ເຣື້ອງທີ່ເກັບບັນທຶກໄວ້
2021-01-11
ຣາຍການ ຈົດໝາຍ ຈາກ ຜູ້ຟັງ ປະຈຳ ສັປດາ ນີ້ມີ; ຄວາມຄຶດເຫັນ ກ່ຽວກັບ ຂ່າວ ຄົນງານລາວ ຢູ່ ມາເລເຊັຽ ຂໍຄວາມຊ່ອຍເຫຼືອ ກັບຄືນເມືອລາວ, ນະຄອນຫຼວງວຽງຈັນ ມີຜູ້ເສັຍຊີວິດ 2 ຄົນ ກ່ອນວັນປີໃໝ່; ນັກຮຽນມັທຍົມຊັ້ນ ມໍ1 - ມໍ7 ຢູ່ ແຂວງອັດຕະປື, ສວັນນະເຂດ, ຜົ້ງສາລີ ແລະ ນະຄອນຫຼວງວຽງຈັນ ປະລະການຮຽນ ຫຼາຍຂຶ້ນ ຍ້ອນ ຫຼາຍສາເຫດ. ແລະ ຂ່າວ ອື່ນໆ...
2021-01-08
ຍັງມີຜູ້ລັກລອບຫາປາ ໃນ ແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ໂດຍໃຊ້ວິທີ ແລະ ເຄື່ອງມືທີ່ ຜິດກົດໝາຍ ເປັນຕົ້ນໃຊ້ ສານເຄມີ ແລະ ໄຟຟ້າຊັອດ.
2021-01-08
ຄວັນໄຟ ຈາກ ສນາມຂີ້ເຫຍື້ອ ຂອງວັງວຽງ ເຣີ່ມໄໝ້ມາຕັ້ງແຕ່ ວັນທີ 05 ມົກຣາ ເປັນຕົ້ນມາ, ຈົນມາເຖິງປັຈຈຸບັນ ຍັງບໍ່ໄດ້ຮັບການແກ້ໄຂ.
2021-01-08
ກອງທຶນ ປະຊາກອນ ສະຫະປະຊາຊາດ ຍັງສືບຕໍ່ ໃຫ້ທຶນຊ່ວຍເຫຼືອແກ່ ເຮືອນເພື່ອນມິດ ທີ່ໃຫ້ຄຳປຶກສາ ແກ່ຜູ້ປະສົພພັຍ ເຂື່ອນແຕກ ຢູ່ ແຂວງອັດຕະປື.
2021-01-07
ທາງການຈີນ ແຈ້ງເຕືອນ ປະເທດລຸ່ມ ແມ່ນ້ຳຂອງ ຊ້າກ່ຽວກັບ ການຫຼຸດປະຣິມານ ການປ່ອຍນ້ຳ ຂອງເຂື່ອນ ໃນຈີນ.
2021-01-07
ຢູ່ ລາວ ມີຄົນຕິດ ເຊື້ອໄຂ້ຍຸງລາຍ 8 ພັນ ປາຍຄົນ ແລະ ເສັຽຊີວິຕ 13 ຄົນ ຂະນະທີ່ ທາງການ ເຕືອນປະຊາຊົນ ໃຫ້ທຳລາຍ ໜອນນ້ຳ ແລະ ແຫຼ່ງເພາະພັນ ຍຸງລາຍ.
2021-01-07
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈະດໍາເນີນໄປ ແຕ່ມື້ວັນທີ 13 ຫາ 15 ມົກກະຣາ 2021 ນີ້.
2021-01-07
ຜູ້ປະກອບການ ດ້ານການທ່ອງທ່ຽວ ເຫັນວ່າ ຍັງບໍ່ງ່າຍ ທີ່ ການທ່ອງທ່ຽວລາວ ຈະກັບຄືນມາສູ່ ສະພາບປົກກະຕິ ໃນປີ 2021 ແລະ ນັກວິຊາການເຫັນວ່າ ຫຼາຍປະເທດອ້ອມຂ້າງ ຍັງຣະມັດຣະວັງ ຕໍ່ ກັນຫຼາຍຂຶ້ນ ເພາະໂຄວິດ-19 ຍັງຣະບາດໜັກຢູ່.
2021-01-06
ທາງການລາວ ໄດ້ອອກມາຕການໃໝ່ ເຂັ້ມງວດ ຕໍ່ຜູ້ຂັບຣົດ ຂົນສົ່ງສິນຄ້າ ຈາກ ຕ່າງປະເທດ ມາລາວ ເພື່ອປ້ອງກັນ ເຊື້ອພຍາດໂຄວິດ-19.
2021-01-06
ຜູ້ປະສົພພັຍ ເຂື່ອນແຕກ ຢູ່ ເມືອງສນາມໄຊ ໄດ້ຮັບເງິນເບັ້ຽລ້ຽງ ແລະ ເງິນແຮຖົງ 4 ເດືອນແລ້ວ, ແຕ່ວ່າ 3 ເດືອນ ຫຼ້າສຸດ ຍັງບໍ່ທັນໄດ້ຮັບ.
2021-01-06
ເຂື່ອນຈິ່ງຫົງ ໃນແມ່ນໍ້າຂອງ ຂອງຈີນ ປັບຫຼຸດ ການຣະບາຍນໍ້າ ສົ່ງຜົລໃຫ້ຣະດັບນໍ້າຂອງ ບົກແຫ້ງລົງ.
2021-01-06
ຢູ່ ລາວ ອາກາດ ທີ່ຍັງໜາວເຢັນ ຕໍ່ເນື່ອງ ກະທົບໃສ່ ການເຮັດນາແຊງ ຮວມທັງ ຢູ່ ແຂວງໄຊຍະບູລີ ທີ່ມີການເຮັດນາແຊງຫລາຍ.
2021-01-05
ນັກຮຽນ ມໍ1 ຫາ ມໍ7 ຢູ່ ແຂວງອັດຕະປື, ສວັນນະເຂດ, ຜົ້ງສາລີ ແລະ ນະຄອນຫຼວງວຽງຈັນ ປະລະການຮຽນ ຫຼາຍຂຶ້ນ ຍ້ອນ ຫຼາຍສາເຫດ ທີ່ ຢູ່ໃນຊ້ວງ ໂຄວິດ-19 ຣະບາດ.
2021-01-05
ທາງການລາວ ກໍາລັງສັກວັກຊິນ ຕ້ານໄວຣັສ ໂຄວິດ-19 ທີ່ ມີຈໍານວນ 2,500 ໂດສ ໃຫ້ບຸກຄົນ ທີ່ ມີຄວາມສ່ຽງ.
2021-01-05
ທາງການລາວ ອະທິບາຍ ເຖິງສາເຫດ ການເກັບຄ່າ ກວດວິເຄາະ ເຊື້ອ ໂຄວິດ-19 ເຖິງ 1 ລ້ານ 2 ແສນກີບ ຍ້ອນວ່າ ຣັຖບານລາວ ຕ້ອງໄດ້ຊື້ ອຸປກອນ ການກວດ ຈາກ ຕ່າງປະເທດ.