ຣັຖບານມາເລເຊັຽ ຕິດຕໍ່ກັບ ຣັຖບານເງົາພະມ້າ

ພູວົງສ໌
2022.05.13
ຣັຖບານມາເລເຊັຽ ຕິດຕໍ່ກັບ ຣັຖບານເງົາພະມ້າ ຣັຖມົນຕຣີຕ່າງປະເທດ ຂອງປະເທດອ່າຊ້ຽນ ຮ່ວມສມັຍປະຊຸມ ໃນນະຄອນຫຼວງພນົມເປັນ, ປະເທດກັມພູຊາ ວັນທີ 17 ກຸມພາ 2022
ສຳນັກຂ່າວ AP

ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງມາເລເຊັຽ ໄດ້ເປີດເຜີຍວ່າ ທ່ານໄດ້ຕິດຕໍ່ ກັບຣັຖບານເງົາ ຂອງພະມ້າ ແລະ ຖືວ່າມາເລເຊັຽ ເປັນປະເທດທຳອິດ ຂອງອ່າຊ້ຽນ ທີ່ຍອມຮັບວ່າ ໄດ້ຕິດຕໍ່ກັບພະມ້າ ຂະນະທີ່ບັນດານັກເຄື່ອນໄຫວ ຕ່າງກໍໄດ້ໂຈມຕີອ່າຊ້ຽນ ທີ່ຫຼົ້ມແຫຼວ ໃນການດຳເນີນການ ຕາມຂໍ້ຕົກລົງຮ່ວມກັນ ຫຼືມະຕິ 5 ຂໍ້ ເພື່ອຟື້ນຟູ ປະຊາທິປະຕັຍ ໃນພະມ້າ ເຖິງວ່າເວລາຈະຜ່ານໄປແລ້ວ ນຶ່ງປີປາຍກໍຕາມ.

ເມື່ອສັປດາ ທີ່ຜ່ານມາ, ທ່ານ ໄຊຟຸດດິນ ອັບດຸລລະ, ຣັຖມົນຕຣີກະຊວງການຕ່າງປະເທດ ຂອງມາເລເຊັຽ ໄດ້ຕອບຈົດໝາຍເປີດຊອງ ຈາກກຸ່ມສະມາຊິກຣັຖສະພາ ຂອງເອເຊັຽຕາເວັນອອກສຽງໃຕ້ ທີ່ສົ່ງເຖິງຜູ້ນຳ ຂອງປະເທດສະມາຊິກອ່າຊ້ຽນ. ໃນຈົດໝາຍສບັບນັ້ນ, ກຸ່ມສະມາຊິກຣັຖສະພາອ່າຊ້ຽນ ໄດ້ຂໍໃຫ້ອ່າຊ້ຽນ ຫາວິທີ ພົບກັບຣັຖບານເອກພາບ ແຫ່ງຊາຕພະມ້າ ຫຼື NUG ໂດຍທັນທີ ແລະ ຢ່າງເປີດເຜີຍ ເພາະຖືວ່າ ເປັນຣັຖບານພົລເຮືອນ ຄູ່ຂນານ ຂອງພະມ້າ ທີ່ຕັ້ງຂຶ້ນມາ ຫຼັງການເກີດຣັຖປະຫານ.

ທ່ານ ໄຊຟຸດດິນ ອັບດຸລລະ ກ່າວວ່າ ທ່ານໄດ້ພົບກັບ ຣັຖມົນຕຣີການຕ່າງປະເທດ ຂອງ NUG ຜ່ານການປະຊຸມທາງອອນລາຍນ໌ ແລະ ປະທານທີ່ປຶກສາ ສາມັກແຫ່ງຊາຕ NUCC ຢ່າງບໍ່ເປັນທາງການ ຫຼືກ່ອນການປະຊຸມ ຢ່າງບໍ່ເປັນທາງການ ຂອງຣັຖມົນຕຣີ ການຕ່າງປະເທດອ່າຊ້ຽນ ຄັ້ງທີ່ຜ່ານມາ. ທ່ານຍັງເຊີນຊວນ ໃຫ້ບັນດາຣັຖມົນຕຣີ ການຕ່າງປະເທດ ຂອງບັນດາ ປະເທດສະມາຊິກອ່າຊ້ຽນ ວ່າ “ພວກເຮົາຄວນພົບກັນ ແລະ ຫາລືກັນເທາະ”, ອັນທີ່ທ່ານໄດ້ກ່າວ ຜ່ານທວິຕເຕີ້ ໂດຍໝາຍເຖິງ ການປະຊຸມລະດັບຣັຖມົນຕຣີ ຢ່າງບໍ່ເປັນທາງການ ທີ່ມີການພົບກັນໂຕຈິງ ແລະ ຜ່ານກລະບົບປະຊຸມທາງໄກ ເມື່ອກາງເດືອນກຸມພາ ທີ່ຜ່ານມາ ຫຼັງຈາກທີ່ຖືກເລື່ອນອອກໄປ ທ່າມກາງຄວາມເຫັນ ທີ່ແຕກຕ່າງກັນ ຂອງບັນດາປະເທດສະມາຊິກ.

ປະທານທີ່ປຶກສາ ສາມັກຄີແຫ່່ງຊາຕ NUCC ຂອງພະມ້າ ປະກອບດ້ວຍຜູ້ແທນ ຂອງ NUG, ກຸ່ມປະຊາສັງຄົມ, ກຸ່ມຊົນເຜົ່າ ທີ່ປະກອບກຳລັງອາວຸດ ແລະ ກຸ່ມພົລເຮືອນ ທີ່ຕໍ່ຕ້ານຣັຖປະຫານ.

ໃນທະວີຕດັ່ງກ່່າວ ຣັຖມົນຕຣີການຕ່າງປະເທດ ຂອງມາເລເຊັຽ ໄດ້ລວມເອົາກຸ່ມສະມາຊິກຣັຖສະພາອ່າຊ້ຽນ ເພື່ອສິດທິມະນຸສ ຫຼື APHR ທີ່ເປັນກຸ່ມ ທີ່ສົ່ງຈົດໝາຍເປີດຊອງ ເມື່ອວັນອາທິດ, ເຊິ່ງເປັນວັນຄົບຮອບນຶ່ງປີ ທີ່ຜູ້ນຳອ່າຊ້ຽນ ແລະ ຫົວໜ້າຄະນະຣັຖປະທານພະມ້າ ໄດ້ຕົກລົງກັນ ໃນລະຫວ່າງການປະຊຸມສຸດຍອດ ວາຣະສຸກເສີນ ເພື່ອດຳເນີນການ ຕາມຂໍ້ຕົກລົງ 5 ຂໍ້ ຫຼັງຈາກເກີດການຣັຖປະຫານ ໃນພະມ້າ.

ເມື່ອເດືອນຕຸລາ ຂອງປີກາຍ, ຣັຖມົນຕຣີການຕ່າງປະເທດ ມາເລເຊັຽ ຜູ້ທີ່ກ້າເວົ້າກ້າວ່າ ກໍໄດ້ກ່າວວ່າ ທ່ານຈະເປີດການເຈຣະຈາ ກັບ NUG, ຖ້າຄະນະຣັຖປະຫານພະມ້າ ຍັງຄົງບໍ່ໃຫ້ຄວາມຮ່ວມມື ກັບອ່າຊ້ຽນ ໃນການພະຍາຍາມ ຫາທາງແກ້ໄຂ ຂໍ້ຂັດແຍ້ງ ໃນປະເທດພະມ້າ. ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ກໍໄດ້ຕິດຕໍ່ຫາ ກະຊວງການຕ່າງປະເທດ ຂອງກັມພູຊາ ທີ່ເປັນປະທານອ່າຊ້ຽນ ໃນປີນີ້ ເພື່ອຂໍຄວາມເຫັນ ກ່ຽວກັບເຣື່ອງດັ່ງກ່າວ, ແຕ່ພັດຍັງບໍ່ໄດ້ຮັບ ການຕິດຕໍ່ກັບ ທັນທີເທື່ອ.

ຂະນະດຽວກັນ, ທ່ານ ໂບລະ ຕິງຕ໌, ຜູ້ແທນພິເສດ ຂອງ NUG ປະຈຳອ່າຊ້ຽນ ໄດ້ຕັ້ງຂໍ້ສັງເກດ ເຖິງຄວາມເອົາຈິງເອົາຈັງ ຂອງອ່າຊ້ຽນ ຕໍ່ການແກ້ໄຂວິກິດໃນພະມ້າ ວ່າຈະເອົາຈິງສ່ຳໃດແດ່?

“ໃນໄລຍະນຶ່ງປີທີ່ຜ່ານມາ, ອ່າຊ້ຽນຫຼົ້ມແຫຼວ ໃນການດຳເນີນການ ຕາມພື້ນຖານ ຂອງຂໍ້ຕົກລົງຮ່ວມກັນ ຂອງອ່າຊ້ຽນ ເພື່ອຍຸຕິຄວາມຮຸນແຮງ ແລະ ຍັງຫຼົ້ມແຫຼວ ທີ່ຈະປະຕິບັດຕາມ ຂໍ້ທີ 2 ນັ້ນກໍຄື ການກະຈາຍຄວາມຊ່ອຍເຫຼືອ ດ້ານມະນຸສທັມ ຢ່າງເປັນລະບົບ”, ທ່ານ ໂບລະ ຕິງຕ໌ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ.

ທ່ານກ່າວເພີ່ມວ່າ “ທ່ານຢາກບອກວ່າ ຜູ້ນຳອ່າຊ້ຽນ ບໍ່ດຳເນີນການໃດໆ ໃຫ້ເກີດຜົລ ຕໍ່ຄະນະຣັຖປະຫານພະມ້າ ສະແດງວ່າ ຜູ້ນຳອ່າຊ້ຽນ ບໍ່ຈິງຈັງ ກັບນະໂຍບາຍ ຫຼືຂອບວຽກງານ ທີ່ຜູ້ນຳອ່າຊ້ຽນ ເປັນຜູ້ກຳນົດເອງ.”

“ຄວາມຫຼົ້ມແຫຼວ 5 ຂໍ້.”

ໃນມາເລເຊັຽ ນັກວິເຄາະ 2 ຄົນ, ກ່າວສັນລະເສີນ ຣັຖມົນຕຣີການຕ່າງປະເທດ ມາເລເຊັຽ ທີ່ກ້າທ້າທາຍອ່າຊ້ຽນ ແລະ ເຣີ່ມດຳເນີນການ ແບບເດີນດ່ຽວກໍຕາມ.

“ມາເລເຊັຽ ເປັນຜູ້ນຳ ໃນການຮຽກຮ້ອງ ໃຫ້ທົບທວນແນວທາງ ຂອງອ່າຊ້ຽນ ທີ່ມີຕໍ່ພະມ້າ ຫຼັງຈາກນຶ່ງປີ ທີ່ບໍ່ເປັນໄປຕາມ ຂໍ້ຕົກລົງຮ່ວມ 5 ຂໍ້ ຂອງອ່າຊ້ຽນເອງ, ໂດຍຍອມຮັບວ່າ ມີການປະຊຸມຢ່າງບໍ່ເປັນທາງການ ກັບຣັຖບານເງົາ ຂອງພະມ້າ”, ທ່ານ ບຣິເຈັຕ ເວລຊ໌, ນັກວິເຄາະການເມືອງ ທີ່ມະຫາວິທຍາລັຍ ນ໊ອຕຕິ້ງແຮມ ມາເລເຊັຽ ໄດ້ກ່າວຜ່ານສື່ສັງຄົມອອນລາຍນ໌.

ນັກວິເຄາະອີກຄົນນຶ່ງ ຄືທ່ານ ໄອຊາຕ ໄຄຣີ, ອາຈານທີ່ມະຫາວິທຍາລັຍ ກົວລາລັມເປີ ກໍມີມຸມມອງ ຄວາມຄຶດເຫັນ ຄືກັນວ່າ:

“ປະຕິກິຣິຍາ ຂອງທ່ານຣັຖມົນຕຣີ ໄຊຟຸດດິນ ອັບດຸລລະ ຕໍ່ຈົດໝາຍເປີດຊອງ ຂອງສະມາຊິກຣັຖສະພາອ່າຊ້ຽນ ເພື່ອສິດທິມະນຸສ ເປັນສິ່ງທີ່ບໍ່ເຄີຍປະກົດມີມາກ່ອນ”, ທ່ານກ່າວຕໍ່ສຳນັກຂ່າວ ເບນາຣ໌ນິວສ໌ ໃນມາເລເຊັຽ.

ຂໍ້ຕົກລົງ 5 ຂໍ້ ທີ່ຕົກລົງກັນ ລະຫວ່າງຜູ້ນຳອ່າຊ້ຽນ ແລະ ພົລເອກອາວຸໂສ ມິ່ນ ອ໋ອງ ຫຼ່າຍ, ຫົວໜ້າຄະນະຣັຖປະຫານພະມ້າ ເມື່ອວັນທີ 24 ເມສາ ໃນປີກາຍ ໄດ້ແກ່ ການຍຸຕິຄວາມຮຸນແຮງ, ການຈັດຫາຄວາມຊ່ອຍເຫຼືອ ດ້ານມະນຸສທັມ, ການແຕ່ງຕັ້ງຜູ້ແທນພິເສດອ່າຊ້ຽນ, ການເຈຣະຈາ ລະຫວ່າງຝ່າຍທີ່ກ່ຽວຂ້ອງ ແລະ ການໄກເກັ່ຽ ໂດຍຜູ້ແທນພິເສດ ຂອງອ່າຊ້ຽນ.

ນອກຈາກນີ້, ອ່າຊ້ຽນ ຖືວ່າຍັງບໍ່ປະສົບຜົລສຳເຣັດ ໃນການດຳເນີນການ ຕາມຂໍ້ຕົກລົງ ທີ່ກ່າວໄປນັ້ນເລີຍ, ທ່ານ ໂຈຊົວ ເກີລັນຊິກ, ນັກວິຊາການອາວຸໂສ ແລະ ຜູ້ຊ່ຽວຊານ ເຣື່ອງເອເຊັຽຕາເວັນອອກສຽງໃຕ້ ທີ່ສະພາຄວາມສັມພັນ ລະຫວ່າງປະເທດ ຫຼື Council on Foreign Relations ປະຈຳສະຖາບັນຄຣັງສມອງ ໃນນະຄອນຫຼວງວໍຊິງຕັ້ນ ດີ່ຊີ່ ສະຫະຣັຖອາເມຣິກາ ໄດ້ກ່າວ.

ທ່ານ ໂຈຊົວ ເກີລັນຊິກ ກ່າວກັບສຳນັກຂ່າວ ເບນາຣ໌ນິວສ໌ ອີກວ່າ “ທຸກຂໍ້ ຂອງຂໍ້ຕົກລົງຮ່ວມ ທັງ 5 ຂໍ້ ຫຼົ້ມແຫຼະໃນຕອນນີ້ ແລະ ໃນຕອນນີ້ ກັມພູຊາ ໃນຖານະປະທານອ່າຊ້ຽນ ແລະ ຈີນ ໃຫ້ການໜຸນຫຼັງ ຄະນະຣັຖປະຫານພະມ້າ ຫຼາຍຂຶ້ນເລື້ອຍໆ ຈຶ່ງບໍ່ມີທາງເລີຍ ທີ່ຈະເປັນຕາມຂໍ້ຕົກລົງຮ່ວມນັ້ນ ຫຼືທີ່ວ່າ ອ່າຊ້ຽນ ຈະເຮັດຫຍັງບາງຢ່າງ ທີ່ຈິງຈັງ ກ່ຽວກັບບັນຫາໃນພະມ້າ.”

ທ່ານຍັງຕັ້ງຂໍ້ສັງເກດອີກວ່າ ມີຫຼາຍປະເທດ ຢາກໃຫ້ “ຂັບພະມ້າ ອອກຈາກສະມາຊິກ ຂອງອ່າຊ້ຽນຊົ່ວຄາວ ຈົນກວ່າ ຈະກັບເຂົ້າສູ່ ການປົກຄອງ ລະບອບປະຊາທິປະຕັຍ, ແຕ່ອ່າຊ້ຽນ ຄົງຈະບໍ່ເຮັດແນວວນັ້ນ.”

ເມື່ອກ່າວເຖິງຈີນ ທ່ານ ໂຈຊົວ ໝາຍເຖິງວ່າ ການທີ່ຈີນ ໜຸນຫຼັງພະມ້າ ໝາຍເຖິງການໜຸນຫຼັງ ໃນເວລາທີນາໆຊາຕ ລວມທັງກອງປະຊຸມ ຢູ່ອົງການສະຫະປະຊາຊາຕ ນັກແຕ່ວັນທີ 1 ກຸມພາ ປີກາຍ ຫຼືເມື່ອພົລເອກອາວຸໂສ ມິ່ນ ອ໋ອງ ຫຼ່າຍ, ກໍ່ຣັຖປະຫານ ໂຄ່ນລົ້ມຣັຖບານ ສັນນິບາຕແຫ່ງຊາຕ ປະຊາທິປະຕັຍ ຫຼື NLD ທີ່ມາຈາກການເລືອກຕັ້ງ.

ນະໂຍບາຍທີ່ມີມາຍາວນານ ຂອງອ່າຊ້ຽນ ກໍຄືສະມາຊິກທັງ 10 ປະເທດ ຈະຕັດສິນໃຈຮ່ວມກັນ ໂດຍໃຊ້ມະຕິຮ່ວມ, ເຊິ່ງຫາກປະເທດໃດປະເທດນຶ່ງ ຄັດຄ້ານ ຂໍ້ສເນີນຶ່ງ ຂໍ້ສເນີນັ້ນ ກໍເປັນອັນຕົກໄປ. ສະມາຊິກອ່າຊ້ຽນ ບາງປະເທດ ບໍ່ເຫັນດີນຳ ກັບການດຳເນີນການ ທີ່ເຂັ້ມງວດກັບພະມ້າ ທີ່ຫຼາຍເກີນກວ່າ ການຫ້າມຜູ້ແທນ ຂອງຄະນະຣັຖປະຫານພະມ້າ ເຂົ້າຮ່ວມການປະຊຸມສຸດຍອດ ຂອງອ່າຊ້ຽນ, ອີງຕາມສິ່ງທີ່ບັນດານັກວິເຄາະ ໄດ້ກ່າວໄວ້.

“ຄວາມຫຼົ້ມແຫຼວ 5 ຂໍ້” ຄືສິ່ງທີ່ສະພາທີ່ປຶກສາພິເສດ ສຳລັບພະມ້າ ຫຼື (SAC-M) ອັນເປັນກຸ່ມເອກເທດ ທີ່ປະກອບດ້ວຍ ຜູ້ຊ່ຽວຊານ ລະຫວ່າງປະເທດ ໄດ້ເອີ້ນຂໍ້ຕົກລົງ 5 ຂໍ້ ຂອງອ່າຊ້ຽນ ວ່າດັ່ງນັ້ນ.

“ຄະນະຣັຖປະຫານພະມ້າ ບໍ່ໄດ້ປະຕິບັດ ໄປຕາມຂໍ້ໃດເລີຍ ແມ້ແຕ່ຂໍ້ດຽວ ໃນ 5 ຂໍ້ນັ້ນ ແລະ ຂໍ້ຕົກລົງນັ້ນ, ກໍຖືວ່າຫຼົ້ມແຫຼວ ແລະ ອ່າຊ້ຽນ ມີຄວາມຈຳເປັນ ທີ່ຕ້ອງປ່ຽນແນວທາງ”, ທ່ານ ມາຊູກິ ດາຣຸສແມນ, ສະມາຊິກສະພາທີ່ປຶກສາ ກ່າວໃນຖແລງການ ທີ່ອອກເມື່ອວັນສຸກ ວັນທີ 22 ເມສາ ທີ່ຜ່ານມາ.
ໃນບົດຖແລງການ ຂອງສະພາທີ່ປຶກສາ ໄດ້ກ່າວວ່າ ໃນຄວາມເປັນຈິງ ຄັ້ງແຕ່ພົລເອກອາວຸໂສ ມິ່ນ ອ໋ອງ ຫຼ່າຍ ຕົກລົງຕາມມະຕິດັ່ງກ່າວ ທະຫານພະມ້າ ກໍຍິ່ງໂຈມຕີປະຊາຊົນພະມ້າ ຫຼາຍຂຶ້ນ ແລະ ເລັງເປົ້າໝາຍ ໄປທີ່ການກັກຂັງ ຝ່າຍຕໍ່ຕ້ານ ທາງການເມືອງ ຕໍ່ໄປ.

ນັບແຕ່ເກີດຣັຖປະຫານ, ກອງກຳລັງຄວາມໝັ້ນຄົງ ຂອງພະມ້າ ໄດ້ສັງຫານປະຊາຊົນໄປແລ້ວ ເກືອບ 1,800 ຄົນ, ທີ່ສ່ວນໃຫຍ່ ເປັນຜູ້ປະທ້ວງ ຮຽກຮ້ອງປະຊາທິປະຕັຍ.

ອົງການນິຣະໂທສກັມສາກົລ ຫຼືແອມເນສຕີ້ ອິນເຕີຣເນຊັ້ນແນລ ທີ່ເປັນກຸ່ມເຄື່ອນໄຫວ ເພື່ອສິດທິມະນຸສ ກ່າວວ່າ ມີຄວາມຈຳເປັນຫຼາຍ ທີ່ຕ້ອງຍຸຕິການສົ່ງອາວຸດ ໃຫ້ແກ່ກອງກຳລັງຄວາມໝັ້ນຄົງ ຂອງພະມ້າ ເພື່ອຍຸຕິການເຂັ່ນຂ້າຊາວບ້ານ.

“ນັກເຄື່ອນໄຫວເຫຼົ່ານີ້, ຕ້ອງການ ການສນັບສນູນຢ່າງຮີບດ່ວນ ຈາກປະຊາຄົມນາໆປະເທດ ໃນຮູບແບບການຂວ້າມບາຕ ທາງອາວຸດ ຈາກທົ່ວໂລກ ເພື່ອຢຸດກອງທັບພະມ້າ ຈາກການໃຊ້ອາວຸດສົງຄາມ ເພື່ອສັງຫານ ຜູ້ທີ່ທຳການປະທ້ວງ ຢ່າງສັນຕິ”, ເອເມີລິນນ໌ ກິລ, ຮອງຜູ້ອຳນວຍການ ຝ່າຍວິຈັຍ ຂອງແອມເນສຕີ້ ອິນເຕີຣເນຊັ້ນແນລ ກ່າວໃນວັນສຸກ ວັນທີ 22 ເມສາ.

ນອກຈາກນີ້, ອົງການສິ້ງຊອມ ດ້ານສິດທິມະນຸສ Human Rights Watch, ຍັງວິຈານຣັຖບານ ຂອງປະເທດໂລກຕາເວັນຕົກ ນຳວ່າ ຂໍ້ຕົກລົງ 5 ຂໍ້ ຂອງອ່າຊ້ຽນ ໄດ້ “ກາຍເປັນຂໍ້ອ້າງ ແກ່ຣັຖບານປະເທດຕ່າງໆ ເຊັ່ນ ອັງກິດ,​ ສະຫະຣັຖອາເມຣິກາ, ອອສເຕຣເລັຽ ແລະ ປະເທດສະມາຊິກຢຸໂຣປ ໃນການຫຼຸດຜ່ອນ ການດຳເນີນການ ທີ່ແທ້ຈິງ ພາຍໃຕ້ຄຳກ່າວອ້າງວ່າ ລໍຖ້າການດຳເນີນການ ຂອງຜູ້ນຳອ່າຊ້ຽນກ່ອນ.”

“ຄະນະຣັຖປະຫານພະມ້າ ໄດ້ສວຍໂອກາດ ທີ່ປະຊາຄົມລະຫວ່າງປະເທດ ຍອມເຮັດຕາມອ່າຊ້ຽນ ທີ່ມີປວັຕ ແຕ່ດົນນານແລ້ວວ່າ ມັກຈະເມີນເສີຍ ຕໍ່ຄວາມຮັບຜິດຊອບ ຂອງຕົນເອງ ໃນການປົກປ້ອງປະຊາຊົນ ໃນເອເຊັຽຕາເວັນອອກສຽງໃຕ້ ພາຍໃຕ້ຫຼັກການ ຂອງອ່າຊ້ຽນ ວ່າດ້ວຍຫຼັກການມະຕິຮ່ວມ ແລະ ການບໍ່ແຊກແຊງ ກິຈການພາຍໃນ ຂອງເຊິ່ງກັນ ແລະ ກັນ”, ອົງການສິ້ງຊອມ ດ້ານສິດທິມະນຸສ Human Rights Watch ໄດ້ກ່າວໄວ້.

ກຸ່ມສນັບສູນ ຣັຖປະຫານ: ຂະບວນການສັນຕິພາບ “ຈຳສຳເຣັດໂດຍຝ່າຍດຽວບໍ່ໄດ້”

ຢ່າງໃດກໍຕາມ, ຜູ້ສນັບສນູນ ຄະນະຣັຖປະຫານພະມ້າ ພັດກ່າວວ່າ ຜູ້ນຳທາງທະຫານພະມ້າ ພວມເດີນໄປ ໃນທິດທາງທີ່ຖືກຕ້ອງ. “ໃນການຕໍ່ລອງ ເພື່ອສັນຕິພາບ, ຣັຖບານທຸກປະເທດ ຈະເຮັດຕາມທີ່ຂໍ ໄດ້ຫຼາຍສ່ຳໃດແດ່? ຂະບວນການ ເພື່ອສັນຕິພາບ ຈະສຳເຣັດ ໂດຍຝ່າຍດຽວບໍ່ໄດ້”, ທ່ານ ເຕອິນ ຕຸນ ອູ, ຜູ້ອຳນວຍການບໍຣິຫານ ຂອງ Thayningha Strategic Studies ກຸ່ມອະດີດນາຍທະຫານ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ.

“ທັງຣັຖບານ ແລະ ກອງທັບ ໄດ້ປະກາດຢຸດຍິງຝ່າຍດຽວ ແລະ ໄດ້ສເນີ ໃຫ້ມີການເຈຣະຈາ ເພື່ອສັນຕິພາບແລ້ວ, ແຕ່ເຮົາຍັງບໍ່ເຫັນ ການຕອບສນອງ ທີ່ໜ້າພໍໃຈ ຈາກ ຫຼືກຸ່ມຊົນເຜົ່າ EAO ທີ່ມີກຳລັງປະກອບອາວຸດ. ຕອນນີ້, ເຮົາມີຄຳຖາມວ່າ ປະຊາຄົມລະຫວ່າງປະເທດ ຢາກເວົ້າຫຍັງແດ່ ກ່ຽວກັບເຣື່ອງນີ້?”, ທ່ານ ເຕອິນ ກ່າວ.

ແຕ່ສະມາຊິກຣັຖສະພາອ່າຊ້ຽນ ພັດບອກວ່າ ພົລເອກອາວຸໂສ ມິ່ນ ອ໋ອງ ຫຼ່າຍ, ຜູ້ນຳຣັຖປະຫານພະມ້າ “ບໍ່ມີເຈຕະນາແຕ່ຢ່າງໃດເລີຍ ທີ່ຈະປະຕິບັດຕາມມະຕິ 5 ຂໍ້ ຂອງອ່າຊ້ຽນ ເວັ້ນແຕ່ເຂົາຈະຖືກກົດດັນ ຢ່າງຈິງຈັງ ໃຫ້ເຮັດເຊັ່ນນັ້ນ.”

“ດັ່ງນັ້ນແລ້ວ, ມັນເຖິງເວລາ ທີ່ອ່າຊ້ຽນ ຈະຕ້ອງລົງໂທສທ່ານ. ຄວາມໜ້າເຊື່ອຖື ຂອງອ່າຊ້ຽນ ຂຶ້ນຢູ່ກັບຄວາມສາມາດ ຂອງອ່າຊ້ຽນ ໃນການດຳເນີນການ ຕາມຄວາມເປັນຈິງ ຂອງສະຖານະການ ໃນພະມ້າ”, ສະມາຊິກຣັຖສະພາອ່າຊ້ຽນ ໄດ້ກ່າວໃນຈົດໝາຍເປີດຊອງ ທີ່ສົ່ງເຖິງອ່າຊ້ຽນ.

ຕໍ່ເຣື່ອງດັ່ງກ່າວ ທີ່ເກີດຂຶ້ນ ໃນປະເທດພະມ້າ ໃນຮອບ 1 ປີປາຍ ທີ່ຜ່ານມານັ້ນ, ຄຳຖາມກໍມີຢູ່ວ່າ: “ຕອນນີ້, ອ່າຊ້ຽນ ຈະຍອມໃຫ້ກອງທັບພະມ້າ ກໍ່ອາຊຍາກັມສົງຄາມ ແລະ ອາຊຍາກັມຕໍ່ມວນມະນຸສ ແລະ ຄຸກຄາມຄວາມໝັ້ນຄົງ ຂອງມະນຸສ ແລະ ການຂຍາຍໂຕ ຂອງເສຖກິຈ ໃນພາກພື້ນນີ້ຕໍ່ໄປ ອີກນຶ່ງປີ, ຈະພາກັນເອົາແບບນັ້ນບໍ?”

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.