ການຄຸ້ມຄອງສິດ ຂອງຄົນງານລາວ ທີ່ເຮັດວຽກ ຢູ່ຕ່າງປະເທດ

ໄຊຍາ
2022.12.19
ການຄຸ້ມຄອງສິດ ຂອງຄົນງານລາວ ທີ່ເຮັດວຽກ ຢູ່ຕ່າງປະເທດ ຄົນງານລາວ ຊຸດທຳອິດ ທີ່ເດີນທາງເຂົ້າໄປເຮັດວຽກ ຢູ່ປະເທດໄທຍ ຕາມ MOU, ວັນທີ 28 ມີນາ 2022.
RFA

ໃນວາຣະ ການສເລີມສລອງ ວັນຄົນງານ ເຄື່ອນຍ້າຍ ສາກົນ ໃນວັນທີ 18 ທັນວາ ຂອງທຸກປີ ວິທຍຸຊາວໜຸ່ມລາວ ໄດ້ຈັດຣາຍການ ສັມພາດພິເສດ ໃນຫົວຂໍ້ “ການປົກປ້ອງສິດ ຂອງຄົນງານເຄື່ອນຍ້າຍເພື່ອເຜີຍແຜ່ ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບຄົນງານເຄື່ອນຍ້າຍ, ຄວາມກັງວົນ ແລະ ແນວທາງໃນການປ້ອງກັນ ໂດຍມີໜ່ວຍງານ ທີ່ເຮັດວຽກດ້ານ ແຮງງານ ເປັນຕົ້ນສູນກາງ ສະຫະພັນ ກັມມະບານລາວ, ອົງການແຮງງານສາກົນ ຫລື International Labor Organization (ILO) ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍ ຖິ່ນຖານປະຈຳ ສປປ ລາວ ຫລື International Organization for Migration (IOM) ສົ່ງຜູ້ແທນມາເຂົ້າຮ່ວມ.

ປັດຈຸບັນຄົນງານລາວ ຈຳນວນຫລາຍ ຍັງຈຳໃຈຕ້ອງເດີນທາງ ໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນຄ່າຈ້າງແຮງງານ ພາຍໃນປະເທດ ບໍ່ກຸ້ມຢູ່ກຸ້ມກິນ ແລະ ຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງປັບປຸງ ຄ່າຈ້າງແຮງງານຂັ້ນຕໍ່າ ໃຫ້ສອດຄ່ອງກັບສະພາບໂຕຈິງ ໄປພ້ອມກັບການແກ້ໄຂ ບັນຫາການຫວ່າງງານພາຍໃນປະເທດ.

ດັ່ງຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທຍ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ທັນວາ 2022 ນີ້ວ່າ:

ມີຄົນຢາກຈະມາ ຂະເຈົ້າກໍແນະນຳກັນ ມາຖ້າຢູ່ລາວ ມີວຽກແລ້ວກໍ ຄ່າແຮງງານມັນດີ ຂະເຈົ້າກໍຢາກກັບໄປເຮັດວຽກ ຢູ່ບ້ານກໍຖ້າໄປເຮັດງ່າຍໆ ມີແຕ່ພາສປອດ ຫລືວ່າມາເຮັດວິຊ້າ ຫລືວ່າ ມາເຮັດແລ້ວກໍຕໍ່ສັນຍາປີຕໍ່ປີ ຈັ້ງຊິໃຫ້ມັນງ່າຍໆ ນີ້ມັນຕ້ອງເຮັດ MOU ມັນຜູກມັດເປັນແນວນີ້ເສັຽຫລາຍຢ່າງເສັຽ 3 ຕໍ່ເສັຽ 4 ຕໍ່.

ເຖິງວ່າ ມີຫລາຍພາກສ່ວນ ຈະແນະນຳໃຫ້ຄົນງານລາວ ທີ່ຕ້ອງການໄປເຮັດວຽກ ຢູ່ຕ່າງປະ ເທດດຳເນີນການແບບຖືກກົດໝາຽ ເພື່ອປ້ອງກັນ ການຖືກຂູດຮີດແຮງງານ ແລະ ຕົກເປັນເຫຍື່ອ ການຄ້າມະນຸສ ແຕ່ຄົນງານລາວ ຈຳນວນຫລາຍ ຍັງຄົງໃຊ້ວິທີ ແບບຜິດກົດໝາ ຽສ່ວນນຶ່ງເປັນຍ້ອນຂັ້ນຕອນ ໃນການແລ່ນເອກສານ ມີຄ່າໃຊ້ຈ່າຍຂ້ອນຂ້າງສູງ.

ດັ່ງຄົນງານລາວ ທີ່ເຄີຍໄປເຮັດວຽກ ຢູ່ປະເທດໄທຍ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຕ້ອງເຮັດ MOU ໄປກ່ອນຄົນງານ ບາງຄົນ ກໍບໍ່ກ້າເຮັດຍ້ອນວ່າ ຢ້ານນາຍຈ້າງຖິ້ມ ຢ້ານວ່າໄປຮອດແລ້ວຈະບໍ່ເປັນວຽກ ແບບທີ່ນາຍຈ້າງເວົ້າຫັ້ນນ່າ MOU ນຶ່ງ 18,000 ບາທ ເຂົາກໍເຮັດໃນລັກສະນະນີ້ມາແຕ່ດົນແລ້ວເດ້ ຕັ້ງແຕ່ຍັງບໍ່ທັນ ໂຄວິດ-19 ໄລຍະນັ້ນ ຂະເຈົ້າກໍຂຶ້ນເປັນ 20,000 ບາທ ແລ້ວເດ້ມີຄ່າກວດໂຄວິດ-19.

ທີ່ຜ່ານມາຊາວໜຸ່ມລາວ ຈຳນວນຫລາຍ ຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດ ໂດຍທີ່ບໍ່ທັນໄດ້ສຶກສາ ຂໍ້ມູນກ່ຽວກັບ ການຈ້າງງານລ່ວງໜ້າ ສະນັ້ນເມື່ອເດີນທາງ ໄປຮອດບ່ອນເຮັດວຽກ ແລະບໍ່ເປັນໄປຕາມທີ່ໂຕ ເອງຄາດໝາຽກໍເຮັດ ໃຫ້ເຂົາເຈົ້າບໍ່ຢາກເຮັດ ແລະຕັດສິນໃຈໂຕນໜີ ຈົນກາຍເປັນບຸກຄົນ ທີ່ບໍ່ໄດ້ຮັບການຄຸ້ມຄອງ ຕາມກົດໝາຽ ສ່ຽງຕໍ່ການຖືກຕົວະຍົວະ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ.

ດັ່ງທ່ານ ວົງຕາວັນ ໄຊຍະວົງ ຜູ້ປະສານງານ ໂຄງການຮ່ວມມື ສາມຝ່າຍໃນອາຊ້ຽນ, ອົງການແຮງງານສາກົນ ກ່າວໃນຣາຍງານ ສັມພາດພິເສດ ໃນຫົວຂໍ້ ການປ້ອງກັນສິດ ຂອງຄົນງານເຄື່ອນຍ້າຍ ໃນວັນທີ 12 ທັນວາ 2022 ນີ້ວ່າ:

ແລ້ວບັນຫາຫລາຍໆ ອັນທີ່ເກີດຂຶ້ນກໍຄືໄປເຮັດວຽກ ບໍ່ຖືກກົດ ແລ້ວລັກໂຕນໜີ ໄປເຮັດວຽກຢູ່ບ່ອນອື່ນບາງເທື່ອ ບາງຄົນ ມາຊວນໄປເຮັດນັ້ນ ເຮັດນີ້ ແລ້ວກໍສຸດທ້າຍທີ່ວ່າ Worst-Case-Scenario ກໍຖືວ່າຕົກເປັນເຫຍື່ອ ຂອງການຄ້າມະນຸສ ຖືກຊ່ອຍມາຖາມວ່າເປັນຈັ່ງໃດ ບອກວ່າໄປກັບບໍຣິສັດໃດ ໄປຈັ່ງຊັ້ນຈັ່ງຊີ້ ໄປກັບບໍຣິສັດ ແລ້ວຂະເຈົ້າໂຕນ ເປັນຄົນທີ່ວ່າ ໄປຖືກ ແລ້ວຫລັງຈາກນັ້ນ ໄປເຮັດໂຕເອງບໍ່ໄດ້ຕັ້ງໃຈ ແຕ່ກາຍເປັນ ຄ້າຍໆເປັນຄົນຜິດ.”

ທ່ານກ່າວຕື່ມວ່າ ການເຄື່ອນຍ້າຍ ຂອງຜູ້ຄົນມີຫລາກຫລາຍຮູບແບບ ແຕ່ການເດີນທາງໄປເຮັດວຽກ ເພື່ອຫາຣາຍໄດ້ ແມ່ນຄິດເປັນຈຳນວນ 80-90% ຂອງການເຄື່ອນຍ້າຍ ທັງໝົດ ແລະ ປະເທດລາວ ກໍມີທີ່ຕັ້ງ ຕິດກັບຫລາຍປະເທດ ຊຶ່ງໃຫ້ຄ່າຈ້າງແຮງງານ ຫລາຍກ່ອນ ການເຮັດວຽກພາຍໃນປະເທດ ປະກອບກັບວຽກເຮັດງານທຳ ພາຍໃນ ບ່ອນທີ່ຄົນງານລາວ ອາໄສຢູ່ ມີຈຳນວນບໍ່ພຽງພໍ ສະນັ້ນຄົນງານລາວ ຈຶ່ງສົນໃຈ ທີ່ຈະເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ເປັນຈຳນວນຫລາຍ ໂດຍສະເພາະ ປະເທດໄທຍ.

ກ່ຽວກັບເຣື່ອງນີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແນະນຳໃຫ້ຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ສຶກສາຂໍ້ມູນ ກ່ອນການເດີນທາງ ແລະສະມັກເຂົ້າເຮັດວຽກ ຕາມລະບຽບກົດໝາຽ ເພື່ອປ້ອງກັນ ແລະຫລຸດຜ່ອນ ບັນຫາການຖືກຂູດຮີດ ແຮງງານ ແລະ ສ່ຽງຕໍ່ການຕົກເປັນເຫຍື່ອການຄ້າມະນຸສ.

ດັ່ງ ທ່ານ ຄຳຈັນ ສີວັນທອງ ຮອງຫົວ ໜ້າກົມປົກປ້ອງ ແຮງງານ ສະຫະພັນກັມມະບານລາວ ກ່າວໃນຣາຍການ ສັມພາດພິເສດ ໃນມື້ດຽວກັນນີ້ວ່າ:

ຖ້າໄປແບບບໍ່ປົກກະຕິ ກໍມີຄວາມສ່ຽງສູງຫັ້ນແຫລະ ໃນການຈະຖືກສໍ້ໂກງ ຄ່າແຮງງານຕ່າງໆ ດ້ານສິດທິ ແລະຜົນປໂຍດ ຂອງຜູ້ອອກແຮງງານ ທີ່ຈະໄດ້ຮັບຫັ້ນເນາະ ບາງເທື່ອກໍບໍ່ໄດ້ຄ່າແຮງງານ ເລີຍເນາະ ເປັນການໃຊ້ແຮງງານ ຟຣີຮ້າຍແຮງກວ່າ ນັ້ນກໍຕົກເປັນເຫຍື່ອ ຂອງການຄ້າມະນຸສ ກໍເຖິງຂັ້ນເສັຽຈິຕ ເປັນບ້າ ຫລືວ່າເສັຽຊີວິຕໄປເລີຍ ກໍມີເນາະ ຖ້າຫາກວ່າເຮົາໄປແບບບໍ່ປົກກະຕິ.

ທ່ານກ່າວຕື່ມວ່າ ຖ້າຫາກເປັນຄົນງານ ທີ່ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດແບບ ຖືກຕ້ອງຕາມກົດໝາຽ ພວກເຂົາເຈົ້າກໍຈະໄດ້ຮັບສິດ ອຸດໜູນຕ່າງໆ ຕາມລະບຽບເປັນຕົ້ນ ເຈັບເປັນ, ໄດ້ຮັບອຸປັດຕິເຫດ ຫລື ເສັຽຊີວິຕ ກໍຈະໄດ້ຮັບການຄຸ້ມຄອງ ແລະ ຄ່າຊົດເຊີຍ ແຕ່ຖ້າຫາກ ເປັນການເດີນທາງ ໄປເຮັດວຽກແບບບໍ່ຖືກຕ້ອງ ຕາມກົດໝາຽ ຄົນງານຈະຕ້ອງເປັນ ຜູ້ຮັບຜິດຊອບເອງທັງໝົດ ແລະ ມີຫລາຍກໍຣະນີ ທີ່ມີເງິນບໍ່ພຽງພໍ ຈຳເປັນຕ້ອງໄດ້ຢືມ ແລະອາຈເປັນໜີ້ຕາມມາ.

ເຖິງຄົນງານ ຈະໄດ້ຮັບສິດຄຸ້ມຄອງ ຕາມກົດໝາຽ ແຕ່ຄົນງານກໍຈຳເປັນ ຕ້ອງສຶກສາ ລະບຽບກົດໝາຽເປັນຕົ້ນ ນາຍຈ້າງ ຈະບໍ່ມີິສິດໃນການລຶບລ້າງ ສັນຍາແບບກະທັນຫັນ ທັງນີ້ກໍເພື່ອເປັນການປົກປ້ອງ ສິດຂອງໂຕເອງອີກຊ່ອງທາງນຶ່ງ.

ດັ່ງ ທ່ານ ສົມປອງ ສຸທະປັນຍາ ຜູ້ຊ່ອຍໂຄງການ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍ ຖິ່ນຖານປະຈຳ ສປປ ລາວ ກ່າວໃນຣາຍການ ສັມພາດພິເສດ ຕອນນຶ່ງວ່າ:

ມັນອາຈມີບັນຫາ ໃນເຣື່ອງຂອງຜູ້ວ່າ ຈ້າງເພິ່ນອາຈຈະປະຕິເສດ ເຮົາບາງເທື່ອເພິ່ນ ອາຈມີເຫດຜົນວ່າ ຜູ້ຍີງຄົນນັ້ນ ຜູ້ນີ້ກຳລັງຖືພາ ເພິ່ນອາຈຍົກເລີກ ສັນຍາຍ້ອນວ່າ ເພິ່ນບໍ່ຢາກຈ່າຍ Benefit ຫລື ຜົນປໂຍດ ແຕ່ວ່າຢາກໃຫ້ຮັບຮູ້ ໄດ້ເລີຍວ່າເພິ່ນບໍ່ສາມາດ ຍົກເລີກສັນຍາ ໂຕນັ້ນໄດ້ເນາະ ແລ້ວກໍອີກອັນນຶ່ງເນາະທີ່ວ່າ ຂະເຈົ້າຄວນໄດ້ຮັບແມ່ນຄືເວລາຂະເຈົ້າເກີດລູກຂະເຈົ້າຄວນໄດ້ຮັບສິດທິຄືກັນກັບຜູ້ທີ່ຢູ່ໃນປະເທດນັ້ນໆ ເລີຍ.

ທ່ານກ່າວຕື່ມວ່າ ຜູ້ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດ ຄວນເດີນທາງໄປຍັງປະເທດ ທີ່ໄດ້ເຮັດສັນຍາຈັດສົ່ງຄົນງານ ຮ່ວມກັບປະເທດລາວ ເປັນຕົ້ນປະເທດໄທຍ, ເກົາຫລີໃຕ້ ແລະ ຢີ່ປຸ່ນ ອີກທັງກ່ອນການເດີນທາງ ກໍຄວນທີ່ຈະກວດສອບວ່າ ໂຕເອງມີເອກສານຄົບຖ້ວນ ແລະຖືກຕ້ອງ ຫລື ບໍ່ ຊຶ່ງປະກອບດ້ວຍໜັງສືເດີນທາງ, ໜັງສືຈ້າງງານ, ວິຊ້າ ແລະ ໃບອະນຸຍາດ ເຮັດວຽກ ລວມເຖິງການສຶກສາຕື່ມ ກ່ຽວກັບຂະບວນການ ຈ້າງງານ.

ສຳລັບຄົນງານ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ສາມາດສຶກສາຂໍ້ມູນ ຫລື ຂໍຄຳ ແນະນຳ ໄດ້ຈາກໜ່ວຽງານ ຂອງທາງການລາວ ແລະພາກສ່ວນທີ່ເຮັດວຽກ ດ້ານແຮງງານ ຫລື ສູນຂໍ້ມູນຂ່າວສານ ສຳລັບຄົນງານ ເຄື່ອນຍ້າຍ ຫລື Migrant Worker Resource Centers ຊຶ່ງມີທີ່ຕັ້ງຢູ່ຫລາຍແຂວງ ໃນທົ່ວປະເທດ ເປັນຕົ້ນ ແຂວງສວັນນະເຂດ, ໄຊຍະບູຣີ, ຫລວງພຣະບາງ, ບໍ່ແກ້ວ, ບໍຣິຄຳໄຊ ແລະ ຈຳປາສັກ ລວມເຖິງໂຄງການ ບ້ານຈຸດສຸມ ແຂວງສາຣະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.