ຣັຖບານປັບຂຶ້ນ ຄ່າແຮງຂັ້ນຕ່ຳ ມີຜົລເດືອນຕຸລານີ້

ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສເນີປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໂດຍໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ຈາກ 1,300,000 ກີບ ຂຶ້ນເປັນ 1,600,000 ກີບ, ແຕ່ຫຼາຍຄົນເຫັນວ່າ ຍັງບໍ່ສາມາດແກ້ບັນຫາ ປາກທ້ອງໄດ້ ເພາະຍັງຕ່ຳຫຼາຍ ເມື່ອທຽບໃສ່ ພາວະເງິນກີບເຟີ້ໃນປັດຈຸບັນ.
2023.08.18
ຣັຖບານປັບຂຶ້ນ ຄ່າແຮງຂັ້ນຕ່ຳ ມີຜົລເດືອນຕຸລານີ້ ຄົນງານລາວ ທີ່ເຮັດວຽກ ຢູ່ເຂື່ອນໄຟຟ້າແຫ່ງນຶ່ງ ໃນ ສປປ ລາວ. ວັນທີ່ 1 ເດືອນສິງຫາ ປີ 2023.
RFA

ໃນວັນທີ 16 ສິງຫາ 2023 ທີ່ຜ່ານມາ, ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການສະບັບເລຂທີ 1502/ຫສນຍ, ລົງວັນທີ 16 ສິງຫາ 2023 ເຣື່ອງການ ສເນີປັບປຸງຄ່າແຮງງານຂັ້ນຕ່ຳສຸດ ສຳລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023. ໂດຍມີເນື້ອໃນວ່າກອງປະຊຸມ ຣັຖບານສໄມສາມັນປະຈຳເດືອນກໍຣະກະດາ 2023 ເຫັນດີໃຫ້ປັບເພີ່ມຄ່າແຮງງານຂັ້ນຕ່ຳ ຈາກ 1,300,000 ກີບຕໍ່ຄົນຕໍ່ເດືອນ ຂຶ້ນເປັນ 1,600,000 ກີບຕໍ່ຄົນຕໍ່ເດືອນ ແລະໃຫ້ເຣີ່ມປະຕິບັດໃນວັນທີ 1 ຕຸລາ 2023 ເປັນຕົ້ນໄປ. ໂດຍການຂຶ້ນຄ່າແຮງງານຂັ້ນຕ່ຳສຸດ ດັ່ງກ່າວແມ່ນຂຶ້ນສະເພາະລູກຈ້າງ ພາກເອກະຊົນບໍ່ລວມເຖິງພະນັກງານຣັຖກອນ, ທະຫານ ແລະ ຕຳຣວດ.

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ຢູ່ແຂວງເຊກອງເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ໄດ້ກ່າວວ່າການຂຶ້ນຄ່າແຮງງານ ໃນເທື່ອນີ້ ເຖິງແມ່ນວ່າຈະເຣີ່ມຈັດຕັ້ງປະຕິບັດ ໃນເດືອນຕຸລາ 2023 ທີ່ຈະມາຮອດນີ້ ແຕ່ທາງນາຍຈ້າງ ສາມາດປັບຂຶ້ນຄ່າແຮງງານໄດ້ເລີຍ ໂດຍບໍ່ຕ້ອງລໍຖ້າ.

ດັ່ງຍານາງກ່າວໃນມື້ວັນທີ 18 ສິງຫາ 2023 ນີ້ວ່າ:

“ກະເຫັນເພິ່ນແຈ້ງການກໍວ່າ ໃຫ້ປະຕິບັດເລີຍຫັ້ນແຫຼະ. ເຫັນເຂົາລົງແຈ້ງການຢູ່ເຮົາກໍບໍ່ທັນຮູ້ລະອຽດນ່າ.  ເຫັນເພິ່ນແຈ້ງລົງອັນນັ້ນຢູ່ ເຫັນເຂົາລົງເຟສບຸກຢູ່ວ່າ ໃຫ້ເຣີ່ມປະຕິ ບັດເລີຍ. ກະເຫັນຄືກັນແຕ່ວ່າເຮົາກໍບໍ່ທັນໄດ້ຖາມວ່າ ເພິ່ນໃຫ້ປະຕິບັດແລ້ວບໍ່ຫັ້ນນ່າ ເຮົາຢູ່ຂັ້ນເມືອງຫັ້ນນ່າ.”

ທາງດ້ານຊາວລາວ ຈຳນວນນຶ່ງຕ່າງກໍເຫັນກົງກັນວ່າ ການຂຶ້ນເງິນຄ່າແຮງງານຂັ້ນຕ່ຳສຸດ ຂອງຣັຖບານແມ່ນຍັງບໍ່ສອດຄ່ອງ ກັບສະພາບເງິນເຟີ້ ແລະ ຄ່າຄອງຊີບທີ່ນັບມື້ນັບເພີ່ມຂຶ້ນຫຼາຍ ຢ່າງບໍ່ຢຸດຢັ້ງຍ້ອນບັນຫາເງິນກີບ ສືບຕໍ່ອ່ອນຄ່າລົງທຸກມື້. ຍພະນັກງານຣັຖກອນຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ການຂຶ້ນຄ່າແຮງງານຂັ້ນຕ່ຳ ເທື່ອນີ້ຍັງຖືວ່າຕ່ຳຫຼາຍບໍ່ວ່າ ຈະເປັນຄົນງານພາກເອກະຊົນ ຫຼື ຣັຖກອນ ເພາະເມື່ອໄລ່ເປັນເງິນບາທ ກໍຍັງນ້ອຍຫຼາຍ ແລະ ບໍ່ພໍກຸ້ມກິນຍ້ອນລາຄາສິນຄ້າ ຍັງສືບຕໍ່ແພງຂຶ້ນ.

“ບໍ່ເຈົ້າ, ເພາະວ່າຄິດເປັນເງິນບາທ ຈະຖືກຫຼາຍ. ແມ່ນໆ ຕໍ່ເດືອນ. ຂ້າຣາຊະການກະໄດ້ຊ່ຳນັ້ນແຫຼະ. ຣັຖກອນຍັງບໍ່ທັນໄດ້ຂຶ້ນ ແຕ່ກໍຕ້ອງລໍເບິ່ງເດືອນຕຸລາ ວ່າເພິ່ນຈະຂຶ້ນໃຫ້ບໍ່.”

ທ່ານກ່າວຕຶ່ມວ່າ ເງິນເດືອນຣັຖກອນໃນປັດຈຸບັນ ແມ່ນພໍແຕ່ສຳລັບໃສ່ນ້ຳມັນຣົຖຈັກ ໄປຫ້ອງການເທົ່ານັ້ນພະນັກງານ ຣັຖກອນຕ້ອງໄດ້ຊອກຫາວຽກເຮັດງານທຳອື່ນຕື່ມເປັນຕົ້ນ ປູກຝັງ, ລ້ຽງສັດ ສຳລັບສົ່ງຂາຍຢູ່ຕລາດໃກ້ບ້ານ ຫຼືຂາຍເຄື່ອງອອນລາຍນ໌ ເພື່ອສ້າງຣາຍໄດ້ເສີມ ໃນການລ້ຽງຊີບ ຂອງຕົນເອງ ແລະ ຄອບຄົວ. 

ທາງດ້ານຊາວບ້ານຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າເຖິງວ່າຣັຖບານ ຈະປະກາດເພີ່ມຄ່າແຮງງານຂັ້ນຕ່ຳແລ້ວ ແຕ່ແນວໃດກໍຍັງບໍ່ພໍກຸ້ມກິນ ແລະເຮັດໃຫ້ຢາກຈະໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະເກົາຫຼີໃຕ້ ຫຼືໄທຍ ທີ່ມີຄ່າຈ້າງແຮງງານສູງກວ່າລາວ ຫຼາຍເທົ່າ.

“ແມ່ນໆ ຫຼາຍ. ເຫັນບ່ອນຫຼາຍບໍຣິສັດຊິປະກາດຮັບເອົາ ໄປເຮັດວຽກຢູ່ໄທຍ. ແມ່ນໆ ໄປຖືກກົດໝາຍ. ໄປໄທຍກະເກົາຫຼີ ໄດ້ຫຼາຍກວ່າລະເນາະ. ເກົາຫຼີມື້ລະລ້ານປາຍໄທຍ ມີແຕ່ມື້ລະຈັກຮ້ອຍນຶ່ງ.”

ຂະນະທີ່ຜູ້ປະກອບທຸຣະກິຈ ຂນາດນ້ອຍທ່ານນຶ່ງ ຢູ່ແຂວງບໍ່ແກ້ວກ່າວວ່າ. ການປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຂອງຣັຖບານໃນເທື່ອນີ້ ກໍຍັງບໍ່ຈູງໃຈໃຫ້ຄົນງານ ຢາກເຮັດວຽກນຳນາຍຈ້າງຄົນລາວ ຫຼື ເຮັດວຽກພາຍໃນປະເທດ ຫຼາຍພໍປານໃດ ຍ້ອນຄ່າແຮງງານຍັງຕ່ຳຫຼາຍ ຖ້າຫາກໄປເຮັດວຽກນຳບໍຣິສັດຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ລາວ ຫຼື ອອກໄປເຮັດວຽກຢູ່ຕ່າງປະເທດ ກໍຈະໄດ້ເງິນເດືອນສູງກວ່າ.

“ອັດຕາໃໝ່ບໍ່ຮູ້ວ່າ ຊິມີຄົນໄປທໍາງານໃຫ້ເຮົາບໍ່ ເພາະຄ່າແຮງມັນຕໍ່າເກີນ. ແຕ່ວ່າບ່ອນນອກເຂົາເຈົ້າບໍຣິສັດ ຈະຈ້າງສູງກວ່າຍົກໂຕຢ່າງວ່າ ຕ່າງປະເທດຄື ສະຫະຣັຖ ຫຼື ອອສເຕຣເລັຽ ມາລົງທຶນ ຫຼື ຈີນ ເຂົາກໍໃຫ້ສູງກວ່າ. ກະ 10,000 ຕົ້ນໆ (ບາທ).”

ທ່ານກ່າວຕຶ່ມວ່າ ການແກ້ໄຂບັນຫາເສຖກິຈ ຂອງຣັຖບານ ແມ່ນຊັກຊ້າ ແລະບໍ່ແທດເໝາະ ກັບສະພາບການປ່ຽນແປງ ທາງເສຖກິຈ ຢ່າງໄວວາ ເຮັດໃຫ້ຊາວລາວຫຼາຍຄົນ ກັງວົນວ່າ ປະເທດລາວຈະລົ້ມລະລາຍ ທາງດ້ານເສຖກິຈ-ການເງິນ ໃນອີກບໍ່ດົນຕໍ່ໜ້າ.

ໃນໄລຍະຜ່ານມາ, ຜົລກະທົບຈາກພາວະເງິນເຟີ້ ແລະເງິນກີບອ່ອນຄ່າ ເຮັດໃຫ້ຣັຖບານລາວ ປະກາດປັບຂຶ້ນຄ່າ ແຮງງານຂັ້ນຕ່ຳ 2 ຄັ້ງ ໂດຍຄັ້ງທີ 1 ຈາກ 1,100,000 ກີບ ມາເປັນ 1,200,000 ກີບ ມີຜົລໃນວັນທີ 1 ສິງຫາ 2022, ແລະຄັ້ງທີ 2 ຈາກ 1,200,000 ກີບມາເປັນ 1,300,000 ກີບ ມີຜົລໃນວັນທີ 1 ພືສພາ 2023 ທີ່ຜ່ານມາ.

ສໍາລັບການຂຶ້ນເງິນເດືອນດັ່ງກ່າວ ກໍຍັງບໍ່ເຮັດໃຫ້ສະພາບເສຖກິຈ ຂອງຊາວລາວດີຂຶ້ນ ໂດຍໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ໃນເດືອນມິຖຸນາ ຫາ ກໍຣະກະດາ 2023 ທີ່ຜ່ານມາ. ສະມາຊິກສະພາແຫ່ງຊາຕ ກໍໄດ້ສເນີໃຫ້ຣັຖບານເພີ່ມຄ່າແຮງງານ ຂັ້ນຕ່ຳ ຫຼື ເງິນອຸດໜູນ ຕຶ່ມເພື່ອຊ່ອຍເຫຼືອ ປະຊາຊົນໃນໄລຍະທີ່ຍາກລຳບາກ ໃນປັດຈຸບັນ.

ບັນຫາເຣື່ອງຄ່າແຮງງານ ຢູ່ປະເທດລາວຖືເປັນບັນຫາ ຕ່ອງໂຊ້ ຂອງວິກິດການທາງເສຖກິຈ ການເງິນທີ່ປະເທດລາວ ກຳລັງຜະເຊີນໃນປັດຈຸບັນ. ໄລຍະຜ່ານມາ, ຣັຖບານລາວ ແລະພາກສ່ວນກ່ຽວຂ້ອງ ກໍລະບຸວ່າຈະຕັ້ງໜ້າແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະເຣື່ອງການຂຶ້ນຄ່າແຮງງານ ແບບເປັນຂັ້ນໄດແຕ່ກໍບໍ່ທັນການຕໍ່ກັບສະພາວະເງິນເຟີ້ ແລະ ເງິນກີບອ່ອນຄ່າ ທີ່ສືບຕໍ່ໜັກໜ່ວງຂຶ້ນ. ເຮັດໃຫ້ຄົນງານລາວຈຳນວນຫຼາຍຕັດສິນໃຈ ອອກໄປເຮັດວຽກຢູ່ຕ່າງປະເທດ ທັງໃນຮູບການຖືກກົດໝາຍ ແລະ ຜິດກົດໝາຍ. ຫຼາຍຄົນກໍຖືກຕົວະຍົວະ ເຂົ້າສູ່ຂບວນການຄ້າມະນຸສ ຫຼື ຂບວນການຄ້າຢາເສບຕິດ. ຫຼາຍຄົນກໍເປັນໜີ້ສິນຍ້ອນຕ້ອງໄດ້ນຳຊັພສິນ ໄປຄ້ຳປະກັນສຳລັບເປັນຄ່າໃຊ້ຈ່າຍ ໃນການແລ່ນເອກະສານເພື່ອອອກໄປເຮັດວຽກ ຢູ່ຕ່າງປະເທດ. ນອກຈາກນີ້ແລ້ວ, ການທີ່ຄົນງານລາວອອກໄປເຮັດວຽກ ຢູ່ຕ່າງປະເທດຫຼາຍກໍເຮັດໃຫ້ເກີດ ພາວະຂາດແຄນແຮງງານ ໃນພາກອຸດສາຫະກັມ ພາຍໃນປະເທດຢ່າງໜັກໜ່ວງ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.