ເຣື້ອງທີ່ເກັບບັນທຶກໄວ້
2023-08-18
ແຂວງໄຊສົມບູນ ມີບໍຣິສັດພາຍໃນ ແລະ ຕ່າງປະເທດ ລົງທຶນຫຼາຍກວ່າ 100 ໂຄງການປະກອບດ້ວຍ ໂຄງການຂຸດຄົ້ນບໍ່ແຮ່, ຊອກຄົ້ນແຮ່ທາດ, ໂຄງການສົ່ງເສີມກະສິກັມປ່າໄມ້, ໂຄງການສົ່ງເສີມການທ່ອງທ່ຽວ ແລະໂຄງການພະລັງງານ ແລະໄຟຟ້າ.
2023-08-18
ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສເນີປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໂດຍໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ຈາກ 1,300,000 ກີບ ຂຶ້ນເປັນ 1,600,000 ກີບ, ແຕ່ຫຼາຍຄົນເຫັນວ່າ ຍັງບໍ່ສາມາດແກ້ບັນຫາ ປາກທ້ອງໄດ້ ເພາະຍັງຕ່ຳຫຼາຍ ເມື່ອທຽບໃສ່ ພາວະເງິນກີບເຟີ້ໃນປັດຈຸບັນ.
2023-08-18
ລາຄາຜັກ ຢູ່ເກືອບທົ່ວປະເທດ ສູງຂຶ້ນ ຍ້ອນນໍ້າຖ້ວມພາກໃຕ້, ພາກເໜືອ ແລະພາກກາງຂອງລາວ ໂດຍສະເພາະ ລາຄາຜັກຫອມປ້ອມ, ຫອມລາບ ແລະ ຫອມບົ່ວ ຖີບໂຕຂຶ້ນສູງ 2-5 ເທົ່າ ເຊິ່ງເປັນຜົລມາຈາກນ້ຳຖ້ວມ ເຮັດໃຫ້ພືດຜົລທາງການກະເສດ ເສັຽຫາຍຈຳນວນຫຼາຍ.
2023-08-17
ຣັຖບານ ຈະສ້ອມແປງຖນົນ ທີ່ເປ່ເພ ໃນນະຄອນຫລວງວຽງຈັນ ເພື່ອຕຣຽມເປັນເຈົ້າພາບ ກອງປະຊຸມສຸດຍອດ ອາຊ້ຽນ ໃນປີໜ້າ (2024) ເຊິ່ງຖນົນຫຼາຍເສັ້ນ ໃນປະເທດ ເປ່ເພຫຼາຍ ດ້ວຍເຫດຜົລການສ້າງ ທີ່ບໍ່ໄດ້ມາຕຖານ ຈົນສົ່ງຜົລເຮັດເກີດບັນຫາ ຕໍ່ການສັຈນອນ ແລະ ມີຄວາມຫຍຸ້ງຍາກ.
2023-08-17
ເດັກນ້ອຍແມ່ຍິງລາວ ທີ່ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຂອງຈີນ ໃນປະເທດພະມ້າ ແລະ ນາງ ຖືກທາຮຸນຢ່າງໜັກ ເຊິ່ງບໍ່ມີຜູ້ໃດຮູ້ຂ່າວຄາວວ່າ ນາງຍັງມີຊີວິດຢູ່ ຫຼືບໍ່ ນັ້ນ, ມາເຖິງປັດຈຸບັນນີ້ ແຫຼ່ງຂ່າວແຈ້ງວ່າ ນາງຍັງມີຊີວິດຢູ່, ແຕ່ຖືກຂາຍຕໍ່ ເພື່ອໄປເຮັດວຽກຢູ່່ບ່ອນອື່ນ.
2023-08-17
ການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ໄລຍະປີ 2021-2023 ຂອງຣັຖບານ ຈະສິ້ນສຸດລົງ, ແຕ່ໃນໄລຍະເດືອນສິງຫາ 2023 ນີ້ ຍັງ ມີການຈັບຂະບວນການ ຄ້າຢາເສບຕິດ ຢ່າງຕໍ່ເນື່ອງ ສ່ວນພາກຣັຖຍ່ອມຮັບວ່າ ການປາບປາມ ມີອຸປະສັກ ຈຶ່ງບໍ່ສາມາດ ຈັບຜູ້ຄ້າຣາຍໃຫຍ່ໄດ້.
2023-08-17
ນັກຮຽນທີ່ຈົບຊັ້ນ ມ. 7 ສົນໃຈສອບເສັງ ເຂົ້າຮຽນພາສາຈີນ ຢູ່ສະຖາບັນຂົງຈື້ ເພີ່ມຈຳນວນຫລາຍຂຶ້ນ ດ້ວຍເຫດຜົລເຣື່ອງວຽກງ່າຍ ທີ່ມີຮອງຮັບເມື່ອຮຽນຈົບແລ້ວ ເຊິ່ງຕ່າງກັບສາຂາວິຊາອື່ນ ທີ່ຊອກວຽກເຮັດຍາກ ແລະ ຜູ້ຈົບພາສາຈີນ ສາມາດຊອກວຽກເຮັດ ທີ່ໄດ້ເງິນເດືອນຫຼາຍ ເມື່ອທຽບໃສ່ສາຂາອື່ນໆ.
2023-08-17
ບໍຣິສັດຈີນ ໄດ້ຮັບອະນາຍາດ ເຊົ່າ ຫຼືສັມປະທານດິນ ຂອງຊາວບ້ານ ຢູ່ເມືອງໂຂງ ເພື່ອປູກເຂົ້າ 3 ຣະດູ, ສ້າງສາງເຂົ້າ, ລານຕາກເຂົ້າ ແລະ ສະຖານທີ່ປຸງແຕ່ງ ຜລິດຕະພັນກະເສດ ພາຍໃຕ້ໂຄງການ ພັທນາກສິກັມທັນສໄມ ສ່ວນປະຊາຊົນ ຈະໄດ້ຮັບຄ່າເຊົ່າທີ່ດິນ ແລະເປັນຄົນງານ ໃຫ້ເຈົ້າຂອງໂຄງການ.
2023-08-16
ນໍ້າຖ້ວມເມືອງວິຣະບູຣີ, ເມືອງຈໍາພອນ ແລະເມືອງອາດສະພັງທອງ ແຂວງສວັນນະເຂດ ອີກຮອບສອງ ແຕ່ມື້ວັນທີ 14-16 ສິງຫານີ້ ເຮັດໃຫ້ຕະລ່າງເຮືອນ, ຫົນທາງ ແລະທົ່ງນາ ໄດ້ຮັບຜົລກະທົບ ແລະຢູ່ເມືອງວັງວຽງ ແຂວງວຽງຈັນ ນໍ້າກໍຖ້ວມບາງເຂດໃນຕົວເມືອງ ຮວມທັງຖ້ວມຕລາດເປັນຄັ້ງທໍາອິດ.
2023-08-16
ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຂອງຈີນ ຈະເປີດດ່ານສາກົລ ແລະ ທ່າເຮືອຂົນສົ່ງ ໂດຍສານແຫ່ງໃໝ່ ໃນທ້າຍປີ 2024 ນີ້ ຂະນະທີ່ຫລາຍຝ່າຍ ກໍມີຄວາມກັງວົນເຣື່ອງການເຂົ້າ-ອອກ ທີ່ຜິດກົດໝາຍ ແລະ ການກວດກາສິນຄ້າເຖື່ອນ.
2023-08-16
ເກີດມີມິດສາຊີບ ໃນຮູບການຕ່າງໆຫຼາຍຂຶ້ນ ທີ່ມີສາເຫດມາຈາກ ບັນຫາເສຖກິຈ ແລະ ຄ່າຄອງຊີບແພງຂຶ້ນ ຈົນເຮັດໃຫ້ເກີດ ກຸ່ມມິດສາຊີບ ທີ່ອ້າງຊື່ທະນາຄານ ຕົວະໃຫ້ປະຊາຊົນ ໂອນເງິນໃຫ້ ຈຶ່ງເປັນເຫດໃຫ້ ທາງການລາວ ໄດ້ອອກແຈ້ງການເຕືອນ ປະຊາຊົນລະມັດລະວັງຫຼາຍຂຶ້ນ.
2023-08-15
ເກົາຫຼີໃຕ້ ຕ້ອງການຄົນງານລາວ ໄປເຮັດວຽກຈຳນວນຫຼາຍ ເຊິ່ງໃນນັ້ນ ໄປເຮັດວຽກຕາມຣະດູການ ໃນຂແນງກະສິກັມ, ການປະມົງ ແລະໄປເຮັດວຽກໄລຍະຍາວ ຢູ່ຂແນງອຸດສາຫະກັມ ຂນາດກາງ ແລະຂນາດນ້ອຍ ແລະຄົນງານລາວ ຈະໄດ້ເງິນເດືອນສູງກວ່າ ທັງຢູ່ໄທຍ ແລະ ຢູ່ລາວ ຫຼາຍທົບ.
2023-08-15
ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ກຳລັງຣະບາດ ລວມເຖິງຖອກທ້ອງ ແລະ ຍັງມີຄວາມສ່ຽງ ຕໍ່ການຣະບາດ ຂອງພະຍາດອະຫິວາ, ໄຂ້ທໍຣະພິດ, ຕຸ່ມເປື່ອຍ, ຕີນຫໍ, ຕາແດງ, ໄຂ້ຍ່ຽວໜູ, ພະຍາດແມ່ທ້ອງ ແລະອື່ນໆ ພາຍຫຼັງຈາກນ້ຳຖ້ວມ ຫຼື ພະຍາດທີ່ມາກັບຣະດູຝົນ.
2023-08-15
ທາງການລາວ ແລະ ໄທຍ ຕຣຽມເປີດເສັ້ນທາງຣົຖໄຟ ລາວ-ໄທຍ ຢ່າງເປັນທາງການ ໃນທ້າຍປີ 2023 ນີ້ ຫຼັງຈາກທີ່ກໍ່ສ້າງທາງຣົຖໄຟ ແລະ ສະຖານີຄຳສະຫວາດ ສຳເຣັດເມື່ອປະມານເດືອນມິຖຸນາ ທີ່ຜ່ານມາ ລວມມູນຄ່າການກໍ່ສ້າງ 944 ລ້ານບາທ.
2023-08-15
ແຂວງຜົ້ງສາລີ ສັ່ງຫ້າມບໍ່ໃຫ້ນໍາ ງົວ-ຄວາຍ ເຂົ້າຫຼືອອກ ຍ້ອນມີໄລຍະນີ້ ມີການຣະບາດ ຂອງພະຍາດປາກເປື່ອຍ ລົງເລັບ ແລະເຮັດໃຫ້ງົວ, ຄວາຍ ຕາຍແລ້ວ 114 ໂຕ ຂະນະນີ້ ທາງການແຂວງ ຍັງຂາດເຂີນງົບປະມານ ໃນການຊ່ອຍເຫຼືອ ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ.