ຣັຖບານ ຈະປ່ອຍເງິນກູ້ ດອກເບັ້ຍຕ່ຳ ໃຫ້ພາກທຸຣະກິຈ
2023.08.22
ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສຖກິຈ ແລະເພື່ອກະຈາຍແຫລ່ງທຶນ ສູ່ທ້ອງຖິ່ນ ໃນມື້ວັນທີ 14 ກໍຣະກະດາ 2023 ໂດຍທີ່ໃນໄລຍະ 3 ປີ 2023-2025 ຈະກະຈາຍແຫລ່ງທຶນສູ່ທ້ອງຖິ່ນ 4,500 ຕື້ກີບ ແລະຈະອອກພັນທະບັດຣັຖບານ 2,500 ຕື້ກີບ ເພື່ອສົ່ງເສີມການຜລິດ, ການຄ້າ, ການບໍຣິການ, ການສົ່ງອອກ , ການສ້າງວຽກເຮັດງານທໍາ, ການຮັກສາສະເຖັຍລະພາບ ທາງດ້ານການເງິນ, ເງິນຕຣາ ແລະພັທນາເສຖກິຈ ແບບຍືນຍົງ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ສິງຫານີ້ວ່າ:
“ໂຕນີ້ເຮົາກະເຣີ່ມປະຕິບັດແລ້ວ. ເຈົ້າ, ທາງຣັຖບານເພິ່ນຈະຊ່ວຍສນອງແຫລ່ງທຶນ ດອກເບັ້ຽຕໍ່າໃຫ້ເນາະ ຊາເບິ່ງເນື້ອໃນ ເພິ່ນກະຢາກສົ່ງເສີມການຜລິດ ພາຍໃນເຮົາຫັ້ນແຫລະ ກະຕຸ້ນເສຖກິຈ ໃຫ້ກຸ້ມໂຕເອງວ່າຊັ້ນສາ. ເພິ່ນໃຫ້ໝວດທຸຣະກິຈ ທີ່ເຮັດການບໍຣິການເນາະ ຫລື ວ່າການກະສິກັມອິສັງຕ່າງໆ.”
ທ່ານກ່າວຕື່ມວ່າ ນະໂຍບາຍສິນເຊື່ອດັ່ງກ່າວ ແມ່ນເພື່ອສົ່ງເສີມ 3 ເປົ້າໝາຍ ຄືສົ່ງເສີມ ຂແນງກະສິກັມ ເປັນຕົ້ນ ປູກກາເຟ, ຢາງພາຣາ, ໝາກໄມ້, ອ້ອຍ, ກ້ວຍ, ລ້ຽງໝູ, ເປັດ, ໄກ່, ແບ້ ແລະອື່ນໆ. ຂແນງອຸດສາຫະກັມປຸງແຕ່ງ ແລະຫັດຖະກັມ ເປັນຕົ້ນການປຸງແຕ່ງນໍ້າມັນພືດ, ເຄື່ອງປຸງອາຫານ, ສະບູ, ຢາປົວພະຍາດ, ອຸປະກອນການແພດ ແລະຫັດຖະກັມຕ່າງໆ ແລະຂແນງການບໍຣິການ ແລະການທ່ອງທ່ຽວ ເປັນຕົ້ນ ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະຮ້ານຄ້າທົ່ວໄປ. ສິນເຊື່ອທີ່ຣັຖບານ ຈະປ່ອຍໃຫ້ກູ້ນັ້ນ ຈະຄິດໄລ່ດອກເບັ້ຍ ປະມານ 4.3% ຫາ 4.8% ຕໍ່ປີ ຄືຫລຸດລົງໃຫ້ເຄິ່ງນຶ່ງ ຊຶ່ງປັດຈຸບັນ ດອກເບັ້ຍຢູ່ທີ່ 9.75% ຕໍ່ປີ. ການຊໍາລະດອກເບັ້ຍ ແມ່ນທຸກ 3 ເດືອນ ຫລື 6 ເດືອນ.
ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ໄດ້ມອບໃຫ້ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຫລື BCEL ເປັນຜູ້ປ່ອຍສິນເຊື່ອ ໃນໄລຍະທໍາອິດ ແລະຈະຂຍາຍໄປທະນາຄານອື່ນໆ ເພື່ອໃຫ້ສິນເຊື່ອ ໄປທົ່ວປະເທດ .
ເວົ້າເຖິງການກະຈາຍສິນເຊື່ອ ຂອງຣັຖບານ, ເຈົ້າໜ້າທີ່ທະນາຄານ ທ່ານດຽວກັນນີ້ ເວົ້າວ່າ ໂຄງການໃດບໍ່ມີເງື່ອນໄຂຄົບ ກໍຈະຖືກຕັດອອກ, ສ່ວນທຸຣະກິຈໃຫຍ່ໆ ທີ່ຮູ້ ຈັກກັບເຈົ້າກັບນາຍ ກໍຈະໄດ້ງ່າຍ.
“ເຮົາກະຊິວິເຄາະສິນເຊື່ອ ເບື້ອງຕົ້ນກ່ອນເນາະວ່າ ໂຄງການເປັນໄປໄດ້ໜ້ອຍຫລາຍ ສໍ່າໃດ. ຖ້າຫາກວ່າໂຄງການໃດບໍ່ຄົບເງື່ອນໄຂ ເຮົາກະຈະໄດ້ຕັດໄປຕັ້ງແຕ່ຕົ້ນເນາະ ຄືໝວດທຸຣະກິຈ ໃຫຍ່ໆເພິ່ນຮູ້ຈັກກັນກັບເຈົ້າກັບນາຍເນາະ ບາງເທື່ອເພິ່ນກະແລ່ນກັນງ່າຍ. ໄທເຮົານີ້ປະຊາຊົນທົ່ວໄປ ກະໄປຕາມຂັ້ນຕອນຫັ້ນແຫລະ.”
ເຈົ້າໜ້າທີ່ ທະນາຄານ ສົ່ງເສີມກະສິກໍາຈໍາກັດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ເຫັນໜັງສືແຈ້ງການຂອງຣັຖບານນັ້ນແລ້ວ ແຕ່ຜູ້ບໍຣິຫານເພິ່ນຍັງບໍ່ມີຂໍ້ຕົກລົງ ອອກມາເທື່ອ ວ່າຈະເຂົ້າຮ່ວມນະໂຍບາຍປ່ອຍສິນເຊື່ອນັ້ນ ຫລືບໍ່, ຍັງເຮັດຫຍັງບໍ່ໄດ້.
“ໂຕນີ້ເຮົາກະເຫັນຢູ່ ແຈ້ງການເນາະແຕ່ວ່າ ເພິ່ນຍັງບໍ່ໄດ້ແຈ້ງມາເທື່ອໂຕນີ້ເນາະ ແຈ້ງການຫັ້ນເປັນແຈ້ງການຂອງຣັຖບານເນາະ ສ່ວນທີ່ວ່າຝ່າຍຈັດຕັ້ງປະຕິບັດຫັ້ນ ກະຂຶ້ນກັບທາງທະນາຄານຂອງເຮົາເນາະ ທີ່ວ່າເພິ່ນຊິປະກາດນໍາໃຊ້ ຊ່ວງໃດເດືອນໃດເນາະ.”
ປະຊາຊົນຜູ້ນຶ່ງ ຢູ່ແຂວງສວັນນະເຂດ ເວົ້າວ່າ ເງິນກູ້ທີ່ວ່ານັ້ນ ເຖິງຈະມີຫລາຍ ແຕ່ບໍ່ເຄີຍເຂົ້າເຖິງຊາວບ້ານຈັກເທື່ອ ເພາະທຸຣະກິດຂນາດໃຫຍ່ ຈະກູ້ເອົາໄປໝົດກ່ອນ ເພາະທາງທະນາຄານ ບໍ່ໄດ້ກໍານົດຈໍານວນເງິນກູ້ຢືມ. ປະຊາຊົນທີ່ມີທຸຣະກິຈທັມມະດາ ຈະໄປກູ້ຢືມມາຂຍາຍທຸຣະກິຈ ແມ່ນໄດ້ຍາກ ຫລາຍຂັ້ນຕອນ ແລະມີໂອກາດໜ້ອຍ ເພາະທະນາຄານອ້າງວ່າ ບໍ່ມີແຫລ່ງຄໍ້າປະກັນເງິນກູ້ ແລະວ່າ ຕົນເອງກໍມີໜອງປາ, ລ້ຽງເປັດ, ລ້ຽງໄກ່ຕາມທັມມະຊາຕ ບໍ່ສາມາດກູ້ຢືມໄດ້.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ທາງນີ້ກະມີມີໜອງປາ, ມີຄອກເປັດ, ຄອກໄກ່, ມີຮົ້ວ-ມີສວນ ແຕ່ມັນບໍ່ສະດວກ, ມັນບໍ່ໂປ່ງໃສ. ເຂົ້າເຈົ້າບໍ່ ຊ່ວຍເຫລືອ ແຕ່ວ່າມັນບໍ່ຮອດມືປະຊາຊົນໄດ້ເຕັມ 100 ຮອດແຕ່ບາງສ່ວນຫັ້ນນ່າ.”
ປະຊາຊົນລາວ ຢູ່ເມືອງຜົ້ງສາລີ ຜູ້ນຶ່ງເວົ້າໃນມື້ວັນທີ 22 ສິງຫານີ້ວ່າ ຫາກເປັນຊາວບ້ານທົ່ວໄປ ທີ່ມີອາຊີບລ້ຽງເປັດ, ລ້ຽງໄກ່, ລ້ຽງແບ້ ແລະເຮັດສວນຕາມທັມມະຊາຕ ຕ້ອງການກູ້ຢືມເງິນ ກູ້ຢືມໄດ້ໜ້ອຍ ຫລືບໍ່ໄດ້ຊໍ້າ ເພາະບໍ່ແມ່ນທຸຣະກິຈ ເປົ້າໝາຍຂອງຣັຖບານ ແລະທະນາຄານ ຍ້ອນບໍ່ມີຫລັກຊັພຄໍ້າປະກັນ ແລະແຜນທຸຣະກິຈໄປ ສເນີທະນາຄານ.
ດັ່ງທີ່ທ່ານເວົ້າວ່າ:
“ເງິນບ່ອນທີ່ຂະເຈົ້າຢືມຫັ້ນ ເຂົາໃຫ້ຢືມໜ້ອຍ ສູງສຸດກະ 5 ລ້ານກີບ ໂຕເປັດ ໂຕໄກ່ ນີ້ຂະເຈົ້າລ້ຽງແບບຄືທັນສໄມ. ລ້ຽງຄືແບບອັນນີ້ ຟາມ ບໍ່ໆໄດ້ສ່ວນຫລາຍກະຄືເຂົາວ່າ ມັນທັມມະຊາຕ ນີ້ແຫລະ ມັນເວົ້າໃສ່ເງິນລົງທຶນນີ້ແນ່ຫັ້ນນ່າ.”
ໃນຂະນະດຽວກັນ ຜູ້ປະກອບທຸຣະກິຈ SME ໃນນະຄອນຫລວງວຽງຈັນ ເວົ້າວ່າ ຫາກມີຫົວໜ່ວຍທຸຣະກິຈຢູ່ແລ້ວ, ແຕ່ຕ້ອງການເຮັດທຸຣະກິຈໃຫຍ່ ຕ້ອງການຢືມເງິນ ຕາມນະ ໂຍບາຍສິນເຊື່ອ ທີ່ວ່ານັ້ນ ສາມາດກູ້ຢືມໄດ້ ຊຶ່ງສ່ວນໃຫຍ່ ຈະຜ່ານການອະນຸມັດ ເພາະຣັຖບານຕ້ອງການສົ່ງເສີມ ຫົວໜ່ວຍທຸຣະກິຈ ໃຫ້ເຄື່ອນໄຫວໄດ້ຕາມປົກກະຕິ.
“ຄວາມຈິງແລ້ວ ມັນກະໄດ້ໝົດຫັ້ນແລ້ວເນາະ ແຕ່ວ່າເຮົາຊິເຂົ້າກອງທຶນໂຕໃດ ບ່ວງເງິນທຶນໂຕໃດ ມັນມີຫລາຍ ເຮົາກະມີສິດ ເຂົ້າໄປເຊັ່ນດຽວກັນຫັ້ນແຫລະ ດອກເບັ້ຽກະແຕກຕ່າງກັນໄປ ເຮົາກະໃນຖານະທີ່ເປັນຜູ້ລົງທຶນ ກະຊິໄດ້ຮັບຜົລປໂຍດ ໄດ້ຮັບໂອກາດໂຕນັ້ນເຊັ່ນດຽວກັນນັ້ນ.”
ທ່ານ ວໍລະສິດ ສີວົງດາວ ສະມາຊິກສະພາແຫ່ງຊາຕ ຈາກແຂວງສວັນນະເຂດ ໄດ້ກ່າວຕໍ່ກອງປະຊຸມສໄມສາມັນເທື່ອ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອປີ 2022 ວ່າ ຢາກໃຫ້ຣັຖບານແກ້ໄຂ ການນໍາສິນຄ້າບາງປະເພດເຂົ້າມາ ຍ້ອນວ່າ ສິນຄ້າທີ່ຜລິດຢູ່ພາຍໃນ ປະເທດ ບໍ່ສາມາດຂາຍໃນລາຄາແຂ່ງຂັນໄດ້ ເຊັ່ນ ປາແດກ ບໍ່ໄດ້ຮັບຄວາມນິຍົມ ຈາກຄົນລາວດ້ວຍກັນ. ຣັຖບານຕ້ອງຊ່ອຍຫາວິທີແກ້ໄຂ ເພື່ອໃຫ້ສິນຄ້າລາວ ສາມາດຕີຕລາດລາວໄດ້ ແລະຕ້ອງໃຫ້ປະຊາຊົນລາວ ຫັນມາໃຊ້ສິນຄ້າລາວຫລາຍຂຶ້ນ ຮວມທັງເຈົ້າໜ້າທີ່ ທຸກພາກສ່ວນ ໃນທົ່ວປະເທດ ຕ້ອງໄດ້ເຜີຍແພ່ ເຮັດເປັນໂຕຢ່າງ ແລະໂຄສະນາສິນຄ້າລາວ ໃຫ້ຫລາຍຂຶ້ນ.
ໃນຂະນະດຽວກັນ ຫລາຍພາກສ່ວນໃນລາວ ຄາດຄະເນວ່າ ລາຄາສິນຄ້າ, ເຂົ້າສານ ແລະນໍ້າມັນເຊື້ອເພີງຢູ່ລາວຈະຖີບໂຕສູງຂຶ້ນ ໄປຈົນຮອດທ້າຍປີ 2023 ນີ້ ຍ້ອນວ່າ ການແກ້ໄຂບັນຫາເສຖກິຈ, ການເງິນຂອງຣັຖບານ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະຫລາຍພື້ນທີ່ ການກະເສດໄດ້ຮັບຄວາມເສັຍ ຫາຍຈາກພັຍນໍ້າຖ້ວມ, ໄພແຫ້ງແລ້ງ.
ໃນ 7 ເດືອນຕົ້ນປີ 2023 ນີ້ ສປປ ລາວ ມີມູນຄ່າການຄ້າ ທັງໝົດ 7,233 ລ້ານໂດລ້າຣ໌ສະຫະຣັຖ, ໃນຈໍານວນນັ້ນ ມູນຄ່າສິນຄ້າສົ່ງອອກ 3,468 ລ້ານໂດລ້າຣ໌ ແລະມູນຄ່າສິນຄ້ານໍາເຂົ້າ 3,765 ລ້ານໂດລ້າຣ໌ ຄືຂາດດຸນການຄ້າ ກັບຕ່າງປະເທດ 297 ລ້ານໂດລ້າຣ໌ສະຫະຣັຖ.