ຄວັນໄຟເຜົາຂີ້ເຫຍື້ອ ສ້າງມົລພິດ ໃສ່ຊາວບ້ານ

ໄຊຍາ
2021.01.08
ຄວັນໄຟເຜົາຂີ້ເຫຍື້ອ ສ້າງມົລພິດ ໃສ່ຊາວບ້ານ ຄວັນໄຟສນາມຂີ້ເຫຍື້ອ ຢູ່ ວັງວຽງ, ໄໝ້ມາແຕ່ວັນທີ 05 ມົກຣາ ເຖິງປັຈຈຸບັນ ກໍຍັງບໍ່ໄດ້ຮັບການແກ້ໄຂ.
ນັກຂ່າວພົລເມືອງ

ຄວັນໄຟ ຈາກສນາມຂີ້ເຫຍື້ອ ຂອງວັງວຽງ ເຣີ່ມໄໝ້ມາຕັ້ງແຕ່ ວັນທີ 05 ມົກຣາ ເປັນຕົ້ນມາ, ຈົນມາເຖິງປັຈຈຸບັນຍັງບໍ່ໄດ້ຮັບການ ແກ້ໄຂ. ຊາວບ້ານທີ່ອາສັຍຢູ່ເຂດນັ້ນ; ດັ່ງ ບ້ານຂັນໝາກ, ບ້ານໂພນວຽງ ແລະ ບ້ານນາມອນ ໄດ້ຮັບຜົລກະທົບ ຄວັນດຳຈາກໄຟ ຈູດເຜົາຂີ້ເຫຍື້ອ, ປີວປົກຄຸມທົ່ວບໍຣິເວນເຮັດໃຫ້ ຊາວບ້ານຫາຍໃຈຍາກ ແລະ ກິ່ນຂີວເໝັນ ກະຈາຍໄປທົ່ວ. ດັ່ງຊາວບ້ານໂພນວຽງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 08 ມົກຣາ 2021 ວ່າ:

"ໄດ້ຍິນເຂົາວ່າມັນມີຄົນລັກລອບໄປຈູດຂີ້ເຫຍື້ອ, ແລ້ວມັນກໍລາມ ຕອນແລງກັບຕອນເຊົ້າ. ມັນເປັນກອງຂີ້ເຫຍື້ອໃຫຍ່ມີແຕ່ຄວັນ ແຫຼະສ່ວນຫຼາຍ, ຫຼາຍບ້ານ 3-4 ໝູ່ບ້ານ ໂອ້ຍຫຼາຍຮ້ອຍຫັ້ນແຫຼະ 2-3 ປີ ແລ້ວມີຫຼາຍປີແລ້ວ ສເນີໄປກໍບໍ່ເຫັນມາປັບປຸງຈັກເທື່ອ."

ຊາວບ້ານໄດ້ກ່າວຕື່ມວ່າ, ສຳລັບການລັກຈູດຂີ້ເຫຍື້ອຄັ້ງຫຼ້າສຸດແມ່ນມີການຈູດ ເມື່ອວັນທີ 5-6 ມົກຣາ ນີ້. ໃນວັນທີ 08 ມົກຣາ, ທາງເມືອງກໍລົງມາເບິ່ງບັນຫາ ທີ່ເກີດຂຶ້ນ ແຕ່ກໍບໍ່ແນ່ໃຈ ວ່າເພິ່ນຊິແກ້ໄຂບັນຫານີ້ໄດ້ຫຼືບໍ່.

ສ່ວນບ່ອນຖິ້ມຂີ້ເຫຍື້ອດັ່ງກ່າວ, ເປັນສນາມຖິ້ມຂີ້ເຫຍື້ອ ຂອງເມືອງວັງວຽງ ແຕ່ບໍ່ຮູ້ວ່າແມ່ນດິນຂອງໃຜເປັນຜູ້ຈັດການບ່ອນຖິ້ມ ຂີ້ເຫຍື້ອນີ້. ຊາວບ້ານໃນເຂດ ສາມບ້ານທີ່ອາສັຍ ຢູ່ໃກ້ຄຽງໄດ້ຮັບຜົລກະທົບ ຈາກ ການຈູດຂີ້ເຫຍື້ອນີ້ ມາຫຼາຍປີແລ້ວ ແຕ່ໄລຍະ 2-3 ມື້ຜ່ານມາຖືກວ່າໄດ້ຮັບຄວາມເດືອດຮ້ອນຫຼາຍ, ຄວັນດຳປີວປົກຄຸມຫຼາຍ ແລະ ສົ່ງກິ່ນຂິວ ໄປທົ່ວ. ດັ່ງຊາວບ້ານຂັນໝາກ ໄດ້ກ່າວວ່າ:

"ຈູດຂີ້ເຫຍື້ອຫັ້ນແຫຼະຄວັນໝອກ, ຄວັນໄຟ, ຄວັນຂີ້ຝຸ່ນ, ຄວັນຈາກ ເສດຂີ້ເຫຍື້ອຫັ້ນແຫຼະ ຕລອດມາກໍເປັນຢູ່ແຕ່ບໍ່ໜັກປານນີ້. ບໍ່ໃຫ້ເພິ່ນຈູດຫັ້ນແຫຼະ ຈະຖິ້ມບ່ອນນີ້ກໍໃຫ້ໄປຖິ້ມຊື່ໆ ບໍ່ຢາກໃຫ້ເພິ່ນຈູດ ຖ້າເປັນໄປໄດ້ກໍຢາກໃຫ້ຍ້າຍໄປຢູ່ບ່ອນທີ່ວ່າ, ໄກບ້ານ ປະຊາຊົນໄກເມືອງຫັ້ນນ່າ."

ຕໍ່ກັບບັນຫາດັ່ງກ່າວທາງແຂວງວຽງຈັນ ໄດ້ໃຫ້ຄຳເຫັນວ່າ, ຕ້ອງໄດ້ໃຫ້ເມືອງວັງວຽງເປັນຜູ້ແກ້ໄຂບັນານີ້. ດັ່ງເຈົ້າໜ້າທີ່ຫ້ອງການ ປົກຄອງແຂວງວຽງຈັນ ບໍ່ປະສົ່ງອອກຊື່ກ່າວວ່າ:

"ເຂົາເຈົ້າຈຸດຂີ້ເຫຍື້ອ ທີ່ຢູ່ທາງເມືອງ ທີ່ເອົາໄປຖິ້ມຫັ້ນ, ຄວັນຂີ້ິເຫຍື້ອມັນ ມີຜົລກະທົບຕໍ່ປະຊາຊົນ ທີ່ຢູ່ໃນເຂດນັ້ນ, ບ້ານໂພນວຽງ ເຮົາກໍບໍ່ຮູ້ວ່າທາງເມືອງ ເພິ່ນຊິເຮັດແນວໃດ."

ສ່ວນເຈົ້າໜ້າທີ່ ຫ້ອງການປົກຄອງເມືອງວັງວຽງ ຍັງບໍ່ທັນໄດ້ອອກມາຊີ້ແຈງ ຕໍ່ກັບກໍຣະນີນີ້ເທື່ອ. ເຖິງວ່ານັກຂ່າວ RFA ໄດ້ໂທ ສອບຖາມ ແຕ່ເຈົ້າໜ້າທີ່ ກໍບໍ່ພ້ອມທີ່ຈະຕອບ.

ສນາມຂີ້ເຫຍື້ອແຫ່ງນີ້ ແມ່ນສນາມຖິ້ມຂີ້ເຫຍື້ອ ຂອງເມືອງວັງວຽງ ເຊິ່ງປີຜ່ານມາກໍເກີດເຫດການຈູດຂີ້ເຫຍື້ອ ເມື່ອກາງເດືອນເມສາ ສ້າງຄວາມເດືອດຮ້ອນ ໃຫ້ກັບປະຊາຊົນທີ່ ອາສັຍຢູ່ໃກ້ເຂດນ້ັນ. ໂດຍໄຟໄໝ້ກອງຂີ້ເຫຍື້ອຄັ້ງນັ້ນ ທາງການເມືອງວັງວຽງ ໄດ້ຣະບຸ ວ່າແມ່ນມີຄົນໄປລັກຈູດຂີ້ເຫຍື້ອ, ແລະໄດ້ເອົາຣົດນໍ້າໄປ ສີດດັບມອດແຕ່ກໍບໍ່ໄດ້ມີການ ຈັດການໃດໆ ຈົນມາຮອດເດືອນມົກຣາປີນີ້ ກໍມາເກີດເຫດການນີ້ຊໍ້າອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.