ມາຕການຕໍ່ຜູ້ຂັບຣົດ ຂົນສົ່ງເຂົ້າປະເທດ
2021.01.06

ທາງການລາວ ໄດ້ປະກາດມາຕການໃໝ່ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19, ໂດຍສະເພາະ ຕໍ່ຜູ້ຂັບຣົດ ສົ່ງສິນຄ້າ ຈາກຕ່າງປະເທດມາລາວ ຕ້ອງມີການ ປ່ຽນຄົນຂັບຣົດ ຢູ່ຊາຍແດນຈຸດຈອດຣົດ, ບໍ່ໃຫ້ຄົນຂັບຣົດຕ່າງປະເທດ ມາລາວ, ແລະບໍ່ໃຫ້ຄົນຂັບຣົດລາວ ຂ້າມໄປຕ່າງປະເທດ, ດັ່ງທ່ານຮອງ ສາສດາຈານ ດຣ ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ໄດ້ກ່າວໃນພິທີ ຖແລງຂ່າວ ໃນວັນທີ 5 ມົກກະຣາ 2021 ນີ້ ຕອນນຶ່ງວ່າ:
“ຕ້ອງໄດ້ເພີ້ມຄວາມເຂັ້ມງວດ ຕໍ່ຜູ້ຂັບຣົດຂົນສົ່ງສິນຄ້າ ຜູ້ຂັບຣົດຂົນສົ່ງສິນຄ້າ ເຮົາໄດ້ຈັດແບ່ງທາງເລືອກ ເປັນ 4 ທາງເລືອກ ເບື້ອງຕາເວັນອອກ ລະແມ່ນ ສປ.ຈີນ ຫຼືວ່າ ສສ. ວຽດນາມ ແມ່ນເພິ່ນປ່ຽນຄົນຂັບຣົດ, ຣົດຂົນສົ່ງສິນຄ້າມາຮອດຊາຍແດນແລ້ວ, ຄົນຂັບຣົດ ທີ່ມາຈາກເບື້ອງເພິ່ນ, ກໍຈະອອກຈາກຣົດ ລະຂ້າເຊື້ອຢູ່ໃນກາບິ້ນຣົດຫັ່ນ ລະແມ່ນຄົນ ຂັບຣົດ ທີ່ຢູ່ລາວເຮົາເອງ, ເຂົ້າໄປຂັບຣົດນັ້ນ ຕໍ່ເຂົ້າມາ ຢູ່ເບື້ອງ ສປ ຈີນ, ແລະ ສສ.ວຽດນາມ ລະແມ່ນໃຫ້ພວກເຮົາປະຕິບັດແນວນັ້ນ.”
ຕົວຢ່າງແຂວງຈໍາປາສັກ ກໍໄດ້ປະຕິບັດໄດ້ກວດກາເຂັ້ມງວດ ຄວບຄຸ້ມຣົດຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົລ, ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ທ່ານນຶ່ງ ຊຶ່ງຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ມົກກະຣາ ນີ້ວ່າ:
“ມັນມີຢູ່ໃນສອງ ກໍຣະນີ ບໍ່ໃຫ້ຜ່ານ ບໍ່ໃຫ້ເຂົ້າ ຖ້າວ່າຈະຜ່ານຫຍັງມາ ຕ້ອງແມ່ນ ຜ່ານຢູ່ໃນດ່ານຊ່ອງເມັກ ກະມີແຕ່ວ່າ ໃຫ້ແຕ່ຄົນ ເອົາສິນຄ້າເຂົ້າມາ ຖ້າວ່າ ມາຮອດເບື້ອງລາວເຮົາ ໃຫ້ປ່ຽນໂຊເຟີ້ຂັບ ເພາະວ່າ ເຮົາຢ້ານພຍາດ."
ທ່ານກ່າວຕື່ມວ່າ ດ່ານແຕ່ລະດ່ານ ຕ້ອງປະຕິບັດຢ່າງເຂັ້ມງວດ ຄືກັນທັງໝົດ ຮວມເຖິງດ່ານ ທີ່ຕິດກັບວຽດນາມນໍາດ້ວຍ. ແລະ ກໍຍັງຫ້າມ ບໍ່ໃຫ້ນໍາສິນຄ້າ ອາຫານທະເລເຂົ້າມາ ເດັດຂາດ, ເພື່ອປ້ອງກັນ ການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ບໍ່ໃຫ້ມາຣະບາດຢູ່ໃນລາວ.
ສໍາລັບແຂວງອັດຕະປື ເຈົ້າໜ້າທີ່ດ່ານພູເກືອ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງດ່ານມີມາຕການເຂັ້ມງວດຄືກັນ, ບໍ່ໃຫ້ຄົນຂັບຣົດ ສົ່ງສິນຄ້າ ຈາກວຽດນາມ ເຂົ້າມາລາວ, ຫາກເຂົ້າມາສົ່ງສິນຄ້າ ກໍມີຈຸດ ຈອດຣົດ ຣະຫວ່າງຊາຍແດນ, ແລະ ປ່ຽນຄົນຂັບຣົດເປັນຄົນລາວ ແລະຖ້າຫາກມີສິນຄ້າ ຈາກລາວໄປວຽດນາມ ກໍປະຕິບັດ ແບບດຽວກັນນັ້ນ:
“ເຣື່ອງຣົດສິນຄ້າ ເຂົ້າມາໄດ້, ແຕ່ວ່າ ໂຊເຟີ້ເຂົ້າມາບໍ່ໄດ້ ແບບວ່າ ໂຊເຟີ້ວຽດນາມ, ເຂົາຈະມາຈອດໄວ້ຫຼັກໝາຍ ຊາຍແດນ ຣະຫວ່າງ ລາວ-ວຽດນາມ ຈາກນັ້ນ ກໍເອົາໂຊເຟີ້ເບື້ອງ ລາວ ໄປຂັບເອົາມາ.”
ເວົ້າເຖິງເຣື່ອງການປ່ຽນຄົນຂັບຣົດ ຢູ່ດ່ານຊາຍແດນ, ເຈົ້າໜ້າທີ່ດ່ານຊ່ອງເມັກ ປະຈໍາແຂວງອຸບົນ ຂອງໄທຍ ທ່ານນຶ່ງກ່າວວ່າ ປັດຈຸບັນ ທາງການລາວ ແລະໄທຍ ກໍມີການ ປະສານງານກັນແລ້ວ:
“ຕອນນີ້ ພໍດີ ມີໜັງສືຈາກທາງແຂວງມາ ກໍາລັງຢູ່ໃນຂັ້ນຕອນ ຫາລືກັນຢູ່, ເພາະວ່າ ທາງການລາວ ມີກໍຣະນີ ໃຫ້ປ່ຽນຄົນຂັບຣົດ.”
ມາຕການປ້ອງກັນໂຄວິດ-19 ທີ່ວ່ານີ້ ເຮັດໃຫ້ຄົນຄ້າຂາຍ ຕາມຊາຍແດນ ໄດ້ຮັບຜົລກະທົບໂດຍຕົງ ບາງຄົນກໍບໍ່ໄດ້ຂາຍເຄື່ອງ ເຮັດໃຫ້ຣາຍໄດ້ຫຼຸດລົງ ເພາະບໍ່ສາມາດຂ້າມໄປ-ມາ ຊື້ເຄື່ອງຢູ່ຝັ່ງໄທຍໄດ້, ດັ່ງຄົນຄ້າຂາຍ ຢູ່ແຂວງຈໍາປາສັກ ນາງນຶ່ງ ເວົ້າວ່າ:
“ກະທົບເລີຍ ຣາຍຮັບໃນຄອບຄົວ ກະບໍ່ມີຫຼຸດລົງ, ພວກຍູ້ລໍ້ຍູ້ຫຍັງນິ່ ກະທົບໃຫຍ່ເລີຍ, ຂາຍເຄື່ງຢູ່ໜ້າດ່ານຫຍັງນິ່, ແບບສຸດ ເລີຍແຫຼະ, ບໍ່ໄດ້ວ່າຈະມີຫຍັງເຮັດ ຖ້າມີຫຍັງຂາຍ ກໍມີຂາຍໃຫ້ແຕ່ສະເພາະ ພະນັກງານຢູ່ນັ້ນ ໂດຍສະເພາະ.”
ຄົນຂັບຣົດຂົນສົ່ງສິນຄ້າ ຣະຫວ່າງລາວ-ໄທຍ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ກໍຍັງໄປຂົນສົ່ງສິນຄ້າໄປ ຝັ່ງໄທຍ ປົກກະຕິຢູ່ ບໍ່ມີຜົລກະທົບ, ມີເຈົ້າໜ້າທີ່ກວດກາ ເອກກະສານ ແລະກວດເຊື້ອພຍາດໂຄວິດ-19 ຢູ່:
“ເຮົາກະລົງປົກກະຕິ ບໍ່ໄດ້ມີບັນຫາຫຍັງ ເພິ່ນໃຫ້ລົງແຕ່ຣົດໃຫຍ່ເດ້ ແຕ່ຕ້ອງມີເອກກະສານ ຢັ້ງຢືນ ມາຈາກຝັ່ງໄທຍ ເຮັດໃບຕໍ່ ຂ້າມມາໄດ້ຢູ່ ຄວບສະເພາະຄົນ ເຮົາກໍບໍ່ໄປ ທົ່ວທີບທົ່ວແດນ, ໂຊເຟີ້ເຮົາກະກວດ ເຂົ້າມາເຮົາກະກວດ.”
ນອກຈາກນີ້ ທ່ານຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຍັງໄດ້ຮຽກຮ້ອງໃຫ້ ທະຫານຊາຍແດນ, ອຳນາດການປົກຄອງ ເພີ່ມ ຄວາມເຂັ້ມງວດ ກວດກາຕາມຊາຍແດນ, ກໍຣະນີພົບເຫັນ ຜູ້ລັກລອບເຂົ້າມາ ແມ່ນໃຫ້ນຳສົ່ງເຂົ້າສູນຈຳກັດບໍຣິເວນ ເພື່ອກວດວິເຄາະ ຫາເຊື້ອ ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອໂຄວິດ-19 ໃນລາວ.