ເຈົ້າໜ້າທີ່ ເມືອງສີໂຄດ ກວດປ້າຍຜິດລະບຽບ, ສ່ວນໃຫຍ່ ເປັນປ້າຍພາສາຈີນ
2023.05.15

ໃນມື້ວັນທີ 14 ພຶສພາ ທີ່ຜ່ານມານີ້, ຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແກ້ໄຂປ້າຍທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຢູ່ເຂດບ້ານສະໂນຄຳ ແລະ ບ້ານອູບມຸງ, ໂດຍປ້າຍສ່ວນຫຼາຍ ທີ່ຜິດລະບຽບ ແມ່ນບໍ່ມີພາສາລາວ ກຳກັບໃນປ້າຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ພຶສພາ ນີ້ວ່າ:
“ກວດກາປ້າຍເນາະ. ແມ່ນເຮົາຄຸ້ມຄອງລະບຽບ ການຈັດສັນປ້າຍ. ຫຼັກໆມັນກໍຕ້ອງແມ່ນ ມັນມີລະບຽບການຄຸ້ມຄອງເນາະ. ໝາຍຄວາມວ່າ ການຂຽນ ການຂຶ້ນປ້າຍ ຢູ່ໃນເຂດອັນນັ້ນອັນນີ້ ເຮົາກວດໝົດ, ບໍ່ໝາຍຄວາມວ່າ ກວດແຕ່ປ້າຍ.”
ທ່ານກ່າວຕື່ມວ່າ ຈາກການລົງກວດກາ ກໍໄດ້ທຳການຕັກເຕືອນ ເຈົ້າຂອງປ້າຍ ແລະ ລົງບັນທຶກໄວ້ແລ້ວ. ຖ້າຫາກກະທຳຜິດລະບຽບອີກ ຈະຖືກດຳເນີນການ ຕາມລະບຽບທີ່ກຳນົດໄວ້ ຄື:
ຄັ້ງທີ 1: ໃຫ້ເວລາໃນການປັບປຸງກ່ອນ, ແກ້ໄຂປ້າຍທີ່ຜິດ ໃຫ້ຖືກລະບຽບ ພາຍໃນ 7 ວັນ.
ຄັ້ງທີ 2: ເຮັດບົດບັນທຶກ ພ້ອມປັບໃໝສອງເທົ່າ ຂອງຄ່າທຳນຽມປ້າຍ ຕາມຂນາດ ຂອງປ້າຍ.
ຄັ້ງທີ 3: ຖ້າຍັງບໍ່ແກ້ໄຂໃຫ້ຖືກຕ້ອງ, ເຈົ້າໜ້າທີ່ຈະທຳການຮື້ຖອນປ້າຍ ແລະ ເຈົ້າຂອງປ້າຍ ຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ໃນການຮື້ຖອນປ້າຍທັງໝົດ.
ສຳລັບປ້າຍ ທີ່ຖືກກົດໝາຍນັ້ນ, ສີຂອງປ້າຍ ຕ້ອງບໍ່ຄືກັບອົງການ ຂອງຣັຖ. ປ້າຍຕ້ອງມີພາສາລາວ ຢູ່. ຖ້າມີພາສາຕ່າງປະເທດ, ພາສາລາວ ຕ້ອງຢູ່ເທິງ ຫຼືຢູ່ທາງເບື້ອງຊ້າຍ ຂອງປ້າຍເທົ່ານັ້ນ. ປ້າຍສາມາດໃສ່ພາສາຈີນ ຫຼື ພາສາອັງກິດ ໄດ້, ແຕ່ຫ້າມໃສ່ພາສາໄທຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ອີກທ່ານນຶ່ງ ກ່າວວ່າ:
“ນຶ່ງມາ ແມ່ນບໍ່ໃຫ້ລັກສະນະປ້າຍ ບໍ່ໃຫ້ຄືຂອງຣັຖ, ບໍ່ໃຫ້ຄືຂອງຕຳຣວດ, ບໍ່ໃຫ້ຄືຂອງທະຫານເນາະ. ຄືຂອງຣັຖ ພື້ນສີຟ້າ ໂຕໜັງສືສີຂາວ ຫ້າມ. ແລ້ວກໍພື້ນສີແດງ ໂຕໜັງສືສີຂາວ ກໍຫ້າມ. ພື້ນສີຂຽວ ໂຕໜັງສືສີຂາວ ກໍຫ້າມ. ໂຕໜັງສືຕ່າງຊາຕຫັ້ນ ແມ່ນໄດ້, ແຕ່ຍົກເວັ້ນພາສາໄທຍ. ໂຕອັງກິດໃສ່ໄດ້ ໂຕຈີນໃສ່ໄດ້. ແຕ່ໂຕໜັງສືພາສາລາວ ຢູ່ທາງເທິງ ໂຕໜັງສືຕ່າງປະເທດ ແມ່ນຢູ່ລຸ່ມ, ໂຕໜັງສືຕ່າງປະເທດ ນ້ອຍກວ່າ ໂຕໜັງສືພາສາລາວ.”
ເຂດບ້ານອູບມຸງ, ເມືອງສີໂຄດຕະບອງ ເປັນເຂດທີ່ມີຄົນຈີນ ມາເຮັດທຸຣະກິຈ ແລະ ອາສັຍຢູ່ຫຼາຍ ເຮັດໃຫ້ປ້າຍພາສາລາວ ແລະ ພາສາຈີນ ໃນເຂດບ້ານ ຫຼາຍກວ່າໝູ່.
ດັ່ງຊາວບ້ານ ຢູ່ເຂດບ້ານອູບມຸງ ກ່າວວ່າ:
“ຫຼາຍໆ. ສ່ວນຫຼາຍເປັນພາສາຈີນຫຼາຍ ເມືອງສີໂຄດ ຢູ່ເຂດອູບມຸງ ນີ້, ຄົນຈີນຢູ່ຫຼາຍ, ຮ້ານອາຫານຫຼາຍ. ກໍມີ, ມີປ້າຍອະພາດເມັ້ນ, ໂຮງແຮມ. ສ່ວນຫຼາຍ ເຂົາເຈົ້າກໍມີພາສາລາວ ຂຶ້ນໜ້າກ່ອນ ພາສາຕ່າງປະເທດນຳຫຼັງ. ຖ້າມີພາສາຕ່າງປະເທດຂຶ້ນໜ້າ ຢູ່ເທິງຫັ້ນ, ເຂົາເຈົ້າກໍຈະມາຫາ.”
ກ່ອນໜ້ານີ້, ໃນເດືອນມົກກະຣາ ຫາ ກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງສີໂຄດຕະບອງ ກໍໄດ້ລົງກວດກາ ພົບປ້າຍທີ່ບໍ່ຖືກກົດໝາຍ ຢູ່ເຂດບ້ານຊຳເກດ, ບ້ານປາກທ້າງ ແລະ ບ້ານໜອງດ້ວງເໜືອ ນຳ.
ຫຼາຍເມືອງ ທີ່ນັກລົງທຶນຈີນ ນິຍົມເຂົ້າມາເຮັດທຸຣະກິຈ ຫຼື ຄົນຈີນອາສັຍຢູ່ຫຼາຍ ເປັນຕົ້ນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍມີປ້າຍໂຄສະນາ, ປ້າຍສຳນັກງານ ທີ່ຍັງຜິດກົດໝາຍ, ໂດຍມີໂຕໜັງສືລາວ ນ້ອຍກວ່າໂຕໜັງສືພາສາຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ:
“2-3 ເດືອນໃດ ເຮົາກໍລົງໄປກວດເທື່ອນຶ່ງ. ທີ່ໄປເຫັນ ເຮົາກໍເຮັດບົດບັນທຶກ ນຳເຈົ້າຂອງຮ້ານ ແລ້ວກໍໃຫ້ເຂົາເຈົ້າປ່ຽນ. ກໍຈີນ ກັບອັງກິດ, ມີຢູ່ (ໂຕ) ລາວ, ແຕ່ວ່າສ່ວນຫຼາຍ ເຂົາເຈົ້າຊິເຮັດໂຕລາວຫັ້ນນ້ອຍ, ແຕ່ເຮົາຕ້ອງໄປບອກເຂົາເຈົ້າ ແນະນຳເຂົາເຈົ້າ ເຮັດໜັງສືລາວໂຕໃຫຍ່ ແລ້ວກໍໜັງສືຈີນ ກັບໜັງສືອີ່ຫຍັງຫັ້ນ ໂຕນ້ອຍ, ຫັ້ນເດ.”
ໃນປີ 2020, ທາງການແຂວງບໍ່ແກ້ວ ເຄີຍຮື້ຖອນປ້າຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເກືອບ 100 ປ້າຍ ຕາມເສັ້ນທາງເມືອງຕົ້ນເຜິ້ງ ແລະ ບໍຣິເວນ ໃກ້ກັບເຂດເສຖກິຈພິເສດ 3 ຫຼ່ຽມຄຳ. ໃນປີດຽວກັນ, ທາງການແຂວງອັດຕະປື ກໍສັ່ງໃຫ້ບໍຣິສັດ ຫຸ້ນສ່ວນຊົງດາ 3, ປະເທດວຽດນາມ ທີ່ເຂົ້າມາສ້າງເຂື່ອນໄຟຟ້າ ເຊກະໝານ 1, ແກ້ໄຂປ້າຍໂຄສະນາ ເຂດຈັດສັນ ບ້ານສຸກສະຫວັນ-ດັກບູ ຄືນໃໝ່ທັງໝົດ ເນື່ອງຈາກມີຂໍ້ຜິດພາດ ທາງຫຼັກໄວຍະກອນ ແລະ ບໍ່ຖືກຕ້ອງ ຕາມຫຼັກພາສາລາວ.
ນອກຈາກນີ້, ໃນເດືອນມົກກະຣາ 2023 ທີ່ຜ່ານມາ, ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງດັກຈຶງ ແຂວງເຊກອງ ກໍໄດ້ຮື້ຖອນປ້າຍບໍຣິສັດ, ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຈຳນວນ 10 ປາຍປ້າຍ. ໃນນີ້, ເປັນປ້າຍ ຂອງບໍຣິສັດຈີນທັງໝົດ.