ແມ່ຍິງຊົນເຜົ່າຢູ່ພາກເໜືອ ຍັງເປັນກຸ່ມສ່ຽງສູງ ໃນການຖືກຄ້າມະນຸດ

ພອນ ພູມມີທອນ
2024.10.16
ແມ່ຍິງຊົນເຜົ່າຢູ່ພາກເໜືອ ຍັງເປັນກຸ່ມສ່ຽງສູງ ໃນການຖືກຄ້າມະນຸດ ນີ້ເປັນພຽງຮູບປະກອບເຊິ່ງແມ່ນກຸມແມ່ຍິງລາວ ທີ່ຕະຫລາດແຫ່ງນຶ່ງ ຂອງແຂວງອຸດົມໄຊ, ເດືອນມີນາ 2024.
ຮູບພາບຈາກພົນລະເມືອງ

ປັດຈຸບັນ ແມ່ຍິງຊົນເຜົ່າໃນລາວ ໂດຍສະເພາະທາງເຂດພາກເໜືອຂອງລາວ ຍັງເປັນກຸ່ມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ໃນການຖືກຄ້າມະນຸດ ລັກສະນະການແຕ່ງດອງກັບຄົນຈີນ ແບບບໍ່ຖືກຕ້ອງ ເພາະເມື່ອແຕ່ງດອງໄປແລ້ວ ຄົນຈີນກໍຈະພາໄປປະເທດຈີນ ບາງຄົນກໍຖືກນຳໂຕໄປໃຊ້ງານ, ກັກຂັງ, ທຸບຕີ ເຊິ່ງຍັງເປັນບັນຫາທີ່ທາງການລາວ ພະຍາຍາມແຈ້ງການໃຫ້ປະຊາຊົນລາວ ຮັບຮູ້ຢູ່ເລື້ອຍໆ ວ່າບໍ່ຄວນແຕ່ງດອງກັບຄົນຈີນ ທີ່ບໍ່ຖືກຕ້ອງ ເພາະຖ້າເຂົາເຈົ້າພາໄປປະເທດຈີນແລ້ວ ການຊ່ວຍເຫຼືອ ກໍຍັງເປັນເລື່ອງຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ຂັ້ນບ້ານ ໃນແຂວງຫຼວງພະບາງ ທ່ານໜຶ່ງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 16 ຕຸລາ ນີ້ວ່າ:

"ແຕ່ງດອງກັບຄົນຈີນຫັ້ນນາ ມີເກືອບວ່າຢາກຢູ່ທຸກແຂວງ ອຸດົມໄຊ ນ້ຳທາ ຂອບເຂດຫຼວງພະບາງ ຜົ້ງສາລີ ມີໝົດ ສ່ວນຫຼາຍ ແມ່ນແມ່ຍິງຊົນເຜົ່າ ສ່ວນຫຼາຍແມ່ນຊົນເຜົ່າຂະມຸ ໂອ້ບາງຄົນເຂົາເຈົ້າກໍເອົາໄປຈີນ ກໍມີບາງອັນກໍໄປຢູ່ໂຮງງານບໍ່ ຫຼືວ່າໄປຕອບແຊດ ຕອບຫຍັງຕາມທີ່ເຄີຍຮູ້ທີ່ຜ່ານລັດ ກໍເປັນຕາຢ້ານຢູ່ ຈັກຈະຖືກຕ້ອງຫຼືບໍ່ຖືກຕ້ອງ ກໍບໍ່ສ່ວນຮ້ອຍເທື່ອເດີ້ ກໍຍັງເປັນບັນຫາຢູ່ ກໍແຈ້ງການຢູ່ເລື້ອຍໆ ທາງການເພິ່ນນາ."

ຂະນະທີ່ເຈົ້າໜ້າທີ່ ໃນແຂວງອຸດົມໄຊ ທ່ານໜຶ່ງ ກໍກ່າວເຖິງບັນຫານີ້ວ່າ ສ່ວນໃຫຍ່ຄົນຈີນມັກໄປແຕ່ງດອງ ເອົາແມ່ຍິງຊົນເຜົ່າ ເຊິ່ງໃນແຂວງອຸດົມໄຊນີ້ ກໍຍັງມີຄົນຈີນແຕ່ງດອງກັບແມ່ຍິງລາວຢູ່ເຊັ່ນກັນ ແຕ່ຍັງບໍ່ໄດ້ຍິນຂ່າວວ່າຖືກຕົວະ ຫຼື ອາດຈະຖືກຕົວະໄປແລ້ວແຕ່ບໍ່ໄດ້ເປັນຂ່າວ ອັນທີ່ເປັນຂ່າວ ສ່ວນໃຫຍ່ຈະຢູ່ ແຂວງຫຼວງນ້ຳທາ ແຂວງບໍ່ແກ້ວ ທີ່ວ່າຄົນຈີນພາໄປຈີນແລ້ວ ຖືກກັກຂັງໄວ້ ຖືກຕີກໍມີ ເຊິ່ງແມ່ຍິງຊົນເຜົ່າສ່ວນໃຫຍ່ ຈະຕົກເປົ້າໝາຍໃນການແຕ່ງດອງຂອງຄົນຈີນ ຍ້ອນວ່າ ແມ່ຍິງຊົນເຜົ່າ ຈະມີຄວາມຮູ້ເທົ່າບໍ່ເຖິງການ ບໍ່ໄດ້ຮັບຮູ້ເລື່ອງພາຍນອກ ແລະມີຊີວິດທຸກຍາກ ເພາະພໍ່ແມ່ບາງຄົນຢາກຈະມີເງິນຄຳຫຼາຍ ເນື່ອງຈາກ ຄ່າແຕ່ງດອງ ທີ່ຄົນຈີນມອບໃຫ້ພໍ່ແມ່ ຝ່າຍແມ່ຍິງ ຂ້ອນຂ້າງສູງ ບໍ່ຕ່ຳກວ່າ 50 ລ້ານກີບ ຂຶ້ນໄປ ເຂົາເຈົ້າກໍຍອມຍົກລູກສາວໃຫ້ ແຕ່ງດອງກັບຄົນຈີນ ໂດຍບໍ່ໄດ້ນຶກເຖິງວ່າ ຈະຖືກຄ້າມະນຸດ.

"ຄ້າມະນຸດມີມີຢູ່ ເຄີຍຮູ້ຢູ່ ຄົນຊົນເຜົ່າ ແລ້ວພໍ່ແມ່ເຂົາເຈົ້າບໍ່ຮູ້ເທົ່າເຖິງການ ເລີຍຄິດວ່າເຫັນແຕ່ເງິນ ແລ້ວກະວ່າເອົາລູກສາວແຕ່ງງານ ລະດັບ 50 ລ້ານຂຶ້ນແຫຼະ ຢູ່ຫຼວງນ້ຳທາໄດ້ຍິນຂ່າວຢູ່ ແບບເຂົາເຈົ້າເອົາໄປຈີນ ຕີບໍ່ໃຫ້ອອກຈາກເຮືອນ ຫຍັງນີ້ເນາະ ໂຕນໜີ ບໍ່ແກ້ວກໍມີ ການແຈ້ງການຂັ້ນເຖິງນີ້ຕະຫຼອດຄ້າມະນຸດວ່າ ຕົວຫັ້ນນາ."

ຂະນະທີ່ ປະຊາຊົນລາວ ໃນແຂວງຫຼວງນ້ຳທາ ທ່ານໜຶ່ງ ກໍກ່າວວ່າ ການແຕ່ງດອງກັບຄົນຈີນ ສ່ວນໃຫຍ່ຈະເປັນຄົນຊົນເຜົ່າ ຍ້ອນ ຄວາມທຸກຍາກ ບາງຄົນກໍລັກແຕ່ງດອງ ເຮັດແບບບໍ່ຖືກຕ້ອງ ເພາະບໍ່ຍຸ້ງຍາກ ເຊິ່ງຕາມທີ່ທາງການມາໂຄສະນາແຈ້ງການ ໃຫ້ແຕ່ງດອງກັບຄົນຈີນ ຄົນຈີນຈະຕ້ອງເຮັດແບບຖືກກົດໝາຍ ຈະໄດ້ບໍ່ສ່ຽງຖືກຕົວະຍົວະໄປຄ້າມະນຸດ ໂດຍຄົນຈີນຈະຕ້ອງມີເອກກະສານຄົບຖ້ວນ ເຊັ່ນ ໃບອະນຸຍາດຂໍມີຄອບຄົວ ຕ້ອງຜ່ານກົງສູນ ຜ່ານຂັ້ນແຂວງ ຜ່ານຂັ້ນເມືອງ ຕ່າງໆ ຫຼາຍຢ່າງ.

"ຄົນຊົນເຜົ່າເຮົາ ສ່ວນຫຼາຍມັກໄປນຳຄົນຈີນນີ້ນາ ເພິ່ນກໍມາເຜີຍແຜ່ໂຄສະນາ ການຕົວະຍົົຫຼອກລວງ ກ່ອນຈະແຕ່ງດອງນີ້ ເຂົາຈະມີໃບອະນຸຍາດສ້າງຄອບຄົວຈາກຈີນ ແລ້ວມາສະຖານທູດລາວເນາະ ຄົບຖ້ວນຫັ້ນແຫຼະ ແຕ່ວ່າມາຜ່ານແຂວງ ຜ່ານເມືອງ ແລ້ວກະມາຫາບ້ານ ບາງທີເຂົາເຈົ້າກໍລັກເຮັດ ຄອບຄົວຍຸ້ງຍາກເນາະຂາດເຂີນ."

ສຳລັບແຂວງອຸດົມໄຊ ໃນໄລຍະປີ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສາມາດມ້າງ ແລະ ແກ້ໄຂກຸ່ມແກ້ງທີ່ມາເຄື່ອນໄຫວຂົນຂວາຍ ເຄື່ອນຍ້າຍ ເອົາແມ່ຍິງລາວ ອາຍຸຕ່ຳກວ່າ 18 ປີ ໄປແຕ່ງດອງກັບຄົນຕ່າງປະເທດ ໂດຍມີກຸ່ມສ່ຽງ 8 ຄົນ ປັດຈຸບັນກັບຄືນປະເທດລາວແລ້ວ.

ນອກຈາກນີ້ ທາງການອຸດົມໄຊ ຍັງໄດ້ຊ່ວຍເຫຼືອຍິງສາວລາວທີ່ຕົກເປັນກຸ່ມສ່ຽງຂອງການຄ້າມະນຸດ ໄດ້ອີກ 9 ຄົນ ສ່ວນໃຫຍ່ອາຍຸຕ່ຳກວ່າ 18 ປີ ມອບໃຫ້ອົງການປົກຄອງບ້ານ ແລະ ຄອບຄົວສຳເລັດ.

ບັນຫານີ້ ທາງການລາວ ກໍພະຍາມຈະແກ້ໄຂບັນຫາ ໃຫ້ຄົນທີ່ຫວ່າງງານ ຫຼື ຄົນທີ່ເຄີຍຕົກເປັນກຸ່ມສ່ຽງໃນການຖືກຄ້າມະນຸດ ໄດ້ມີວິຊາຊີບແລະຄວາມຮູ້ທັກສະສີມືແຮງງານ ເພື່ອສາມາດນຳໄປປະກອບອາຊີບຢູ່ໃນປະເທດ ແລະ ເພື່ອເປັນການປ້ອງກັນ ການຖືກຄ້າມະນຸດເພີ່ມຕື່ມ ໂດຍສະເພາະຖືກຕົວໄປປະເທດຈີນໃນຫຼາຍຮູບແບບ ເປັນຕົ້ນ ແຂວງອຸດົມໄຊ ກໍກຳລັງກໍ່ສ້າງສູນພັດທະນາສີມືແຮງງານ ເຊິ່ງເປັນເງິນທຶນ ທີ່ລາວ ພຶ່ງພາຈີນທັງໝົດ ໂດຍຈະສຳເລັດໃນໄລຍະ ກໍລະກະດາ ປີ 2025 ທຸກຄົນສາມາດເຂົ້າມາຝຶກໄດ້ ມີຫໍພັກໃຫ້ ແຕ່ກໍບໍ່ໄດ້ຝຶກຟຣີ ເຊິ່ງຈະມີຄ່າໃຊ້ຈ່າຍໃນການລົງທະບຽນ ນຳດ້ວຍ.

"ກຳລັງກໍ່ສ້າງປັດຈຸບັນນີ້ ຮອງຮັບບັນດາບໍ່ມີວິຊາຊີບ ສາມາດມາຝຶກໄດ້ ມີຄ່າໃຊ້ຈ່າຍລົງທະບຽນ ບຳລຸງຮັກສາຫໍພັກ ອີ່ຫຍັງໜ້ອຍໜຶ່ງ ເຮົາມີຄວາມຈຳເປັນຕ້ອງໄດ້ຊື້ວັດສະດຸໃນການຝຶກເດເນາະ ຢູ່ໃນປະມານເດືອນ 7 ປີ 2025 ສຳເລັດ."

ເຖິງຢ່າງໃດກໍຕາມ ກົມຕຳຫຼວດສະກັ້ນແລະຕ້ານການຄ້າມະນຸດ ກໍໄດ້ແຈ້ງເຕືອນ ໃຫ້ແມ່ຍິງລາວ ມີສະຕິ ໃນການແຕ່ງດອງກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງ ໂດຍສະເພາະ ກັບເຈົ້າບ່າວຈາກປະເທດຈີນ ເພາະສ່ຽງຈະຕົກເປັນເຫຍື່ອໃນການຖືກຄ້າມະນຸດໄດ້.

ຂະນະດຽວກັນ 6 ເດືອນຕົ້ນປີ 2024 ມີຜູ້ຊາຍຈາກປະເທດຈີນ, ຫວຽດນາມ ແລະ ໄທ ເຂົ້າມາແຂວງໄຊສົມບູນ ແລ້ວລັກແຕ່ງດອງກັບແມ່ຍິງລາວ 64 ກໍລະນີ ໂດຍບໍ່ຜ່ານທາງການລາວ ໂດຍສ່ວນໃຫຍ່ ສະເໜີເງິນຄ່າດອງໃຫ້ສູງ ແລະ ນິຍົມເລືອກແມ່ຍິງລາວ ອາຍຸຕ່ຳກວ່າ 18 ປີໄປເປັນເມຍ ເຊິ່ງເຫດການທັງໝົດ 64 ກໍລະນີນີ້ ຄະນະກຳມະການຕ້ານການຄ້າມະນຸດ ແຂວງໄຊສົມບູນ ສາມາດສະກັດກັ້ນບໍ່ໃຫ້ເກີດພິທີແຕ່ງດອງໄດ້ທັນ.

ນອກຈາກນີ້ ໃນປັດຈຸບັນ ຍັງມີຂະບວນການນາຍໜ້າ ທັງທີ່ເປັນຄົນລາວ ມີຜົວເປັນຄົນຈີນ ອາໄສຢູ່ຕ່າງປະເທດ ແລະ ທັງທີ່ເປັນ ຄົນຈີນ ແລະ ຄົນລາວ ອາໄສຢູ່ລາວ ຈະມາຕິດຕໍ່ນາຍໜ້າຄົນລາວ ທີ່ອາໄສຢູ່ລາວ ອີກເທື່ອໜຶ່ງ ເພື່ອຊອກຫາແມ່ຍິງລາວໄປແຕ່ງດອງກັບຄົນຈີນ ໂດຍຈະຊອກຫາແມ່ຍິງລາວ ອາຍຸ 20 ຫາ 27 ປີ ໄປເປັນເມຍໃຫ້ຄົນຈີນ ອາຍຸປະມານ 30 ປາຍປີ ເຖິງ ອາຍຸຜູ້ເຖົ້າ ຢູ່ປະເທດຈີນກໍຍັງມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.