ບໍຣິສັດຈີນ ໄດ້ຮັບອະນຸຍາດ ເຊົ່າດິນປະຊາຊົນ ປູກເຂົ້າ 3 ຣະດູ ສົ່ງໄປຈີນ

ພອນ ພູມມີທອນ
2023.08.17
ບໍຣິສັດຈີນ ໄດ້ຮັບອະນຸຍາດ ເຊົ່າດິນປະຊາຊົນ ປູກເຂົ້າ 3 ຣະດູ ສົ່ງໄປຈີນ ຊາວບ້ານ ທີ່ກຳລັງນັ່ງລົມກັນ, ແຂວງຈຳປາສັກ ວັນທີ 30 ກໍຣະກະດາ 2023.
RFA

ແຂວງຈໍາປາສັກ ອະນຸຍາດໃຫ້ບໍຣິສັດ ຊິໂນ-ອາກຣີໂປຕາສ ຫລື Sino-Agri International Potash ປະເທດຈີນ ເຊົ່າທີ່ດິນຂອງປະຊາຊົນລາວ ຢູ່ເມືອງໂຂງ ເພື່ອປູກເຂົ້າ 3 ຣະດູ, ສ້າງສາງມ້ຽນເຂົ້າ, ສະຖານທີ່ (ລານ) ຕາກເຂົ້າ ແລະ ສະຖານທີ່ປຸງ ແຕ່ງຜລິດຕະພັນກະເສດ ພາຍໃຕ້ໂຄງການ ພັທນາກສິກັມທັນສໄມ. ໂຄງການດັ່ງກ່າວ ໄດ້ມີພິທີເປີດໂຄງການ ຢູ່ນາທົ່ງໃຫຍ່ ເຂດບ້ານເມືອງແສນ (ດອນໂຂງ) ເມືອງໂຂງ ແຂວງຈໍາປາສັກ ໃນມື້ວັນທີ 10 ສິງຫາ 2023 ທີ່ຜ່ານມາ ໂດຍມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ແຂວງຈໍາປາສັກ ແລະ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນພິທີ.

ດັ່ງ ເຈົ້າໜ້າທີ່ຜແນກ ກະສິກັມ ແລະ ປ່າໄມ້ ແຂວງຈໍາປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫາ ນີ້ວ່າ:

ແມ່ນ ເພິ່ນເຮັດໂຄງກາປູກເຂົ້າ ປູກເຂົ້າ 3 ຣະດູ ເຊົ່າດິນນໍາປະຊາຊົນ ມັນກະບໍ່ທັນຮູ້ວ່າ ເຂົາຊິເປັນຮູບແບບໃດ, ແຕ່ວ່າເຂົາກະຊິດືງລະບົບຊົນລະປະທານ ມັນມີໂຕເກົ່າເດ້ ເຂົາກະຊິເສີມໄປ ແປງໄປໃຫ້ມັນໄກ.” 

ທ່ານກ່າວອີກວ່າ ບໍຣິສັດຈີນ ໄດ້ເຂົ້າມາທົດລອງປູກເຂົ້າແລ້ວ ຈໍານວນ 110 ເຮັກຕ້າຣ໌ຣ໌ ປະກົດວ່າ ເຂົ້າເຕີບໃຫຍ່ ແລະເກັບກ່ຽວຜົລຜລິດດີ ຈຶ່ງໄດ້ມີແຜນການ ທີ່ຈະຂຍາຍປູກເຂົ້າເພີ່ມ ໂດຍການເຊົ່າດິນ ຂອງປະຊາຊົນລາວ ຢູ່ເມືອງໂຂງ ປະມານ 10,000 ເຮັກຕ້າຣ໌ ພ້ອມກັບ ສ້າງລະບົບຊົນລະປະທານ ໃຫ້ຄອບຄຸມພື້ນທີ່ປູກເຂົ້າ ເພື່ອໃຫ້ສາມາດປູກເຂົ້າໄດ້ທັງ 3 ຣະດູ. 

ສ່ວນຣາຍລະອຽດ ໄລຍະເວລາ ເຣື່ອງການເຊົ່າທີ່ດິນ ແລະ ອາດຈະເຊົ່າກັບຊາວບ້ານ ແບບໃດນັ້ນ ເຈົ້າໜ້າທີ່ແຂວງຈໍາປາສັກ ເວົ້າວ່າ ຕ້ອງລໍຖ້າບຣິສັດຈີນ ເຂົ້າມາແຈ້ງຣາຍລະອຽດອີກເທຶ່ອນຶ່ງ.

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ດຽວນີ້ ບໍຣິສັດຈີນ ຍັງບໍ່ໄດ້ເຂົ້າມາເຊົ່າດິນຂອງປະຊາຊົນລາວເທື່ອ ແຕ່ວ່າ ຫລັງຈາກທີ່ທາງການແຂວງຈໍາປາສັກ ໄດ້ອະນຸຍາດເປັນທາງການແລ້ວ ກໍຄາດວ່າ ບໍຣິສັດຈີນ ກໍຄົງຈະລົງພື້ນທີ່ ໄປໂອ້ລົມກັບຊາວບ້ານ ເພື່ອຂໍເຊົ່າທີ່ດິນກັບຊາວບ້ານ. 

ກ່ອນໜ້ານີ້ ບໍຣິສັດຈີນ ໄດ້ເຂົ້າມປູກເຂົ້າ ແບບທົດລອງໄປແລ້ວ  ໂດຍແນວພັນເຂົ້າ, ປຸ໋ຍ, ວິທີການປູກ, ການເກັບກ່ຽວຜົລຜລິດ ແລະປຸງແຕ່ງ ແມ່ນບໍຣິສັດ ເປັນຜູ້ດໍາເນີນການດ້ວຍໂຕເອງທັງໝົດ, ສ່ວນປະຊາຊົນລາວ ກໍຈະມີລາຍໄດ້ ຈາກຄ່າເຊົ່າທີ່ດິນ ແລະການຈ້າງງານ ໃຫ້ເປັນຜູ້ດູແລນາເຂົ້າ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ມາເຊົ່າ ເຊົ່ານາ ເຊົ່າຫຍັງເຂົານີ້ນ່າ ກໍເຫັນຫລາຍເຮັກຕ້າຣ໌ຢູ່ໄດ໋ລະ. ເຂົາມາເຊົ່າເຮັດນາ ສົ່ງໄປທາງຈີນ ເຂົາສົ່ງໄປຈີນພຸ້ນເດ້. ເຂົາກະຈ້າງຄົນລາວເຮົານີ້ແຫລະ ເປັນພນັກງານ (ຊິໄປທໍາມາຫາກິນຢູ່ໃສ) ກະຢູ່ບ່ອນເກົ່າເຂົາຫັ້ນແຫລະ ເຂົາບໍ່ໄດ້ໄປໃສດອກ.” 

ຊາວລາວອີກຜູ້ນຶ່ງ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ບໍ່ເຫັນດີກັບແນວຄິດ ຂອງທາງການແຂວງຈໍາປາສັກ ທີ່ໄດ້ອະນຸຍາດໃຫ້ ບໍຣິສັດຈີນ ມາເຊົ່າດິນຂອງປະຊາຊົນລາວ ເພື່ອປູກເຂົ້າ ຫລື ແຫລ່ງພັທນາອື່ນໆ ທີ່ຈະກະທົບຕໍ່ອາຊີບ ແລະ ຣາຍໄດ້ຂອງຊາວບ້ານ ໄລຍະຍາວ, ຂະນະດຽວກັນ ການອະນຸຍາດ ໃຫ້ບໍຣິສັດຕ່າງປະເທດ ມາເຊົ່າ-ສັມປະທານທີ່ດິນ ກໍຄວນຈະແຈ້ງຂໍ້ມູນ ໃຫ້ຊາວບ້ານ ໄດ້ຮັບຮູ້ນໍາດ້ວຍ ເພາະປັດຈຸບັນ ຊາວບ້ານມີທີ່ດິນເຫລືອໜ້ອຍຢູ່ແລ້ວ ຫາກໃຫ້ບໍຣິສັດຈີນ ເຂົ້າມາເຊົ່າ-ສັມປະທານ ໄປຈົນໝົດ ແລ້ວຊາວບ້ານໃນພື້ນທີ່ ຈະທໍາມາຫາກິນແນວໃດ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຄົນຄວາມເຂົ້າໃຈ ຂອງຄົນບ້ານນອກຄອກນານີ້ ເຂົາເຮັດກິນໄປຕລອດຊີວິຕ ເພາະວ່າ ເງິນເອົາມາມັນກະໝົດ ເອີ້ນວ່າ ພັກ-ຣັຖ ຫັ້ນແຫລະຂາຍ ຄັນບໍ່ໃຫ້ເພິ່ນກະຊິເອົາວ່າ ອາໄສແຕ່ພັທນາພັກ-ຣັຖ ຈັກເພິ່ນເວົ້າແນວໃດ໋ນ່າ.” 

ຊາວລາວອີກຜູ້ນຶ່ງ ຢູ່ໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ຊາວບ້ານເກືອບທຸກຄອບຄົວ ຢູ່ບ້ານເມືອງແສນ ຫລື ດອນໂຂງ  ແມ່ນມີອາຊີບເຮັດນາເປັນຫລັກ ພໍໝົດຣະດູເຮັດນາ ກໍຈະຫາປາມາຂາຍ, ຮັບຈ້າງຂັບເຮືອທ່ອງທ່ຽວ ແລະ ບໍຣິການທ່ອງທ່ຽວ ເນື່ອງຈາກເປັນ ເມືອງທີ່ກໍາລັງໄດ້ຮັບຄວາມນິຍົມ ຈາກການທ່ອງທ່ຽວ ທັງຈາກພາຍໃນ ແລະ ຕ່າງປະເທດ. 

ສ່ວນທີ່ບໍຣິສັດ ເຂົ້າມາລົງທຶນ ດ້ານການກະເສດສ່ວນໃຫຍ່ ກໍຈະມີບໍຣິສັດຈີນ ແລະ ເກົາຫລີໃຕ້ ທີ່ເຂົ້າມາລົງທຶນປູກມັນຕົ້ນ, ປູກໝາກກ້ຽງ, ໝາກຖົ່ວ, ເຊິ່ງສ້າງມູນຄ່າ ໃຫ້ກັບຊາວບ້ານຫລາຍສົມຄວນ. 

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ສ່ວນຫລາຍປູກຂ້າວ ຕາມດອນນ່າ ຕາມດອນ ແມ່ນປູກເຂົ້າ, ອັນນີ້ມັນກະບໍ່ຮູ້ຄືກັນເດ້ດຽວນີ້ ບາດນີ້ ທາງດ້ານກະສິກັມ ບາງເທື່ອກະແມ່ນຈີນ ບາງເທື່ອກະແມ່ນເກົາຫລີ.” 

 ຂະນະທີ່ຊາວລາວອີກຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວວ່າ ທາງການແຂວງຈໍາປາສັກ ຄວນຈະສົ່ງເສີມ ໃຫ້ຊາວບ້ານ ໃນພື້ນທີ່ ປູກເຂົ້າດ້ວຍໂຕເອງ ເພາະການປູກເຂົ້າ ຖືເປັນອາຊີບຂອງຊາວບ້ານ ໂດຍຕຣົງຢູ່ແລ້ວ ແລະ ບໍ່ເຫັນສົມຄວນທີ່ສຸດ ທີ່ຈະອະນຸຍາດ ໃຫ້ບໍຣິສັດຈີນ ເຂົ້າມາເຊົ່າ-ສັມປະທານ ທີ່ດິນ ທໍາການກະເສດ ຂອງຊາວບ້ານ ເພາະຊາວບ້ານຈະບໍ່ໄດ້ຮັບຜົລປໂຍດຫຍັງ ນອກຈາກໄດ້ເງິນມາກິນ ຈໍານວນໜ້ອຍດຽວເທົ່ານັ້ນ.

ດັ່ງ ຊາວລາວຜູ້ນີ້ ກ່າວຕ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ວ່າຫັ້ນແລ້ວ ໃນທົ່ວແຂວງ ຈັກໜ້ອຍຈີນມາຫລາຍໆນີ້ ພໍດີໄທເຮົາບໍ່ມີບ່ອນຢູ່ ມີແຕ່ດິນຈີນແລ້ວ ບາດຜົລສຸດທ້າຍມາ ລາວເຮົາຊິໄປເອົາ(ດິນ)ຢູ່ໃສດຽວນີ້. ຮ່ວາຍ...ຜູ້ເຊັນຫັ້ນ ມັນໄດ້ຜົລປໂຍດຫັ້ນແລ້ວ ປະຊາຊົນນີ້ຕີ້ ມັນຊິຕາຍ.”

ກ່ອນໜ້ານີ້ ທາງການລາວ ກໍຍັງໄດ້ອະນຸຍາດໃຫ້ບໍຣິສັດ ຊີໂນ-ອາກຣີ ໂປຕາສ ເຂົ້າສໍາຣວດ ແຮ່ເກືອ ໂປຕາສ ແລະກໍ່ສ້າງໂຮງງານ ຢູ່ບ້ານ ໜອງຫລົ່ມ ເມືອໜອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 48.5 ກິໂລແມັດ ຫລື ປະມານ 4,850 ເຮັກຕ້າຣ໌ ໂດຍມີການເຊັນສັນຍາຮ່ວມກັນ ໃນມື້ວັນທີ 28 ພືສຈິກາ 2022 ທີ່ຜ່ານມານີ້.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ແມ່ນເປັນນຶ່ງໃນ ບໍຣິສັດຂນາດໃຫຍ່ ທີ່ກໍາລັງພັທນາ ເຂດນິຄົມ ອຸດສາຫະກັມ ໝຸນວຽນ ອັດສະຣິຍະ ອາຊີ-ໂປຕາສ ຢູ່ແຂວງຄໍາມ່ວນ ເພື່ອສໍາຣວດ ແລະ ຜລິດ ຄລໍ-ອາຄາໄລ (Chlor-alkali), ສານກັນໄຟ (Flame retardant ) ແລະ ເກືອກາຣີ.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ເປັນບໍຣິສັດຂອງຈີນ ທີ່ມີຂນາດໃຫຍ່ ແລະໄດ້ຮັບສັມປະທານຂຸດຄົ້ນແຮ່ເກືອ ໂປຕາສ ຈາກຣັຖບານລາວ ໃນເນື້ອທີ່ 263.32 ກິໂລແມັດ, ປຣິມານສະສົມ ຂອງແຮ່ເກືອ ໂປຕາສ ມີຫລາຍກວ່າ 1 ຕື້ຕັນ ແລະກ່ອນປີ 2027 ນີ້ ບໍຣິສັດ ຕັ້ງເປົ້າໝາຍ ຈະຜລິດປຸ໋ຍ ໂປຕາສ ໃຫ້ໄດ້ 5 ລ້ານຕັນ ແລະໃນໄລຍະຍາວ ຈະຜລິດ ໃຫ້ໄດ້ 10 ລ້ານຕັນ.

ນອກຈາກນີ້ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຍັງໄດ້ດຶງເອົານັກລົງທຶນຈີນ ຈາກບໍຣິສັດອື່ນໆ ເຂົ້າມາລົງທຶນ ໃນເຂດ ນິຄົມອຸດສາຫະກັມ ຫມຸນວຽນ ອັດສະຣິຍະອາຊີ-ໂປຕາສ ເປັນຕົ້ນ ບໍຣິສັດ ວັດສະດຸ ໃໝ່ອາຊີ ຈໍາກັດ ຂອງຄົນຈີນ ທີ່ເຂົ້າມາຜລິດແຮ່ທາດ ໂບຣມິນ (Bromine) ໃຫ້ໄດ້ 10,000 ຕັນຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.