ເດັກນ້ອຍແມ່ຍິງລາວ ເຫຍື່ອຄ້າມະນຸສ ຢູ່ກາສິໂນຈີນ ໃນປະເທດພະມ້າ ຖືກຂາຍຕໍ່
2023.08.17

ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ໄດ້ຣາຍງານໃຫ້ວິທຍຸ ເອເຊັຽ ເສຣີ ຮູ້ວ່າ ໃນວັນທີ 26 ເດືອນກໍຣະກະດາ 2023 ທີ່ຜ່ານມານີ້ ວ່າ ມີເດັກນ້ອຍແຂວງຫຼວງນໍ້າທາ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ຈໍານວນ 7 ຄົນ ຖືກທາຮຸນຢ່າງໜັັກ ດ້ວຍການຕີ, ເອົາໄຟຟ້າຊ໋ອດ ຕ່າງໆນາໆ ເຊິ່ງໃນນີ້ ມີເດັກນ້ອຍຍິງສາວ ນຶ່ງຄົນ ອາຍຸ 17 ປີ ຖືກເອົາໄຟຟ້າຊ໋ອດ ເອົານໍ້າຖອກໃສ່ ແລ້ວກໍເອົາໄຟຟ້າແຮງສູງຊ໋ອດອີກ ຈົນລາວສະຫຼົບ ແລ້ວຄົນຈີນ ກໍຫາມອອກໄປນອກ ແລະບໍ່ມີໃຜຮູ້ເລີຍວ່າ ເດັກນ້ອຍຍິງສາວຄົນນັ້ນຢູ່ໃສ ແລະເປັນຕາຍຮ້າຍດີແນວໃດນັ້ນ. ມາຮອດວັນທີ 2 ສິງຫາ 2023 ຈຶ່ງຮູ້ວ່າ ລາວຍັງມີຊີວິດຢູ່ ແຕ່ຖືກຂາຍໄປເຮັດວຽກຢູ່ບ່ອນໃໝ່.
ດັ່ງຜູ້ເປັນແມ່ ຂອງເດັກນ້ອຍຍິງສາວຜູ້ເຄາະຮ້າຍນີ້ ໄດ້ເວົ້າໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ໃນວັນທີ 3 ສິງຫາ 2023 ວ່າ:
“ດີໃຈສຸດໆ ຈົນໄຫ້ນ່າ ມື້ຄືນນີ້ບໍ່ນອນເໝິດຄືນ ແຊັດມາຊື່ໆ ລາວວ່າ ກໍາລັງເຣີ່ມເຮັດວຽກ ມື້ວານນີ້ ເຮັດກໍບໍ່ຮູ້ຄວາມກັນແຫຼະ ມີແຕ່ຍ່າງໄປຍ່າງມາ ນໍາບໍຣິສັດເຂົາຊື່ໆ ຍ່າງໄປນໍາເຂົາຊື່ໆ ບໍ່ມີຄົນເປັນພາສາແປໃຫ້ ກະວ່າບໍ່ຮູ້ຄວາມກັນເລີຍດຸ ຄົນໄທຍກະບໍ່ມີ ຄັນມີຄົນໄທຍນິ່ ກະຍັງແຄນໜ້ອຍນຶ່ງ ເປັນຄົນຕ່າງປະເທດໝົດ ຜູ້ຍິງກະຕ່າງປະເທດ ຜູ້ຊາຍກະຕ່າງປະເທດໝົດ ຍັງບໍ່ທັນຮູ້ເທື່ອເດ້ ລາວວ່າ ດຽວນີ້ໂຕເອງຢູ່ບໍຣິສັດອິ່ຫຍັງ ຍັງບໍ່ທັນຮູ້ ມາຢູ່ບ່ອນກະຫຼ່ຽງ ບ່ອນຄຸ້ມເກົ່າຫັ້ນແຫຼະ ແຕ່ຫາກຢູ່ຫ່າງກັນໜ້ອຍນຶ່ງ ວ່າແບບນີ້ ຄັນຂີ່ຣົຖໄປນິ່ ປະມານ 3 ນາທີ ຈາກບ່ອນເກົ່າໄປຫາບ່ອນໃໝ່ດຽວນີ້ນິ່ ຍັງຂຶ້ນກັບເມືອງດຽວ ແຂວງດຽວຫັ້ນນ່າ.”
ແມ່ຂອງເດັກນ້ອຍຍິງສາວຄົນນີ້ ຍັງເວົ້າອີກວ່າ ຕາມທີ່ໄດ້ເຫັນຮູບລູກສາວ ຕາມແຂ່ງຂາ ແລະຕົນໂຕ ແມ່ນຖືກຕີ ຖືກໄຟຊ໋ອດ ຊໍ້າດໍາ ຈົນເປັນສີມ້ວງ ແລະລູກສາວ ກໍໄດ້ບອກອາການໃຫ້ຮູ້ນໍາ ວ່າລາວ ຍັງເຈັບຢູ່:
“ຍັງເຈັບຢູ່ ນັ່ງດົນກະນັ່ງບໍ່ໄດ້ ນອນດົນກະນອນບໍ່ໄດ້ ລາວວ່າ ເຈັບກາງຫຼັງ ເຂດນີີ້ຫັ້ນ ເປັນໝົດນ່າ ກາງຫຼັງຫັ້ນ ເປັນຮອຍເຂົາຟາດ ເຂົາຕີຫັ້ນເປັນໝົດ ບໍ່ ໜ້າຕາບໍ່ເປັນຫຍັງ ມີແຕ່ຕົນໂຕຄີງນີ້ແຫຼະ.”
ໃນມື້ວັນທີ 16 ສິງຫາ 2023 ນີ້ ແມ່ຂອງເດັກນ້ອຍຍິງສາວ ຜູ້ເຄາະຮ້າຍຄົນດຽວກັນນີ້ ກໍໄດ້ເລົ່າໃຫ້ວິທຍຸເອເຊັຽເສຣີ ຟັງອີກວ່າ:
“ລູກສາວກະຫາກແຊັດມາຢູ່ 2-3 ມື້ນີ້ແຊັດມາຢູ່ເພິ່ນກະວ່າ ບໍ່ເປັນຫຍັງແມ່ເອີ່ຍ ຢູ່ນີ້ກະຫາກດີແລ້ວແຫຼະ ເຂົາກໍບໍ່ເຄັ່ງຄັດຫຼາຍແດ່ ມີແຕ່ວ່າ ລູກສາວຫັ້ນບໍ່ຮູ້ແຕ່ຄວາມເຂົາເວົ້າຫັ້ນຊື່ືໆ ກະບໍ່ຮູ້ຈິເຮັດຈັ່ງໃດ ບໍ່ຮູ້ວ່າເຂົາຊິໃຫ້ລູກຢູ່ນໍາເຂົາຫັ້ນໄດ້ດົນສໍ່າໃດ ກະບໍ່ຮູ້ແຫຼະ ເພາະວ່າລູກກະບໍ່ຮູ້ຄວາມເຂົາ ເຂົາກະບໍ່ຮູ້ຄວາມລູກຫັ້ນນ່າ ເຮັດວຽກກະເຮັດຕາມອັນໃຜຮູ້ ໃຜບໍ່ຮູ້ຈັ່ງຊັ້ນແຫຼະ ເຣື່ອງໂທຣະສັບນີ້ ເພິ່ນກະໃຫ້ຫຼີ້ນຢູ່ ແຕ່ເພິ່ນຫາກບໍ່ໃຫ້ຫຼີ້ນ ຕອນເຮັດວຽກ ຍາມເຮັດວຽກ ກະເອົາໂທຣະສັບປະຢູ່ຫ້ອງ ເລີກວຽກມາຈຶ່ງແຊັດຫາພໍ່ຫາແມ່ກະໄດ້ ຫຼີ້ນກະໄດ້ຢູ່ ໂທຣະສັບ ແຕ່ບໍ່ຮູ້ຈັກດົນມາ ຈັກຊິເປັນຈັ່ງໃດ ລູກສາວຫັ້ນ ເຣີ່ມເຮັດວຽກມາຕັ້ງແຕ່ວັນທີ 2 ເດືອນ (ສິງຫາ) ເຣີ່ມເຮັດໄດ້ 10 ປາຍມື້ນີ້ແຫຼະ ເຣີ່ມເຮັດວຽກຫັ້ນ ແຕ່ກະຫາກຢູ່ດີ ກະບໍ່ຮູ້ກະດົນມາ ຈັກເຂົາຊິເຮັດແນວໃດໃຫ້ລູກ ກະຍັງບໍ່ຮູ້ເທື່ອແຫຼະ ກໍຢູ່ບໍ່ບໍກໍໍຊິເຮັດຈັ່ງໃດບຸເນາະ ດຽວນີ້ຫັ້ນ ລາວກະໄຫ້ໆຮ້ອງໆຢູ່ທຸກມື້ ມື້ໃດກະແຊັດມາ ກະໄຫ້ຢູ່ທຸກມື້ ບໍ່ຮູ້ຈິເຮັດຈັ່ງໃດ.”
ນາງກ່າວຕື່ມອີກວ່າ ເຖິງຈະຮູ້ວ່າ ລູກຍັງມີຊີວິດຢູ່ ແຕ່ໃນທຸກມື້ນີ້ ກໍກັງວົນໃຈ ບໍ່ຮູ້ວ່າ ລູກສາວຈະໄດ້ຮັບການຊ່ອຍເຫຼືອຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງບໍ່ ເພາະລູກສາວ ບໍ່ໄດ້ຢູ່ຈຸດເກົ່າແລ້ວ:
“ບໍ່ຮູ້ຊິເຮັດຈັ່ງໃດແຫຼະລູກເອີ່ຍ ເໝິດປັນຍາແລ້ວແມ່ດຽວນີ້ຫັ້ນ ບໍ່ຮູ້ຈິເຮັດລະ ຄືຄົນຕາຍທັງເປັນ ສົມມຸດວ່າຄັນເພິ່ນໄປຊ່ວຍໄດ້ ກະຊິຊ່ວຍໄດ້ແຕ່ລູກຄົນອື່ນ ລູກແມ່ນີ້ ແມ່ຄືບໍ່ຫວັງຊິໄດ້ມາລະ ເພາະວ່າເຂົາບໍ່ຮູ້ຈຸດລູກຢູ່ດຸ ເຮັດຈັ່ງໃດຊິໄປຊ່ວຍໄດ້.”
ໃນຂະນະດຽວກັນ ແມ່ຂອງເດັກນ້ອຍຊາຍຄົນທີນຶ່ງ ທີ່ລູກຊາຍຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ພະມ້າ ກໍຢາກຂໍຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ທີ່ນັ້ນ ໃຫ້ໄດ້ອອກມາໂດຍໄວ ຍ້ອນພວກເຂົາຖືກທາຮຸນຢ່າງໜັກ ຖ້າຫາກຫາເງິນໃຫ້ຄົນຈີນບໍ່ໄດ້:
“ຄັນເຂົາຢູ່ຫັ້ນ ເຂົາບໍ່ຖືກທໍຣະມານ ຣັຖບານລາວນິ່ ຊິຊ່ອຍໄດ້ ເອີ່ເປັນ 2 ປີ ຫຼືວ່າ 3 ປີ ຈັ່ງຊິຊ່ອຍໄດ້ ພໍ່ແມ່ກໍດີໃຈເດ້ເນາະ ດຽວນີ້ເຂົາຖືກທໍລະມາຫັ້ນດຸ ພໍ່ແມ່ກໍກິນເຂົ້າບໍ່ແຊບນອນບໍ່ຫຼັບ ຢ້ານວ່າ ຖືກຂາຍໄປບ່ອນອື່ນ ເຮົາໄປຊອກຫາ ບໍ່ຮູ້ບໍ່ເຫັນຫັ້ນເນ່ ແມ່ຄຶດແບບນັ້ນນ່າດຽວນີ້ນ່າ ຄັນຖືກຂາຍໄປບ່ອນອື່ນ ເຮົາຊິຊອກໄປຄົ້ນຫາທາງໃດ ບາດລູກກະບໍ່ຮູ້ສ່ົງຂ່າວມາ ພໍ່ແມ່ກະບໍ່ຮູ້ໄປຊອກ ລະຕາຍຖິ້ມຊື່ືໆຕິລູກບໍ່ເຫັນ ພໍ່ແມ່ກະບໍ່ໄດ້ເຫັນໜ້າລະຕິ ແມ່ຄຶດວ່າ ຄັນຊ່ອຍກະເປັນຕາຊ່ອຍແລ້ວ ເປັນເຂົ້າເກືອບປີແລ້ວນ່າ ພໍ່ແມ່ແລ່ນກະບໍ່ແມ່ນ 2-3 ເດືອນນ່າ ບໍ່ແມ່ນພໍ່ແມ່ຫາກເລັ່ງລັດເຈົ້າໜ້າທີ່ ບໍ່ແມ່ນເນາະ ອັນນີ້ແລ່ນມາກະຮອດເກືອບປີແລ້ວ ຄັນສົມມຸດວ່າ ເດັກນ້ອຍຫັ້ນເຮັດຜິດ ເຂົາສົ່ງໄປບ່ອນອື່ນສາ ພວກພໍ່ແມ່ຊິທາວທາງໃດ ລູກກໍບໍ່ຮູ້ສົ່ງຂ່າວມາແບບນີ້ ແມ່ຄິດແບບນີ້ນ່າ.”
ແມ່ຂອງເດັກນ້ອຍຊາຍຄົນທີສອງ ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າເຊັ່ນກັນ ກໍເວົ້າເຫດການໃນປັດຈຸບັນ ທີ່ເກີດຂຶ້ນ ໃນກາສິໂນ ຂອງຈີນ ໃນພະມ້ານັ້ນ ໃຫ້ເອເຊັຽເສຣີຟັງ ໃນມື້ດຽວກັນນີ້ວ່າ:
“ຄົນຢູ່ໃນຫັ້ນ ຢູ່ໃນບໍຣິສັດ ບ່ອນລູກອີ່ແມ່ຢູ່ຫັ້ນ ເຂົາບອກວ່າ ມື້ນີ້ຫັ້ນ ມີຄົນຖືກຊ໋ອດອີກແລ້ວ ຊ໋ອດຄົນທີ່ເປີດບິນບໍ່ໄດ້ວ່າຊັ້ນ ຈັກແມ່ນລູກໃຫ້ບຸ ກະບໍ່ຮູ້ ຮື...ຈັກຊິເຮັດຈັ່ງໃດບຸເນາະ ຍິນຂ່າວແນວນີ້ ກະແຮ່ງຄິດຮອດລູກອີກ ຊິເຮັດແນວໃດ ຊິເຂົ້າຫາອັນໃດ ຈັ່ງຊິໄດ້ ກະຄືຶອັນ ເຮົາແລ່ນທາງລາວເນີ ລາວກະມີແຕ່ວ່າ ໄປຕາມຂັ້ນຕອນ ແລ້ວເຮົາຊິເຮັດວິທີໃດ ຊິເຂົ້າຫາ ຊົນຊາຕອັນໃດ ຈັ່ງຊິໄດ້ ຫາຈີນຫວາ ຫາໄທຍ ຫວາ.”
ແລະແມ່ ຂອງເດັກນ້ອຍຊາຍຄົນທີສາມ ກໍເວົ້າກ່ຽວກັບເຣື່ອງການຊ່ອຍເຫຼືອ ພວກລູກເຕົ້າ ທີ່ຍັງຕິດຄ້າງ ຢູ່ກາສິໂນ ຂອງຈີນ ໃນພະມ້າ ນັ້ນວ່າ:
“ຢາກໃຫ້ເຈົ້າໜ້າທີ່ລາວເຮົານີ້ ຂຽນໜັງສຶືໄປຂໍຮ້ອງ ທາງສະຖານທູດຈີນ ທາງສະຖານທູດໄທຍ ຊ່ວຍເຫຼືອນ່າເນາະ ຢາກໃຫ້ທາງເຈົ້າໜ້າທີ່ເຮົາເຮັດແນວນີ້ຊັ້ນນ່າ ຫຼືວ່າຄືເຮັດບໍ່ໄດ້ບໍ່ ຫຼືວ່າ ເງິນບໍ່ເຖິງບໍ ລະກໍເກັບເງິນກັນໄປ ລະໃຫ້ເຈົ້າໜ້າທີ່ຕໍາຣວດທາງນັ້ນຫັ້ນ ເຮັດເອກກະສານໄປ ຂໍຮ້ອງທຸກໄປ ຂໍຮ້ອງໄປ ຂໍທາງຣັຖບານຈີນ ຕໍາຣວດຈີນ, ຕໍາຣວດພະມ້າ, ຕໍາຣວດໄທຍ, ຕໍາຣວດສາກົລເໝິດນ່າ ແບບນີ້ຈັ່ງຊິໄດ້ໃດ໋ ເຂົາວ່າ.”
ກ່ຽວກັບເຣື່ອງ ທີ່ພວກພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຈະມາຂໍການຊ່ອຍເຫຼືອ ຈາກທາງການຕ່າງປະເທດຕື່ມນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງຈັນ ທ່ານນຶ່ງ ກໍໄດ້ອະທິບາຍ ສູ່ຟັງວ່າ:
“ຄັນວ່າ ພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍ ຊິຂໍການຊ່ອຍເຫຼືອ ນໍາເຈົ້າໜ້າທີ່ຈີນ ຢູ່ລາວ ກະມີແຕ່ ບັນດາສະຖານທູດຫັ້ນແຫຼະ ຄັນຖ້າໄປແຈ້ງນໍາເຂົາ ເຂົາກະຊິມາແຈ້ງ ເບື້ອງເຈົ້າໜ້າທີ່ເຮົາຄືເກົ່າຫັ້ນແຫຼະ ຄັນວ່າ ສາມາດມາແຈ້ງ ກະໄດ້ ເພາະວ່າ ລາວກັບຈີນ ກະມີການເຊັນຮ່ວມມື ການຊ່ອຍເຫຼືອ ເພາະວ່າ ແບບຊິເນາະ ຄື ລະຫວ່າງລາວ ກັບພະມ້ານີ້ ຍັງບໍ່ມີການເຊັນ MOU ເຣື່ອງການຊ່ອຍເຫຼືອວຽກງານຄ້າມະນຸດ ຍັງບໍ່ມີເທື່ອເນາະ ແຕ່ວ່າ ການຮ່ວມມືດ້ານອື່ນ ມັນກະມີຢູ່ຫັ້ນນ່າ ຢູ່ໃນປະເທດອາຊ້ຽນ ທຸກປະເທດມັນມີແລ້ວ ແຕ່ວ່າ ລາວ-ພະມ້າ ບໍ່ມີ ແບບຊີ້ເນາະ ມັນກະຊິພົບຄວາມຫຍຸ້ງຍາກໜ້ອຍນຶ່ງເນາະ ເພາະວ່າ ທຸກປະເທດ ມັນຈະມີເດ້ ຄື: ລາວ-ໄທຍ, ລາວ-ຈີນ, ລາວ-ມາເລ ເນາະ, ລາວ-ວຽດ, ລາວ-ກັມພູຊາ ມີເໝິດໂຕນີ້ MOU ໂຕນີ້ ກ່ຽວກັບວຽກຄ້າມະນຸດນີ້ນ່າ ແຕ່ລາວ-ພະມ້າ ຍັງບໍ່ໄດ້ເຊັນເທື່ອ ແຕ່ວ່າ ເຂົາກະໄດ້ຂໍຄວາມຊ່ອຍເຫຼືອນໍາລາວແລ້ວ ເພາະວ່າ ມີຈໍານວນນຶ່ງ ທີ່ວ່າພວກຈີນ ເຂົາຕົວະຄົນພະມ້າ ມາເຮັດວຽກຢູ່ລາວນີ້ນ່າ ເຈົ້າໜ້າທີ່ລາວເຮົາ ກະໄດ້ຊ່ອຍເຫຼືອແລ້ວ ແລະຜ່ານມາ ກະໄດ້ລົມປຶກສາຫາລືກັນແລ້ວ ຊິໃຫ້ມີໂຕນີ້ຫັ້ນແຫຼະ ເຂົາກະໃຫ້ການຮ່ວມມື ເຂົາກະຊິຊ່ອຍເຫຼຶືອຫັ້ນນ່າເນາະ.”
ທ່ານຍັງກ່າວຕື່ມອີກວ່າ:
“ເຖິງແນວໃດ ກໍຢາກໃຫ້ພວກພໍ່ແມ່ຜູ້ປົກຄອງ ອົດໃຈລໍຖ້າ ເພາະທາງເຈົ້າໜ້າທີ່ລາວ ກໍພຍາຍາມຊ່ອຍເຫຼືອຢູ່ ແລະໄດ້ສນອງຂໍ້ມູນຕ່າງໆ ໃຫ້ກັບທາງການພະມ້າແລ້ວ ສ່ວນວ່າ ການດໍາເນີນງານຊ່ອຍເຫຼືອຈະຊ້າຫຼືໄວ ແມ່ນຂຶ້ນກັບທາງການພະມ້າ ເພາະເພິ່ນເປັນຜູ້ດໍາເນີນງານ ແລະອີກຢ່າງ ສະຖານທີ່ທີ່ເດັກນ້ອຍຢູ່ນັ້ນ ກໍເປັນບ່ອນທີ່ມີການຕໍ່ສູ້ກັນຂອງຣັຖກະຫຼ່ຽງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ພະມ້າ ເຂົ້າໄປໄດ້ຍາກ.”
ມາເຖິງປັດຈຸບັນ ເດັກນ້ອຍ ຈາກຫຼາຍແຂວງຂອງລາວ ປະມານ 34 ຄົນ ຍັງຕິດຄ້າງ ຢູ່ໂຮງກາສິໂນຂອງຈີນ ບ້ານຊ່ອງແຄບ ເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ຍັງຄອງຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຢູ່ ເຊິ່ງໃນນັັ້ນ ມີເດັກນ້ອຍຈາກແຂວງຫຼວງນໍ້າທາ 28 ຄົນ ແຕ່ 1 ຄົນ ໃນນີ້ ແມ່ນຖືກຂາຍຕໍ່ໄປບ່ອນອື່ນທີ່ຢູ່ໃກ້ກັນ. ເດັກນ້ອຍເຫຼົ່ານີ້ ຕົກເປັນເຫຍື່ອການຄ້າມະນຸດ ຍ້ອນຖືກຄົນຊັກຊວນໄປ ວ່າ ມີວຽກເຮັດແບບສະບາຍ ໄດ້ເງິນດີ ແຕ່ສຸດທ້າຍແລ້ວກັບຖືກຂາຍຕໍ່ ແລະ ຖືກບັງຄັບໃຫ້ເຮັດວຽກ ຫຼອກລວງເອົາເງິນຄົນອື່ນ ຜ່ານທາງອິນເຕີເນັດ ຖ້າເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກລົງໂທດ, ດ້ວຍການທຸບຕີ, ທໍຣະມານ, ຖືກເອົາໃຊ້ໄຟຟ້າຊ໋ອດຕ່າງໆນາໆ. ສະບາຍດີ