ເຣື້ອງທີ່ເກັບບັນທຶກໄວ້
2022-05-16
ທາງການລາວ ມີແຜນຈະຫາວິທີ ສນອງເງິນຕຣາຕ່າງປະເທດ ໃຫ້ໄດ້ 50% ຂຶ້ນໄປ ແກ່ບາງບໍຣິສັດ ທີ່ນຳເຂົ້າ ນ້ຳມັນເຊື້ອເພີງ ເພື່ອແກ້ບັນຫາ ນ້ຳມັນເຊື້ອເພີງຂາດເຂີນ
2022-05-16
ຂໍ້ມູນທະນາຄານໂລກ ໃນເດືອນເມສາ 2022 ໄດ້ລະບຸວ່າ ໃນປີ 2019 ໜີ້ສິນສາທາລະນະ ຂອງລາວກວມເອົາ 68% ຂອງລວມຍອດຜລິດຕະພັນພາຍໃນ ຫຼື GDP ເທົ່າກັບ 12.5 ຕື້ໂດລ້າຣ໌ ສ່ວນວ່າ ປີ 2021 ໜີ້ສິນສາທາຣະນະ ຂອງລາວ ກວມເອົາ 88% ຂອງ GDP ເທົ່າກັບ 14.5 ຕື້ໂດລ້າຣ໌.
2022-05-16
ປວັດສາຕ ຮ່ວມສມັຍ ຕັ້ງແຕ່ເວລາ ປະເທດລາວ ໄດ້ພົ້ນຈາກ ການເປັນ ຫົວເມືອງຂຶ້ນ ຂອງປະເທດຝຣັ່ງເສສ ຈົນເຖິງເວລາ ມີການປ່ຽນແປງ ລະບອບ ການປົກຄອງ ໃນປີ 1975.
2022-05-15
ຄົນງານລາວ ສ່ວນຫຼາຍ ຍັງຂາດປະສົພການ, ຄວາມຮູ້ ທີ່ຈະເຮັດວຽກ ໃນໂຄງການລົງທຶນ ຂອງຕ່າງປະເທດ, ດັ່ງນັ້ນ ພວກຂະເຈົ້າ ຈຶ່ງສືບຕໍ່ ໄປເຮັດວຽກ ໃນປະເທດເພື່ອນບ້ານ.
2022-05-15
ແມ່ຍິງລາວ 3 ຄົນ ຂໍຄວາມຊ່ອຍເຫຼືອ ອອກຈາກ ສາມຫຼ່ຽມຄຳ, ປະຊາຊົນບໍ່ເຊື່ອໝັ້ນ ກັບຄະນະປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ, ແຂວງອຸດົມໄຊ ປະຕິບັດວິນັຍພະນັກງານພັກ-ຣັຖ ທີ່ສໍ້ຣາສບັງຫລວງ 35 ຄົນ.
2022-05-14
ການພົວພັນຮ່ວມມືຮອບດ້ານ ຮວມທັງດ້ານການເມືອງ ລະຫວ່າງ ສປປ ລາວ ແລະວຽດນາມ ຍັງແໜ້ນແຟ້ນຢູ່ຄືເກົ່າ ເຖິງແມ່ນວ່າຜູ້ນໍາລາວ ຈະອ່ຽງໄປຫາຈີນ ເປັນຕົ້ນທາງດ້ານເສຖກິຈ ເພື່ອຫວັງຈະໄດ້ຮັບການຊ່ອຍເຫລືອ ຈາກຈີນຫຼາຍຂຶ້ນ.
2022-05-13
ມີການຈັບຜູ້ຕ້ອງສົງສັຍ ຄ້າຢາເສບຕິດໃນ 4 ເດືອນຕົ້ນປີນີ້ ໄດ້ 36 ຄົນ ແລະຢຶດຢາເສບຕິດໄດ້ 33,250 ເມັດ ທີ່ແຂວງເຊກອງ ຂະນະນີ້ ຄະດີຢູ່ໃນຂັ້ນໄອຍະການ, ເປັນຄະດີ ການຄ້າຢາເສບຕິດ ຣາຍຍ່ອຍ.
2022-05-13
ຮອງປະທານສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ຢາກໃຫ້ທາງການລາວ ສົ່ງເສີມໃຫ້ຄົນລາວ ໄປເຮັດວຽກຢູ່ຕ່າງປະເທດ ເພື່ອນຳເງິນຕຣາຕ່າງປະເທດ ເຂົ້າມາໃນປະເທດລາວຫຼາຍຂຶ້ນ ເພື່ອຈະຫຼຸດຜ່ອນບັນຫາ ຂາດເງິນຕຣາຕ່າງປະເທດ ໃນລະບົບແລກປ່ຽນ ເງິນຕຣາໃນລາວ.
2022-05-13
ກຸ່ມຮັກຊຽງຂອງ ຈາກແຂວງຊຽງຮາຍຂອງໄທຍ ໄດ້ຍື່ນໜັງສືຄັດຄ້ານ ຂໍ້ຕົກລົງບັນທຶກຄວາມເຂົ້າໃຈກັນ ກ່ຽວກັບລາຄາໄຟຟ້າ ທີ່ໄທຍຈະຊື້ຈາກ ເຂື່ອນປາກແບງ ຕໍ່ 5 ໜ່ວຍງານຂອງທາງການໄທຍ ຍ້ອນກັງວົນນໍາຜົລກະທົບທີ່ຈະເກີດຂຶ້ນ ກັບລະບົບນິເວດ ແລະ ວິຖີຊີວິດຊາວບ້ານແຄມຂອງ.
2022-05-13
ເຂື່ອນຈິ່ງຫົງ ຂອງຈີນໄດ້ປ່ອຍນໍ້າ ອີກຄັ້ງນຶ່ງ ຊຶ່ງກໍເຮັດໃຫ້ ຜູ້ທີ່ອາສັຍຢູ່ຕາມແຄມ ແມ່ນ້ຳຂອງ ທ້າຍເຂື່ອນ ຕ້ອງໄດ້ລະວັງ ຈະໄດ້ຮັບຜົລກະທົບ ເນື່ອງຈາກ ໃນວັນທີ 9-11 ພຶສພານີ້ ປະຣິມານນ້ຳອາດຈະເພີ່ມຂຶ້ນເຖິງ 1.20-1.40 ແມັດ.
2022-05-13
ສະຫະຣັຖອາເມຣິກາ ປະກາດໃຫ້ການຊ່ອຍເຫຼືອ ແກ່ປະເທດອາຊ້ຽນ 150 ລ້ານໂດລ້າຣ໌, ນອກຈາກນັ້ນ, ຍັງເພີ່ມການຮ່ວມມືກັນ ອີກຫຼາຍດ້ານ ໂດຍສະເພາະແມ່ນ ໂຄງຮ່າງພື້ນ, ພລັງງານສະອາດ ເປັນຕົ້ນ.
2022-05-13
ເຈົ້າໜ້າທີ່ ລະດັບສູງ ຣັຖບານມາເລເຊັຽ ໄດ້ຕິດຕໍ່ກັບໂຕແທນ ຣັຖບານເງົາ ປະເທດພະມ້າ ພາຍຫຼັງທີ່ເຫັນວ່າ ອ່າຊ້ຽນຫຼົ້ມແຫຼວ ແລະ ຜູ້ນຳຣັຖປະຫານພະມ້າ ບໍ່ປະຕິບັດຕາມ ຂໍ້ຕົກລົງຮ່ວມກັນ 5 ຂໍ້ ກ່ຽວກັບ ການແກ້ໄຂບັນຫາ ໃນພະມ້າ
2022-05-12
ໃນມື້ວັນທີ່ 10 ພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ທະຫານພຣານ ກອງກໍາລັງສຸຣະສັກມົນຕຣີ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບຊາຍໄທຍ 2 ຄົນ ທີ່ລັກຂົນຢາເສບຕິດ ມູນຄ່າຮວມ ທັງໝົດ 400 ລ້ານບາດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ.
2022-05-12
ເຈົ້າໜ້າທີ່ ປກຊ-ປກສ ເມືອງງອຍ ແຂວງຫຼວງພຣະບາງ ຮື້ຖອນເກັບອາວຸດລ່າສັດປ່າ ແລະສິ່ງຕ້ອງຫ້າມທີ່ຜິດກົດໝາຍ ຈາກຊາວບ້ານໄດ້ຫຼາຍຢ່າງ ເປັນຕົ້ນແມ່ນ ອາວຸດລ່າສັດ ເຊັ່ນປືນແກ໊ບ ຈໍານວນ 1,480 ກະບອກ, ເຄື່ອງຊ໋ອດປາ 20 ເຄື່ອງ, ເລື່ອຍຕັດໄມ້ ສະຕ໋ຽວ (STIHL) 61 ເຄື່ອງ ແລະອື່ນໆອີກຫຼາຍຢ່າງ.
2022-05-12
ນັກເຄື່ອນໄຫວ ດ້ານການເມືອງ ລາວ, ກັມພູຊາ, ພະມ້າ, ວຽດນາມ, ໄທຍ ໄດ້ຈັດການປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ມາປະຊຸມສຸດຍອດ ຜູ້ນຳອາຊ້ຽນ-ສະຫະຫະຣັຖ ທີ່ນະຄອນຫລວງ ວໍຊິງຕັນ, ດີ.ຊີ. (Washington, DC) ປະເທດສະຫະຣັຖອາເມຣິກາ ຊຶ່ງຜູ້ປະທ້ວງ ຮຽກຮ້ອງໃຫ້ ປະຊາຊົນໃນຊາດນັ້ນໆ ມີສິດເສຣີພາບ.