ກອງທຶນປະຊາກອນ ຂອງ ສະຫະປະຊາດ ຍັງສືບຕໍ່ໃຫ້ທຶນຊ່ວຍເຫລືອ ແກ່ເຮືອນເພື່ອນມິດ, ທີ່ເປັນສູນໃຫ້ຄຳປຶກສາ ແລະສຶກສາ ອົບຮົມຜູ້ປະສົພພັຍ ເຂື່ອນແຕກ ໂດຍສະເພາະ ຜູ້ຍິງ ແລະ ເດັກນ້ອຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ນັ້ນຢູ່, ຈົນກວ່າຜູ້ ປະສົພພັຍທັງໝົດ ໄດ້ຍ້າຍໄປຢູ່ເຮືອນຖາວອນຂອງພວກເຂົາເຈົ້າ.
ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ກອງທຶນປະຊາກອນ ຂອງສະຫະປະຊາຊາດ ປະຈຳລາວທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ. ເຈົ້າໜ້າທີ່ທ່ານນີ້ ກ່າວກ່ຽວກັບເຣື່ອງນີ້ກັບ ວິທຍຸເອເຊັຽເສຣີ ໃນວັນທີ່ 7 ມົກກະຣາ 2021 ນີ້ຕື່ມວ່າ:
“ມັນຈະຕໍ່ໄປເລື່ອຍໆເນາະ; ອັນນີ້ມັນເປັນກິຈກັມ ຫລືວ່າ ມັນເປັນໂຄງການຕໍ່ເນື່ອງ, ຈົນກວ່າເຂົາເຈົ້າຈະຍ້າຍໄປຢູ່ສະຖານທີ່ໃໝ່ ເນາະ, ແຕ່ວ່າສຳລັບປັດຈຸບັນນີ້ ປີນີ້ແນ່ນອນ ພວກເຮົາຈະເຮັດເນາະ, ແຕ່ວ່າທັງນີ້ທັງນັ້ນ ມັນກໍຂຶ້ນກັບທາງ Partners ຂອງເຮົາ, ທາງຣັຖບານຫັ່ນ, ເພິ່ນຊິຢາກສືບຕໍ່ຫລືບໍ່, ຫລືວ່າ ຄືວ່າເຂົາເຈົ້າເຂັ້ມແຂງແລ້ວຢາກເຊົາກໍບໍ່ ເປັນຫຍັງ ເພາະວ່າອັນນີ້ເຮົາ emergency response, ຜູ້ໃຫ້ກັບປະຊາຊົນທີ່ ໄດ້ຮັບຜົນກະທົບເທົ່ານັ້ນ.”
ທ່ານອະທິບາຍຕື່ມວ່າ ສ່ວນເຣື່ອງເງິນນັ້ນ, ອົງການສະຫະປະຊາຊາດ ມີເງິນງົບປະມານຢູ່ແລ້ວ; ພຽງແຕ່ໃຫ້ທາງເຮືອນເພື່ອນມິດ ຕ້ອງສົ່ງຣາຍງານການບໍຣິຫານໄປທຸກໆ ສາມ ເດືອນ; ທາງກອງທຶນສະຫະປະຊາຊາດ ກໍຈະໂອນເງິນມາໃຫ້ພາຍໃນນຶ່ງອາທິດ. ເມື່ອປະມານສາມເດືອນກ່ອນ ທາງກອງທຶນ ກໍໄດ້ອະນຸມັດເງິນຈຳນວນ 30 ລ້ານກີບ ໃຫ້ແກ່ເຮືອນເພື່ອນມິດ ສາມແຫ່ງຢູ່ເມືອງ ສນາມໄຊ ແຂວງອັດຕະປື, ເພື່ອສືບຕໍ່ດຳເນີນງານ ໃນສາມເດືອນສຸດທ້າຍ ຂອງປີກາຍ ຄືເດືອນ 10, 11 ແລະ 12 ຂອງປີ 2020 ທີ່ຜ່ານມາ.
ແຕ່ອາສາສມັກຜູ້ນຶ່ງ ທີ່ເຮັດວຽກຢູ່ເຮືອນເພື່ອນມິດ ປະຈຳບ້ານດົງບາກ ເມືອງສນາມໄຊ ກ່າວວ່າ, ແມ່ຍິງທີ່ເຂົ້າມາຂໍຄວາມຊ່ວຍເຫຼືອ ຫລາຍຄົນໄດ້ຮຽກຮ້ອງໃຫ້ອົງການ ສະຫະປະຊາຊາດ ຂຍາຍໂຄງການໃຫ້ມີສູນຊ່ວຍເຫລືອຫລາຍຂຶ້ນ, ຈາກສາມແຫ່ງ ໃຫ້ມີອີກ ສາມແຫ່ງຕື່ມ, ເປັນທັງໝົດຫົກແຫ່ງໃນທຸກບ້ານຫລືທຸກແຄມ ເພາະວ່າ ບ້ານອື່ນ ກໍມີແມ່ຍິງແລະເດັກນ້ອຍ ຫລາຍຄົນ ທີ່ຕ້ອງການ ການຊ່ວຍເຫລືອ. ອາສາມັກຜູ້ນັ້ນກ່າວອີກວ່າ:
“ມັນກໍມີຫົກແຄມເນາະ, ແລ້ວບາດນີ້ ເຮົາເຮັດແຕ່ສາມແຄມຫັ່ນໜ່າ, ແລ້ວເພິ່ນກໍເວົ້າວ່າ ອັນສາມແຄມທີ່ເຮົາຍັງບໍ່ທັນໄປຫັ່ນໜ໋າ ຍັງບໍ່ມີປານໃດກ່ຽວກັບເຣື່ອງຄວາມຮຸນແຮງ, ແມ່ຍິງ ແລະ ກໍບໍ່ມີການບໍຣິການກວດສຸຂພາບ ໃຫ້ແກ່ແມ່ແລະເດັກ ເຂົາເຈົ້າກໍຢາກ ພຍາຍາມໃຫ້ເຮົາຂຍາຍໄປອີກ.”
ຕໍ່ຄຳຮຽກຮ້ອງນັ້ນ ເຈົ້າໜ້າທີ່ກອງທຶນ ເພື່ອ ປະຊາກອນ ຂອງສະຫະປະຊາຊາດ ທ່ານດຽວກັນນັ້ນກ່າວວ່າ, ໃນປີນີ້ທາງກອງທຶນ ແລະ ອົງການຊ່ວຍເຫລືອອື່ນໆ ຍັງບໍ່ມີແຜນຂຍາຍ ເຮືອນເພື່ອນມິດອອກເທື່ອ, ເພາະຍັງຂາດງົບປະມານ ແຕ່ອາດຈພຍາຍາມປັບປຸງ ຄຸນນະພາບ ຂອງການບໍຣິການຂອງສູນ ທີ່ມີຢູ່ແລ້ວໃຫ້ດີຂຶ້ນ:
“ເຮົາກໍມາລົມກັບ Partners ຂອງເຮົາຫັ່ນ ແບບວ່າບາງເທື່ອ ເຮົາອາດຈະປັບປຸງເຣື່ອງ ຄຸນນະພາບ ເຣື່ອງການບໍຣິການກ່ອນນໍ. ປີນີ້ອາດຈະແມ່ນເນັ້ນໃສ່ສາມແຄມນີ້ກ່ອນ ເພາະການຂຍາຍໄປແຕ່ລະແຄມ ມັນໃຊ້ງົບປະມານຫລາຍ ເພາະມັນເປັນກິຈກັມຕໍ່ແນື່ອງ ເຮັດທຸກມື້ ແລ້ວເຮົາກໍເລີຍວ່າ ແຕ່ບໍ່ໄດ້ຈຳກັດເຂົາເຈົ້າ ແຕ່ທຸກຄັ້ງທີ່ໄປ ທາງພາກຣັດ ເວລາເພິ່ນລົງໄປຕາມແຄມ ໃຊ້ໂອກາດນັ້ນ ລົງໄປເຜີຍແຜ່ໃຫ້ຄວາມຮູ້ກັບແຄມອື່ນໆຢູ່ແລ້ວ ແຕ່ມັນເຮັດບໍ່ໄດ້ເຕັມເມັດເຕັມໜ່ວຍຫ່ັນໜະ.”
ສ່ວນເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ປະຈຳແຂວງອັດຕະປື ອະທິບາຍວ່າ, ແຕ່ກ່ອນເຮືອນເພື່ອນມິດ ເປັນສູນຮວມຂອງ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກເຂື່ອນ ເຊປ່ຽນ-ເຊນ້ຳນ້ອຍ ແຕກ, ແຕ່ປັດຈຸບັນ ແມ່ຍິງແລະເດັກນ້ອຍ ຈຳນວນນຶ່ງ ບໍ່ໄດ້ຢູ່ເປັນກ້ອນເປັນກຸ່ມແລ້ວ, ບາງຄົນໄດ້ຍ້າຍໄປຢູ່ເຮືອນຖາວອນ ຫລືໄປເຮັດວຽກຢູ່ໄຮ່ຢູ່ນາ ຂອງ ພວກເຂົາແລ້ວ, ບໍ່ໄດ້ໄປສູນ ຄືແຕ່ກ່ອນ; ດັ່ງທ່ານໄດ້ກ່າວວ່າ:
“ເຂົາບໍໄດ້ຢູ່ເປັນກຸ່ມເປັນກ້ອນ ແບບຢູ່ສູນສະເພາະເລີຍຄືແຕ່ກ່ອນ, ບາງຄົນເຂົາກໍໄປເຮັດນາ ເຮັດສັງຫັ່ນໜ໋າ ໄລຍະນັ້ນເຂົາ ເອື້ນວ່າ, ໃຫ້ຄຳປຶກສາເຣື່ອງຜ່ອນຄາຍເຣື່ອງອັນນີ້ ເຂົາກໍຄືຂຶ້ນຢູ່.”
ສ່ວນອາອາສມັກຜູ້ນຶ່ງ ຢູ່ເຮືອນເພື່ອນມິດທີ່ບ້ານທ່າຫິນເວົ້າວ່າ, ຜູ້ມາບໍຣິການຫຼາຍຄົນເຫັນວ່າສູນດັ່ງກ່າວ ໄດ້ຊ່ວຍແກ້ໄຂບັນຫາ ຊີວິດຂອງພວກເຂົາໃຫ້ດີຂຶ້ນ ເປັນຕົ້ນບັນຫາ ການໃຊ້ຄວາມຮຸນແຮງ ພາຍໃນຄອບຄົວ:
“ສ່ວນຫຼາຍຫັ່ນ, Case ທີ່ເຮົາໃຫ້ການຊ່ວຍເຫລືອຫັ່ນ, ຈະເຮັດໃຫ້ເຂົາເຈົ້າດີຂຶ້ນ ໂດຍສະພາະເວົ້າເຣື່ອງການ ແກ້ໄຂບັນຫາ ຂອງເຂົາເຈົ້າຫລືວ່າ ກ່ຽວກັບຄວາມຮຸນແຮງ ທີ່ເຂົາເຈົ້າ ໄດ້ຮັບການຊ່ວຍເຫລືອ ກໍເຮັດໃຫ້ບັນຫາຂອງເຂົາເຈົ້າໄດ້ຮັບການແກ້ໄຂ.”
ກອງທຶນສະຫະປະຊາຊາດ ເພື່ອ ປະຊາກອນ ເປີດເຮືອນເພື່ອນມິດ ເພື່ອໃຫ້ຄຳປຶກສາແກ່ ແມ່ຍິງແລະເດັກນ້ອຍ, ຜູ້ໄດ້ຮັບເຄາະ ຮ້າຍຈາກເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະ ປືນັບແຕ່ເດືອນ 11 ປີ 2018 ເປັນຕົ້ນມາ. ໃນຣະຍະສອງປີທີ່ຜ່ານມາ ເຮືອນເພື່ອນມິດ ໄດ້ຊ່ວຍເຫລືອ ໃຫ້ຄຳປຶກສາ ຝຶກອົບຮົມວິຊາອາຊີບ ພື້ນຖານບາງຢ່າງ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍທັງໝົດ ປະມານ 400 ຄົນ.
ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງ ຊີ້ແຈງຕໍ່ວິທຍຸເອເຊັຽເສຣີ ເມື່ອກາງເດືອນທັນວາ ທີ່ຜ່ານມາວ່າ ເຈົ້າໜ້າທີ່ ແຂວງອັດຕະປື ໄດ້ປະຊຸມຫາລື ກັບ ເຈົ້າໜ້າທີ່ກອງທຶນ ເພື່ອ ປະຊາກອນ ຂອງ ສະຫະປະຊາຊາດ ແລະທາງກອງທຶນ ສະຫະປະຊາຊາດ ໄດ້ສເນີໃຫ້ອຳນາດການປົກຄອງ ແຂວງອັດຕະປື ຊອກຫາເງິນທຶນ ເພື່ອ ບໍຣິຫານສູນຊ່ວຍເຫລືອ ຫລື ເຮືອນເພື່ອນມິດ ທັງສາມແຫ່ງ ສືບຕໍ່ໄປໃນປີ 2021 ນີ້; ແຕ່ ທາງແຂວງບອກວ່າ ບໍ່ມີເງິນ ແລະ ໄດ້ສເນີຄືນ ໃຫ້ກອງທຶນ ສະຫະປະຊາຊາດ ພຍາຍາມສືບຕໍ່ ໃຫ້ທຶນແກ່ເຮືອນ ເພື່ອນມິດ ສືບຕໍ່ໄປ.