ການຫາປາຢູ່ພາກໃຕ້ ຂອງລາວ
2021.01.08
ມາເຖິງປັດຈຸບັນ ຍັງມີຄົນຈໍານວນນຶ່ງ ລັກລອບຫາປາ ໃນແມ່ນໍ້າຂອງ ຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ໂດຍໃຊ້ວິທີຫາປາແບບ ຜິດກົດໝາຍ, ໃນນັ້ນຮວມທັງໃຊ້ ສານເຄມີ ເບື່ອປາ ແລະ ໃຊ້ໄຟຟ້າຊັອດ. ສານເຄມີ ທີ່ໃຊ້ເບື່ອປານັ້ນ, ເປັນສານເຄມີ ປະເພດ ຢາຂ້າເພັ້ຽ, ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ຈັບຜູ້ກະທໍາຜິດໄດ້ ຫລື ອາດເປັນຍ້ອນພວກເຂົາ ຫາປາ ໃນຍາມກາງຄືນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ເມືອງໂຂງ, ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມົກຣາ ນີ້:
“ເຂົາເຈົ້າລັກລອບມາຫັ້ນແຫຼະ ມາເຮັດປຸບປັບກະໜີດອກ, ເຂົາມາກາງຄືນເອົາໂຕມັນບໍ່ທັນດອກ ເມືອງອື່ນບໍ່ແມ່ນເມືອງເຮົາດອກ. ອັນສານເຄມີ ມັນບໍ່ເຮັດຕາມນໍ້າຂອງ ມັນເຮັດຕາມລໍາຫ້ວຍ, ມັນເປັນຮອດຢາຂ້າເພັ້ຽພຸ້ນແຫລະ, ຝົນຕົກມາກໍໄຫລລົງພຸ້ນແລ້ວ, ງົວ, ຄວາຍ, ກິນກໍມີ ກະອັນຕຣາຍຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ສ່ວນໃຫຍ່ຈະເປັນຄົນມາຈາກຕ່າງເມືອງ, ພໍຈັບປາໄດ້ຫລາຍແລ້ວ ກໍນໍາໄປຂາຍ ແລະສ່ວນຫລາຍມັກຈະລັກ ຫາຢູ່ເຂດບ້ານຫົວປາຄໍ່ນ້ອຍ, ບ້ານຫົວປາຄໍ່ໃຫຍ່, ບ້ານຂອນແກ່ນ, ບ້ານເບິ່ນ, ບ້ານຫົວພຸກ ແລະບ້ານປາກແຊວ.
ເຈົ້າໜ້າທີ່ຝ່າຍການປະມົງ ແລະລ້ຽງສັດ ແຂວງຈໍາປາສັກ ນາງນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ ດຽວກັນນັ້ນວ່າ, ຕາມກົດໝາຍແລ້ວ, ອຸປກອນຫາປາ ແບບເອົາໄຟຟ້າຊັອດ, ການໃຊ້ສານເຄມີ, ການເຮັດຕ້ອນ, ການໃສ່ມອງ ຖືວ່າຜິດກົດໝາຍ, ຊຶ່ງປັດຈຸບັນກໍຍັງມີຜູ້ລັກລອບຫາປາ ໂດຍໃຊ້ເຄື່ອງມືເຫລົ່ານີ້ຢູ່, ແຕ່ວ່າເປັນຄົນ ທີ່ມາຈາກເມືອງອື່ນ, ເຈົ້າໜ້າທີ່ຄວບຄຸມຍາກ ຍ້ອນບໍ່ມີງົບປະມານ, ແລະ ປັດຈັຍອື່ນກໍບໍ່ພຽງພໍ, ໃນການກວດກາ ແລະ ສະກັດກັ້ນ ດັ່ງທີ່ນາງກ່າວວ່າ:
“ເຄື່ອງຊັອດກະຜິດ, ເຄມີກະຜິດ, ມັນກະຍັງຄຸມຢາກຍາກຢູ່, ບາງເທື່ອມັນກະມີຄົນເມືອງອື່ນເຂົ້າມາ, ສະເພາະກິດພວກເຮົາກະມີ ຕ່າງແຕ່ວ່າເຮົາບໍ່ມີ ປັດຈຸບັນປັດຈັຍໃຫ້.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ຄືກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມົກຣາ ນີ້ວ່າ ການຫາປາແບບຜິດກົດໝາຍ ນັ້ນເກືອບວ່າບໍ່ຢາກມີແລ້ວ, ເພາະມີກົດໝາຍຄຸ້ມຄອງສັດນໍ້າຢູ່, ຫາກມີຜູ້ລັກລອບເຮັດ ກໍມີຈໍານວນໜ້ອຍ:
“ດຽວນີ້ມັນກະມີ ດາມແຕ່ກໍຣະນີ, ສ່ວນຫລາຍໃຊ້ສານເຄມີ ບໍ່ຄ່ອຍມີດອກ, ຄັນສິມີ ກໍມີແຕ່ພວກລັກລອບ ຊັອດປາຫັ້ນແຫລະ, ໜ້ອຍດຽວ ບໍ່ຄ່ອຍມີແລ້ວດຽວນີ້,”
ອີງຕາມຄໍາເວົ້າຂອງ ທ່ານ ສົມພອນ ພີມະນີວົງ ຜູ້ຈັດການດ້ານສິ່ງແວດລ້ອມ ແລະສັງຄົມ ຂອງເຂື່ອນໄຟຟ້າ ດອນສະໂຮງ ຢູ່ ເມືອງໂຂງ ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ຂອງທາງການ ລາວ ໃນມື້ວັນທີ 6 ມົກກະຣານີ້ວ່າ, ເຣື່ອງການໃຊ້ສານເຄມີ ເພື່ອຫາ ປາກໍຍັງພົບເຫັນຢູ່ທົ່ວໄປ, ພາຍໃນເມືອງໂຂງ ເພາະປາທັມຊາດ ຢູ່ເມືອງໂຂງມີຫລາຍ ແລະຖືກສົ່ງໄປຂາຍ ຕລາດຕ່າງປະເທດ. ແລະວ່າ ການໃຊ້ສານເຄມີຫາປາ, ຈະເຮັດໃຫ້ປາປົນເປື້ອນສານເຄມີ, ເປັນອັນຕະຣາຍຕໍ່ສຸພາບຂອງຜູ້ບໍຣິໂພກ ແລະ ອາຈກໍ່ໃຫ້ ເກີດໂຣຄມະເຮັງ ຫລື ເສັຽຊີວິດ ໄດ້.
ຄົນຂາຍປານາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເອງຮັບຊື້ປາມາຂາຍ ໂດຍໄປຮັບເອົາຢູ່ຕລາດ ດາວເຮືອງ ທີ່ນະຄອນ ປາກເຊ ແລະ ຈະຮັບຊື້ກັບຂາປະຈໍາ ຫລືກັບພີ່ນ້ອງ ຂອງຕົນເອງ ທີ່ເຊື່ອຖືໄດ້ ແລະ ປາບໍ່ມີສານເຄມີ ຫລື ເປັນອັນຕະຣາຍແນ່ນອນ ຊຶ່ງສ່ວນໃຫຍ່ເປັນປາ ທີ່ເຂົາເຈົ້າໃຊ້ມອງຫາ:
“ຊື້ປະຈໍາຄົນດຽວນີ້ ບ້ານນ້ອງຊາຍກະໄປເບິ່ງໃຫ້ຢູ່, ປາດີ ເຮົາຈັ່ງເອົາ ເຂົາເຈົ້າຈະເອົາມາສົ່ງຢູ່ຕລາດ ດາວເຮືອງເດ໋, ເຂົາເຈົ້າ ໃສ່ມອງໃສ່ຫຍັງນີ້ນ່າ ຍາມປາມັນຂຶ້ນກະໄດ້ ຍາມບໍ່ມີ ກະບໍ່ມີປານີ໋ ເປັນເດືອນແລ້ວ.”
ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງເວົ້າວ່າ, ປັດຈຸບັນ ກໍອາຈມີຜູ້ລັກລອບຫາປາ ແບບຜິດກົດໝາຍຢູ່, ພວກເຂົາມາ ຈາກເມືອງອື່ນ ເພາະຊາວເມືອງໂຂງ ໂດຍທົ່ວໄປ ແລ້ວ ຮູ້ກົດໝາຍກັນດີ, ແຕ່ກໍຍັງມີສ່ວນໜ້ອຍ ທີ່ເຂົາເຈົ້າຍັງບໍ່ຮູ້ກົດໝາຍ ກ່ຽວກັບສັດນໍ້າ. ແລະວ່າ ເວລາທີ່ຕົນເອງໄປຫາປາ, ຕົນກໍຍັງໃຊ້ມອງທໍາມະດາ ແລະໃຊ້ເບັດຕຶກເອົາ ແຕ່ກໍເລືອກເອົາປາ ທີ່ຄວນເອົາເທົ່ານັ້ນ:
“ດຽວນີ້ອໍານາດການປົກຄອງ ມາເຕືອນ ກ່າວບອກ ການຫາປາບໍ່ໃຫ້ຫາແບບຜິດກົດໝາຍ, ທໍາຣາຍຊັພຍາກອນຊັບສິນເຮົາ ໃສ່ມອງຫ່າງແລ້ວໂຕໃດເຮົາ ເອົາໄດ້ກໍເອົາ ໂຕໃດເອົາ ບໍ່ໄດ້ ກໍບໍ່ເປັນຫຍັງ.”
ອີງຕາມຄໍາເວົ້າຂອງທ່ານ ສົມພອນ ພີມະນີວົງ ໃນປັດຈຸບັນ ມີການຈັດຕັ້ງຄະນະສະເພາະກິດ 6 ບ້ານ ຢູ່ເມືອງໂຂງ ເພື່ອສະກັດກັ້ນ ການໃຊ້ວິທີການຫາປາ ທີ່ຜິດກົດໝາຍ, ໂດຍສະເພາະການໃຊ້ສານເຄມີ, ແລະກວດຄືນ ກ່ຽວກັບການເຮັດຕ້ອນເພື່ອ ດັກເອົາປາ, ແລະ ການໃຊ້ມອງຫາປາ ທີ່ມີການຫ້າມໃນໄລຍະທີ່ຜ່ານມາ.