ຊຽງຂວາງ ໄດ້ໂຄຕ້າຣ໌ ຄົນງານ ໄປເຮັດວຽກຢູ່ ເກົາຫລີໃຕ້ 61 ຄົນ

ໄຊຍາ
2022.12.20
ຊຽງຂວາງ ໄດ້ໂຄຕ້າຣ໌ ຄົນງານ ໄປເຮັດວຽກຢູ່ ເກົາຫລີໃຕ້ 61 ຄົນ ຮູບໂຕຢ່າງ: ບັນຍາກາດ ພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພຶສຈິກາ 2022.
RFA

ໃນວັນທີ 14 ທັນວາ ທີ່ຜ່ານມາ ຫ້ອງການກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການໃຫ້ເມືອງຄຳ ແຂວງຊຽງຂວາງ ປະກາດຮັບສມັກຄົນງານລາວ ຈຳນວນ 61 ຄົນທີ່ສົນໃຈ ເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ເມືອງຊັງຈອງ ປະເທດເກົາຫລີໃຕ້ໃນປີ 2023 ນີ້ ແລະ ຄາດວ່າຈະຂຍາຍໂຄຕ້າຣ໌ໄປເມືອງ ແລະ ແຂວງອື່ນໆ ທົ່ວປະເທດ. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຊຽງຂວາງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ທັນວາ 2022 ນີ້ວ່າ:

ທຳອິດເປັນເມືອງຄຳ ກ່ອນແຂວງຊຽງຂວາງ ຕໍ່ໄປຊິເປັນເມືອງແປກບໍ່ ເມືອງຄູນບໍ່ ຊິເປັນແນວນັ້ນ ແຮງງານນີ້ມັນຫລາຍເນາະ ແຂວງອື່ນກໍຊິຄືກັນຫວາ ແຕ່ວ່າໄດ້ເອົາຊຽງຂວາງນີ້ກ່ອນ, 18 ແຂວງນີ້ເພິ່ນກໍຊິເອົາ ເພິ່ນກໍຊິແບ່ງໃຫ້ໂຕເລຂເນາະ ແຂວງຊຽງຂວາງນີ້ ເພິ່ນເອົາເມືອງຄຳ ເພິ່ນເອົາ 61 ຄົນ ຢ່າງເພິ່ນເວົ້ານີ້ແຫລະເນາະ ເອີ ໃຫ້ທົ່ວເຖິງຫັ້ນແຫລະເນາະ ຕໍ່ໄປນີ້ເອົາຊຽງຂວາງ ຕໍ່ໄປນີ້ຈະເອົາຫົວພັນ ບໍ່ ຫລືວ່າຫລວງພຣະບາງ.

ອີງຕາມແຈ້ງການ ຂອງຫ້ອງການກະຊວງແຮງງານ ແລະ ສວັດດີການສັງຄົມ ສະບັບເລຂທີ 3697/ຫກ ລົງວັນທີ 14 ທັນວາ 2022 ລະບຸວ່າ ເມືອງຊັງຈອງ ປະເທດເກົາຫລີໃຕ້ ມີຄວາມຕ້ອງການ ນຳໃຊ້ຄົນງານລາວ ຈຳນວນ 61 ຄົນໃນນີ້ຕ້ອງການເພດຍິງ 52 ຄົນ, ເພດຊາຍ 7 ຄົນ ແລະ ຄູ່ຜົວ-ເມັຽ 1 ຄູ່ ເພື່ອເດີນທາງ ໄປເຮັດວຽກຕາມຣະດູການ ຢູ່ເມືອງດັ່ງກ່າວ ໃນເດືອນມົກກະຣາ, ເດືອນມີນາ ແລະ ເດືອນພຶສພາ 2023 ໂດຍກົມການຈັດຫາງານ ພ້ອມດ້ວຍຄະນະ ຈະດຳເນີນການ ຮັບສມັກ ແລະຄັດເລືອກເອົາຄົນງານ ຢູ່ເມືອງຄຳ ລະຫວ່າງ ວັນທີ 21-22 ທັນວາ 2022.

ພ້ອມກັບຂໍໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຮ່ວມກັນສະກັດກັ້ນ ບໍ່ໃຫ້ນາຍໜ້າ ເຂົ້າມາມີສ່ວນຮ່ວມ ໃນຂະບວນການຄັດເລືອກ ຄົນງານຄັ້ງນີ້ຢ່າງເດັດຂາດ ແລະ ສຳລັບການລົງທະບຽນສະມັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສັຽຄ່າໃຊ້ຈ່າຍ ໃດໆ.

ທາງດ້ານຄົນງານລາວ ຫລາຍຄົນ ທີ່ໄດ້ຮັບຮູ້ຂ່າວດັ່ງກ່າວ ກໍເຫັນດີນຳ ທີ່ກະຊວງແຮງງານ ແລະສວັດດີການສັງຄົມ ມີແຜນຈະກະຈາຍໂຄຕ້າຣ໌ ໃນການເປີດຮັບ ຜູ້ທີ່ສົນໃຈເດີນທາງ ໄປເຮັດວຽກ ໄລຍະສັ້ນຢູ່ປະເທດເກົາຫລີໃຕ້ ແລະມີຄວາມສົນໃຈ ທີ່ຈະເດີນທາງ ໄປສະມັກຍ້ອນໄດ້ຄ່າຈ້າງແຮງງານ ເໝາະສົມກ່ອນການເຮັດວຽກ ຢູ່ພາຍໃນປະເທດ.

ດັ່ງຄົນງານລາວ ຢູ່ເມືອງຄຳ ແຂວງຊຽງຂວາງ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ສາເຫດຫລັກໆ ກໍຄືກໍເຫັນຕາມຂະເຈົ້າແຈ້ງຫັ້ນ ແຫລະເນາະເພາະວ່າ ເງິນລາວເຮົາມັນເຟີ້ ຫັ້ນນ່າ (ຄົນລາວສົນໃຈ ໄປເຮັດວຽກ) ຫລາຍໆ ກໍມີຫລາຍຢູ່ເດີ້ ໂຕນີ້ນີ້ນ່າກໍ່ວ່າ ເຣື່ອງຫັ້ນຢາກໄປ ກໍຢາກໄປຢູ່ ແຕ່ວ່າຍັງຄາເຣື່ອງໂຕນີ້ (ເຣື່ອງເງິນ) ເຮົາຍັງຕ້ອງໄດ້ເຄຣັຍໂຕນີ້ກ່ອນ.

ສຳລັບເງື່ອນໄຂ ໃນການສະມັກໄປເຮັດວຽກ ຕາມແຈ້ງການສະບັບ ດັ່ງກ່າວນີ້ ຈະຕ້ອງເປັນພົລເມືອງລາວ ແລະ ອາສັຍຢູ່ເມືອງຄຳ ແຂວງຊຽງຂວາງ ຢ່າງໜ້ອຍ 1 ປີ ບໍ່ຈຳກັດເພດ, ອາຍຸ ລະຫວ່າງ 25-50 ປີ. ສຳລັບເພດຍິງ ຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກ່ວາ 2 ປີ, ມີສຸຂພາບແຂງແຮງ ບໍ່ເປັນໂຣກຕ້ອງຫ້າມ ເປັນຕົ້ນ ໄວຣັສຕັບບີ, ວັນນະໂຣກ ແລະ ພະຍາດຕິດຕໍ່ ທາງເພດສັມພັນ, ບໍ່ມີຄະດີ ແລະ ບໍ່ມີປວັດ ເຂົ້າອອກປະເທດ ເກົາຫລີໃຕ້ ແບບຜິດກົດໝາຽ, ຈົບການສຶກສາ ຊັ້ນປະຖົມສຶກສາ ຂຶ້ນໄປ ແລະສາມາດຊຳລະຄ່າໃຊ້ຈ່າຍຕ່າງໆ ດ້ວຍໂຕເອງ.

ກ່ອນໜ້ານີ້ລະຫວ່າງວັນທີ 8-10 ທັນວາທີ່ຜ່ານມາ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ກໍໄດ້ອອກແຈ້ງການ ໃນລັກສະນະດຽວກັນນີ້ ເພື່ອປະກາດຮັບ ສະມັກຄົນງານລາວ ທີ່ອາສັຍຢູ່ພາຍໃນເມືອງໄຊ, ເມືອງແບງ ແລະ ເມືອງຮຸນຈຳນວນ 74 ຄົນ ໄປເຮັດວຽກຕາມ ຣະດູການຢູ່ເມືອງ ເມຍຢາງ ປະເທດເກົາຫລີໃຕ້ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຄັດເລືອກຄົນງານລາວ ສຳເຣັດແລ້ວ ແລະ ມີກຳນົດ ການອອກເດີນທາງ ເພື່ອເຮັດວຽກ ໃນເດືອນມົກກະຣາປີ 2023 ທີ່ກຳລັງຈະຮອດນີ້.

ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີ ການສັງຄົມ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງກ່າວວ່າ:

ອຸດົມໄຊສະເພາະ 3 ເມືອງທີ່ເຮົາມີແຈ້ງການ ອອກໄປຫັ້ນເນາະ ກໍມີມີຫລາຍໆ ແຂວງຫັ້ນແຫລະເພາະວ່າດຽວນີ້ ຫລັງຈາກທີ່ເພິ່ນຂຶ້ນມາ ອຸດົມໄຊແລ້ວ ເພິ່ນກໍລົງໄປເອົາ ທາງຊຽງຂວາງເນາະ ກ່ອນໜ້າເພິ່ນຊິມາອຸດົມໄຊນີ້ ເພິ່ນກໍໄປເອົາຢູ່ທາງກາສີມາເນາະ ແລ້ວກໍຂຶ້ນມາແຂວງອຸດົມໄຊ ແລ້ວດຽວນີ້ເພິ່ນໄດ້ລົງໄປເອົາຢູ່ ເຂດຊຽງຂວາງບໍ່.

ສຳລັບໂຄຕ້າຣ໌ ການຮັບສະມັກຄົນງານລາວ ໄປເຮັດວຽກດ້ານການກະເສຕນັ້ນ ທາງການເກົາຫລີໃຕ້ ຈະດຳເນີນການ ສຳຣວດຄວາມຕ້ອງການ ຄົນງານ ຈາກນາຍຈ້າງ ແລະແຈ້ງຈຳນວນດັ່ງກ່າວນີ້ ມາຍັງທາງການລາວ ຊຶ່ງຄາດວ່າ ໃນຮອບປີ ຕໍ່ຈາກນີ້ປະເທດເກົາຫລີໃຕ້ ໜ້າຈະມີຄວາມຕ້ອງການ ຄົນງານລາວ ໄປເຮັດວຽກ ໃນແຕ່ລະໄລຍະບໍ່ຕໍ່າກ່ວາ 1,000 ຄົນ (ນຶ່ງພັນຄົນ) ຫລື ຫລາຍກວ່ານີ້.

ດັ່ງພນັກງານ ບໍຣິສັດຈັດຫາງານ ຢູ່ແຂວງວຽງຈັນ ທ່ານນຶ່ງກ່າວວ່າ:

ຮັບເປັນຈຳນວນຫລາຍ ຄືລ໊ອດທີ່ມານີ້ມີ 70 ປາຍຄົນ ແລ້ວກໍລ໊ອດຕໍ່ໄປມີ 60 ປາຍ ແລ້ວກໍມີລ໊ອດຕໍ່ໄປອີກ 100 ປາຍ. ທາງນີ້ມັນ ໂບຣກເກີ້ຣ໌ (Broker) ປະຈໍາຢູ່ທາງເກົາຫລີ ຂະເຈົ້າຈະແຈກ ກະຈາຍໃຫ້ ແລ້ວກໍເຮັດ MOU ມາໃຫ້ ຄືແຂວງວຽງຈັນນີ້ ເຮົາຈະໄດ້ 3 ເມືອງເນາະ ໂພນໂຮງ, ວຽງຄຳ, ແລ້ວກໍທຸລະຄົມ ແລ້ວກໍນະຄອນຫລວງ ກໍໄດ້ເມືອງປາກງື່ມ, ຊຽງຂວາງ ກໍຂໍແລ້ວເປັນເມືອງແປກເນາະ ແລ້ວກໍເມືອງຄຳ.

ໃນລະຫວ່າງ ວັນທີ 11-15 ທັນວາທີ່ຜ່ານມາ ຍານາງຄຳໃບ ຂັດທິຍະ ຣັຖມົນຕຣີ ກະຊວງ ແຮງງານແລະສວັດດີ ການສັງຄົມກໍໄດ້ເຂົ້າພົບ ທ່ານ ລີຢອງຊິກ ຣັຖມົນຕຣີ ກະຊວງແຮງງານ ແລະ ການຈ້າງງານ ຂອງເກົາຫລີໃຕ້ ເພື່ອຫາລືກ່ຽວກັບ ການຟື້ນຟູ ການແລກປ່ຽນ ແລະເສີມສ້າງ ການຮ່ວມມືທີ່ດີລະຫວ່າງ ແຂວງຊຸງຊອງນຳໂດ ປະເທດເກົາຫລີໃຕ້ ກັບ ກະຊວງແຮງງານ ແລະສວັດດີການສັງຄົມ. ຈາກນັ້ນ ກໍໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈຮ່ວມກັບ 15 ເມືອງ.

ນອກຈາກນີ້ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ ພ້ອມຄະນະຍັງໄດ້ເຂົ້າພົບ ທ່ານປະທານ ສະພາ ນະຄອນຫລວງໂຊລ໌ (Soul) ແລະ ຫົວໜ້າກົມການ ຈັດຫາງານ ແລະ ສຳນັກບໍຣິການ ພັທນາບຸກຄລາກອນ ແຫ່ງເກົາຫລີໃຕ້ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ໃນການຈັດສົ່ງ, ຄຸ້ມຄອງ ແລະ ປົກປ້ອງຄົນງານ ໃນດ້ານການກະເສຕ ລວມທັງດ້ານເສຖກິຈ, ວັທນະທັມ, ການສຶກສາ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມ.

ວັນທີ 20 ຕຸລາ ຜ່ານມາ ຍານາງ ອານຸສອນ ຄຳສິງສວັດ, ຫົວໜ້າກົມການຈັດຫາງານ ແລະ ທ່ານ ກິມອີວກອນ ຮອງເຈົ້າເມືອງ ເມືອງກິມຊອນ ແຂວງຈິຢອນຊັງບຸກໂດ ຢູ່ປະເທດເກົາຫລີໃຕ້ ໄດ້ເຂົ້າຮ່ວມເປັນສັກຂີ ພະຍານເຊັນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງ ຄົນງານລາວ ໄປເຮັດວຽກດ້ານການກະເສຕ.

ສຳລັບການເດີນທາງ ໄປເຮັດວຽກໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ຕລອດໄລຍະ ການເຮັດວຽກ 5 ເດືອນ ຈະໄດ້ຮັບຄ່າຈ້າງແຮງງານ ລວມເປັນ 7,850 ໂດລ້າຣ໌ ສະຫະຣັຖ ຫລືປະມານ 10,000,000 ວອນ (ສິບລ້ານ ວອນ ເງິນເກົາຫລີໃຕ້) ເທົ່າກັບ 135 ລ້ານກີບ ໂດຍບໍ່ລວມຄ່າເຮັດວຽກ ລ່ວງເວລາ. ສຳລັບຄ່າໃຊ້ຈ່າຍອື່ນໆ ເປັນຕົ້ນຄ່າໂຄສະນາ ແລະ ບໍຣິຫານແຮງງານ, ຄ່າປີ້ຍົນ ໄປ-ກັບ, ຄ່າຝືກອົບຮົມກ່ອນການຈັດສົ່ງ, ຄ່າທີ່ພັກ ແລະ ອາຫານ, ຄ່າກວດສຸຂພາບ ກ່ອນການເດີນທາງ, ຄ່າກວດໂຄວິດ-19, ວິຊ້າແຮງງານ, ປະກັນພັຍ ແລະ ຄ່າເອກສານອື່ນໆ ຊຶ່ງເປັນເງິນປະມານ 2,780 ໂດລ້າຣ໌ ສະຫະຣັຖ ຫລື ປະມານ 40,000,000-50,000,000 (ສີ່ສິບລ້ານກີບ ຫາ ຫ້າສິບລ້ານກີບ) ກີບນັ້ນແມ່ນຄົນງານລາວ ຈະຕ້ອງເປັນຜູ້ຮັບຜິດຊອບ ທັງໝົົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.