ຂ.ຈໍາປາສັກເກີດນໍ້າຖ້ວມຢູ່ 6 ເມືອງ

ນໍ້າຖ້ວມ ເມືອງປາກເຊ ແຊວງຈໍາປາສັກ ເມື່ອສອງປີກ່ອນ ເດືອນສິງຫາ 2011
ນໍ້າຖ້ວມ ເມືອງປາກເຊ ແຊວງຈໍາປາສັກ ເມື່ອສອງປີກ່ອນ ເດືອນສິງຫາ 2011 (RFA)

0:00 / 0:00

ແຂວງຈໍາປາສັກ ເກີດພັຍນໍ້າຖ້ວມຢູ່ 6 ເມືອງ ໃນວັນທີ 18-19 ກັນຍາ 2013 ເຮັດໃຫ້ມີຜູ້ເສັຍຊີວິດ 3 ຄົນ ບ້ານເຮືອນປະຊາຊົນ ເພພັງ ແລະພື້ນທີ່ກະສິກັມ ເສັຍຫາຍ 4,000 ເຮັກຕາ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ແຂວງຈໍາປາສັກ:

"ວັນທີ 18-19 ມື້ນີ້ ຕົກແຮງອີກ ມື້ນີ້ວັນທີ 23 ກໍຕົກອີກ ຖືວ່ານໍ້າຍັງຫລາຍຢູ່ ປັດຈຸບັນ ຍັງສືບຕໍ່ຢູ່ ແຕ່ວ່າບາງສ່ວນໜາ ທັງຂາດໄຟນີ້ກໍ 2 ຈຸດຂາດເລີຍ ໝົດຫາຍ ໝົດຂົວເລີຍ (ເມືອງບາຈຽງ ຈະເລີນ ສຸກ) 2 ຄົນຕາຍ ຢູ່ອັນນັ້ນ ບ້ານມ່ວງໄຂ່ ປະຊາຊົນ ໄປເກັບອັນ ນັ້ນນະ ໄປເກັບ ໝາກແມງ 2 ຜົວເມັຍ".

ທ່່ານວ່າ 2 ຜົວເມັຍ ຢູ່ເມືອງບາຈຽງຈະເລີນສຸກ ເສັຍຊີວິດຍ້ອນດິນເຈື່ອນ ແລະ ອີກຜູ້ນຶ່ງເສັຍຊີວິດ ຢູ່ເມືຶອງສຸຂຸມາ ທີ່ນໍ້າຖ້ວມຫລາຍທີ່ສຸດ, ຖ້ວມ 48 ບ້ານ, ພື້ນທີ່ ກະສິກັມ 2,300 ເຮັກຕາ ແລະ ສັດລ້ຽງເສັຍຫາຍ ຕື່ມອີກ. ນອກຈາກ 2 ເມືອງນີ້ແລ້ວ ກໍຍັງຖ້ວມ ເມືອງຊະນະ -ສົມບູນ, ເມືອງປາກເຊ ເມືອງຈໍາປາສັກ ແລະ ເມືອງ ມຸນລະປະໂມກ.

ເມື່ອເດືອນສິງຫາ ແລະເດືອນກັນຍາ ປີ 2011 ແຂວງນີ້ກໍໄດ້ ຮັບຜົນກະທົບ ຈາກນໍ້າຖ້ວມໜັກມາແລ້ວເຮັດໃຫ້ປະຊາຊົນ 12,000 ກວ່າ ຄອບຄົວ ແລະ ພື້ນທີ່ກະສິກັມ 20,000 ເຮັກຕາ ໄດ້ຮັບຜົນກະທົບ. ນອກຈາກແຂວງ ຈໍາປາສັກແລ້ວ ແຂວງເຊກອງ, ອັດຕະປື ແລະ ແຂວງ ສາລະວັນ ກໍເກີດນໍ້າຖ້ວມ ເຊັ່ນກັນ.