ອຸດົມໄຊ ລົງວິນັຍ ພະນັກງານພັກ-ຣັຖ ທີ່ສໍ້​ຣາສບັງຫລວງ 35 ຄົນ

ໄມ​ຊູ​ລີ
2022.05.15
ອຸດົມໄຊ ລົງວິນັຍ ພະນັກງານພັກ-ຣັຖ ທີ່ສໍ້​ຣາສບັງຫລວງ 35 ຄົນ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວ 3 ຄົນ ຂໍຄວາມຊ່ອຍເຫຼືອ ອອກຈາກ ສາມຫຼ່ຽມຄຳ, ປະຊາຊົນບໍ່ເຊື່ອໝັ້ນ ກັບຄະນະປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ, ແຂວງອຸດົມໄຊ ປະຕິບັດວິນັຍພະນັກງານພັກ-ຣັຖ ທີ່ສໍ້ຣ​າ​ສບັງຫລວງ 35 ຄົນ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ແມ່ຍິງລາວ 3 ຄົນ ຂໍຄວາມຊ່ອຍເຫຼືອ ອອກຈາກ ສາມຫຼ່ຽມຄຳ

ຜູ້ຂ້າຄຶດບໍ່ອອກ ກັບຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ບອກໃຫ້ ແມ່ຍິງລາວເຫລົ່ານີ້ ວ່າ ໃຫ້ໃຊ້ໜີ້ເຂົາໝົດແລ້ວ ຈຶ່ງໂທບອກ ຫລັງຈາກນັ້ນ ຈະເຂົ້າມາຊ່ວຍ. ແມ່ຍິງເຂົາກະບອກແລ້ວເດ້ວ່າ ບໍ່ສາມາດໃຊ້ໜີ້ໝົດ ເພາະວ່າ ໜີ້ມັນຫລາຍຂຶ້ນ ໃນເວລາທີ່ພວກເຂົາ ຫາເງິນໃຫ້ບໍລິສັດບໍ່ໄດ້. ພວກແມ່ຍິງລາວ ເຫລົ່ານີ້ ໂທຫາຫລາຍເທື່ອ ແຕ່ກໍ່ບໍ່ມີຜູ້ຮັບສາຍ ຖ້າມີຜູ້ຮັບສາຍ ກໍ່ບ່າຍບ່ຽງໄປ. ເຈົ້າໜ້າທີ່ລາວ ເຂົາກະຮູ້ໜ້າທີ່ຮັບຜິດຊອບ ຂອງເຂົາຢູ່ບໍ່? ຫລືວ່າ ນັ່ງຖ້າກິນແຕ່ເງິນເດືອນ. ແມ່ຍິງລາວ ຕົກເປັນຂ້າທາດ ຂອງຈີນ ບາງຄົນກໍ່ກາຍເປັນໂສເພນີ ຂາຍຕົນຂາຍໂຕ ບໍລິການທາງເພດ ໃຫ້ຕ່າງຊາດ ໃນດິນລາວ ທີ່ລັດຖະບານ ໃຫ້ຈີນເຊົ່າດິນລາວ ແຕ່ລັດຖະບານລາວ ບໍ່ສາມາດເຂົ້າໄປກວດກາ ແລະ ຊ່ວຍເຫລືອ ຄົນລາວບໍ່ໄດ້. ເກີດມາ ຍັງບໍ່ເຄີຍຮູ້ເຄີຍເຫັນ ທີ່ຄົນຊາດອື່ນເຂົ້າມາ ເອົາລູກຫລານລາວໄປກັກຂັງໜ່ວງໜ່ຽວ ບັງຄັບ ໃຫ້ເປັນໂສເພນີ. ຢາກຮຽກຮ້ອງ ໃຫ້ສະຫະພັນແມ່ຍິງລາວ ທາງສູນກາງ ແລະ ຫ້ອງການ ປາບປາມ ການຄ້າມະນຸດ ເຂົ້າໄປຊ່ວຍເຫລືອ ແມ່ຍິງເຫລົ່ານັ້ນແດ່. ແມ້ນແຕ່ ປະຊາຊົນ ຜູ້ທີ່ບໍ່ມີອຳນາດ ກະຍັງເປັນຫ່ວງ ພວກເຂົາເຈົ້າ, ແຕ່ເປັນຫຍັງ ເຈົ້າໜ້າທີ່ ພັກລັດ ຍັງເມີນເສີຍ ແລະ ບໍ່ເອົາໃຈໃສ່ເລີຍ. ອິດູຕົນ ແມ່ຍິງລາວເດ້.

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.