ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈຳນວນຫຼາຍ
2023.08.15
ສູນອະນຸຍາດຈ້າງງານ ອົງການພັທນາຊັພຍາກອນມະນຸສ ສາທາຣະນະຣັຖ ເກົາຫຼີ ຫລືເກົາຫລີໃຕ້ ປະຈຳ ສປປ ລາວ ເປີດເຜີຍວ່າ ທາງການເກົາຫຼີໃຕ້ ຕ້ອງການຄົນງານລາວ ໄປເຮັດວຽກຈຳນວນ 2,000 ຄົນ ເຊິ່ງໃນນັ້ນ ໄປເຮັດວຽກຕາມຣະດູການ ໃນຂແນງກະສິກັມ ແລະການປະມົງ, ກຳນົດ 3-5 ເດືອນ ແລະໄປເຮັດວຽກໄລຍະຍາວ ຢູ່ຂແນງອຸດສາຫະກັມ ຂນາດກາງ ແລະຂນາດນ້ອຍ, ກຳ ນົດ 3-5 ປີ ໂດຍຈະໄດ້ຮັບເງິນເດືອນຢ່າງນ້ອຍ 1,600 ໂດລ້າຣ໌ສະຫະຣັຖ/ເດືອນ ເຊິ່ງສູງກວ່າຄ່າແຮງງານ ຢູ່ປະເທດລາວຫຼາຍເທົ່າ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽ ເສຣີ ໄດ້ຖາມເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ໃນມື້ວັນທີ 15 ສິງຫານີ້, ໄດ້ຮັບຄໍາຕອບວ່າ ປັດຈຸບັນ, ທາງພາກສ່ວນຂອງທ່ານ ກຳລັງຮັບສະມັກຄົນງານລາວ ໄປເຮັດວຽກຕາມຣະດູການ ສະເພາະຄົນງານຈາກເມືອງແກ້ວອຸດົມ ແລະເມືອງກາສີ ຕາມຂໍ້ຕົກລົງ MOU ທີ່ໄດ້ເຊັນກັນໄວ້, ສ່ວນການໄປເຮັດວຽກໄລຍະຍາວ ແມ່ນກຳລັງກະກຽມເປີດຮັບສະມັກ ໂດຍຈະມີການສອບເສັງ ພາສາເກົາຫຼີ ຕື່ມອີກ.
ດັ່ງທີ່ທ່ານກ່າວວ່າ:
“ມີແກ້ວອຸດົມກັບກາສີ ກ່ອນ ເພາະວ່າ MOU ເຂົາ ເຈົ້າເຊັນກັບເຈົ້າເມືອງແກ້ວອຸດົມ ແລະກະເຈົ້າເມືອງກາສີ. ຄ່າໃຊ້ຈ່າຍປະມານ 2,300 ຫຼຽນ (ໂດລ້າຣ໌ສະຫະຣັຖ). ຖ້າເປັນໄລຍະຍາວ 3 ປີ ຫາ 5 ປີ ຕ້ອງໄດ້ໄປຮຽນພາສາເກົາຫຼີ ແລະກໍເສັງຜ່ານພາສາເກົາຫຼີ. ຖ້າເປັນວຽກຣະດູການ, ວຽກໄລຍະສັ້ນ 5 ເດືອນ ຫາ 6 ເດືອນ ຫັ້ນລະແມ່ນບໍ່ໄດ້ເສັງລະຫັ້ນນ່າ. ມັນມີວຽກກະສິກັມ ແລະກະວຽກປະມົງ. ວຽກປະມົງນີ້ໝາຍເຖິງ ການໄປຕາກສາຣ່າຍ, ການໄປຂັດຫອຍ, ຂັດກຸ້ງ ຕ່າງໆ.”
ທ່ານກ່າວຕື່ມວ່າ ສຳລັບການຮັບສະມັກຄົນງານລາວ ຈາກເມືອງແກ້ວອຸດົມ ແລະເມືອງກາສີ ໄປເຮັດວຽກຢູ່ເກົາຫຼີໃຕ້ນັ້ນ ຈະສົ່ງໄປເຮັດວຽກຢູ່ຕາມເມືອງ ທີ່ເປັນຄູ່ສັນຍາໃນ MOU. ຄົນງານເມືອງແກ້ວອຸດົມ ຈຳນວນ 97 ຄົນ ຈະຖືກສົ່ງໄປເຮັດວຽກ ໃນຂແນງປະມົງ ຢູ່ເມືອງວານໂດ ແຂວງ Jeolla ໃຕ້ (Wando County, South Jeolla Province) ແລະຄົນງານ ຈາກເມືອງກາສີ ຈຳນວນ 70 ຄົນ ຈະຖືກສົ່ງໄປເຮັດວຽກ ໃນຂແນງກະສິກັມ ຢູ່ເມືອງຊັງຢ່ອງ ແຂວງກະຢອງຊັງໃຕ້ (Chang-nyeong County, South Gyeongsang Province).
ເຈົ້າໜ້າທີ່ຜູ້ປະສານງານ ສູນສິດສອນ ແລະສອບເສັງພາສາເກົາຫຼີ ສຳລັບຄົນງານລາວ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ທາງສູນໄດ້ເປີດສອນຫຼັກສູດ ພາສາເກົາຫຼີ ໄລຍະ 3 ເດືອນ ສະເພາະຄົນງານທີ່ຕ້ອງການສະມັກ ໄປເຮັດວຽກຢູ່ເກົາຫຼີໃຕ້ ຕອນນີ້ກຳລັງຮັບສະມັກ ຜູ້ຈະຮຽນໃນເດືອນຕຸລາ 2023 ແລະ ຕ້ອງຜ່ານການສອບເສັງກ່ອນ ຈຶ່ງຈະໄປເຮັດວຽກໄດ້.
“ເຮົາເປີດສອນ ສະເພາະແຮງງານໄປເຮັດວຽກເກົາຫຼີ. ຮັບສະມັກ ແຕ່ວ່າອັ່ນໂຕນີ້ແມ່ນຮຽນເດືອນ 10. ກໍຕ້ອງເສັງ ໃຫ້ຜ່ານກ່ອນເຖິງຈະໄປໄດ້. ຕ້ອງຜ່ານ 110 ຄະແນນ. ຄ່າສອບເສັງ 28 ໂດລ້າຣ໌. ແມ່ນ, ຄ່າຮຽນ 1,200,000 ກີບ ຂອງເຮົາເທີມນຶ່ງ 3 ເດືອນ.”
ຄົນງານລາວຜູ້ນຶ່ງ ຢູ່ເມືອງໂພນໂຮງ ເວົ້າວ່າ ຕົນຢາກໄປເຮັດວຽກໄລຍະສັ້ນ ຢູ່ເກົາຫຼີໃຕ້ ຍ້ອນວ່າ ສະພາບເສຖກິຈ ຂອງລາວຕົກຕ່ຳຫຼາຍ ເງິນບໍ່ພໍກຸ້ມກິນໃນຄອບຄົວ, ແຕ່ວ່າ ກ່ອນຈະໄດ້ໄປ ກໍຕ້ອງໄດ້ໃຊ້ຈ່າຍປະມານ 40 ລ້ານປາຍກີບ.
“ຍ້ອນເງິນເຟີ້ຫັ້ນແຫຼະ ມັນບໍ່ພໍຈ່າຍ, ຢູ່ພຸ້ນມື້ນຶ່ງຂອງເຂົາເຈົ້າມັນລ້ານປາຍ ເທົ່າກັບເດືອນນຶ່ງຂອງເຮົາ. ຮູ້ລະ, ປະມານ 40 ປາຍລ້ານກີບ. ເພາະວ່າຢາກໄປລະບົບ 5 ເດືອນນີ້ ຢາກໄປອັນນີ້. ແມ່ນລະ ຣະດູການ ຢາກໄປແວ່ບດຽວ. ແບບວ່າໄປ ນາຍຈ້າງຖືກໃຈແລ້ວ ຕໍ່ອີກຊີ້ນ່າ ຄວາມໝາຍ. ບໍ່, ບໍ່ເຄີຍໄປ ແຕ່ວ່າຄົນຢູ່ແຖວອ້ອມແອ້ມເຮືອນນີ້ໄປ, ກັບມານາຍຈ້າງ ຕໍ່ອີກ 3 ເດືອນ ລະບາດນີ້ຕໍ່ອີກ 3 ປີເດີ້ບາດນີ້ນ່າ.”
ທ່ານກ່າວຕື່ມວ່າ ວຽກທີ່ທ່ານຢາກໄປເຮັດຢູ່ເກົາຫຼີໃຕ້ ແມ່ນວຽກກະສິກັມ, ປູກຝັງ ເຊິ່ງເປັນວຽກທີ່ມັກ ແລະອີກເຫດຜົລນຶ່ງ ທີ່ເລືອກໄປເຮັດວຽກໄລຍະສັ້ນຄື ບໍ່ຈຳເປັນຕ້ອງໄດ້ສອບເສັງ ພາສາເກົາຫຼີ ເຊິ່ງຈະໄດ້ໄປເຮັດວຽກໄວກວ່າ.
ຄົນງານລາວ ຜູ້ນຶ່ງ ຢູ່ເມືອງແກ້ວອຸດົມ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ວ່າ ຕົນໄດ້ລົງທະບຽນ ສະມັກໄປເຮັດວຽກຢູ່ເກົາຫຼີໃຕ້ ຕາມທີ່ຜແນກກ່ຽວຂ້ອງ ຂອງທາງແຂວງ ໄດ້ອອກແຈ້ງການຮັບສະມັກ ຄົນງານ, ແຕ່ຕ້ອງໄດ້ເອົາຊັພສິນ ຂອງຕົນໄປຄ້ຳປະກັນນຳບໍຣິສັດ ນາຍໜ້າ ກ່ອນຈະໄດ້ເງິນເປັນຄ່າໃຊ້ຈ່າຍ.
“ເງິນເຮົານີ້ຍັງບໍ່ທັນມີເທື່ອ, ມີແຕ່ຫຼັກຊັພຄ້ຳປະກັນນ່າ ມີ ຄືເພິ່ນໄປນີ້ສ່ວນຫຼາຍຄ້ຳປະກັນໝົດ. ທາງບໍຣິສັດອອກໃຫ້ໝົດ. ໃນແຕ່ລະເດືອນ ຕ້ອງຊຳລະ ຜ່ອນມານ່າ. ເດືອນລະ 9 ລ້ານປາຍ ເພິ່ນວ່າຫັ້ນນ່າ. ແມ່ນໆ ໄລ່ລວມເລີຍ. ພໍດີ 5 ເດືອນ ກະພໍດີກັບມາ ພໍດີຈົບເລີຍຊີ້ນ່າ, ຄັນເດືອນທີ 5 ກໍມາຈ່າຍຢູ່ພີ້ ແລະກະເອົາ ເອົາໜັງສືທະບຽນເຮົາໄປຈຳ ຊີ້ນ່າ.”
ທ່ານກ່າວຕື່ມວ່າ ໃນເຂດບ້ານຂອງລາວ ກໍມີຄົນງານໄປເຮັດວຽກຢູ່ໄທຍຫຼາຍ, ພວກເຂົາເຈົ້າໄດ້ເງິນເດືອນຢູ່ປະມານ 10,000 ປາຍບາທ ເຊິ່ງກໍຖືວ່າຍັງໜ້ອຍກວ່າ ໄປເຮັດວຽກຢູ່ເກົາຫຼີໃຕ້ເຖິງ 3 ເທົ່າໂຕ.
ເມື່ອບໍ່ດົນມານີ້, ທາງສູນອະນຸຍາດ ຈ້າງງານ ຂອງເກົາຫຼີໃຕ້ ປະຈຳ ລາວ ໄດ້ເປີດ ລົງທະບຽນ ສອບເສັງພາສາເກົາຫຼີ ເພື່ອຄັດເລືອກເອົາຄົນງານລາວ ໄປເຮັດວຽກໄລຍະຍາວ ຢູ່ເກົາຫຼີໃຕ້ ຄືແຕ່ວັນທີ 31 ກໍຣະກະດາ ຫາວັນທີ 4 ສິງຫານີ້, ເຊິ່ງປະກົດວ່າ ມີຜູ້ສະມັກສອບເສັງ ຫຼາຍເຖິງ 2,330 ຄົນ. ການສອບເສັງ ແມ່ນແຕ່ວັນທີ 15-28 ສິງຫາ ຢູ່ສະຖາບັນ ພັທນາສີມືແຮງງານ ລາວ-ເກົາຫຼີ ທີ່ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.