ເຂື່ອນຈິ່ງຫົງກັກນໍ້າ ລຸ່ມນໍ້າຂອງ ບົກແຫ້ງ
2021.01.06

ໜັງສືພີມສຍາມຣັຖຂອງໄທຍ ໄດ້ຣາຍງານ ເມື່ອວັນທີ 06 ມົກຣາ 2021 ວ່າ; ສຳນັກງານຊັພຍາກອນນໍ້າ ແຫ່ງຊາດຂອງໄທຍ ໄດ້ເຜີຍແຜ່ ຂ່າວປະຊາສັມພັນ ເມື່ອວັນທີ 06 ມົກຣາ, ເຂື່ອນຈິ່ງຫົງຂອງຈີນ ໄດ້ແຈ້ງການປັບຫຼຸດການຣະບາຍນໍ້າ ນັບແຕ່ວັນທີ 05 ມົກຣາ 2021 ເປັນຕົ້ນໄປ, ຈາກເດີມຣະບາຍນໍ້າວັນລະ 1,904 ແມັດກ້ອນຕໍ່ວິນາທີຫຼຸດເຫຼືອວັນລະ 1,000 ແມັດກ້ອນ ຕໍ່ວິນາທິ, ເພື່ອບໍາຣຸງຮັກສາສາຍສົ່ງໂຄງຂ່າຍຣະບົບໄຟຟ້າ ໃນຣະຫວ່າງ ວັນທີ 05-24 ມົກຣາ 2021. ຫຼັງຈາກນັ້ນຈຶ່ງຈະປັບເພີ່ມການ ຣະບາຍນໍ້າ ແລະ ກັບເຂົ້າຊູ່ ພາວະປົກກະຕິ.
ຕໍ່ປະກົດການນີ້, ສົ່ງຜົລໃຫ້ຣະດັບນໍ້າຂອງຫຼຸດລົງ, ດັ່ງ ທ່ານ ຈີຣະສັກ ອິນທະຍົດ ຜູ້ປະຕິບັດວຽກງານ ພາກສນາມກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທຍໄດ້ກ່າວເຖິງ ປະກົດການນໍ້າຂອງແຫ້ງຕໍ່ RFA ເມື່ອວັນທີ 06 ມົກຣາ 2021ວ່າ:
"ຄືທີ່ມັນບົກແຫ້ງນີ້ມັນບົກແຫ້ງລົງຫຼາຍ ໃນໄລຍະ 2-3 ມື້ ຜ່ານມາ, ນໍ້າຫຼຸດລົງຫຼາຍຈົນເຫັນເກາະດອນ ມັນຫາກໍມາຫຼຸດລົງພາຍ ໄລຍະ 2-3 ມື້ນີ້, ຫຼຸດລົງປະມານ 1 ແມັດປາຍ ຖືວ່າໜັກແລ້ວ. ເພາະວ່າຫຼຸດລົງແມັດປາຍ ພາຍໃນ 3 ມື້ ມັນບໍ່ຄືທັມມະຊາດ ຂອງນໍ້າຂອງ ຕັ້ງແຕ່ມີເຂື່ອນ ມານີ້ແຫຼະ, ມັນກໍມີບັນຫາມາຕລອດຄືເຣື່ອງຣະດັບນໍ້າແນ່ນອນ ມັນບໍ່ແມ່ນ ສາເຫດມາຈາກຢ່າງອື່ນ ເພາະວ່າເຂື່ອນເທິງ 10 ປາຍ ເຂື່ອນ ທາງນັ້ນມັນຂຶ້ນຢູ່ກັບ ເຂື່ອນ ຈີນ. ຖ້າຈະບອກວ່າເປັນນໍ້າ ຈາກນໍ້າຂອງທີ່ມັນໄຫຼ ປົກກະຕິ ມັນເປັນໄປບໍ່ໄດ້ດອກ. ໄລຍະກ່ອນ, ຍາມນີ້ຊາວບ້ານກຳລັງເກັບໄຄຫີນຢູ່, ນໍ້າມັນຂຶ້ນແຕ່ເທື່ອນີ້ມັນແຫ້ງເທື່ອນີ້ ມັນແຫ້ງ."
ທ່ານໄດ້ກ່າວຕື່ມວ່າກ່ອນໜ້ານີ້, ເມື່ອປີກາຍ ເຂື່ອນຈີນ ກໍປ່ອຍນໍ້າມາເຮັດໃຫ້ຣະດັບນໍ້າສູງຂຶ້ນ, ຈົນຊາວບ້ານໃນເມືອງຊຽງແສນ ແລະ ເມືອງຊຽງຂອງ ທີ່ຫາໄຄຫີນໄປຂາຍໄດ້ຮັບ ຜົລກະທົບໜັກແລ້ວ ຍ້ອນນ້ຳພັດເອົາໄຄໄປນໍານໍ້າ. ແຕ່ມາໄລຍະ 2-3 ມື້ນີ້ຈີນກໍຍັງມາ ກັກນໍ້າອີກເຮັດໃຫ້ນໍ້າຂອງແຫ້ງອີກ, ເຊິ່ງຖືວ່າການເປີດ-ປິດ ນໍ້າຂອງເຂື່ອນໃນຈີນນັ້ນ ບໍ່ເຄີຍຄຳນຶງເຖີງປະຊາຊົນ ປະເທດທ້າຍນໍ້າ.
ຕໍ່ຄຳຖາມຂອງວິທຍຸເອເຊັຽເສຣີ, ທີ່ວ່າການປ່ອຍນໍ້າໜ້ອຍລົງຂອງເຂື່ອນຈີນ ໄດ້ສົ່ງຜົລກະທົບ ແນວໃດແລ້ວຕໍ່ທາງພາກລຸ່ມຂອງ ແມ່ນໍ້າຂອງ. ທ່ານ ໄບຣແອັນ ໄອເລີ ຜູ້ອຳນວຍການ ສູນ Stimson center ໃນສະຫະຣັຖ ອາເມຣິກາ ຮັບຜິດຊອບໂຄງການ ເຂດ ເອເຊັຽຕາເວັນອອກ ສຽງໃຕ້ໄດ້ຕອບຄຳຖາມ ຂອງນັກຂ່າວວິທຍຸເອເຊັຽເສຣີໃນວັນທີ 06 ມົກຣາ 2021 ວ່າ:
"ທ່ານ ກ່າວວ່າ; ແມ່ນໍ້າຂອງບົກແຫ້ງລົງເຖິງ 1 ແມັດ ຢ່າງໄວວາ ໃນບໍຣິເວນເຂດສາມຫຼ່ຽມຄຳ, ຢູ່ ບໍຣິເວນປາກຊົມລົງໄປຮອດ ດອນສະໂຮງ, ຣະດັບນໍ້າຂອງກໍຢູ່ ໃນຣະດັບເກືອບ ຕໍ່າສຸດ. ປີນີ້ນໍ້າຂອງແຫ້ງຜິດປົກກະຕິ ນັບແຕ່ເດືອນກໍຣະກະດາ ຈົນເຖິງທ້າຍ ເດືອນທັນວາ, ແລະ ແນ່ນອນ ການປ່ອຍນໍ້ານ້ອຍລົງຂອງເຂື່ອນຈິງຫົງ ຂອງຈີນ ກໍແຫ່ງຈະເຮັດໃຫ້ ແມ່ນໍ້າຂອງບົກແຫ້ງລົງຕື່ມ."
ນອກຈາກນີ້ ທ່ານ ໄບຣແອັນ ໄອເລີ ຍັງໄດ້ອະທິບາຍຕື່ມວ່າ:
"ທ່ານກ່າວວ່າ; ຄະນະກັມມາທິການແມ່ນໍ້າຂອງສາກົລ ຫຼື MRC, ແລະ ອົງການຕິດຕາມເບິ່ງ ເຂື່ອນ ຫຼື Dam monitor ໃນ ສະຫະຣັຖ ອາເມຣິກາ ສັງເກດ ເຫັນຣະດັບນໍ້າຂອງ ເຣິ້ມບົກແຫ້ງລົງ ນັບແຕ່ງວັນທີ 31 ທັນວາ ປີກາຍ. ພວກເຮົາຮູ້ບັນຫານີ້ ໃນວັນທີ 04 ມົກຣາ ຮູ້ຈາກຊາວອັງກິດຄົນນຶ່ງ, ທີ່ຢູ່ເຂດສາມຫຼ່ຽມຄຳ ໄດ້ຖ່າຍຮູບແມ່ນໍ້າຂອງ ທີ່ບົກແຫ້ງລົງ ຢ່າງໄວວາໃນ ບໍຣິເວັນນັ້ນ. ຈາກນັ້ນຂ້າພະເຈົ້າ ກໍສຶກສາເບິ່ງຂໍ້ມູນ ເຂື່ອນຈີນ ທີ່ບອກວ່າ ເຂື່ອນຈິງຫົງ ປ່ອຍນໍ້າໜ້ອຍລົງ ນັບແຕ່ວັນທີ 31 ທັນວາ ເປັນຕົ້ນມາ ເຊີ່ງກໍແປວ່າທາງການ ຈີນແຈ້ງເຕືອນຊ້າ."
ຕໍ່ກໍຣະນີດັ່ງກ່າວ ທ່ານ ດຣ ສົມກຽດ ປະຈຳວົງ ເລຂາທິການ ສຳນັກງານຊັພຍາກອນນໍ້າ ແຫ່ງຊາດ ໄດ້ກ່າວຕໍ່ສຍາມຣັຖ ບາງຕອນເຖິງຈຸດສຳຄັນວ່າ, ອົງການຊັພຍາກອນນໍ້າ ແຫ່ງຊາດໄທຍ ໄດ້ປະເມີນຣະດັບນໍ້າໃນແມ່ນໍ້າຂອງ, ຈາກການຫຼຸດການ ຣະບາຍນໍ້າ ຂອງເຂື່ອນຈິ່ງຫົງ ພົບວ່າ, ຕອນເໜືອເຂື່ອນໄຊຍະບູລີ ຂອງລາວ ແຂວງຊຽງແສນ ກົງກັບ ແຂວງບໍ່ແກ້ວ ຣະດັບນໍ້າຫຼຸດລົງ 60 ຊັງຕິແມັດ ໃນໄລຍະ 02-04 ມົກຣາ ຜ່ານມາ.
ສ່ວນວັນທີ 05-28 ມົກຣາ ຣະດັບນໍ້າມີແນວໂນ້ມ ຫຼຸດລົງປະມານ 30 ຊັງຕິແມັດ, ໃນຂນະທີ່ ທ້າຍເຂື່ອນໄຊຍະບູລີຂອງລາວ, ກໍມີແຂວງເລີຍ ກົງກັບໄຊຍະບູລີ ແລະ ແຂວງວຽງຈັນ, ແຂວງໜອງຄາຍ ກົງກັບ ນະຄອນຫຼວງວຽງຈັນ, ແຂວງນະຄອນພນົມ ກົງກັບ ແຂວງຄຳມ່ວນ ແຂວງມຸກດາຫານ ກົງກັບແຂວງສວັນນະເຂດ ແລະ ແຂວງອື່ນໆ ຂອງໄທຍຣະດັບນໍ້າ ມີແນວໂນ້ມຫຼຸດລົງ ປະມານ 30 ຊັງຕິແມັດ ຂຶ້ນຢູ່ກັບການບໍຣິຫານຈັດການນໍ້າ ຂອງເຂື່ອນໄຊຍະບູລີ.
ສ່ວນທາງດ້ານ ຍານາງ ພຽນພອນ ດີເທດ ຜູ້ອຳນວນການໂຄສະນາ ປະຊາສັມພັນ ແລະ ການສື່ສານເອເຊັຽຕາເວັນ ອອກສຽງໃຕ້, ອົງການແມ່ນໍ້ານາໆຊາດ, ກ່າວຕໍ່ສຍາມຣັຖວ່າ ນີ້ສະທ້ອນໃຫ້ເຫັນຢ່າງນ້ອຍ 2 ປະເດັນ ເຖິງແມ່ນວ່າ ຣັຖບານຈີນ ຈະມີຂໍ້ຕົກລົງກັບ ຄະນະກັມທິການ ແມ່ນໍ້າຂອງ ຫຼື MRC ເມື່ອ ເດືອນຕຸລາ ປີ 2020, ແຕ່ກໍບໍ່ໄດ້ນຳມາເຊິ່ງກົລໄກ ການແກ້ໄຂ ບັນຫາຜົລກະທົບ ຂ້າມພົມແດນ ທີ່ໄດ້ເກີດຂຶ້ນ ຢ່າງຕໍ່ເນື່ອງກວ່າ 20 ປີ, ການແຈ້ງ ແລະ ເປີດເຜີຍຂໍ້ມູນອາດຈະເປັນສ່ວນນຶ່ງນ້ອຍໆ ເທົ່ານັ້ນ, ຂໍ້ມູນກໍຄືຂໍ້ມູນ, ແຕ່ຫົວໃຈສຳຄັນຄື, ໃນການບໍຣິຫານຈັດການແມ່ນໍ້າຂອງ ຮ່ວມກັນຢ່າງເປັນທັມ, ທັງປະເທດຕົ້ນນໍ້າຄື ຈີນ ແລະ ປະເທດ ທ້າຍນໍ້າທັງໝົດ, ເຊິ່ງທີ່ຜ່ານມາພົບວ່າເຂື່ອນຈີນ ກັກນໍ້າ ແລະ ໃຊ້ງານເຂື່ອນ ໂດຍບໍ່ຄຳນຶງ ເຖິງວົງຈອນແມ່ນໍ້າຂອງ ທີ່ເປັນໄປຕາມຣະດູການ.
ປະເດັນເຂື່ອນຈີນ ທີ່ຫຼຸດການຣະບາຍນໍ້າ ຄັ້ງນີ້ກຳລັງໄດ້ຮັບຄວາມສົນໃຈ ຈາກ ສື່ມວນຊົນນາໆ ຊາດ ຫຼາຍສຳນັກ ແລະ ໄດ້ມີການ ສອບຖາມເຂົ້າມາຫຼາຍເພາະຂໍ້ມູນທັງຂອງ MRC ແລະ ພາຍຖ່າຍດາວທຽມ ຂອງສູນວິຈັຍ Stimson ຂອງສະຫະຣັຖອາເມຣິກາ.