ກອງປະຊຸມພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI

ຈໍາປາທອງ
2021.01.07
ກອງປະຊຸມພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ຫໍປະຊຸມແຫ່ງຊາດ ທີ່ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈະດໍາເນີນໄປ ແຕ່ມື້ວັນທີ 13 ຫາ 15 ມົກກະຣາ 2021 ນີ້.
File photo: RFA

ກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈະມີຂຶ້ນແຕ່ມື້ວັນທີ 13 ຫາວັນທີ 15 ມົກກະຣາ 2021 ນີ້, ຕາມມະຕິຕົກລົງ ຂອງ ຄະນະບໍຣິຫານງານ ສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ດໍາເນີນກອງປະຊຸມໃຫຍ່ ຂອງພັກ ສະບັບເລກທີ 207/ຄບສພ ລົງວັນທີ 5 ມົກກະຣາ 2021, ທີ່ກໍານົດຈໍານວນຜູ້ລົງສມັກເລືອກຕັ້ງເປັນຄະນະ ບໍຣິຫານງານ ສູນກາງພັກ ສມັຍທີ XI ທັງໝົດ 94 ຄົນ, ແລະ ຈະເລືອກເອົາ 81 ຄົນ. ໃນນັ້ນ ຜູ້ລົງສມັກເປັນກັມການສູນກາງພັກ 79 ຄົນ, ຈະເລືອກເອົາ 71 ຄົນ ແລະລົງສມັກເປັນ ກັມມະການ ສູນກາງພັກ ສໍາລອງ 15 ຄົນ, ຈະເລືອກເອົາ 10 ຄົນ. ປັດຈຸບັນ ຄະນະບໍຣິຫານງານສູນກາງພັກ ສມັຍທີ X ມີ 77 ຄົນ, ໃນນັ້ນ ກັມມະການສູນກາງພັກ 69 ຄົນ ແລະ ກັມມະການສູນກາງພັກ ສໍາລອງ 8 ຄົນ.

ເຈົ້າໜ້າທີ່ທາງການລາວຫລາຍຄົນ ຄາດວ່າ, ຄະນະບໍຣິຫານງານສູນກາງພັກ ສມັຍທີ XI ຈະມີການປ່ຽນແປງຄັ້ງໃຫຍ່, ຈາກຊຸດ ປັດຈຸບັນ ຮວມທັງຈະເພິ່ມຈໍານວນ ກັມມະການ ສູນກາງພັກ ແລະ ກັມມະການສູນກາງພັກ ສໍາລອງ, ແລະ ວາງເປົ້າໝາຍ ຜູ້ທີ່ຈະເປັນປະທານປະເທດຄົນໃໝ່ນໍາດ້ວຍ, ດັ່ງທີ່ເຈົ້າໜ້າທີ່ ທາງການລາວທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ມົກກະຣາ 2021 ນີ້ວ່າ:

”13-15 ສູນກາງພັກ ຕົກລົງເປີດກອງປະຊຸມ ເລືອກເລຂາທິການ, ເລືອກປະທານປະເທດໃໝ່, ຊຸດໃໝ່ເພິ່ນຊິເອົາປະມານ 70 ປາຍຄົນ ພຸ້ນໃດ໋, ກະເພິ່ມຂຶ້ນ,”

ທ່ານກ່າວຕື່ມວ່າ ສໍາລັບ ຄໍາຖາມທີ່ວ່າ ໃນກອງປະຊຸມໃຫຍ່ຂອງພັກ ຄັ້ງນີ້, ຈະຕົກລົງໃຫ້ໃຜເປັນປະທານປະເທດ ສປປລາວ ຜູ້ໃໝ່ນັ້ນ, ສ່ວນໂຕແລ້ວຍັງບໍ່ສາມາດຄາດການໄດ້ເທື່ອ ແຕ່ກໍເຊື່ອວ່າ ຈະມີການປ່ຽນແປງຢ່າງຄັກແນ່, ສໍາລັບຕໍາແໜ່ງປະທານ ປະເທດ, ແລະ ກໍເຊື່ອວ່າ ຄະນະບໍຣິຫານງານສູນກາງພັກ ສມັຍທີ XI ທີ່ຈະມີຂຶ້ນນີ້, ຈະເປັນຜູ້ທີ່ມີອາຍຸໜ້ອຍ ກວ່າຊຸດທີ່ຜ່ານມາ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ລາວ ອີກທ່ານນຶ່ງກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການເລືອກຕັ້ງຄະນະບໍຣິຫານງານ ສູນກາງພັກ ສມັຍທີ XI, ການເລືອກຕັ້ງກັມມະການ ສູນກາງພັກ ສົມບູນ, ແລະ ກັມມະການສູນກາງພັກສໍາລອງ ທີ່ຈະມີຂຶ້ນ ເທື່ອໃໝ່ນີ້, ມີຄວາມເປັນໄປໄດ້ສູງ ທີ່ຈະມີການປ່ຽນແປງ ຄັ້ງໃຫຍ່, ແລະ ຈະເນັ້ນເອົາ ສະມາຊິກໜ້າໃໝ່ ມາແທນ ສະມາຊິກ ອາວຸໂສ ດັ່ງທີ່ທ່ານກ່າວວ່າ:

“ສ່ວນຫລາຍກະແມ່ນໜ້າໃໝ່ຫັ້ນແຫລະຫລາຍ, ເພາະວ່າຊຸດເກົ່າຊຸດຜ່ານມານີ້, ສ່ວນຫລາຍກະແມ່ນຜູ້ອາວຸໂສ, ກະມີການຊັບຊ້ອນ ປ່ຽນແທນກັນແຫລະ ເອົາຊຸດໃໝ່ເຂົ້າມາ ມັນກະມີມາຫລາຍຢູ່.”

ສໍາລັບຊາວລາວຫລາຍຄົນ ກໍຄາດກັນວ່າ, ຜູ້ທີ່ຈະຂຶ້ນມາດໍາລົງຕໍາແໜ່ງເລຂາທິການໃຫຍ່, ຄະນະບໍຣິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຫລື ປະທານປະເທດຜູ້ໃໝ່ນັ້ນ, ອາຈແມ່ນ ດຣ. ພັນຄໍາ ວິພາວັນ ຜູ້ປະຈໍາຄະນະເລຂາທິການ ສູນກາງພັກຊຸດ ປັດຈຸບັນ ຍ້ອນເຫັນວ່າທ່ານ ມີຄວາມເໝາະສົມຫລາຍກວ່າ ທ່ານອື່ນໆ ເປັນຄົນບໍຣິສຸດແດ່, ດັ່ງຊາວລາວ ທ່ານນຶ່ງຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ມົກກະຣາ ນີ້ວ່າ:

"ເປັນ ພັນຄໍາ ຜູ້ດຽວແຫຼະ, ຍ້ອນວ່າລາວຫາກເປັນຄົນທີ່ວ່າບໍຣິສຸດແດ່ຫັ້ນນະ, ແລ້ວກະມີຜົລງານພັທນາຊໍາເໜືອເດ້, ກ່ອນຫັ້ນນະ ໂຕນີ້ແຫລະໄດ້ຂຶ້ນມາ ຂຶ້ນມາ.”

ທ່ານກ່າວຕື່ມວ່າ ສໍາລັບໃນສ່ວນຂອງຕໍາແໜ່ງ ນາຍົກຣັຖມົນຕຣີນັ້ນ ກໍເປັນໄປໄດ້ທີ່ ທ່ານ ທອງລຸນ ສີສຸລິດ ອາຈດໍາລົງຕໍາແໜ່ງ ນີ້ຕື່ມອີກສມັຍນຶ່ງ ຕາມທີ່ຫລາຍຄົນໃນສັງຄົມ ຄິດເຫັນແນວນັ້ນ, ຫລື ຖ້າຈະມີຜູ້ໃໝ່ຂຶ້ນມາເປັນນາຍົກຣັຖມົນຕຣີ ແທນທ່ານແທ້ໆ, ຕົນກໍຄິດວ່າ ດຣ. ສອນໄຊ ສີພັນດອນ ຮອງ ນາຍົກຣັຖມົນຕຣີ ຄົນປັດຈຸບັນ ໜ້າຈະເປັນໂຕເລືອກ ທີ່ເໝາະສົມທີ່ສຸດ, ແຕ່ກໍມີ ຫາງສຽງວ່າ ທ່ານຍັງບໍ່ມີບົດຮຽນພໍ ແລະ ບໍ່ມີບົດບາດຫລາຍ ທັງຢູ່ພາຍໃນ ແລະ ຕໍ່ສາກົນ.

ແລະ ຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ຕົນຍັງຄິດບໍ່ອອກວ່າ ໃຜຈະເປັນປະທານປະເທດ ແລະ ໃຜຈະເປັນນາຍົກຣັຖມົນຕຣີ, ແຕ່ກໍເຊື່ອວ່າ ບັນດາສະມາຊິດພັກ ທີ່ຢູ່ໃນໄວອາວຸໂສ ກໍຈະບໍານານໄປຫລາຍຄົນ, ດັ່ງທີ່ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

”ກະແມ່ນຜູ້ໃໝ່ ເພິ່ນກະບາງຄົນກະເບິດອາຍຸກະສຽນແລ້ວເດ້, ເພິ່ນກະຈະໄດ້ບໍານານນະ ແມ່ນຫຍັງຫັ້ນນະ ກະມີຫລາຍຄົນ ເດ້ນໍ, ເພີ່ນມາຮອດອາຍຸ 60-65 ນີ້ເພິ່ນກະໄດ້ປ່ຽນແຫລະ”

ກ່ອນໜ້ານີ້ຫຼາຍກະຊວງ ແລະ ອົງການທຽບເທົ່າ, ຫຼາຍເມືອງ ຫຼາຍແຂວງ, ກໍໄດ້ສໍາເຣັດການຈັດກອງປະຊຸມກະກຽມ ຂອງ ອົງຄະນະພັກຂອງຕົນ ໄປແລ້ວ ຮວມທັງກອງປະຊຸມ ຂອງອົງຄະນະພັກ ກະຊວງວິທຍາສາດ, ແລະ ເຕັກໂນໂລຈີ ຊຶ່ງໄດ້ຈັດຂຶ້ນ ເມື່ອວັນທີ 30 ພຶສຈິກາ 2020 ທີ່ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາລອງ ເພື່ອເຂົ້າຮ່ວມກອງປະຊຸມ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ, ຄືເລືອກເອົາຜູ້ແທນສົມບູນ 5 ຄົນ ແລະ ຜູ້ແທນສໍາລອງ 2 ຄົນ ແລະ ເມື່ອວັນທີ 1 ທັນວາ 2020 ກໍໄດ້ມີກອງປະຊຸມ ຂອງ ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເລືອກເອົາຜູ້ແທນ ສົມບູນ ແລະ ສໍາລອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງພັກ ທີ່ວ່ານັ້ນ.

ເວົ້າເຖິງການກະກຽມກອງປະຊຸມ ຮວມທັງການກະກຽມສະຖານທີ່ ແລະ ວຽກງານອື່ນໆສໍາລັບກອງປະຊຸມ ໃນມື້ວັນທີ 6 ມົກຣາ ນີ້, ທ່ານ ສອນໄຊ ສີພັນດອນ ກັມມະການກົມການເມືອງ ສູນກາງພັກ ຫົວໜ້າອະນຸ ກັມມະການງົບປະມານ ແລະ ບໍຣິຫານກະກຽມ ກອງປະຊຸມໃຫຍ່ນັ້ນ, ກໍໄດ້ໄປກວດກາຄວາມພ້ອມວຽກງານດ້ານຕ່າງໆ ຊຶ່ງມີການຕີຣາຄາວ່າ ມີຄວາມພ້ອມເກືອບ 100%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.