ລັດຖະບານລາວ ຈະປັບຂຶ້ນລາຄາໄຟຟ້າໃໝ່ ເລີ່ມແຕ່ເດືອນມີນາ 2025 ເປັນຕົ້ນໄປ
2025.03.03
ລັດວິສາຫະກິດໄຟຟ້າລາວ ແລະລັດຖະບານລາວ ຈະປັບຂຶ້ນລາຄາໄຟຟ້າ ໂດຍເລີ່ມແຕ່ ປີ 2025 ໄປຮອດ ປີ 2029 ເຊິ່ງຈະເລີ່ມ ຈັດຕັ້ງປະຕິບັດ ແຕ່ເດືອນມີນາ 2025 ເປັນຕົ້ນໄປ, ອີງຕາມການລາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ເລກທີ 0749/ພບ.ຫກ ລົງວັນທີ 25 ກຸມພາ 2025.
ສ່ວນສາເຫດ ທີ່ລັດຖະບານລາວ ປັບຂຶ້ນລາຄາໄຟຟ້າ ໃໝ່ນັ້ນ ເກີດຍ້ອນຫຼາຍປັດໄຈ ເຊິ່ງສ່ວນໜຶ່ງ ແມ່ນຍ້ອນບັນຫາໜີ້ສິນ ທີ່ລັດວິສາຫະກິດໄຟຟ້າລາວ ຕິດໜີ້ໄຟຟ້າເຖິງ 30% ຂອງໜີ້ສາທາລະນະ ມູນຄ່າປະມານ 4.3 ຕື້ໂດລ້າສະຫະລັດ ຈຶ່ງຕ້ອງມີການເກັບຄ່າໄຟຟ້າ ເພີ່ມຂຶ້ນ, ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພາ ວ່າ:
"ມັນກໍມີນະໂຍບາຍຢູ່ແລ້ວ ແຕ່ລະປີນ່າ ຕ້ອງໄດ້ປັບຂຶ້ນ ເພາະວ່າ ນັກລົງທຶນຕ່າງປະເທດ ມາລົງທຶນ. ບໍ່ແມ່ນລັດຖະບານລົງທຶນ 100 ເນາະ. ບັນຫາໜີ້ສິນບ້ານເຮົາ ຫັ້ນແຫຼະ, ເຮັດຈັ່ງໃດ ເພື່ອຊິໃຫ້ສົມດຸນກັນຫັ້ນນ່າ ເພາະວ່າ ຄືຮູ້ຫັ້ນແຫຼະເນາະ ຊື້ໄຟແພງມາເນາະ ແຕ່ຂາຍຖືກ ຕິດລົບຢູ່ແລ້ວ.”
ສ່ວນອີກສາເຫດໜຶ່ງ, ຍ້ອນໄຟຟ້າ ທີ່ຜະລິດໃນລາວ ນັ້ນ ສ່ວນໃຫຍ່ ບໍ່ແມ່ນຂອງລັດຖະບານລາວ 100% ແລະຕົ້ນທຶນຕ່າງໆ ແມ່ນໃຊ້ເງິນຕາຕ່າງປະເທດ ເປັນສ່ວນໃຫຍ່ ຈຶ່ງຈໍາເປັນ ຕ້ອງໄດ້ກໍານົດລາຄາຈໍາໜ່າຍໄຟຟ້າ ເປັນໂດລ້າ ໂດຍຂາຍໃຫ້ທັງບໍລິສັດ ແລະໂຄງການຕ່າງໆ ເປັນເງິນໂດລ້າ ດັ່ງນັ້ນ ຈໍາເປັນຕ້ອງໄດ້ປັບຂຶ້ນລາຄາໄຟຟ້າ ໃໝ່.
ຂ່າວ ກ່ຽວກັນ
ລັດວິສາຫະກິດ ໄຟຟ້າລາວ ຕິດໜີ້ 4.3 ຕື້ໂດລ້າ ສະຫະລັດ
ການປັບໂຄງສ້າງລາຄາໄຟຟ້າໃໝ່ ຈະເຮັດໃຫ້ປະຊາຊົນລາວ ມີຄວາມຫຍຸ້ງຍາກຫຼາຍຂຶ້ນ
ສໍາລັບຄ່າໄຟຟ້າ ໃນສ່ວນຂອງພາກທີ່ຢູ່ອາໄສ ທີ່ລັດຖະບານລາວ ຈະປັບຂຶ້ນໃໝ່ ນັ້ນ ຈະເລີ່ມແຕ່ເດືອນມີນາ 2025 ເປັນຕົ້ນໄປ ເຊິ່ງຜູ້ຊົມໃຊ້ໄຟຟ້າ ແຕ່ 0-25 ກິໂລວັດ ບໍ່ຕ້ອງຈ່າຍ ຄ່າໃຊ້ກະແສໄຟຟ້າ ແຕ່ຕ້ອງຈ່າຍຄ່າເຊົ່າກົງເຕີ້ໄຟຟ້າ ລາຄາເຟສລະປະມານ 20-30 ປາຍພັນກີບ, ດັ່ງເຈົ້າໜ້າທີ່ໄຟຟ້າ ໃນນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ແມ່ນມີແຕ່ປັບຄ່າກະແສ ປັບຂຶ້ນໜ້ອຍດຽວ ນະໂຍບາຍຄົວເຮືອນ ທີ່ທຸກຍາກຫັ້ນ ຕໍ່ 25 ກິໂລວັດ ລົງມາເດ້ ບໍ່ໄດ້ຈ່າຍ ມີແຕ່ ຈ່າຍແຕ່ຄ່າເຊົ່າໝໍ້ນັບໄຟ ຕ້ອງໄດ້ຈ່າຍຄ່າເຊົ່າ ຄັນໝໍ້ທໍາມະດານີ້ ປະມານ ຢູ່ 20 ປາຍພັນ ຫາ 30 ປາຍພັນນີ້ແຫຼະ ມັນເປັນກົງເຕີ້ເຟສດຽວ.”
ຢ່າງໃດກໍຕາມ ຜູ້ຊົມໃຊ້ໄຟຟ້າ ພາກທີ່ຢູ່ອາໄສ ຕັ້ງແຕ່ 26 ກິໂລວັດຂຶ້ນໄປ ໃນແຕ່ລະເດືອນ ກະແສໄຟຟ້າ ຈະຈ່າຍຫົວໜ່ວຍບໍ່ເທົ່າກັນ ເຊິ່ງແຕ່ລະເດືອນ ຈະຖືກປັບຂຶ້ນເລື້ອຍໆ ສະເລ່ຍແລ້ວ ປະມານ 1.5% ເປັນຕົ້ນ ເດືອນມີນາ 2025 ຫົວໜ່ວຍລາຄາ ຢູ່ທີ່ 719 ຕໍ່ກີບ ຕໍ່ກິໂລວັດ, ເດືອນເມສາ ຫົວໜ່ວຍລາຄາ ຢູ່ທີ່ 728 ຕໍ່ກີບ ຕໍ່ກິໂລວັດ ແລະ ເດືອນພຶດສະພາ ຫົວໜ່ວຍລາຄາ ຢູ່ທີ່ 737 ຕໍ່ກີບ ຕໍ່ກິໂລວັດ.
ກ່ຽວກັບເລື່ອງນີ້ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍບໍ່ເຂົ້າໃຈວ່າ ທັ້ງໆ ທີ່ປະເທດລາວ ເປັນປະເທດທີ່ຜະລິດໄຟຟ້າໄດ້ເອງ ກໍຄວນຈະມີຄ່າໄຟຟ້າທີ່ຖືກລົງ ແລະ ລາຍຮັບຂອງປະຊາຊົນລາວ ລວມທັງລັດຖະກອນ ກໍໜ້ອຍຢູ່ແລ້ວ ເພາະປະເທດລາວ ກໍຍັງມີບັນຫາເສດຖະກິດຕົກຕໍ່າ. ແທນທີ່ລັດຖະບານ ຈະມີນະໂຍບາຍຊ່ອຍເຫຼືອປະຊາຊົນ ດ້ວຍການຫຼຸດຜ່ອນຄ່າໄຟຟ້າ ພັດມີການເກັບຄ່າໄຟຟ້າເພີ່ມຂຶ້ນ, ດັ່ງທ່ານ ກ່າວວ່າ:
“ຕາມປົກກະຕິ ບ້ານເຮົາ ເປັນປະເທດທີ່ຜະລິດໄຟຟ້າເອງໄດ້ແລ້ວ ແຕ່ວ່າບໍ່ເຂົ້າໃຈ ເປັນຫຍັງຄືຈ່າຍໄຟຟ້າ ເພີ່ມຂຶ້ນ. ອີກຢ່າງ ມັນເປັນຊ່ວງທີ່ບ້ານເຮົາ ເສດຖະກິດ ມັນກໍບໍ່ຄ່ອຍດີ ຊິຈ່າຍຄ່ານໍ້າອີກ ຍັງເລື່ອງອາຫານການກິນອີກ ເງິນເຣດ ກໍບໍ່ຄິດວ່າ ຈະລົງຕື່ມ.”
ຂະນະທີ່ ຊາວລາວ ນາງໜຶ່ງ ກໍຈົ່ມວ່າ ຖ້າຫາກລັດຖະບານລາວ ປັບຂຶ້ນຄ່າໄຟຟ້າ ໃນອັດຕາແພງຫຼາຍ ປະຊາຊົນ ກໍຈະຫຍຸ້ງຍາກ ທາງດ້ານການເງິນ ຢ່າງແນ່ນອນ ບວກກັບສະພາບເສດຖະກິດ-ການເງິນ ກໍຍັງບໍ່ທັນຟື້ນໂຕໄດ້ດີ ແຕ່ປະຊາຊົນລາວ ກໍເຮັດຫຍັງບໍ່ໄດ້ ກໍຈໍາເປັນ ຕ້ອງຈ່າຍຄ່າໄຟຟ້າຄືເກົ່າ:
“ຄັນບໍ່ຂຶ້ນຫຼາຍ ກະໂອເຄຢູ່ ຄັນຂຶ້ນຫຼາຍນີ້ ຕາຍແທ້ ໂອ້ຍ.ມັນກໍບໍ່ໄຫວແຫຼະເນາະ ອັນນີ້ ຄ່າໄຟຄັນເພີ່ມຂຶ້ນອີກ ປະຊາຊົນຈະກິນຈັ່ງໃດ ຢູ່ຈັ່ງໃດແຫຼະບາດນີ້ ອັນໃດກະເພີ່ມ ອັນໃດກະເພີ່ມຫັ້ນນ່າ ແຕ່ໃນເມື່ອເພິ່ນປັບ ກະຈໍາເປັນເນາະ.”
ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ຂາດທຶນມາຕະຫຼອດ ຍ້ອນບໍລິສັດ ທີ່ເຂົ້າມາລົງທຶນສ້າງເຂື່ອນ ແລະໂຮງງານໄຟຟ້າ ຂາຍໄຟຟ້າໃຫ້ລັດຖະບານລາວ ເປັນເງິນໂດລ້າສະຫະລັດ ແຕ່ລັດວິສາຫະກິດໄຟຟ້າລາວ ເກັບຄ່າໄຟຟ້າ ເປັນເງິນກີບ.
ໃນຂະນະທີ່ ອັດຕາການແລກປ່ຽນເງິນຕາຜັນຜວນ ແຕ່ລະປີ ເງິນກີບເຟີ້ຂຶ້ນ ແລະວ່າ ໃນຕໍ່ໜ້າ ຄ່າໄຟຟ້າໃນລາວ ອາດຈະມີແນວໂນ້ມສູງຂຶ້ນຕື່ມ ຍ້ອນລັດຖະບານ ຍັງຕິດຢູ່ໃນເງື່ອນໄຂສັນຍາ ທີ່ໄດ້ໃຫ້ໄວ້ ກັບບໍລິສັດຜູ້ຜະລິດໄຟຟ້າ ເຮັດໃຫ້ຂາດທຶນທຸກປີ.
ຄຽງຄູ່ໄປກັບ ການຕິດໜີ້ຕ່າງປະເທດ ຢ່າງມະຫາສານ ຂອງລັດວິສາຫະກິດໄຟຟ້າລາວ ນັ້ນ ບັນດາຫ້ອງການຕ່າງໆ ຮວມໄປເຖິງ ຫົວໜ່ວຍທຸລະກິດ ແລະປະຊາຊົນ ກໍຕິດໜີ້ລັດວິສາຫະກິດໄຟຟ້າລາວ ຫຼາຍຢູ່ ເຊັ່ນ: ຢູ່ແຂວງຄໍາມ່ວນ ຫ້ອງການບໍລິຫານຂອງລັດ ແລະ ພາກທຸລະກິດ ເປັນຕົ້ນ ທຸລະກິດຂຸດຄົ້ນບໍ່ແຮ່ ຂອງນັກລົງທຶນຕ່າງປະເທດ ທີ່ໃຊ້ກະແສໄຟຟ້າ ເມື່ອໄດ້ປະກິດຈະການ ໄປແລ້ວ ກໍບໍ່ຈ່າຍຄ່າໄຟຟ້າ ໃຫ້.
ຢູ່ແຂວງວຽງຈັນ ອົງການບໍລິຫານຂອງລັດ ລວມທັງໜ່ວຍງານຊົນລະປະທານ, ພາກທຸລະກິດ ແລະປະຊາຊົນ ຍັງຕິດໜີ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ຫຼາຍກວ່າ 16 ຕື້ກີບ. ສະເພາະຢູ່ເມືອງໂພນໂຮງ ມີໜີ້ທີ່ຍັງຄ້າງຈ່າຍ ລັດວິສາຫະກິດໄຟຟ້າລາວ 1.3 ຕື້ກີບ.