ລາວ ສັກວັກຊິນຕ້ານໂຄວິດ ໃຫ້ກຸ່ມທີ່ສ່ຽງ

ຈໍາປາທອງ
2021.01.05
ລາວ ສັກວັກຊິນຕ້ານໂຄວິດ ໃຫ້ກຸ່ມທີ່ສ່ຽງ ກຸ່ມທໍາອິດຄື; ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ໄດ້ຮັບການທົດລອງ ສັກວັກຊິນ Sinovac ປ້ອງກັນໄວຣັສ ໂຄວິດ-19 ຈາກ ນາຍແພດຈີນ.
ພາບປະກອບ: ນັກຂ່າວພົລເມືອງ

ນັບຕັ້ງແຕ່ທ້າຍເດືອນ ພຶສຈິກາ 2020 ເຖິງປັດຈຸບັນ, ທາງການລາວ ໄດ້ເລິ່ມສັກວັກຊິນຕ້ານໄວຣັສໂຄວິດ-19 ຈໍານວນ 2,500 ໂດສ, ໃຫ້ບຸກຄົນທີ່ມີຄວາມສ່ຽງ ເປັນຕົ້ນແພດ, ໝໍ ທີ່ ສໍາຜັດໂດຍກົງກັບຜູ້ຕິດເຊື້ອພຍາດນີ້ ແລະ ເລັ່ງໃສ່ຜູ້ທີ່ເຮັດວຽກໃນເຂດ ນະຄອນຫລວງວຽງຈັນ ນີ້ກ່ອນ. ຢາວັກຊິນຈໍານວນທີ່ວ່ານັ້ນ ແມ່ນໄດ້ຮັບການຊ່ອຍເຫຼືອ ຈາກ ອົງການ Sinopharm ຂອງຈີນ 2,000 ໂດສ ແລະ ຈາກອົງການ Sputnik V ຂອງ ຣັດເຊັຍ 500 ໂດສ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມໄວຣັສໂຄວິດ-19 ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ມົກກະຣາ ນີ້ວ່າ:

“ດຽວນີ້ເພິ່ນກະໃຊ້ແລ້ວ, ໃຊ້ເລີ່ມໃຊ້ຢູ່ໂຮງໝໍສູນກາງ, ຂະເຈົ້າໃຊ້ບຸຄລາກອນ ທາງການແພດສະກ່ອນ. ປັດຈຸບັນ ຢູ່ສູນກາງກໍາລັງ ສັກຢູ່ທຸກມື້ຢູ່, ພວກທີ່ມີຄວາມສ່ຽງເນາະ ແພດ ໝໍ.”

ກ່ອນໜ້ານີ້ ຄືໃນມື້ວັນທີ 31 ທັນວາ 2020, ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ໄດ້ຖແລງຕໍ່ ສື່ມວລຊົນ ທາງການລາວວ່າ ຈາກການສັກວັກຊິນ ໃນຮອບທໍາອິດ ແລະ ຮອບທີສອງ ປາກົດ ວ່າບໍ່ມີຜົລຂ້າງຄຽງ ຕໍ່ຜູ້ທີ່ໄດ້ຮັບ ການສັກຢາວັກຊິນນັ້ນ, ດັ່ງທີ່ທ່ານກ່າວໃນຕອນນຶ່ງວ່າ:

“ມາຮອດປັດຈຸບັນນີ້ ສປຈີນ ໄດ້ມອບໃຫ້ລາວເຮົານີ໋ ຈໍານວນ 2 ພັນໂດສ, ເພື່ອນໍາໃຊ້ສັກ ກໍຣະນີສຸກເສີນ ແລະ ຮອບທີ 1 ກໍໄດ້ສັກໄປແລ້ວ. ລະຮອບທີ 2 ກະໄດ້ສັກໄປແລ້ວ ປາກົດວ່າບໍ່ມີຜົລຂ້າງຄຽງ ຫຍັງຫລາຍຫັ້ນນະ, ອັນນີ້ກະຖືວ່າເປັນວັກຊິນ ທີ່ພວກເຮົາຖືວ່າເຊື່ອໝັ້ນໄດ້."

ທ່ານກ່າວຕື່ມວ່າ ທາງການລາວພົວພັນກັບ ຫລາຍອົງການ ເພື່ອຕິດຕໍ່ຂໍການຊ່ອຍເຫລືອ ແລະ ຊື້ວັກຊິນຕ້ານໄວຣັສໂຄວິດ-19 ເປັນຕົ້ນ ອົງການ Sinovac ຂອງຈີນ, ແຕ່ຍັງບໍ່ທັນ ໄດ້ຮັບເທ່ືອ, ຈາກອົງການ Covax Facility GAVI ຊຶ່ງໄດ້ຕົກລົງກັນແລ້ວ ແລະ ຄາດວ່າອົງການນີ້ ຈະຊ່ອຍເຫລືອດ້ານການສັກວັກຊິນ ຕ້ານໄວຣັສໂຄວິດ-19 ໃຫ້ ປະຊາຊົນລາວ 20% ຫລື ປະມານ 1,600,000 ຄົນ ຊຶ່ງຄາດວ່າຈະໄດ້ສັກໃນປີນີ້.

ການສັກວັກຊິນ ຈະສຸມໃສ່ບຸຄລາກອນ ການແພດ, ກຸ່ມຜູ້ສູງໄວ, ຜູ້ມີພຍາດປະຈໍາໂຕ, ພະນັກງານທະນາຄານ ແລະເຈົ້າໜ້າທີ່ ທີ່ເຮັດວຽກປະຈໍາດ່ານກວດຄົນ ເຂົ້າ-ອອກ ຊາຍແດນ ແລະພ້ອມກັນນັ້ນ ທາງຣັຖບາລ ກໍໄດ້ກະກຽມງົບປະມານ ອີກຈໍານວນນຶ່ງ, ເພື່ອຈັດຊື້ວັກຊິນຕ້ານໄວຣັສໂຄວິດ-19 ສໍາລັບສັກໃຫ້ປະຊາຊົນລາວ ທົ່ວປະເທດ ໃນປີຕໍ່ໆໄປ.

ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ກ່າວຕໍ່ສື່ມວນຊົນທາງການລາວ ໃນມື້ວັນທີ 5 ມົກກະຣາ ນີ້ວ່າ ບຸຄລາກອນການແພດ ທີ່ເປັນກຸ່ມເປົ້າໝາຍຕໍ່ໄປ ກໍານົດໃຫ້ສັນວັກຊິນ ຕ້ານໂຄວິດ-19 ໃນອາທິດໜ້າ ພາຍຫລັງ 100 ປາຍຄົນ ຊຶ່ງກຸ່ມທໍາອິດ ທີ່ໄດ້ສັກໄປແລ້ວ ເມື່ອທ້າຍເດືອນ ພຶສຈິກາ 2020 ແລະ ໃນມື້ວັນທີ 22 ທັນວາ 2020 ໂດຍບໍ່ມີຜົລຂ້າງຄຽງ, ອີງຕາມການຣາຍງານ ຂອງ ວຽງຈັນທາມສ໌ ວັນທີ 6 ມົກກະຣາ 2021 ນີ້.

ກ່ຽວກັບເຣື່ອງການສັກວັກຊິນນີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກກະຣາ ນີ້ວ່າ ຮູ້ສຶກດີໃຈ ທີ່ຄົນລາວໄດ້ສັກວັກຊິນ ຕ້ານໄວຣັສ ໂຄວິດ-19 ໄປແລ້ວເປັນບາງສ່ວນ, ແຕ່ກໍຍັງບໍ່ຮູ້ເທື່ອວ່າ ສໍາລັບປະຊາຊົນທົ່ວ ໄປຈະໄດ້ສັກວັກຊິນ ນັ້ນເມື່ອໃດ, ມັນຂຶ້ນຢູ່ກັບກະຊວງສາທາຣະນະສຸຂ ທີ່ເປັນຜູ້ກໍານົດ ດັ່ງທີ່ທ່ານ ກ່າວວ່າ:

“ຍັງບໍ່ໄດ້ຍິນຂ່າວ ເຣື່ອງວ່າຈະໄດ້ຮັບການຊ່ວຍເຫລືອ ຢາວັກຊິນເນາະ, ກະຍັງບໍ່ໄດ້ຍິນເພິ່ນເວົ້າເດ໋, ມັນກໍຂຶ້ນຢູ່ກັບທາງເບື້ອງ ທາງການ ກໍຄືກະຊວງສາທາຣະນະສຸກ ປະມານ ນັ້ນແຫລະ.”

ຢູ່ ແຂວງສວັນນະເຂດ ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນອກຈາກນະຄອນຫຼວງ ວຽງຈັນແລ້ວ, ຢູ່ແຂວງອື່ນໆ ຍັງບໍ່ທັນໄດ້ຮັບ ວັກຊິນຕ້ານໄວຣັສ ໂຄວິດ-19 ນີ້ເທື່ອ, ແຕ່ກໍເຊື່ອວ່າ ທາງກະຊວງສາທາຣະນະສຸຂ ຈະຄ່ອຍໆມອບໃຫ້ແຂວງຕ່າງໆ ເພື່ອສັກໃຫ້ກຸ່ມສ່ຽງ ຢູ່ພາຍໃນແຂວງຂອງຕົນ:

“ຈະແບ່ງສ່ວນນຶ່ງມາໃຫ້ ສວັນນະເຂດ ຢູ່ ແຕ່ບໍ່ຮູ້ຈະໃຫ້ຈໍານວນເທົ່າໃດ, ຄິດວ່າຈະໄປທຸກແຂວງເນາະ, ໃນບັນດາກຸ່ມສ່ຽງທັງໝົດ ຄິດວ່າຈະໄກ້ໃຊ້ບໍ່ກາຍເດືອນ 4 ທັງໝົດເລີຍນະ ເຈົ້າ.”

ແລະ ແຂວງໄຊຍະບູລີ ກໍເປັນແຂວງນຶ່ງ ທີ່ກໍາລັງລໍຖ້າວັກຊິນດັ່ງກ່າວ, ເພື່ອສັກໃຫ້ກຸ່ມສ່ຽງ ທີ່ທາງກະຊວງສາທາຣະນະສຸກໄດ້ ກໍານົດ, ແຕ່ຍັງບໍ່ຮູ້ເທື່ອວ່າຈະໄດ້ຮັບເມື່ອໃດ, ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງໄຊຍະບູລີ ກ່າວຕໍ່ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກກະຣາ ນີ້ວ່າ:

“ຍັງບໍ່ໄດ້ຮັບເທື່ອ ເຈົ້າ, ເພິ່ນຍັງບໍ່ໄດ້ແຈ້ງຫຍັງມາເທື່ອ, ໂຕນີ້ຫັ້ນເຮົາກະບໍ່ທັນຮູ້ ລະອຽດເນາະ, ມີແຕ່ປະສານງານຫາທາງສູນກາງ ຄືນຫັ້ນນະ.”

ມາເຖິງປັດຈຸບັນ ຢູ່ປະເທດລາວ ມີຜູ້ຕິດເຊື້ອພຍາດໂຄວິດ-19 ທັງໝົດ 41 ຄົນ. ໃນນັ້ນປິ່ນປົວຫາຍດີ ແລ້ວ 40 ຄົນ ແລະ 1 ຄົນ ກໍາລັງປິ່ນປົວ ຢູ່ໂຮງໝໍ 150 ຕຽງ ທີ່ນະຄອນຫລວງວຽງຈັນ, ອີງຕາມການຣາຍງານ ຂອງ ກະຊວງສາທາຣະນະສຸຂລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.