ກົມຄວບຄຸມພຍາດຕິດຕໍ່, ກະຊວງສາທາຣະນະສຸຂ ຂອງລາວ ໄດ້ຣາຍງານ ເມື່ອວັນທີ 6 ມົກກະຣາ 2021 ວ່າ ໃນປີ 2020 ທີ່ ຜ່ານມາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ໃນທົ່ວປະເທດ 8,248 ຄົນ ແລະ ໃນນັ້ນ ເສັຽຊີວິຕ 13 ຄົນ, ເຊິ່ງໄຂ້ຍຸງລາຍ ສາມາດແຜ່ເຊື້ອໄດ້ ໃນຣະດູໜາວ. ພ້ອມກັນນັ້ນ, ກໍໄດ້ເຕືອນປະຊາຊົນ ຢ່າລະເລີຍ ໃນການທຳລາຍໜອນນ້ຳ ຫຼື ອະນາມັຍເຮືອນຊານ ໃຫ້ສະອາດ. ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 7 ມົກກະຣາ ນີ້ວ່າ:
“ຣະດູໜາວນີ້ ມັນກະມີໂອກາດຕິດໄດ້, ຄັນຍຸງມີເຊື້ອໄປກັດ ຜູ້ທີ່ຖືກເຊື້ອ ຫຼືວ່າເພິ່ນກຳລັງໄຂ້ ອັນນີ້ກະຕິດໄດ້. ບໍ່ຈຳເປັນວ່າຈະ ຕ້ອງແມ່ນຣະດູຝົນ, ແຕ່ວ່າຣະດູຝົນ ຈະມີອັດຕຣາ ສ່ຽງສູງກວ່າ ຍ້ອນວ່າ ປະຊາກອນ ຂອງຍຸງມັນຂຶ້ນ. ເພາະວ່າແຫຼ່ງເພາະພັນ ຍຸງມັນຫຼາຍ ເປັນນ້ຳຂັງນ້ຳຫຍັງ.”
ທ່ານກ່າວຕື່ມວ່າ ໃນປີຜ່ານມາ, ນະຄອນຫຼວງວຽງຈັນ ຄອງສະຖິຕິ ມີຜູ້ຕິດເຊື້ອຫຼາຍກວ່າໝູ່ 1,877 ຄົນ ຮອງລົງມາ ແມ່ນ ແຂວງບໍຣິຄຳໄຊ 935 ຄົນ, ແຂວງບໍ່ແກ້ວ 740 ຄົນ, ແຂວງວຽງຈັນ 720 ຄົນ. ສາເຫດສ່ວນໃຫຍ່ ທີ່ຕິດເຊື້ອຫຼາຍ ແມ່ນຍ້ອນ ປະຊາຊົນ ບໍ່ເອົາໃຈໃສ່ ປະຕິບັດຫຼັກການ 5 ປໍ ແລະ ບໍ່ທຳລາຍ ໜອນນ້ຳຍຸງລາຍ ເປັນປະຈຳ. ເຖິງແມ່ນວ່າ ຈະມີເຈົ້າໜ້າທີ່ ໄປໂຄສະນາ ປຸກຣະດົມກໍຕາມ, ກໍຍັງບໍ່ພາກັນປະຕິບັດ ແລະ ບາງຄົນ ເມື່ອເປັນໄຂ້ແລ້ວ ກໍມັກຊື້ຢາ ມາປິ່ນປົວເອງ ຈົນເມື່ອ ອາການຮຸນແຮງ ຈຶ່ງມາຫາທ່ານໝໍ.
“ມັນກະມີໂອກາດ ຮ້າຍແຮງຂຶ້ນ, ໂດຍສະເພາະຜູ້ທີ່ ປະຊາຊົນ ເຂົາເຈົ້າບໍ່ເຂົ້າໃຈ ກະອາຈໄປໃສ່ນ້ຳເກືອດ້ວຍໂຕເອງ ທີ່ມັນເກີນ ຄວາມຈຳເປັນ ອີ່ຫຍັງຕ່າງໆ ມັນເຮັດໃຫ້ກ້າວໄປ ພາວະນ້ຳຖ້ວມປອດ ຫຼືວ່າຜູ້ທີ່ມີ ພຍາດຊຳເຮື້ອ ລະກະກ້າວໄປ ເປັນພາວະ ອາການເລືອດໄຫຼ ຖ້າບໍ່ໄດ້ຮັບການປິ່ນປົວ ທີ່ຖືກຕ້ອງ ທາງດ້ານແພດໝໍ, ຫັ້ນນ່າ.”
ຫຼ້າສຸດນີ້, ກໍມີຣາຍງານຕື່ມວ່າ ຕັ້ງແຕ່ວັນທີ 26 ທັນວາ 2020 ຫາ ວັນທີ 4 ມົກກະຣາ 2021 ກໍມີຜູ້ຕິດເຊື້ອໄຂ້ຍຸງລາຍ 24 ຄົນແລ້ວ. ເຈົ້າໜ້າທີ່ ຕ້ານໄຂ້ຍຸງລາຍ ແຂວງວຽງຈັນ ກ່າວວ່າ ປັດຈຸບັນ, ມີຜູ້ຕິດເຊື້ອໄຂ້ຍຸງລາຍ 2 ຄົນ ແລະ ໃນປີນີ້ ເຈົ້າໜ້າທີ່ ກໍມີແຜນ ຈະລົງໂຄສະນາ ເຜີຍແຜ່ຂໍ້ມູນ ໃຫ້ປະຊາຊົນຮັບຮູ້ ເຖິງຄວາມແຕກຕ່າງກັນ ຣະຫວ່າງໄຂ້ຍຸງລາຍ ແລະ ໄວຣັສໂຄວິດ-19 ຄື ໄຂ້ຍຸງລາຍ ເບື້ອງຕົ້ນ ຈະມີໄຂ້, ປວດເມື່ອຍ, ເຈັບຫົວ ແລະ ມີຕຸ່ມແດງ ຕາມຮ່າງຄີງ ມີພາຫະນຳເຊື້ອ ຄືຍຸງລາຍ ແລະ ສຳລັບເຊື້ອໄວຣັສໂຄວິດ-19 ນັ້ນ ເບື້ອງຕົ້ນ ຈະມີອາການໄຂ້, ໄອແຫ້ງ, ເຈັບຄໍ, ເຈັບທ້ອງ, ອ່ອນເພັຽ, ແລະ ກິນອາຫານ ບໍ່ຮູ້ສຶກມີລົດຊາດ. ດັ່ງທ່ານກ່່າວວ່າ:
“ເພື່ອເປັນການເຕືອນສະຕິ ຂອງປະຊາຊົນ ມີແຜນກຽມຈະລົງ ໃຫ້ຄວາມຮູ້ ແກ່ປະຊາຊົນ ຕາມຈຸດທີ່ມີການເກີດໂຕເລຂ. ຣະມັດ ຣະວັງ ເຣື່ອງການຊື້ຢາກ ມາປິ່ນປົວເອງຢູ່ເຮືອນ. ຈຳແນກໃຫ້ຟັງວ່າ ຣະຫວ່າງໄຂ້ເລືອດອອກ ແລະ ໂຄວິດ-19 ນີ້, ມັນຈະເປັນ ແນວນີ້.”
ເຈົ້າໜ້າທີ່ຕ້ານໄຂ້ຍຸງ ແຂວງຄຳມ່ວນ ທ່ານນຶ່ງກໍເວົ້າວ່າ ໃນປີ 2020 ແຂວງຄຳມ່ວນ ມີຜູ້ຕິດເຊື້ອ 400 ປາຍຄົນ ແລະ ເສັຽຊີວິຕ 2 ຄົນ. ສ່ວນໃຫຍ່ຢູ່ເມືອງທ່າແຂກ ແລະ ເມືອງມະຫາໄຊ, ແຕ່ປັດຈຸບັນ ແຂວງຄຳມ່ວນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 1 ຄົນເທົ່ານັ້ນ ແລະ ປີນີ້ ກໍມີແຜນ ລົງໂຄສະນາ ໃຫ້ຊາວບ້ານຄືເກົ່າ ເພື່ອຊ່ອຍກັນປ້ອງກັນ ແລະ ທຳລາຍ ໜອນນ້ຳຍຸງລາຍ.
“ເຮົາລົງໂຄສະນາ ສຸຂສຶກສາ ໃຫ້ເຂົາເຈົ້າ ແຕ່ລະບ້ານ ແຕ່ລະບ້ານເດ, ແຕ່ລະເມືອງ, ຫັ້ນນ່າ. ຖ້າເກີດກໍຣະນີແບບນີ້ ລະໃຫ້ມາ ໂຮງໝໍ ຫຼືວ່າສຸຂສາລາ ບໍ່ໃຫ້ປົວເອງ.”
ຊາວບ້ານ ທ່ານນຶ່ງ ເວົ້າວ່າ ຄອບຄົວ ຂອງລາວເອງ ກໍເຄີຍມີຄົນ ເປັນໄຂ້ຍຸງລາຍ ອາການກໍຄືເປັນໄຂ້ທັມມະດາ, ແຕ່ເມື່ອໄປຫາ ທ່ານໝໍ ກໍພົບວ່າເປັນໄຂ້ຍຸງລາຍ ນອນປິ່ນປົວ ຢູ່ໂຮງໝໍເປັນອາທິດ ບໍ່ໄດ້ເສັຽຄ່າໃຊ້ຈ່າຍ. ປັດຈຸບັນ, ຕົນເອງບໍ່ຢ້ານ ໄຂ້ຍຸງລາຍ ແລ້ວ, ແຕ່ຢ້ານໂຄວິດ-19 ຫຼາຍກວ່າ.
“ມີອາການຄີງຮ້ອນ ຄີງຮ້ອນລະກະໄອ ໄອນຳແດ່ເນາະ ເຈັບຫົວ. ມີແຕ່ໄປສຸຂສາລາ ລະກະໄປໂຮງໝໍເມືອງເລີຍ, ປະມານ 1 ທິດໄດ໋ ນອນໂຮງໝໍ. ກະໄດ້ອະນາມັຍ ໄດ້ອັນນັ້ນຢູ່ໄດ໋ ຢ້ານໂຄວິດ-19 ພຸ້ນແຫຼະ ຫຼາຍກວ່ານ່າ.”
ຊາວບ້ານ ອີກທ່ານນຶ່ງ ກໍເວົ້າວ່າ ປັດຈຸບັນນີ້, ຢ້ານທັງໄວຣັສໂຄວິດ-19 ແລະ ກໍຢ້ານໄຂ້ຍຸງລາຍ, ເຊິ່ງກໍເຮັດອະນາມັຍ ເຮືອນຊານ ກັນຢູ່ ແລະ ຜ່ານມາ ກໍມີເຈົ້າໜ້າທີ່ ມາໃຫ້ຂໍ້ມູນ ກ່ຽວກັບໄຂ້ຍຸງລາຍນີ້.
“ໄຂ້ຍຸງກະຢ້ານ ໂຄວິດ-19 ກະຢ້ານຫັ້ນແຫຼະ. ເຂົາເຈົ້າກະລົງມາກວດ ລະກະບາດນັ້ນມາ ເຂົາເຈົ້າກະມາ ສັກຢາຢູ່ວັດ ລວມໝົດບ້ານ.”
ອີງຕາມຂໍ້ມູນ ຂອງກະຊວງສາທາຣະນະສຸຂ ຂອງລາວ ໃນປີ 2019 ຈຳນວນຜູ້ຕິດເຊື້ອ ໄຂ້ຍຸງລາຍ ມີທັງໝົດ 39,000 ປາຍຄົນ ແລະ ເສັຽຊີວິຕເຖິງ 76 ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນ ຫຼາຍກວ່າໝູ່ ມີຜູ້ຕິດເຊື້ອ 10,813 ຄົນ ແລະ ເສັຽຊີວິຕ 25 ຄົນ. ຮອງລົງມາ ແມ່ນແຂວງສວັນນະເຂດ ມີຜູ້ຕິດເຊື້ອ 6,401 ຄົນ ແລະ ເສັຽຊີວິຕ 22 ຄົນ.