ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ໄດ້ຖແລງຂ່າວ ປະຈຳວັນ ເມື່ອວັນທີ 18 ມິຖຸນາ ຜ່ານມາ ຈາກຜົລກວດວິເຄາະຫາ ເຊື້ອທັງໝົດ 1,479 ຄົນ ໃນນີ້ພົບຜູ້ຕິດເຊື້ອ ກໍຣະນີ ໃໝ່ 13 ຄົນ ເຊີ່ງກວດພົບຢູ່ນະຄອນຫຼວງວຽງຈັນ 7 ຄົນ, ແຂວງຈຳປາສັກ 4 ຄົນ ແລະ ແຂວງສວັນນະເຂດ 2 ຄົນ. ມາເຖີງປັຈຈຸບັນ ຍອດຜູ້ຕິດເຊື້ອໂຄວິດ-19 ມີທັງໝົດ 2,047 ຄົນ. ດັ່ງ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸກ ຕາງໜ້າໃຫ້ຄະນະສະເພາະກິຈ ໄດ້ຖແລງເມື່ອວັນທີ 18 ມິຖຸນາ ມີບາງຕອນໄດ້ ກ່າວວ່າ:
"ມາຮອດວັນທີ 17 ມິຖຸນາ 2021 ໄດ້ກວດວິເຄາະ ທັງໝົດ 1,479 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອ ທັງໝົດ 13 ຄົນ ຈາກນະຄອນ ຫຼວງວຽງຈັນ 7 ຄົນ ສວັນນະເຂດ 2 ຄົນ ແລະ ແຂວງຈຳປາສັກ 4 ຄົນ."
ທ່ານໄດ້ກ່າວຕື່ມວ່າ ຈາກການລົງກວດກາ ຂອງ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນການສັກວັກຊີນ ປ້ອງກັນໂຄວິດ-19 ຮອບໃໝ່ຢູ່ຕາມຈຸດບໍຣິການຕ່າງໆ ໃນນະຄອນຫຼວງວຽງຈັນ ກໍຍັງພົບວ່າມີບາງຈຸດ ຍັງບໍ່ເປັນຣະບຽບຮຽບຮ້ອຍປານໃດ ຫຼາຍຄົນ ບໍ່ປະຕິບັດຕາມ ມາຕການລຽນແຖວທັງຍາດກັນ ເພື່ອຕ້ອງການບັດຄີວ ສັກວັກຊິນ ເຊີ່ງທາງການກໍຢາກ ໃຫ້ປະຊາຊົນທີ່ມາຮັບ ການສັກວັກຊິນ ໃນແຕ່ລະຈຸດປະຕິບັດ ຕາມຂັ້ນຕອນແລະໃຫ້ການຮ່ວມມື ກັບເຈົ້າໜ້າທີ່ເພື່ອຫຼຸດຄວາມສ່ຽງ ການເກີດການຣະບາດ ເຊື້ອໂຄວິດ-19.
ຕໍ່ບັນຫາບຽດສຽດຍາດກັນເອົາບັດຄີວ ຢູ່ຈຸດບໍຣິການບາງແຫ່ງ ປະຊາຊົນໃນເຂດດັ່ງກ່າວ ໄດ້ໃຫ້ຄວາມເຫັນວ່າ ຈຸດບໍຣິການສັກ ວັກຊິນ ຢູ່ສູນການຄ້າລາວ-ໄອເຕັກ ກໍຍັງບໍ່ເປັນຣະບຽບ ຄືເກົ່າຫຼາຍຄົນກໍຍັງມາລໍຖ້າ ຢ່າງແອອັດກໍຢາກໃຫ້ ເຈົ້າໜ້າທີ່ຈັດຣະບຽບ ເຄັ່ງຄັດກວ່ານີ້.
"ມື້ເຊົ້ານີ້ໄປຄົນຫຼາຍ ເຮົາກໍກັບຄືເກົ່າມັນບໍ່ເປັນ ຣະບຽບຮຽບຮ້ອຍຄືເກົ່າ ຜູ້ໃດກໍຢາກສັກຢ່າງດຽວ ຜູ້ໃດກໍຍາດກັນຊິນ່າ ຜູ້ໃດຢາກ ຢືນຢູ່ໃສກໍຢືນ ທີ່ຈິງກໍຢາກໃຫ້ເຊົາບອກ ປະຊາຊົນ ທີ່ວ່າຍັງບໍ່ທັນຮູ້ ໃຫ້ເຂົາເຮັດຖືກຕ້ອງ ຕາມກົດຣະບຽບ ຖືກຕ້ອງຕາມ ມາຕການ ທີ່ເຂົາວາງໄວ້ໃຫ້ຫັ້ນນ່າເນາະ."
ປະຊາຊົນອີກທ່ານນຶ່ງ ໄດ້ໃຫ້ຄຳເຫັນຕໍ່ການສັກວັກຊິນ ປ້ອງກັນໂຄວິດ-19 ວ່າ ໄດ້ໄປຫຼາຍບ່ອນບັດຄີວ ກໍເຕັມດັ່ງຢູ່ໄອເຕັກ ເພິ່ນກໍຈະຈັດສັນບ່ອນສັກວັກຊິນ ທີ່ມີບັດຄີວສ່ວນຄົນ ລໍຖ້າດ້ານນອກກໍບໍ່ເຂົ້າແຖວ ບໍ່ຮັກສາໄລຍະຫ່າງ.
"ຂ້ອຍໄປກໍບໍ່ເປັນຣະບຽບຫຼາຍບ່ອນ ຫຼາຍບ່ອນກໍເຕັມຫັ້ນນ່າບັດຄີວມັນເຕັມຫັ້ນນ່າ. ໄປໄອເຕັກເນາະເພິ່ນຈະອ້ອມ ສະເພາະ ບໍຣິເວນໃຫ້ຄົນທີ່ໄປສັກຢານ່າ ກໍມີຕັ່ງນັ່ງແຕ່ວ່າຄົນ ຂ້າງນອກທີ່ເຂົາເຈົ້າລຽນແຖວ ເຂົາບໍ່ເປັນຣະບົບຣະບຽບ ແບບເຂົາເຈົ້າຢູ່ ແບບບໍ່ຮັກສາໄລະຍຫ່າງຫັ້ນນ່າ."
ສ່ວນການສັກວັກຊິນຢູ່ແຂວງບໍລິຄຳໄຊ ເຈົ້າໜ້າທີ່ໄດ້ກ່າວວ່າ ປະຊາຊົນຈຳນວນຫຼາຍ ໃຫ້ຄວາມສົນໃຈໃນການສັກວັກຊິນຄັ້ງນີ້. ໂດຍວັນທີ 17 ມິຖຸນາ ທາງແຂວງແມ່ນໄດ້ເຣີ້ມ ສັກເຂັມທີ 1 ແລະ ເຂັມທີ 2 ຂອງວັກຊິນ ຊີໂນຟາມ ໂດຍເຈົ້າໜ້າທີ່ເປັນກັງວົນ ຢ້ານວ່າວັກຊິນບໍ່ພໍ.
"ປັດຈຸບັນຢູ່ບໍລິຄຳໄຊ ເຮົາກຳລັງສັກ. ອັນໃໝ່ນີ້ເຣີ້ມມື້ວານນີ້ ກໍມີແຕ່ຊິໂນຟາມ ພວກເຮົາຫັ້ນນ່າທັງ 1 ທັງ 2 ເລີຍ ເຮົາສັກຄວບ ກັນເລີຍ. ທີ່ແນ່ໆ ເພິ່ນແບ່ງໄປເມືອງແດ່ເນາະ ແຕ່ເພິ່ນກໍປະກາດເວັ້ນ ໄລຍະຫ່າງເນາະ ແຕ່ວ່າຄົນກໍຍັງຫຼາຍຢູ່. ບໍ່ຮູ້ວ່າຢາເຮົາຊິພໍບໍ່ ແຕ່ວ່າເຂົາເຈົ້າກໍບໍ່ໄດ້ໄລຍະ ຫ່າງຫັ້ນແຫຼະໃຜກໍຢາກສັກໃຜກໍຢາກສັກ."
ທາງແຂວງສວັນນະເຂດ ເຈົ້າໜ້າທີ່ຜແນກສາທາຣະນະສຸກ ໄດ້ກ່າວວ່າ ກໍໄດ້ເປີດຈຸດບໍຣິການ ສັກວັກຊິນປ້ອງກັນໂຄວິດ-19 ສະເພາະເຂັມທີ 1 ແລະ 2 ຂອງ ຊິໂນຟາມ ແລະ ແອສຕຣາເຊນິກ້າ ເທົ່ານັ້ນເຊີ່ງເປີດສັກ ມາແຕ່ວັນທີ 07 ມິຖຸນາ ຜ່ານມາ.
"ພວກເຮົາມີແຕ່ເຮັດສັກເຂັມ 2 ຊິໂນຟາມ ກັບ ແອສຕຣ້າ ພວກເຮົາເຮັດສອງຈຸດ. ມີຢູ່ສູນການຄ້າໄອເຕັກ ແລະ ກໍມີຢູ່ໂຮງຮຽນ ອະນຸບານມິຕພາບສວັນ. ເບື້ອງຕົ້ນ ກໍຫຍຸ້ງດົນໆໄປ ເຮົາເຣີ້ມຈັດສັນໃຫ້ມັນເຂົ້າເປັນຣະບົບຣະບຽບ ກະມີແຕ່ໃຫ້ລຽນຄິວເຂົ້າໄປນັ່ງ ໃນຕັ້ງແລ້ວກໍອອກໄປເປັນຊຸດ ເປັນຊຸດ."
ສ່ວນທີ່ມີຂ່າວວ່າມີຜູ້ປະສານ ແລ່ນເອກະສານຢັ້ງຢືນໃຫ້ສັກວັກຊິນເພື່ອເດີນທາງ ໄປຕ່າງປະເທດໄດ້ນັ້ນ ກະຊວງສາທາຣະນະສຸກ ກໍໄດ້ແຈ້ງເຕືອນວ່າ ເຣື່ອງດັ່ງກ່າວບໍ່ມີມຸນ ຄວາມຈີງ ແລະທັງເປັນສີ່ງຜິດກົດໝາຽ. ປັດຈຸບັນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກຳລັງກວດສອບ ຫາທີ່ມາຂອງຂ່າວດັ່ງກ່າວ. ດັ່ງເຈົ້າໜ້າທີ່ສະເພາະກິຈ ຜູ້ຂໍສງວນສື່ໄດ້ກ່າວໃນວັນທີ 18 ມິຖຸນາ ວ່າ:
"ໂອ; ດຽວນີ້ກຳລັງຕິດຕາມຢູ່ເດ້ ລັກສນະວ່າຈ້າງເງິນຈ້າງຄຳ ຫັ້ນນ່າ ແບບແລ່ນພາສປອດແຫຼະ. ເຈົ້າຢາກໄດ້ໄວ ເຈົ້າມາຂ້ອຍລະ ຂ້ອຍຊິເປັນນາຍໜ້າ ລະຂ້ອຍຊິ ແລ່ນໃຫ້ເຈົ້າໄດ້. ແຕ່ວ່າຄວາມຮັບປະກັນ ຄວາມສ່ຽງຂ້ອຍບໍ່ຫັ້ນ ຂ້ອຍບໍ່ຮັບປະກັນ ໃຫ້ເຈົ້າ ຫັ້ນນ່າ."
ຕໍ່ຂ່າວດັ່ງກ່າວປະຊາຊົນໄດ້ໃຫ້ຄຳເຫັນວ່າ ຢາກໃຫ້ເຈົ້າໜ້າທີີ່ ທີ່ກ່ຽວຂ້ອງເຂັ້ມງວດ ໃນການກວດກາເອກະສານ ໃຫ້ຫຼາຍກວ່ານີ້ ເພາະອາດຈະມີກຸ່ມສວຍໂອກາດ ຍື່ນເອກສານ ເຂົ້າໄປຫາ ເຈົ້າໜ້າທີ່ເຊິ່ງເປັນເຣື່ອງຜິດກົດໝາຽ.
"ເຮົາຢາກໃຫ້ເພິ່ນເພີ່ມຄວາມເຂັ້ມງວດກວດກາ. ບາງທີການຂຽນຊື່ໆ ນີ້ໃຜໆ ກາອາດຈະຂຽນໄດ້ເນາະ."
ອີງຕາມການຣາຍງານຂອງສູນຂ່າວສານ ການແພດສຸຂສຶກສາ ມາຮອດວັນທີ 16 ມິຖຸນາ ຈຳນວນຜູ້ສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ໃນລາວ ເຂັມທີ 1 ຈຳນວນ 719,562 ຄົນ ແລະ ເຂັມທີ 2 ສັກໄປແລ້ວຈຳນນວນ 414,785 ຄົນ.