ເຂື່ອນຈີນກັກນໍ້າແລ້ວຈຶ່ງເຕືອນ MRC

ພູວົງສ໌
2021.01.07
ເຂື່ອນຈີນກັກນໍ້າແລ້ວຈຶ່ງເຕືອນ MRC ນ້ຳຂອງແຫ້ງ ກ່ອນຣະດູການເຖິງ 3 ເດືອນ ຢູ່ສອງຟາກຝັ່ງ ລາວ-ໄທຍ, ເຂດ ເມືອງປາກຊົມ ແຂວງເລີຍ, ຢູ່ຝັ່ງລາວ ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ
File photo 2020: RFA

ໃນວັນທີ່ 6 ມົກກະຣາ 2021, ກະຊວງຊັພຍາກອນນ້ຳ ຂອງຈີນ ສົ່ງໜັງສືແຈ້ງເຕືອນເຖິງ ຄນະກັມມາທິການ ແມ່ນ້ຳຂອງສາກົລ ແລະ ສະມາຊິກ ລວມທັງປະເທດໄທຍ ວ່າ ເຂືອນຈິ່ງຫົງ ຂອງຈີນ ຈະຫຼຸດປະຣິມານ ການປ່ອຍນ້ຳ ຈາກ 1,900 ແມັຕກ້ອນ ຕໍ່ວິນາທີ ລົງມາເປັນ 1,000 ແມັຕກ້ອນ ຕໍ່ວິນາທີ ນັບແຕ່ວັນທີ 5 ມົກກະຣາ ຈົນເຖິງວັນທີ 24 ມົກກະຣາ 2021.

ແຕ່ທ່ານ Sopheak Meas, ຜູ້ປະສານງານ ຝ່າຍການຂ່າວ ກອງເລຂາຄນະກັມມາທິການ ແມ່ນໍ້າຂອງ ສາກົລ ຫຼື MRC ກ່າວຕໍ່ RFA ຜ່ານທາງອີເມລ ໃນມື້ວັນທີ 6 ມົກກະຣາ 2021 ນີ້ວ່າ:

“ໂດຍອີງຕາມການສັງເກດ ຂອງ MRC ກ່ຽວກັບຣະດັບນໍ້າຂອງ ຫຼຸດລົງຍ້ອນເຂື່ອນ Jinghong ປ່ອຍນໍ້າລົງມາໜ້ອຍນັ້ນວ່າ MRC ເຫັນວ່າ ຣະດັບການປ່ອຍນໍ້າ ເຣີ່ມຫຼຸດລົງແທ້ ໃນມື້ວັນທີ 31 ທັນວາ ຈາກ 1,410 ແມັຕກ້ອນ ຕໍ່ວິນາທີ ມາເປັນ 768 ແມັຕກ້ອນ. ໃນວັນທີ 1 ມົກກະຣານີ້, ການປ່ອຍນໍ້າ ເພີ່ມຂຶ້ນເລັກນ້ອຍ ຄື 786 ແມັຕກ້ອນຕໍ່ວິນາທີ.”

ເຊັ່ນດຽວກັນ, ເຈົ້າໜ້າທີ່ສຳນັກງານ ຊັພຍາກອນແຫ່ງຊາດໄທຍ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກໍຢືນຢັນການບົກແຫ້ງ ຂອງແມ່ນ້ຳຂອງ ແຕ່ຕົ້ນເດືອນນີ້ ເປັນຕົ້ນມາ ກັບ RFA ໃນວັນທີ 7 ມົກກະຣາ ນີ້ວ່າ:

ທ່ານວ່າ: “ເຂົາກໍແຈ້ງ ຕາມທີ່ເຮົາກໍຮູ້ວ່າ ນ້ຳມັນຫຼຸດຫັ້ນແຫຼະ. ຕົ້ນເດືອນມົກກະຣາ ທີ່ຜ່ານມາ ທາງຝັ່ງຈີນ ເຂົາຈະເປັນຄົນເບິ່ງແຍງ ເຂື່ອນຈິ່ງຫົງ ເຂື່ອນໂຕສຸດທ້າຍ ກ່ອນທີ່ຈະປ່ອຍມາແມ່ນ້ຳຂອງ. ແລ້ວນ້ຳນີ້ ມັນຈະມາທີ່ຊຽງແສນ ຜ່ານປະເທດລາວກ່ອນ ແລ້ວຜ່ານປະເທດພະມ້າ ແລ້ວເຂົ້າຊຽງແສນ ເຂົ້າມາປະເທດໄທຍ ແລ້ວກັບໄປຢູ່ປະເທດລາວ ແລ້ວກັບມາຊຽງຄານ.”

ຍານາງກ່າວຕື່ມວ່າ ການປັບຫຼຸດ ການຣະບາຍນ້ຳ ຈາກເຂື່ອນຈິ່ງຫົງນັ້ນ, ຈະສົ່ງຜົລກະທົບ ບໍ່ເຕັມ 100% ຕໍ່ຊາວບ້ານ ທີ່ປະກອບຊີພ ລ້ຽງປາກະຊັງ ຍ້ອນບັນຫາ ຣະດັບນ້ຳຂຶ້ນ-ລົງ ບໍ່ປົກກະຕິ ແລະ ຊາວບ້ານ ທີ່ປະກອບອາຊີພແລ່ນເຮືອຂົນສົ່ງ ຕາມແຄມຂອງ ຈະພົບບັນຫາເຮືອຕິດໂງ່ນຫີນ ເນື່ອງຈາກຣະດັບນ້ຳ ຫຼຸດລົງ 40-60 ຊັງຕີແມັຕ.

ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວວ່າ ກະຊວງພະລັງງານ ແລະ ບໍ່ແຮ່ ຍັງບໍ່ໄດ້ຮັບ ໜັງສືແຈ້ງການ ກ່ຽວກັບການຣະບາຍນ້ຳ ໜ້ອຍລົງ ຂອງເຂື່ອນຈິ່ງຫົງເທື່ອ.

ທ່ານວ່າ: “ແນວທາງການແກ້ໄຂ ຜົລກະທົບຕໍ່ປະຊາຊົນ ທີ່ຢູ່ແຄມນ້ຳຂອງ ຕອນລຸ່ມ ກໍຄືເຂື່ອນຈິ່ງຫົງ ຈະຕ້ອງແຈ້ງລ່ວງໜ້າ ຫາກມີການປ່ຽນແປງ ການຣະບາຍນ້ຳ ທີ່ຜິດປົກກະຕິ ຕາມບົດບັນທຶກຄວາມເຂົ້າໃຈ ຣະຫວ່າງປະເທດ.”

ທ່ານກ່າວຕື່ມວ່າ ສຳລັບການປ່ອຍນ້ຳ ຈາກເຂື່ອນຈິ່ງຫົງ ໜ້ອຍລົງນີ້, ຈະຂຶ້ນຢູ່ກັບ ສະພາບການຂຶ້ນ ຂອງນ້ຳ, ເຊິ່ງເຂື່ອນຈິ່ງຫົງ ຈະມີທິດທາງ ບໍຣິຫານຈັດການແນວໃດ ແມ່ນຂຶ້ນກັບ ກໍຣະນີສະພາບດິນ, ຟ້າ, ແລະ ອາກາດ ວ່າຈະມີການປ່ຽນແປງແນວໃດ?

ທາງດ້ານຊາວກະເສຕກອນລາວ ຢູ່ບ້ານດອນໝາກແຕງ ແຂວງຫຼວງພຣະບາງ ທີ່ປູກສາລີ, ໝາກແຕງ, ແລະ ຜັກບົ້ງ ຕາມແຄມຂອງ ກໍເວົ້າວ່າ ຣະດັບນ້ຳຢູ່ແຄມຂອງ ເຂດໂຕເອງຢູ່ ກໍຂຶ້ນໆ-ລົງໆ ບໍ່ປົກກະຕິ ເຮັດໃຫ້ການສູບນ້ຳ ບໍ່ສະດວກປານໃດ ແລະ ມັກເຮັດໃຫ້ຜົລຜລິຕ ຈາກການປູກພືດຜັກຕ່າງໆ ບໍ່ໄດ້ເຕັມເມັດເຕັມໜ່ວຍ.

“ລົງເດ, ລົງກະລົງບັກໄວໆ ບັກຫຼາຍໆ. ບາດຊິຂຶ້ນກະຂຶ້ນບັກໄວໆ ລະກະບຶດຂຶ້ນບຶດລົງຫັ້ນແຫຼະ ນ້ຳບໍ່ປົກກະຕິປານໃດນ່າ, ປ່ຽນຣະບົບນ້ຳກະຊິບໍ່ທັນ. ລະຊິປູກຮອດຂອບເຂດແບບແຕ່ເກົ່າ ມັນກະປູກບໍ່ໄດ້, ອັນນີ້ໄດ້ເຮັດຢູ່ເທິງ ບໍ່ໄດ້ເຮັດເຕັມເມັດເຕັມໜ່ວຍ ບໍ່ເຕັມຮ້ອຍປານໃດ.”

ຊາວລາວ ທ່ານນຶ່ງ ຢູ່ບ້ານດອນເຊໂຮງ, ເມືອງໂຂງ ແຂວງຈຳປາສັກ ເວົ້າວ່າ ໂຕເອງເປັນຜູ້ໄປວັດແທກຣະດັບນ້ຳຂອງ ຢູ່ບໍຣິເວນ ເຂດດອນສະໂຮງທຸກມື້ ກໍພົບວ່າ ຣະດັບນ້ຳ ຂຶ້ນໆ-ລົງໆ ມື້ລະ 6-7 ຊັງຕີແມັຕ, ແຕ່ຍັງບໍ່ໄດ້ສົ່ງຜົລກະທົບ ຕໍ່ການຫາກິນ ຂອງຊາວບ້ານເທື່ອ.

“ມັນກະຄ່ອຍຂຶ້ນຄ່ອຍລົງ ທັມມະດາຢູ່ຊື່ໆ, ແຕ່ວ່າມັນບໍ່ແມ່ນວ່າ ມັນຊິບົກວາບໆໄປ ມື້ລະ 6-7 ເຊັນ ມັນກະຄືເຂົາປ່ອຍເຂື່ອນບໍ ຫຼືວ່າເປັນນຳຟ້າຝົນບໍ. ເຮົາກະບໍ່ຮູ້ວ່າ ທາງເໜືອກະໄດ້ຍິນຂ່າວວ່າ ປ່ອຍເຂື່ອນແດ່ຫັ້ນແຫຼະ. ຄັນວ່າເຂົາຝົນດີ ທາງເໜືອເນາະ ມັນຫຼາຍເຂື່ອນເນາະ.”

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສຳນັກງານ ຊັພຍາກອນແຫ່ງຊາຕໄທຍ ເຂື່ອນຈິ່ງຫົງ ເປັນເຂື່ອນລຸ່ມສຸດ ຂອງຈີນ ທີ່ປ່ອຍນ້ຳລົງມາ ແມ່ນ້ຳຂອງຕອນລຸ່ມ ຫ່າງຈາກປະເທດໄທຍ ປະມານ 300 ກິໂລແມັຕ. ການປັບຫຼຸດ ການຣະບາຍນ້ຳ ຈາກເຂື່ອນຈິ່ງຫົງນີ້, ຈະມີໄປຈົນເຖິງວັນທີ 24 ມົກກະຣາ ຫຼັງຈາກນັ້ນ ເຂື່ອນຈິ່ງຫົງ ຈະຣະບາຍນ້ຳ ຕາມປົກກະຕິ.

ເວົ້າເຖິງເຣື່ອງຣະດັບນໍ້າ ໃນແມ່ນໍ້າຂອງຫຼຸດລົງ ແລະ ອີງຕາມຄໍາຖແລງ ຂອງ MRC ຈາກນະຄອນຫຼວງວຽງຈັນ ວັນທີ 6 ມົກກະຣາ 2021, ການໄຫຼຂອງນໍ້າ ຢູ່ສະຖານີ ເຂື່ອນຈິ່ງຫົງ ໃນແຂວງ ຢຸນນານ ຂອງຈີນ ແມ່ນຫຼຸດລົງ ເນື່ອງຈາກການສ້ອມແປງ ບໍາຣຸງໂຄງຂ່າຍໄຟຟ້າ ທີ່ມີກໍານົດ ແຕ່ວັນທີ 5 ຫາ 24 ມົກກະຣາ, ເຊິ່ງຈະເຮັດໃຫ້ ຣະດັບນໍ້າ ໃນແມ່ນໍ້າຂອງ ໃນເຂດລາວ, ໄທຍ ແລະ ກັມພູຊາ ມີການປ່ຽນແປງ.

ອີງຕາມການແຈ້ງການ ຂອງກະຊວງແຫຼ່ງຊັພຍາກອນນໍ້າ ຂອງຈີນ ທີ່ທາງ MRC ໄດ້ຮັບເມື່ອວັນທີ 5 ມົກກະຣາ ນີ້ແລ້ວແມ່ນວ່າ ການສ້ອມແປງ ບໍາຣຸງໂຄງຂ່າຍໄຟຟ້າ ຂອງຈີນ ຈະເຮັດໃຫ້ການໄຫຼຂອງນໍ້າ ຫຼຸດລົງ 1,000 ແມັຕກ້ອນ ຕໍ່ວິນາທີ ຕັ້ງແຕ່ວັນທີ 5 ເຖິງ 24 ມົກກະຣາ. ປະຣິມານນໍ້າ ຈະຄ່ອຍໆກັບຄືນ ສູ່ສະພາບປົກຕິ ໃນວັນທີ 25 ມົກກະຣາ. ແຕ່ກະຊວງແຫຼ່ງຊັພຍາກອນນ້ຳ ຂອງຈີນ ບໍ່ໄດ້ຣະບຸເຖິງ ຣະດັບນໍ້າຂອງ ກ່ອນຈະຫຼຸດ ການປ່ອຍນໍ້າລົງມາ ຫຼືປະຣິມານນໍ້າ ທີ່ຈະເພິ່ມຂຶ້ນ ໃນວັນທີ 25 ມົກກະຣາ.

ພາຍໃຕ້ຂໍ້ຕົກລົງ ຣະຫວ່າງຈີນ ແລະ MRC ຈີນໃຫ້ຄໍາໝັ້ນ ທີ່ຈະແຈ້ງໃຫ້ MRC ແລະ ປະເທດສະມາຊິກຊາບ ກ່ຽວກັບການ ຂຶ້ນ-ລົງ ຂອງນໍ້າທີ່ຜິດປົກຕິ ຫຼືການປ່ອຍນໍ້າ ແລະ ຂໍ້ມູນອື່ນໆ ກ່ຽວກັບປັດຈັຍ ທີ່ອາຈນໍາໄປສູ່ ນໍ້າຖ້ວມຢ່າງກະທັນຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.