິຕພາບ ແລະການຮ່ວມມືລາວ-ວຽດນາມ ປີ 1977 ເວົ້າວ່າ ເປັນຊາຍແດນມິຕພາບ ແຕ່ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເວົ້າວ່າ ມີບັນຫາ.
ແຕ່ເຖິງຢ່າງໃດກໍຕາມ ປີ 2022 ນີ້ ທາງການລາວແລະວຽດນາມ ຖືວ່າມີຄວາມໝາຍສໍາຄັນ ທາງປວັຕສາຕ ຄື ວັນເຊັນສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນ ການທູຕລາວ-ວຽດນາມ ຄົບຮອບ 60 ປີ (5/09/1962-5/9/2022). ສອງປະເທດມີການສລອງ ຢູ່ສໍານັກງານ ອົງການຕ່າງໆ ເປັນຕົ້ນຢູ່ ນະຄອນຫລວງ ຂອງແຕ່ລະປະເທດ ຊຶ່ງຢູ່ນະຄອນຫລວງວຽງຈັນ ຫ້ອງວ່າການສໍານັກງານ ປະທານປະເທດ ກໍໄດ້ຈັດປາຖະກະຖາຂຶ້ນ ໃນມື້ວັນທີ 8 ກໍລະກົດນີ້ ແລະກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ກໍຈະຈັດຫລາຍກິຈກັມ ເປັນຕົ້ນກອງປະຊຸມສັມມະນາວິທຍາສາຕ, ງານສັບປະດາວັທນະທັມ ລາວ-ວຽດນາມ, ງານວາງສແດງຮູບມູນເຊື້ອ ການພົວພັນ, ພິມວາລະສານຮູບພາບ, ຈັດງານວາງສແດງປຶ້ມ, ສະແດງສິລປະວັນນະຄະດີລາວ, ຈັດການປະກວດ, ແຕ່ງເພງ ທີ່ສ່ອງແສງເຖິງສາຍພົວພັນ ແລະການຮ່ວມມື ລາວ-ວຽດນາມ, ຈັດງານເທສການຮູບເງົາ ຢູ່ຕາມແຂວງຕ່າງໆ ທີ່ມີຊາຍແດນຕິດກັບວຽດນາມ ແລະອື່ນໆ.
ເວົ້າເຖິງການພົວພັນ ຮ່ວມມືລະຫວ່າງ ພັກປະຊາຊົນປະຕິວັດລາວ ທີ່ຜູກຂາດອໍານາດ ແບບຜເດັດການພັກດຽວ ຢູ່ລາວມາຕັ້ງແຕ່ປີ 1975 ແລະພັກຄອມມິວນິສ ວຽດນາມ, ຢູ່ໃນກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ແຕ່ລະຄັ້ງ ຮວມທັງໃນບົດຣາຍງານ ຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ກໍເວົ້າເຖິງ ການປົກປັກຮັກສາ, ເສີມຂຍາຍ ແລະຍຶດໝັ້ນຢ່າງສເມີຕົ້ນສເມີປາຍ ສາຍພົວພັນມິຕພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ກັບ ສສ ວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະທັງໄດ້ສໍາເຣັດໂຄງການ ຮຽບຮຽງປວັຕສາຕ ການຮ່ວມສໍາພັນສູ້ຣົບ ແລະຄວາມສາມັກຄີ ພິເສດໃນຫລາຍສິບປີ ທີ່ຜ່ານມາ ເພື່ອເປັນເອກສານ ສໍາລັບການຮຽນຮູ້ ແລະສຶກສາອົບຮົມ ປະຊາຊົນສອງຊາຕ ເພື່ອຫວັງໃຫ້ ຄົນລຸ້ນໜຸ່ມປົກປັກຮັກສາ ແລະເສີມຂຍາຍມູນເຊື້ອນັ້ນຕໍ່ໆໄປ. ສະບາຍດີ