ຣັຖບານ ທຸ້ມງົບປະມານ ສ້ອມແປງຖນົນ ໃນນະຄອນຫຼວງ ຮັບຕ້ອນ ກອງປະຊຸມອາຊ້ຽນ
2023.08.17
ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພແນກໂຍທາທິການ ແລະຂົນສົ່ງນະຄອນຫລວງວຽງຈັນ ໄດ້ຣາຍງານວ່າ ເພື່ອຕ້ອນຮັບກອງປະຊຸມສຸດຍອດ ອາຊ້ຽນ ທີ່ລາວຈະເປັນເຈົ້າພາບ ໃນປີ 2024 ທາງພະແນກໂຍທາທິການ ແລະຂົນສົ່ງນະຄອນຫລວງວຽງຈັນ ໄດ້ຂຶ້ນແຜນງົບປະມານ ໃນການກໍ່ສ້າງ ແລະສ້ອມແປງເສັ້ນທາງ ໂດຍຈະໃຊ້ງົບປະມານ ປົກກະຕິ, ງົບປະມານຟື້ນຟູໄພພິບັດ ປະຈໍາປີ 2023 ແລະງົບປະມານຮັບໃຊ້ກອງປະຊຸມອາຊ້ຽນ. ງົບປະມານປົກກະຕິ ມີແຜນອະນຸມັດ 5 ໂຄງການ. ສ່ວນງົບປະມານ ປ້ອງກັນໄພພິບັດ ມີແຜນອະນຸມັດ 7 ໂຄງການ. ປັດຈຸບັນ ໄດ້ສືບຕໍ່ສ້ອມແປງເສັ້ນທາງ ເພື່ອຮອງຮັບກອງປະຊຸມອາຊ້ຽນ 12 ໂຄງການ ຄິດເປັນມູນຄ່າ 28.9 ຕື້ປາຍກີບ ຊຶ່ງສາມາດ ຈັດຕັ້ງປະຕິບັດໄດ້ແລ້ວ 42%. ສ່ວນແຜນການສ້ອມແປງເສັ້ນ ທາງໃນຕົວເມືອງ ແລະຊານເມືອງ ໂດຍສະເພາະບໍຣິເວນ ໂຮງແຮມ ແລະສະຖານທີ່ທ່ອງທ່ຽວ ມີ 8 ໂຄງການ. ນອກຈາກນັ້ນ ຍັງມີອີກ 16 ໂຄງການ ທີ່ຈະໃຊ້ເງິນກອງທຶນທາງ ປີ 2023 ເພື່ອສ້ອມແປງ ມູນຄ່າ 15 ຕື້ປາຍກີບ. ສ່ວນການຈັດສັນ ເສັ້ນທາງຕົວແບບ ເພື່ອຮັບໃຊ້ວຽກງານ ດັ່ງກ່າວນັ້ນ ໄດ້ກໍານົດເອົາ ຖນົນລ້ານຊ້າງ ຕັ້ງແຕ່ 3 ແຍກໄຟແດງຫໍຄໍາ ເຖິງວົງວຽນປະຕູໄຊ, ຖນົນສຸພານຸວົງ ຕັ້ງແຕ່ປ້ອມໜ້າ ສນາມບິນ ເຖິງ 4 ແຍກໄຟແດງຫລັກ 1, ຖນົນເສດຖາທິລາດ ຕັ້ງແຕ່ແຍກໄຟແດງຫລັກ 1 ເຖິງ 3 ແຍກໄຟແດງຫໍຄໍາ ແລະຖນົນໄກສອນ ພົມວິຫານ ຕັ້ງແຕ່ຄ້ອງສັນຕິພາບ ເຖິງຫໍປະຊຸມແຫ່ງຊາຕ ຫລັກ 6.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ໄປຍັງຜແນກໂຍທາທິການ ແລະຂົນສົ່ງນະຄອນຫລວງວຽງຈັນ ແລະກະຊວງໂຍທາທິການ ແລະຂົນສົ່ງ ເພື່ອຖາມກ່ຽວກັບແຜນການສ້ອມແປງຖນົນເພີ່ມຕື່ມ ແຕ່ບໍ່ສາມາດຕິດ ຕໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ຜແນກໂຍທາທິການ ແລະຂົນສົ່ງນະຄອນຫລວງ ກໍໄດ້ອອກແຈ້ງການໃຫ້ຫ້ອງການເມືອງຕ່າງໆ ກວດກາເສັ້ນທາງໃນເຂດເມືອງຂອງຕົນ ແລ້ວໃຫ້ເຮັດບົດສເນີໂຄງການຟື້ຟູສ້ອມແປງເສັ້ນທາງນັ້ນ ເປັນຕົ້ນ ຢູ່ເມືອງສີໂຄດຕະບອງ ທີ່ມີແຜນກໍ່ສ້າງ ແລະສ້ອມແປງທາງຫລວງແຫ່ງຊາຕ ເລກ 13 ເໜືອ ແຕ່ກໍບໍ່ສາມາດຮັບປະກັນໄດ້ວ່າ ຈະເຮັດແລ້ວກ່ອນກອງປະຊຸມໃນປີໜ້າ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງສີໂຄດຕະບອງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ:
“ຫລັກໆກໍເສັ້ນທາງ 13 ເໜືອ ນະເຈົ້າ ທາງຫລວງແຫ່ງຊາຕ ແຕ່ 3 ແຍກສີໄຄຫາ 4 ແຍກສີເກີ ທາງໄປທາງດ່ວນ ນະ ເຈົ້າ ແຜນເຮົາກໍບໍ່ຮູ້ຄັກເນາະ ຄວາມຈິງເພິ່ນຢາກໃຫ້ທັນກອງປະຊຸມ ແຫລະ ເຈົ້າ ແຕ່ກໍມັນຊິທັນບໍ່ທັນ ກໍບໍ່ຮູ້ເທື່ອເນາະ.”
ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ ໄດ້ຍິນຂ່າວເຣື່ອງການສ້ອມແປງ ຖນົນຫົນທາງ ເພື່ອກຽມຕ້ອນຮັບ ກອງປະຊຸຸຸມອາຊ້ຽນຢູ່ ແລະຖືເປັນເຣື່ອງດີ ທີ່ຈະມີການສ້ອມແປງເກີດຂຶ້ນ ຍ້ອນຖນົນຫລາຍສາຍໃນຕົວເມືອງ ເປ່ເພຫລາຍ ໂດຍສະເພາະເສັ້ນທາງ ສີໄຄ-ສີເກີດ ແລະບໍຣິເວນຄິວຣົຖສາຍເໜືອ ທີ່ຍາມຝົນເປ່ເພ ແລະເປັນຂຸມທຸກປີ.
“ກໍດີຄືກັນ ຕອນໃດກໍດີເມິດແຫລະ ເສັ້ນສີໄຄລົງໄປຫາທາງດ່ວນ ມັນກໍເປັນຂຸມເປັນຫຍັງ ແຫລະ ຍາມແລ້ງກໍຄືຝຸ່ນ ຍາມຝົນກໍຂຸມຊີ້ນ່າ ເຫັນເຂົາມີແຕ່ຂຸດຂຸມ ອອກແຫລະ ເອົາດິນມາເທໃສ່. ດຸດບໍ່ໃຫ້ມັນມີຂຸມຊື່ໆຫັ້ນນ່າຕອນນີ້ຫັ້ນນ່າ ກັບທາງຄິວຣົຖສາຍເໜືອ ກໍຂຸມຫລາຍຄືກັນຕອນນີ້ ຂຸມຢ່າງແຮງ.”
ໃນຂະນະດຽວກັນ ຊາວບ້ານຢູ່ນະຄອນຫລວງ ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ ຕົນຍັງບໍ່ຮູ້ວ່າ ຈະມີການຈັດກອງປະຊຸມ ອາຊ້ຽນຢູ່ລາວ ໃນປີໜ້າ ຈຶ່ງບໍ່ຮູ້ວ່າ ຈະມີການສ້ອມແປງຖນົນບ່ອນໃດ, ດຽວນີ້ ຖນົນຫລາຍສາຍເປ່ເພແຮງ ເຮັດໃຫ້ການສັນຈອນໄປມາ ໄດ້ຮັບຄວາມລໍາບາກ.
“ຢູ່ລາວຍັງບໍ່ໄດ້ຍິນວ່າ ເຂົາຈະລົງແປງເມື່ອໃດ ຫລືວ່າທີ່ໃດຫັ້ນນ່າ ແຕ່ເສັ້ນທາງມັນກໍເປ່ເພຫລາຍຢູ່ ຂຸມຫລາຍໂອ໋ຫລາຍບ່ອນ ທາງໃດກໍເປ່ເພຊ່ວງຝົນຕົກ ຈຸດໜັກມັນເຂດສີໄຄ ຊ່ວງນີ້ກໍມີສ່ວນຫລາຍຕົກຂຸມແດ່ ມັນບໍ່ລະມັດລະວັງແດ່ນໍ້າ ມັນຖ້ວມທາງແດ່.”
ຢູ່ຫລັກ 21 ເມືອງໄຊທານີ ຖນົນສາຍຫລັກທີ່ເຄີຍປູຢາງ ມາປີນີ້ແຕກແຫງ ເປ່ເພ ບໍ່ມີມີການສ້ອມແປງ. ທາງເປ່ເພ ຍ້ອນປູຢາງມະຕອຍໜ້ອຍ ປູບາງ, ບໍ່ສາມາດຮອງຮັບຣົຖບັນທຸກໜັກໄດ້, ຍາມຝົນເປັນຂຸມ ສັນຈອນໄປມາຍາກ, ເຖິງມີການສ້ອມແປງ ກໍມີແຕ່ເອົາດິນໄປຖົມໃສ່ ເຮັດໃຫ້ຖນົນເປັນຂີ້ຕົມ ເປັນບວກ, ຢູ່ນອກເມືອງໄປເທົ່າໃດ ທາງຍິ່ງຂີ້ຮ້າຍ ແລະຢູ່ເຂດອື່ນໆກໍເຊັ່ນດຽວກັນ, ແຕ່ບໍຣິເວນຖນົນລ້ານຊ້າງ ຫລື ຖນົນໄກສອນ ພົມວິຫານ ເຖິງຫໍປະຊຸມແຫ່ງຊາຕ ກໍອາດຖືວ່າ ເສັ້ນທາງດີຢູ່.
ດັ່ງປະຊາຊົນ ຢູ່ເມືອງໄຊທານີ ນາງນຶ່ງເວົ້າວ່າ:
“ເສັ້ນໃນເມືອງແທ້ໆ ບໍ່ມີບັນຫາດອກ ເສັ້ນໃນເມືອງຫັ້ນນ່າ ມາແຮງແຖວເຂດນອກ ຊານເມືອງຈັ່ງຊີ້ນິ ມີບັນຫາຫລາຍບ່ອນຢູ່ ມາເຂດຊານເມືອງທາງຫລັກ 21 ແຮງແທ້ ອອກມານອກຊອກນ້ອຍຊອກໃຫຍ່ອອກມາຈີນຂຶ້ນເຂດພັທນາ ກວມລວມນີ້ແຫລະ ແມ່ນໜັກນະເສັ້ນນັ້ນ.”
ເສັ້ນທາງເປ່ເພຫລາຍ ຢູ່ລາວ ເປັນບັນຫາທີ່ເກີດຂຶ້ນໃນທົ່ວປະເທດ, ຫລາຍເຂດຂອງຫລາຍເມືອງ ຫລາຍແຂວງ ຖນົນຫົນທາງຍັງບໍ່ໄດ້ປູຢາງ ບໍ່ໄດ້ປູຄອນຄຣີດ ເຮັດໃຫ້ຍາມແລ້ງມີຂີ້ຝຸ່ນໄງ່ ແລະໃນຍາມຝົນ ເປັນຂີ້ຕົມ ເປັນບວກ ເປັນຂຸມ ເຮັດໃຫ້ການສັນຈອນໄປມາ ຂອງຜູ້ຄົນມີຄວາມຫຍຸ້ງຍາກ ແລະໃຊ້ເວລາດົນໃນການເດີນທາງ.

ການສ້ອມແປງ ຖນົນ ໃນເທື່ອນີ້ ກໍແມ່ນເພື່ອຮອງຮັບ ກ້ອງປະຊຸມສຸດຍອດ ອາຊ້ຽນ ໃນປີໜ້າ ຊຶ່ງລາວຈະໄດ້ເປັນປະທານວຽນ ອາຊ້ຽນ ຕື່ມອີກຄັ້ງນຶ່ງ ຄືຄັ້ງນີ້ເປັນຄັ້ງທີ 3 ຫລັງຈາກທີ່ເຄີຍໄດ້ເປັນມາ ໃນປີ 2004 ແລະປີ 2016.
ສປປ ລາວ ຈະຖືກສົ່ງຕໍ່ ໜ້າທີີ່ປະທານວຽນ ອາຊ້ຽນໃນປີ 2024 ຢູ່ໃນກອງປະຊຸມສຸດຍອດ ອາຊ້ຽນ ຄັ້ງທີ 43 ຊຶ່ງຈະຈັດຂຶ້ນ ຢູ່ກຸງຈາກາຕາ ປະເທດອິນໂດເນເຊັຍ ແຕ່ມື້ວັນທີ 5 ຫາວັນທີ 7 ກັນຍາ 2023 ນີ້.