ເຣື້ອງທີ່ເກັບບັນທຶກໄວ້
2022-12-20
ຫ້ອງການ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການ ໃຫ້ເມືອງຄຳ ແຂວງຊຽງຂວາງ ປະກາດຮັບສມັກ ຄົນງານລາວ ຈຳນວນ 61 ຄົນທີ່ສົນໃຈ ເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ເມືອງຊັງຈອງ ປະເທດເກົາຫລີໃຕ້ໃນປີ 2023 ນີ້.
2022-12-20
ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ເປີດໃຫ້ດາວນ໌ໂຫລດ ແອັບພລິເຄຊັນ ຈອງປີ້ຣົຖໄຟແລ້ວ ແຕ່ຍັງບໍ່ທັນນໍາໃຊ້ຢ່າງເປັນທາງການເທື່ອ ໃນຂະນະທີ່ຊາວລາວສ່ວນນຶ່ງເຫັນວ່າ ການລົງທະບຽນ ໃນແອັບພລີເຄຊັນດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ.
2022-12-20
ສິນຄ້າເຄື່ອງອຸປໂພຄ ບໍຣິໂພຄ ຕາມທ້ອງຕລາດໃນທົ່ວປະເທດລາວ ລາຄາຍັງແພງຢູ່ ຊຶ່ງໄດ້ສ້າງຄວາມເດືອດຮ້ອນຂັດສົນ ໃຫ້ແກ່ປະຊາຊົນ ຜູ້ຫາເຊົ້າກິນຄໍ່າ ແລະ ໄດ້ສົ່ງຜົລກະທົບຕໍ່ ເດັກນ້ອຍນັກຮຽນ ກ່ຽວກັບຄ່າໃຊ້ຈ່າຍ ຊື້ອຸປກອນການຮຽນຕ່າງໆ ຈົນພໍ່ແມ່ຫຼາຍຄົນ.
2022-12-20
ປືກສາຫາລື ຕຣຽມດຳເນີນການ ກໍ່ສ້າງ ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ການຂຸດເຈາະ ພື້ນຖານ ໂຄງສ້າງ ຂອງໂຕເຂື່ອນ ແລະເຣື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ກ່ຽວກັບເຣື່ອງເງິນຄ່າ ຊົດເຊີຍ ແລະ ການໂຍກຍ້າຍ ຊາວບ້ານ ທີ່ຖືກຜົນກະທົບ.
2022-12-19
ປະຊາຊົນ ຍັງບໍ່ເຊື່ອໝັ້ນ ຕໍ່ກການປະຕິບັດກົດໝາຍ ຢູ່ປະເທດລາວ ຍ້ອນວ່າ ຜູ້ປະຕິບັດກົດໝາຍ ເຂົ້າຂ້າງຜູ້ທີ່ມີເງິນ ແລະ ພນັກງານຢູ່ໃນຂແນງການຍຸຕິທັມ ຈຳນວນນຶ່ງ ຍັງຂາດຈັນຍາທັມ ແລະ ຄວາມໂປ່ງໃສ.
2022-12-19
ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຂະນະທີ່ຊາວບ້ານ ທີ່ສູນເສັຍທີ່ດິນ ໃຫ້ກັບໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ຍັງບໍ່ໄດ້ຮັບເງິນ ຄ່າຊົດເຊີຍເທື່ອ.
2022-12-19
ຊາວລາວເຫັນດີ ທີ່ ສສຊ ສເນີໃນກອງປະຊຸມ ສະພາແຫ່ງຊາຕ ໃຫ້ຂຍາຍສຖານທີ່ ເຮັດໜັງສືຜ່ານແດນ ແລະ ຈັດລະບົບຈອງຄີວ ສັມພາດ ທາງອອນລາຍນ໌ ເພື່ອຄວາມສະດວກ ວອງໄວ ແລະເພື່ອຄວາມໂປ່ງໃສຫຼາຍຂຶ້ນ.
2022-12-19
ນັກລົງທຶນຈີນ ທີ່ເຂົ້າມາເຮັດໂຄງການ ຂຸດຄົ້ນບໍ່ເກືອໂປຕາສ ຫລື ເກືອກາລີ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ບຸກເບີກທີ່ດິນ ທຳການກະເສຕ ຂອງຊາວບ້ານ ຈຳນວນຫລາຍບ້ານ ແຕ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ບໍ່ສົມເຫດ ສົມຜົນ ຊຶ່ງບາງຄອບຄົວ ປະຕິເສດຮັບເງິນ ຄ່າຊົດເຊີຍເທື່ອ.
2022-12-19
ການຄຸ້ມຄອງສິດ ຂອງຄົນລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ ເປັນເຣື່ອງສຳຄັນ ແລະ ຈຳເປັນ ເພາະຄົນງານລາວ ຍັງຢູ່ໃນຄວາມສ່ຽງ ທີ່ຈະຖືກຂຸດຮີດແຮງງານ ແລະ ການຄ້າມະນຸສ ໂດຍສະເພາະ ຢູ່ຕ່າງປະເທດ ຊຶ່ງມີຫລາຍເຫດຜົນຈູງໃຈ ໃຫ້ກຸ່ມຄົນງານລາວ ໄປເຮັດວຽກໃນຕ່າງປະເທດ ເຊັ່ນເງິນຄ່າຕອບແທນຫຼາຍກວ່າ ຢູ່ ສປປ ລາວ ແລະ ສິ່ງສຳຄັນ ການຫາວຽກເຮັດ ຢູ່ປະເທດບ້ານເກີດກາຍເປັນເຣື່ອງຍາກ.
2022-12-18
ວຽດນາມ, ຈີນ, ເກົາຫລີເຫນືອ ແລະພະມ້າ ເປັນປະເທດ ທີ່ລະເມີດສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການນັບຖື ສາສນາ ແລະ ສິດທິຂັ້ນພື້ນຖານ ປະເພດອື່ນໆ ຂອງປະຊາຊົນ, ສ່ວນ ສປປ ລາວ ກໍເປັນນຶ່ງ ໃນບັນດາ ປະເທດທີ່ມີການລະເມີດ ສິດທິມະນຸສເຫລົ່ານັ້ນ.
2022-12-18
ການສັມປະທານ ພັທນາ ສວນພູຄຳ ເປັນເວລາ 50 ປີ ຖືກອະດີດ ເຈົ້າແຂວງ ແຂວງຊຽງຂວາງ ຍົກເລີກ ຊຶ່ງເຮັດໃຫ້ກິຈການ ລົ້ມລະລາຍ ແລະ ຜູ້ສັມປະທານ ຍັງຖືກຕັ້ງຂໍ້ກ່າວຫາ ອີກຫລາຍຂໍ້ ຈົນຕ້ອງ ໄດ້ອອກນອກປະເທດ ມາຂໍຄວາມເປັນທັມ.
2022-12-18
ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ ໃນລາວ, ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ, ຢູ່ເມືອງໂຂງ ມີໂຮງຮຽນ ຖືກຍຸບແລ້ວ 21 ແຫ່ງ ຍ້ອນຂາດຄຣູ, ເງິນເຟີ້ ຍັງເພີ່ມຂຶ້ນຕໍ່ເນື່ອງ ສູງເກືອບຮອດ 40% ແລ້ວ.
2022-12-17
ທ່ານ ຈ້າວເຫວີ່ຍ ປະທານ ຄະນະບໍຣິຫານ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ຖືກຕູ່ຫາວ່າ ມີສ່ວນພົວພັນ ກັບກຸ່ມນາຍທຶນຈີນສີເທົາ ທີ່ເຮັດທຸຣະກິຈມືດ ຢູ່ໃນປະເທດໄທຍ.
2022-12-16
ໂຄງການຂຸດຄົ້ນບໍ່ແຮ່ ແບບທົດລອງ ເຊິ່ງກວມເອົາເນື້ອທີ່ 24,000 ເຮັກຕ້າຣ໌ ໃນທົ່ວປະເທດ, ແຕ່ ໂຄງການຂຸດຄົ້ນດັ່ງກ່າວ ປັດຈຸບັນ ໄດ້ກໍ່ໃຫ້ເກີດບັນຫາ ຂໍ້ຂັດແຍ່ງທີ່ດິນ, ການຊົດເຊີຍຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ບໍ່ເໝາະສົມ, ບາງໂຄງການຍັງເຮັດໃຫ້ ທາງຫຼວງແຫ່ງຊາຕ ແລະ ທາງຊົນບົດ ເປ່ເພ-ເສັຽຫາຍ.
2022-12-16
ຂ່າວຄືບໜ້າຫຼ້າສຸດ ກ່ຽວກັບຄົນງານລາວ ທີ່ຖືກຈັບ ຢູ່ປະເທດມາເລເຊັຽ ນັ້ນ, ປັດຈຸບັນ ຍັງຖືກກັກຂັງຢູ່ ແລະລໍຖ້າຖືກສົ່ງກັບຄືນປະເທດ ຊຶ່ງຜູ້ກ່ຽວຖືກຈັບ ຕັ້ງແຕ່ວັນທີ 18 ເດືອນເມສາ 2022 ຂະນະທີ່ ທີ່ຜ່ານມາ ຄອບຄົວຂອງຜູ້ກ່ຽວ ບໍ່ສາມາດຕິດຕໍ່ໄດ້.