ການໂຍກຍ້າຍ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພຽງເພື່ອຫຼຸດຜ່ອນ ແຮງກົດດັນທາງສັງຄົມ
2024.07.12
ດ້ວຍສະພາບກົດດັນ ຄວາມຫຍຸ້ງຍາກ ຂອງເສດຖະກິດ ໃນປະຈຸບັນ ທັງອັດຕາເງິນເຟີ້ສູງຂຶ້ນ, ເງິນກີບອ່ອນຄ່າ ສົ່ງຜົນໃຫ້ລາຄາສິນຄ້າແພງຂຶ້ນຫຼາຍເທົ່າຕົວ. ເພື່ອແກ້ໄຂບັນຫາສະເພາະໜ້າ ລັດຖະບານໄດ້ໂຍກຍ້າຍຜູ້ວ່າການ ທະນາຄານແຫ່ງ ສປປ ລາວໄປຮັບໜ້າທີ່ຢູ່ແຂວງຫຼວງພຣະບາງພ້ອມທັງແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄ້ວາບັນຫາສິນຄ້າລາຄາແພງ ແລະ ອັດຕາເງິນເຟີ້ສູງ ໃນເດືອນກໍລະກົດ 2024.
ການປ່ຽແປງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະຕັ້ງຄະນະສະເພາະກິດ ຂຶ້ນມາຄົ້ນຄ້ວາບັນຫາລາຄາສິນຄ້າ ແລະບັນຫາເງິນເຟີ້ ທີ່ເພີ່ມສູງຂຶ້ນ ບັນຫາກໍ່ຍັງບໍ່ໝົດໄປ ເພາະໂຄງສ້າງຂອງລະບົບເສດຖະກິດພາຍໃນ ບໍ່ໄດ້ມີການປ່ຽນແປງ, ຍັງນໍາເຂົ້າສິນຄ້າທຸກຢ່າງ ຈາກຕ່າງປະເທດ, ບໍ່ມີການຜະລິດສິນຄ້າ ເປັນຂອງຕົວເອງ ແລະສົ່ງອອກ, ການໃຊ້ເງິນກີບ ແລະ ບັນຫາອື່ນໆ ຍັງບໍ່ໄດ້ຮັບການແກ້ໄຂ ໃຫ້ເປັນຮູບປະທຳ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ທະນາຄານ ພັດທະນາເອເຊັຍ ຫຼື ADB ກ່າວຕໍ່ວິທຍຸຸເອເຊັຽເສຣີ ໃນວັນທີ 12 ກໍລະກົດນີ້ວ່າ:
“ປ່ຽນເພື່ອແກ້ໄຂຄວາມກົດດັນ ທາງສັງຄົມສື່ໆ ເພາະວ່າຈັ່ງໃດເຈົ້າກາແກ້ບໍໄດ້ ເລື່ອງເງິນເຟີ້, ອັດຕາແລກປ່ຽນ ເຈົ້າກາແກ້ບໍ່ໄດ້. ມັນບັນຫາເລື່ອງໂຄງສ້າງຫຼາຍກ່ວາ ໂຄງສ້າງທາງດ້ານເສດຖະກິດ ກາຄືການຜະລິດບໍ່ສາມາດກຸ້ມຕົນເອງ. ສົ່ງອອກບໍ່ໄດ້ ກາບໍ່ມີເງິນຕາ. ບາດນີ້ບັນດາໄຟຟ້າ ສົ່ງອອກຢູ່ ແຕ່ວ່າເງິນຍັງບໍ່ໄດ້ ຍັງໄປໃຊ້ໜີ້ຢູ່ເດ້ ຊິບໍລິຫານຈັ່ງໃດ ມັນກາມີຂໍ້ຈຳກັດ.”
ທາງດ້ານເຈົ້າໜ້າທີ່ລັດ ໃນແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວວ່າ ການປະຕິບັດມາດຕະການ ແລະນະໂຍບາຍຕ່າງໆ ຂອງລັດຖະບານ ບໍ່ສາມາດຄວບຄຸມລາຄາສິນຄ້າ ແລະອັດຕາເງິນເຟີ້ໄດ້ ເຮັດໃຫ້ພະນັກງານ-ລັດຖະກອນ ແລະປະຊາຊົນຜູ້ມີລາຍໄດ້ໜ້ອຍ ມີຜົນກະທົບຕໍ່ການດຳລົງຊີວິດຢ່າງໜັກ ໂດຍສະເພາະລາຄາສິນຄ້າ ເພີ່ມສູງຂຶ້ນ.
“ຜູ້ໃດກາຈົ່ມກັນໝົດເດກາສິນຄ້າ ກາຄືເກົ່າຫັ້ນໆ ມັນໆ ຂຶ້ນໄປຄືເກົ່າຫັ້ນແຫຼະ ຂະເຈົ້າການໍາມາຈາກປະເທດໄທຄືວ່າຫັ້ນແຫຼະເນາະ. ທຸກສິ່ງທຸກຢ່າງການຳມາແຕ່ພຸ້ນ. ຂະເຈົ້າກະທຽບຂຶ້ນ ພວກຂາຍເຄື່ອງຂະເຈົ້າກາຕີເປັນເງິນບາດ ສູງໄປຈັ່ງຊິ.”
ລັດຖະກອນໃນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ລາຄາສິນຄ້າໃນຕະຫຼາດ ຍັງສືບຕໍ່ແພງຂຶ້ນເລື້ອຍໆ ຍັງບໍ່ໄດ້ມີທ່າອ່ຽງທີ່ດີຂຶ້ນເທື່ອ ເພາະສິນຄ້າເກືອບທຸກປະເພດ ແມ່ນໍາເຂົ້າມາຈາກປະເທດໄທເປັນຫຼັກ, ສ່ວນພະນັກງານ-ລັດຖະກອນຜູ້ລາຍໄດ້ໜ້ອຍ ຍັງຕ້ອງພາກັນປັບຕົວຢ່າງໜັກ, ບາງຄົນກາຫໍ່ເຂົ້າມາກິນຢູ່ຫ້ອງການ ຫຼຸດຜ່ອນຄ່າໃຊ້ຈ່າຍ, ບາງຄົນຢູ່ໄກ້ກໍ່ທຽວໄປກິນເຂົ້າ ຢູ່ເຮືອນຕົນເອງ.
“ເຈົ້າໆ ຍັງຄືເກົ່າເຈົ້າບາງຄົນກາຄືບ້ານໄກ ຂະເຈົ້າກາຫໍ່ເຂົ້າມາກິນຊີ້ນ່າ. ບາງຄົນກາທຽວກັບບ້ານ ກາຍັງບໍ່ທັນມີການປ່ຽນແປງຫຍັງ ກາຄືເກົ່າຢູ່ ສ່ວນຫຼາຍການໍາມາຈາກໄທເນາະ.”
ປະຊາຊົນ ໃນແຂວງສາລະວັນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການປະຕິບັດມາດຕະການ ແລະນະໂຍບາຍຂອງລັດຖະບານລາວ ເພື່ອແກ້ໄຂບັນຫາລາຄາສິນຄ້າ ແລະອັດຕາເງິນເຟີ້ ຍັງບໍ່ທັນເຫັນຜົນສຳເລັດ. ປະຈຸບັນປະຊາຊົນ ກາພາກັນເຮັດສວນຄົວ ປູກຜັກແລະລ້ຽງສັດ ໄປເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ສ່ວນຜູ້ບໍ່ມີທາງເລືອກ ກາຍັງຕ້ອງດີ້ນຮົນ, ບາງຄອບຄົວຢູ່ນໍາກັນຫຼາຍຄົນຍິ່ງລຳບາກ ຫາເງິນມາຊື້ເຄື່ອງຂອງໃຊ້ທີ່ຈຳເປັນ ເຊິ່ງສິນຄ້າສ່ວນຫຼາຍ ແມ່ນໍາເຂົ້າມຈາກໄທ.
“ເພິ່ນອັນປະຕິບັດບໍ່ໄດ້ເທື່ອ ຍັງບໍ່ໄດ້ມີຫຍັງຫຼຸດລົງກາພາກັນເຮັດຮົ້ວເຮັດສວນແຫຼະ ປະເພດແບບກະສິກຳຫັ້ນແຫຼະ ສ່ວນຫຼາຍກາເອົາມາແຕ່ພຸ້ນກາມີໄປກິນເຂົ້າປຽກນີ້ກາ 30 ພັນກີບແຫຼະ ໄດ້ຄັນກິນນໍ້າພ້ອມນີ້ກາ 50 ພັນກີບແລ້ວ.”
ປະຊາຊົນ ແຂວງສາລະວັນກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ສິນຄ້າຍັງສຶບຕໍ່ແພງຂຶ້ນເລື້ອຍໆ ມີຜົນກະທົບໜັກສົມຄວນ. ດຽວນີ້ປະຊາຊົນກາບໍ່ຮູ້ວ່າ ຊິພາກັນປະຢັດແນວໃດ ເນື່ອງຈາກໄລຍະຜ່ານກໍ່ບໍ່ໄດ້ຢູ່ສະບາຍ ແຕ່ປະຈຸບັນການທຳມາຫາກິນ ຍິ່ງມີແຕ່ທຸກຍາກໄປໜ້າ.
“ບໍໄດ້ຫຼຸດເລີຍ ມີແຕ່ຂຶ້ນເລີຍ ຊິວ່າປະຢັດກາບໍ່ປະຢັດແຫຼະ ຄືເກົ່າຫັ້ນນ່າ ແບບເຮົາກາໃຊ້ຊີວິດປົກກະຕິແມ່ນເພາະວ່າ ມັນຂຶ້ນເດ້ຊື້ເຄື່ອງຊື້ຂອງກາຂຶ້ນເນາະ ເຮົາຖືເງິນໄປສາມແສນໜຶ່ງ ໄປຕະຫຼາດກາໄດ້ແຕ່ຜັກເນາະ.”
ສະມາຊິກສະພາແຫ່ງຊາດ ຈາກແຂວງສະຫວັນນະເຂດ ທ່າງນາງ ຫົງຄໍາ ໄຊຍະຄົມກ່າວໃນກອງປະຊຸມສະພາສະໄໝສາມັນເທື່ອ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 12 ມິຖຸນາວ່າ ລາຄາສິນຄ້າສູງຂຶ້ນສາເຫດຕົ້ນຕໍ ມາຈາກເງິນກີບອ່ອນຄ່າ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຢ່າງໜັກ, ປະຊາຊົນຈຳນວນຫຼາຍຫາກິນບໍ່ກຸ້ມຈຶ່ງສະເໜີ ມາຍັງລັດຖະບານໃຫ້ແກ້ໄຂ ບັນຫາສິນຄ້າແພງ, ອັດຕາເງິນເຟີ້ ແລະ ເງິນກີບອ່ອນຄ່າ ຢ່າງເປັນຮູບປະທຳ.
“ສິ່ງທີ່ພໍ່ແມ່ປະຊາຊົນຄອງຄອຍ ທີ່ສຸດເວລານີ້ ແລະຢາກເຫັນແທ້ໆ ແມ່ນຢາກເຫັນອັດຕາເງິນເຟີ້ ຫຼຸດລົງເຮັດໃຫ້ຄ່າຄອງຊີບ ທີ່ໄດ້ຮັບແມ່ນບໍ່ກຸ້ມກິນຂໍສະເໜີ ໃຫ້ລັດຖະບານຊຸດນີ້ ໄດ້ສຸມໃສ່ແກ້ໄຂບັນຫາເງິນກີບອ່ອນຄ່າ ໃຫ້ກັບມາແຂງຄ່າອີກ.”
ເມື່ອເດືອນພຶດສະພາ 2024 ຜ່ານມາ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ອະດີດຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ກ່າວຍອມຮັບວ່າ ສປປ ລາວ ຍັງປະເຊີນກັບແຮງກົດດັນ ຈາກການອ່ອນຄ່າ ຂອງເງິນກີບ, ຄວາມສາມາດໃນການແຊກແຊງຕະຫຼາດ ອັດຕາແລກປ່ຽນມີຈຳກັດ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ຍັງຢູ່ໃນລະດັບຕໍ່າ, ມາດຕະການໃນການຄຸ້ມຄອງ ລາຄາສິນຄ້າຍັງບໍ່ເຂັ້ມແຂງ ລວມໄປເຖິງລະດັບໜີ້ສິນ ສາທາລະນະ ຍັງສູງເກິນໄປ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ກ່າວຕື່ມວ່າ ອັດຕາເງິນເຟີ້ໃນລາວ ໄຕມາດ 2 ປະຈຳປີ 2024 ຢູ່ໃນລະດັບ 25,6% ແລະ ສະເລັ່ຍ 6 ເດືອນຕົ້ນປີ ອັດຕາເງິນເຟີ້ ຢູ່ໃນລະດັບ 25,3% ແຕ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ຢູ່ໃນລະດັບບໍ່ເກິນ 9%. ໂດຍສາເຫດຂອງອັດຕາເງິນເຟີ້ ແມ່ນມາຈາກເງິນກີບອ່ອນຄ່າເມື່ອທຽບໃສ່ ສະກຸນເງິນຕາຕ່າງປະເທດ ເຊັນໂດລ້າສະຫະລັດ, ບາດ ແລະ ຢວນ ເຊິ່ງເປັນສະກຸນເງິນຫຼັກ ທີ່ນຳໃຊ້ໃນປະເທດລາວ ເພື່ອການສຳລະສິນຄ້າ ແລະບໍລິການນໍາເຂົ້າລວມເຖິງ ການສຳລະໜີ້ສິນ.
ປະຈຸບັນ ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມທີ່ຈະຈັດຕັ້ງປະຕິບັດ ມາດຕະການແລະນະໂຍບາຍຕ່າງໆ ທີ່ລັດຖະບານກຳນົດອອກມາ ເປັນຕົ້ນການປີດຮ້ານແລກປ່ຽນ ເງິນຕາຕ່າງປະເທດ, ຈຳກັດການຊື້-ຂາຍ ເງິນຕາຕ່າງປະເທດ, ການຫັນປ່ຽນມາໃຊ້ເງິນກີບ, ການນໍາໃຊ້ລະບົບອີເລັກໂທຣນິກ ໃນການຊື້-ຂາຍສິນຄ້າ ແລະການສຳລະສິນຄ້າ ກັບຕ່າງປະເທດ ແລະສໍາລະໜີ້ສິນ ກັບຕ່າງປະເທດ.