ກອງປະຊຸມ ສະພາແຫ່ງຊາດ ສິ້ນສຸດລົງ ດ້ວຍການປົດຜູ້ວ່າ ການທະນາຄານແຫ່ງ ສປປ ລາວ
2024.07.02
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຄັ້ງທີ 9 ຂອງ ສປປ ລາວ ທີ່ໄດ້ດໍາເນີນມາແຕ່ວັນທີ 10 ມິຖຸນາ 2024 ໄດ້ປິດລົງໃນວັນທີ 2 ກໍລະກົດນີ້ ໂດຍໄດ້ຮັບຮອງເອົາເອກກະສານ 19 ສະບັບ ຊຶ່ງໃນນັ້ນ ມີຮ່າງກົດໝາຍໃໝ່ ແລະກົດໝາຍສະບັບປັບປຸງ 13 ສະບັບ ຮວມທັງ ຮ່າງກົດໝາຍ ສະບັບປັບປຸງ 2 ສະບັບ ຄືຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຊຶ່ງໃນນັ້ນ ໄດ້ປົດຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ຊຶ່ງຄາດກັນວ່າ ເປັນຍ້ອນແກ້ໄຂເງິນກີບເຟີ້ ແລະເງິນກີບອ່ອນຄ່າບໍ່ໄດ້ ຊຶ່ງເມື່ອເດືອນມິຖຸນາທີ່ຜ່ານມາ ເງິນກີບເຟີ້ 26.15% ຄືເຟີ້ຂຶ້ນຈາກເດືອນພຶດສະພາ ທີ່ຢູ່ໃນລະດັບ 25.77% ແລະເງິນກີບອ່ອນຄ່າລົງ ຢູ່ຕະ ຫຼາດມືດ ວັນທີ 1 ກໍລະກົດນີ້ 1 ບາດຕໍ່ 730 ກີບ ແລະ 1 ໂດລ້າສະຫະລັດ ຕໍ່ 27,000 ກີບ.
ໃນພິທີ ປິດກອງປະຊຸມສະພາແຫ່ງຊາດເທື່ອນີ້ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມ ຊຶ່ງໃນນັ້ນ ທ່ານໄດ້ກ່າວມ້ວນທ້າຍວ່າ:
“ບັນດາທ່ານຜູ້ນໍາທີ່ນັບຖື ບັນດາຜູ້ແທນກອງປະຊຸມທີ່ຮັກແພງ ຂອບໃຈໄປຍັງປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ຊາວລາວຢູ່ຕ່າງປະເທດ ໄດ້ຕິດຕາມກອງປະຊຸມໃນຄັ້ງນີ້ ຢ່າງຈົດຈໍ່ແລະສົ່ງຄໍາເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມຢ່າງຫລວງຫລາຍ ສຸດທ້າຍນີ້ຂ້າພະເຈົ້າຕາງໜ້າ ໃຫ້ກອງປະຊຸມສະພາແຫ່ງຊາດ ຂໍປະກາດປິດກອງປະຊຸມສະໃໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການນັບແຕ່ນີ້ເປັນຕົ້ນໄປ ຂໍຂອບໃຈ.”
ໃນໂອກາດປິດກອງປະຊຸມ ສະພາແຫ່ງຊາດ ຍານາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ປະກາດ ການຍົກຍ້າຍ ດຣ. ບຸນເຫຼືອ ສິນໄຊວໍລະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງພະບາງ ແລະການແຕ່ງຕັ້ງ ຍານາງ ວັດທະນາ ດາລາລອຍ ທີ່ເປັນຜູ້ຮອງ ຂຶ້ນຮັບໜ້າທີ່ຮັກສາການ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແທນ ດັ່ງທີ່ຍານາງ ສູນທອນ ໄຊຍະຈັກ ກ່າວໃນຕອນໜຶ່ງວ່າ:
“ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໃໝວິສາມັນໃນວັນທີ 28 ມິຖຸນາ 2024 ໄດ້ພິຈາລະນາຄໍາສະເໜີ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການໂຍກຍ້າຍທ່ານ ດຣ. ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫລວງພະບາງ ຊຶ່ງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງເຫັນດີຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ແລະໄດ້ອອກເປັນມະຕິ ຂອງຄະນະ ປະຈໍາສະພາແຫ່ງຊາດແລ້ວ.”
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ນີ້ ໄດ້ປັບປ່ຽນຕໍາແໜ່ງຄະນະນໍາຫຼາຍທ່ານ ພາຍໃນສະພາແຫ່ງຊາດ ຊຶ່ງໃນນັ້ນ ຮວມທັງໃຫ້ ດຣ. ຈະເລີນ ເຍຍປາວເຮີ ເປັນພຽງຮອງປະທານສະພາແຫ່ງຊາດ, ບໍ່ໃຫ້ເປັນປະ ທານກໍາມາທິການກົດໝາຍ; ແຕ່ງຕັ້ງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກໍາມາທິການກົດໝາຍ; ແຕ່ງຕັ້ງຍານາງ ທຸມມະລີ ວົງພະຈັນ ປະທານກໍາມາທິການ ວັດທະນະທໍາ-ສັງຄົມ ເປັນປະທານກໍາມາທິການຍຸຕິທໍາ.
ກອງປະຊຸມ ໄດ້ຮັບຮອງເອົາເອກະສານ ກ່ຽວກັບວຽກງານຂອງລັດຖະບານ 4 ສະບັບ ຮວມທັງບົດລາຍງານຂອງ ນາຍົກລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2024 ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ແລະວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ນອກຈາກນັ້ນ ກໍແມ່ນບົດລາຍງານ ກ່ຽວກັບການແກ້ໄຂ ຜົນການກວດສອບ ປະຈໍາປີ 2022 ແລະບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບຄວາມຈໍາເປັນ ແລະທິດທາງ ໃນການປັບປຸງ ລັດຖະທໍາມະນູນ ແຫ່ງ ສປປ ລາວ ປີ 2015.
ເວົ້າເຖິງບັນຫາຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ທີ່ຕົກຕໍ່າໃນປັດຈຸບັນ ແລະສົ່ງຜົນກະທົບຮຸນແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຂອງພະນັກງານ-ລັດຖະກອນ ຍ້ອນຄ່າຄອງຊີບແພງຂຶ້ນຫຼາຍ ແລະມີການສະເໜີໃຫ້ລັດຖະບານ ຂຶ້ນເງິນເດືອນຕື່ມ ດັ່ງພະນັກງານລັດທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກໍລະກົດນີ້ວ່າ:
“ໃຫ້ທາງລັດຖະບານຂຶ້ນເງິນເດືອນເພີ້ມເນາະ ເພາະວ່າດຽວນີ້ຄ່າຄອງຊີບ ມັນກະສູງ ເປັນເຂດຫ່າງໄກສອກຫລີກແຄ່ນີ້ການໃຊ້ຈ່າຍແຮງຊີ້ນເປືອງຫລາຍ ເພາະວ່າມັນເມືອງຫ່າງໄກສອກຫລີກເນາະ ແຕ່ວ່າສິນຄ້ານີ້ແມ່ນນໍາເອົາບ່ອນອື່ນມາໝົດ ຊີ້ນ່າ ຫລັກໆນີ້ກະເລື້ອງຄ່າຄອງຊີບນີ້ແຫລະ ມັນສູງຫລາຍ.”
ແລະປະຊາຊົນຜູ້ໜຶ່ງ ຢູ່ແຂວງຈໍາປາສັກ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາສໍາຄັນ ທີ່ຢາກໃຫ້ລັດຖະບານ ແກ້ໄຂຢ່າງຮີບດ່ວນ ແມ່ນບັນຫາປາກທ້ອງ ເພາະຊີວິດການເປັນຢູ່ຂອງປະຊາຊົນ ຫຍຸ້ງຍາກຫຼາຍ.
“ຈັ່ງວ່າ ໂອ້ຍ ຍຸ້ງໆ ມັນຊີວິດຊິຍາກ ຄືເພິ່ນທໍານາຍແຫລະ ເຂົ້ານໍ້າກະແພງປີນີ້ ແພງໄປໝົດທຸກຢ່າງແຫລະ ຊິຢູ່ກັນຈັ່ງໃດມາຈັ່ງໃດ ແຫລະ ຊິແກ້ກັນວິທີໃດແຫລະ ຄຶດບໍ່ອອກເລີຍ.”
ໃນຂະນະດຽວກັນ ປະຊາຊົນຢູ່ແຂວງບໍລິຄໍາໄຊ ຜູ້ໜຶ່ງກໍເວົ້າວ່າ ເປັນຫ່ວງນໍາອະນາຄົດຂອງພວກເດັກນ້ອຍ ເພາະປັດຈຸບັນ ປະລະການຮຽນຫຼາຍ ຍ້ອນຄວາມທຸກຍາກ ເສດຖະກິດຝືດເຄືອງໜັກ.
“ເຂົາກະບໍ່ພ້ອມກັບການບິ່ງແຍງຊ່ວຍເຫລືອຕື່ມ ສະພາບວິກິດການດ້ານເສດຖະກິດນີ້ ເຂົາກະບໍ່ພ້ອມກັບການຮຽນຫັ້ນແຫລະ ລະດັບປະຖົມ ລະດັບມັດທະຍົມ ໄປຫາອາຊີວະສຶກສາ ມະຫາວິທະຍາໄລກະບໍ່ຢາກຟື້ນປານໃດ.”
ກ່ຽວກັບບັນຫາຫຍຸ້ງຍາກຕ່າງໆ ທີ່ວ່ານັ້ນ ຍານາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການ ຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ຮີບຮ້ອນແກ້ໄຂ ຍ້ອນວ່າ ມັນຈະສົ່ງຜົນກະທົບ ຕໍ່ແຜນພັດທະນາ ເສດຖະກິດ ແລະສັງຄົມຂອງປະເທດ ໃນໄລຍະ 6 ເດືອນທ້າຍປີ 2024 ນີ້ ເປັນຕົ້ນ ບັນຫາການຂາດແຄນຄູສອນ, ບັນຫາການປະລະການຮຽນ, ການຂາດແຄນແຮງງານ, ບັນຫາໜີ້ສິນ, ການປະຕິຮູບລັດວິສາຫະກິດ, ການຄຸ້ມຄອງເງິນຕາຕ່າງປະເທດ, ແກ້ໄຂບັນຫາເງິນເຟີ້ ໃຫ້ຫຼຸດລົງບໍ່ເກີນ 9%, ແກ້ໄຂບັນຫາຢາເສບຕິດ ແລະອື່ນໆ.