ທົ່ງນາແຂວງຈຳປາສັກເສັຽຫາຍ
2013.09.26
ປະຊາຊົນ ແຂວງຈໍາປາສັກ ຈະຂາດເຂີນເຂົ້າກິນ ເພາະທົ່ງນາຖືກນໍ້າຖ້ວມ. ປັດຈຸບັນ ເຈົ້າໜ້າທີ່ແຂວງ ກໍາລັງສໍາຣວດກວດກາ ແລະລໍຖ້າ ໃຫ້ນໍ້າບົກແຫ້ງລົງແດ່ເລັກນ້ອຍ ຈຶ່ງຈະຮູ້ຢ່າງຄັກແນ່ວ່າ ທົ່ງນາຖືກເສັຍຫາຍຫລາຍເທົ່າໃດແລະເຮັດນາຄືນໄດ້ຫລືບໍ່. ດັ່ງເຈົ້າໜ້າທີ່ກະຊວງ ກະສິກັມ ແລະປ່າໄມ້ ທ່ານນຶ່ງເວົ້າວ່າ:
“ມັນບົກລົງບ່ອນທີ່ເຮັດນາໄດ້ ແທ້ໆ ຫລັງຈາກທີ່ນໍ້າລົງມັນສິມີຈັກເຮັກຕາຣ໌ແທ້ໆ ທີ່ມີເງິນໃຈ ມັນມີຊົລປະທານ ນອກນັ້ນມັນບໍ່ມີ ຊົລປະທານ ກໍເຮັດບໍ່ໄດ້ຫະນະ ເນື້ອທີ່ນາປີທັງໝົດດຽວນີ້ມີ 101900 ເຮັກຕາຣ໌.”
ເຈົ້າໜ້າທີ່ອະທິບາຍວ່າ ຈາກການປະເມີນຄວາມເສັຍຫາຍເບື້ອງຕົ້ນ ເຈົ້າໜ້າທີ່ຄິດວ່າ ແຂວງຈໍາປາສັກມີພື້ນທີ່ນາເສັຍຫາຍທັງໝົດ ປະມານ 1 ໝື່ນເຮັກຕາຣ໌ ແລະໃນຈໍານວນນັ້ນ ມີທົ່ງນາພຽງແຕ່ 1,500 ເຮັກຕາຣ໌ເທົ່ານັ້ນ ທີ່ຊົລປະທານແລະສາມາດ ປູກເຂົ້າຄືນໃໝ່ໄດ້ ຫລືເຮັດ ນາແຊງໄດ້ ນອກຈາກນັ້ນບໍ່ໄດ້ ເພາະບໍ່ມີຊົລປະທານ.
ອີກຢ່າງນຶ່ງ ແຂວງ ຈໍາປາສັກ ເປັນອູ່ເຂົ້າອູ່ນໍ້າ ແຫ່ງນຶ່ງ ຂອງປະເທດລາວ ມີພື້ນທີ່ນາທັງໝົດກວ່າ ນຶ່ງແສນ ເຮັກຕາຣ໌ ຜລິດເຂົ້າໄດ້ເຖິງ 350,000 ຕັນຕໍ່ປີ ແຕ່ເມື່ອສູນເສັຍທົ່ງນາໄປ ເຖິງນຶ່ງໝື່ນເຮັກຕາຣ໌ ປີນີ້ ຜົນຜລິດເຂົ້າ ແຂວງຈໍາປາສັກ ອາຈຫລຸດລົງເຖິງ 10 ສ່ວນຮ້ອຍ ໝາຍຄວາມວ່າ ປະຊາຊົນ ແຂວງຈໍາປາສັກ ຈະຂາດເຂີນເຂົ້າກິນ ໃນທ້າຍປີນີ້ ແລະຕົ້ນປີໜ້າ ຢ່າງແນ່ນອນ.
ເຈົ້າໜ້າທີ່ກະຊວງກະສິກັມແລະປ່າໄມ້ ເວົ້າອີກວ່ານອກຈາກຊົລປະທານແລ້ວ ຊາວນາແຂວງຈໍາປາສັກ ຍັງຈະຕ້ອງປະສົບກັບ ສັດຕຣູພືດ ນໍາອີກພາຍຫລັງນໍ້າຖ້ວມ.