ຣັຖວິສາຫະກິຈ ໄຟຟ້າລາວ ຊື້ໄຟຟ້າ ຈາກຕ່າງປະເທດ
2023.08.21
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ຣາຍງານໃນກອງປະຊຸມ ສຣຸບວຽກງານ ປະຈຳ 6 ເດືອນຕົ້ນປີ 2023 ລະຫວ່າງວັນທີ 7-8 ກໍຣະກະດາ 2023 ທີ່ຜ່ານມາວ່າໄລຍະ 6 ເດືອນຕົ້ນປີ ສາມາດຂາຍໄຟຟ້າ ໄດ້ທັງໝົດ 7,249 ກິກກະວັດ ເຊິ່ງຄິດເປັນເງິນ ຈຳນວນ 8,187 ຕື້ກີບ ຂະນະທີ່ 6 ເດືອນຕົ້ນປີ ຣັຖວິສາຫະກິຈໄຟຟ້າລາວ ຊື້ພະລັງງານພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ທັງໝົດ 7,852 ກິກກະວັດ, ຄິດເປັນເງິນ ຈຳນວນ 9,007 ຕື້ກີບ ໃນນັ້ນຊື້ພະລັງງານພາຍໃນຈຳນວນ 6,607 ກິກກະວັດ ແລະ ຊື້ຈາກຕ່າງປະເທດ ຈຳນວນ 1,223 ກິກກະວັດ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ສິງຫານີ້ວ່າ:
“ໃນຊ່ວງທີ່ວ່າ ມັນບໍ່ມີຝົນຕົກເນາະ ການບໍຣິຫານຈັດນໍ້າບໍ່ໄດ້ເລີຍ ແຕ່ກາຄືເວົ້າແລ້ວວ່າ ການຊື້ຂາຍ ມັນບໍ່ແມ່ນແບບແກ້ໄຂ ກະທັນຫັ້ນໄດ້ຫັ້ນນ່າ ແຕ່ເຖິງຈະຜລິດໄດ້ຫັ້ນນ່າຈັ່ງໃດ ເຮົາກາໄດ້ນຳເຂົ້າຢູ່ດີ ນຳເຂົ້າຈາກໄທຍຢູ່ດີ ມັນບໍ່ພໍ.”
ທ່ານກ່າວຕື່ມວ່າ ປັດໄຈສຳຄັນທີ່ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ຊື້ໄຟຟ້າຈາກປະເທດໄທຍ ຄືເຂື່ອນໄຟຟ້າຫຼາຍແຫ່ງ ໃນລາວເປັນຕົ້ນ ເຂື່ອນຂອງຣັຖວິສາຫະກິຈລາວ ລົງທຶນເອງ, ເຂື່ອນຂອງເອກະຊົນລົງທຶນ ແລະ ເຂື່ອນຂອງຕ່າງປະເທດລົງທຶນ ສ່ວນໃຫຍ່ປະເຊີນກັບ ບັນຫານໍ້າບໍ່ພຽງພໍ ທີ່ຈະຜລິດໄຟຟ້າໄດ້ຕາມແຜນ ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ຈຳເປັນຕ້ອງຊື້ໄຟຈາກປະເທດໄທຍ ເພີ່ມຂຶ້ນເພື່ອໃຫ້ປະຊາຊົນລາວ ມີໄຟຟ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນແຂວງທີ່ຕິດກັບໄທຍ.
ໄລຍະ 6 ເດືອນຕົ້ນປີປະຣິມານແຫຼ່ງນໍ້າ ໃນລາວ ເກືອບທຸກແຫ່ງ ຫຼຸດລົງຢ່າງໜັກ ຍ້ອນຜົລກະທົບຈາກໄພແຫ້ງແລ້ງ ທີ່ເກີດຈາກປະກົດການແອວນິນໂຢ ເປັນປະກົດການ ທີ່ເຮັດໃຫ້ເກີດໄພແຫ້ງແລ້ງ, ອຸທົກກະໄພ ຫຼື ນໍ້າຖ້ວມ ສົ່ງຜົລກະທົບໃຫ້ກັບຫຼາຍໆປະເທດ ເປັນຕົ້ນກະທົບຕໍ່ເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່, ເຂື່ອນໄຟຟ້ານໍ້າສະນາ, ເຂື່ອນໄຟຟ້າເຊລະບໍາ, ເຂື່ອນໄຟຟ້າເຊເສັດ 2 ແລະ ອີກຫຼາຍເຂື່ອນ ທີ່ເອກະຊົນເປັນຜູ້ຄຸ້ມຄອງ ແຕ່ຂາຍໄຟຟ້າ ໃຫ້ກັບຣັຖວະສາຫະກິຈໄຟຟ້າລາວ.
ໃນປີ 2022 ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຊື້ໄຟຟ້າ ຈາກປະເທດໄທຍ ຈຳນວນ 264.73 ກິກກະວັດ ແຕ່ໂຕຈິງຊື້ໄຟຟ້າຈາກປະເທດໄທຍ ສູງເຖິງ 809.28 ກິກກະວັດ ແລະ ລາວສາມາດຜລິດໄຟຟ້າໄດ້ເອງ ຢູ່ທີ່ 58,813 ກິກກະວັດຕໍ່ປີ ຈາກແຫຼ່ງພະລັງງານທັງໝົດ 96 ແຫ່ງ.
ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ກ່າວວ່າ ແຫຼ່ງພະລັງງານທັງໝົດ 96 ແຫ່ງທົ່ວປະເທດ ແຕ່ໃນນັ້ນເກືອບ 80 ແຫ່ງແມ່ນເປັນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ເປັນຜູ້ລົງທຶນ ເພື່ອຂາຍໄຟຟ້າໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ ແລະ ສົ່ງຂາຍໃຫ້ກັບປະເທດເພື່ອນບ້ານໂດຍກົງ ສະນັ້ນແລ້ວລາຍຮັບຈາກການຂາຍໄຟຟ້າ ສ່ວນໃຫຍ່ຈະເປັນຂອງນັກລົງທຶນພາຍນອກ, ບໍ່ແມ່ນຂອງຣັຖວິສາກິຈໄຟຟ້າລາວ ຫຼື ຣັຖບານລາວ. ຂະນະທີ່ຝ່າຍລາວ ຈະໄດ້ຮັບເຕັມເມັດເຕັມໜ່ວຍ ສະເພາະລາຍຮັບຈາກການເກັບພາສີ-ອາກອນ ແລະ ຄ່າສັມປະທານເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ຂາຍໄດ້ກະຖືວ່າເປັນລາຍຮັບ ຂອງຜູ້ລົງທຶນ ຢູ່ລາວນີ້ສ່ວນຫຼາຍ ມັນເປັນໂຄງການລົງທຶນ ຂອງຕ່າງປະເທດ ສ່ວນຫຼາຍເນາະ ສະນັ້ນແຫຼະ ອັນລາຍຮັບສ່ວນນຶ່ງ ທີ່ເບື້ອງລາວກາຖືວ່າ ເອົາເຂົ້າໃນຄັງລວມ.”
ຊາວລາວສ່ວນໃຫຍ່ ເຂົ້າໃຈວ່າແຫຼ່ງພະລັງງານໄຟຟ້າ ເກືອບທັງໝົດທີ່ສ້າງຂຶ້ນໃນລາວນັ້ນ ບໍ່ແມ່ນຂອງຣັຖບານລາວ ເຖິງວ່າຣັຖບານລາວ ຈະເຂົ້າໄປຮ່ວມລົງທຶນ ແລະຖືຮຸ້ນນຳໂຄງການຕ່າງໆ, ແຕ່ຢູ່ໃນສັດສ່ວນ ປະມານ 10-20% ເທົ່ານັ້ນ, ເພາະເຫດນີ້ ຊາວລາວທີ່ນຳໃຊ້ໄຟຟ້າ ຢູ່ພາຍໃນປະເທດ ຈຶ່ງຈ່າຍຄ່າໄຟຟ້າແພງ.
ຊາວລາວ ໃນແຂວງອັດຕະປືກ່າວວ່າ ໃນແຂວງອັດຕະປື ມີເຂື່ອນໄຟຟ້າເຖິງ 10 ແຫ່ງ ແຕ່ສ່ວນຫຼາຍ ສົ່ງໄຟຟ້າອອກໄປປະເທດວຽດນາມ ເພາະນັກລົງທຶນວຽດນາມ ເຂົ້າມາລົງທຶນ ສ້າງເຂື່ອນເອງ ສ່ວນຄົນລາວໃນພື້ນທີ່ ແລະ ເຂດຊາຍແດນ ລາວ-ວຽດນາມ ຍັງມີຫຼາຍບ້ານ ບໍ່ມີໄຟຟ້າໃຊ້ຢ່າງທົ່ວເຖິງ ເພາະທາງການລາວ ອ້າງວ່າບໍ່ມີເງິນສ້າງສາຍສົ່ງ.
ດັ່ງຊາວລາວ ແຂວງອັດຕະປື ກ່າວໃນມື້ດຽວກັນວ່າ:
“ຄັນວ່າເຂົາເຮັດ (ແຫຼ່ງພະລັງງານໄຟຟ້າ) ບໍ່ແມ່ນເຂົາຊິສົ່ງທາງບ້ານນີ້ ເຂົາສົ່ງພຸ້ນເຮັດໄປສົ່ງຕ່າງປະເທດໄດ໋. ໄຟຟ້ານີ້ຢູ່ບ້ານເຮົາ ຍັງຫຼາຍຄອບຄົວ (ບໍ່ມີໄຟຟ້າໃຊ້). ເຂົາຍັງບໍ່ທັນມີເງື່ອນໄຂ.”
ຊາວລາວ ໃນແຂວງສາຣະວັນກ່າວວ່າ ຫຼາຍປີທີ່ຜ່ານມາຄົນລາວ ມັກຈະໄດ້ຍິນຄຳວ່າ ປະເທດລາວຈະເປັນແບັດເຕີຣີ ແຫ່ງອາຊ້ຽນ ແລະ ຈະເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ໃນປີ 2020 ແຕ່ແນວຄິດຂອງຣັຖບານລາວ ບໍ່ສອດຄ່ອງກັບສະພາບໂຕຈິງ ທີ່ຄົນລາວປະເຊີນຢູ່ ໃນປັດຈຸບັນໂດຍສະເພາະ ຄ່າໄຟຟ້າແພງ, ບັນຫາໄພແລ້ງ, ບັນຫານໍ້າຖ້ວມ ແລະ ການປ່ຽນແປງ ດິນຟ້າອາກາດທີ່ນັບມື້ ນັບຈະຮຸຸຸນແຮງຂຶ້ນ ເຊິ່ງກະທົບຕໍ່ການດຳຣົງຊີວິດ ຂອງປະຊາຊົນລາວ ຢ່າງໜັກໃນໄລຍະຜ່ານມາ.
ດັ່ງຊາວລາວ ໃນແຂວງສາຣະວັນກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ ຂາຍຕ່າງປະເທດ 100% ແລ້ວ ຖືວ່າບ້ານເຮົານີ້ ມີໝໍ້ໄຟ ພວກເຮົານີ້ມີແຕ່ບ່ອນຕັ້ງວ່າຊັ້ນສາ ແນວພັກດຽວເນາະ ພັກດຽວກາເປັນໃດ ກາເວົ້ານຳເພິ່ນຫັ້ນແຫຼະ.”
ຊາວລາວໃນແຂວງຈຳປາສັກ ກ່າວວ່າ ເຂື່ອນໄຟຟ້າ ຈຳນວນຫຼາຍແຫ່ງ ມາສ້າງຕັ້ງຢູ່ໃກ້ບ້ານຂອງປະຊາຊົນ ແລະ ສ້າງຜົລກະທົບ ຕໍ່ສັງຄົມຢ່າງໜັກຊາວບ້ານ ຕ້ອງສູນເສັຍທີ່ດິນທຳການກະເສດ, ສູນເສັຍອາຊີບ, ສູນເສັຍລາຍຮັບ ແລະ ຖືກໂຍກຍ້າຍອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ກັບໂຄງການເລົ່ານັ້ນ ເພື່ອຫວັງວ່າອະນາຄົດຂອງຊາວບ້ານ ໃນພື້ນທີ່ຈະມີຊີວິດທີ່ດີຂຶ້ນ, ແຕ່ຄວາມເປັນຈິງ ເມື່ອໂຄງການເລົ່ານັ້ນສ້າງສໍາເຣັດແລ້ວ ຊາວບ້ານກໍຍັງມີຊີວິດຢູ່ ດ້ວຍຄວາມລຳບາກ, ຂາດເຂີນບ່ອນທຳມາຫາກິນ, ຂາດເຂີນລາຍຮັບ, ບໍ່ມີອາຊີບໝັ້ນຄົງ ແລະ ສີ່ງສຳຄັນຊາວບ້ານເລົ່ານັ້ນ ຍັງຕ້ອງຈ່າຍຄ່າໄຟຟ້າ ໃນລາຄາແພງ ຕາມທີ່ທາງການລາວກຳນົດ ໂດຍປະຕິເສດຫຍັງບໍ່ໄດ້.
ດັ່ງຊາວລາວ ແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນເວົ້າແທ້ໄປເຮັດ (ເຂື່ອນ) ຢູ່ບ້ານເຮົາເນາະ ການໃຊ້ຈ່າຍໄຟຫັ້ນ ມັນຕ້ອງບໍ່ເສັຍເງິນ ເສັຍຄຳ ແນວນັ້ນ ມັນຖືກຢູ່ດອກ. ອັນນີ້ເຮັດເຂື່ອນກາເຮັດຢູ່ ເຂດບ້ານເຮົາ ຖືກຜົລກະທົບ ກໍກະທົບບ້ານເຮົາ ບາດນີ້ເສັຍຄ່າໄຟກາ ຍັງແພງຄືເກົ່າ.”
ທາງດ້ານ ກະຊວງພະລັງງານ ຂອງປະເທດໄທຍ ໄດ້ຣາຍງານວ່າ ປະກົດການແອວນິນໂຢ ໄດ້ເຣີ່ມສົ່ງຜົລກະທົບ ຕໍ່ການຜລິດໄຟຟ້າ ຂອງໄທຍເຊັ່ນກັນ ເນື່ອງຈາກການຜລິດໄຟຟ້າ ຈາກເຂື່ອນ ເຊິ່ງມີຕົ້ນທຶນປະມານ 2.60-2.80 ບາທ ຕໍ່ໜ່ວຍ ມາຈາກເຂື່ອນໄຟຟ້າ ໃນປະເທດລາວ ແຕ່ປະຣິມານນໍ້າຂອງເຂື່ອນໃນລາວ ຫຼາຍແຫ່ງເຣີ່ມຫຼຸດລົງ.
ສໍາລັບເຂື່ອນໄຟຟ້າທີ່ຜລິດ ແລະ ສົ່ງຂາຍໃຫ້ປະເທດໄທຍ ປັດຈຸບັນປະກອບມີ ເຂື່ອນໄຟຟ້ານໍ້າງື່ມ 2, ເຂື່ອນໄຊຍະບູຣີ, ເຂື່ອນໄຟຟ້ານໍ້າເທີນ-ຫີນບູນ, ເຂື່ອນນໍ້າເທີນ 2, ເຂື່ອນນໍ້າເທີນ 1, ເຂື່ອນເຊປຽນ-ເຊນໍ້ານ້ອຍ, ເຂື່ອນນໍ້າງຽບ 1 ແລະ ເຂື່ອນຫ້ວຍເຫາະ.
ທ່ານ ໂພໄຊ ໄຊຍະສອນ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ກ່າວຢູ່ກອງປະຊຸມ ກ່ຽວກັບການດຳເນີນທຸຣະກິຈ ຂອງຣັຖວິສາຫະກິຈໄຟຟ້າລາວ ໃນວັນທີ 10 ມີນາ 2023 ທີ່ຜ່ານມາວ່າ ພາລະໜ້າທີ່ອັນໜັກໜ່ວງ ຂອງຣັຖວິສາຫະກິຈໄຟຟ້າລາວ ແລະ ຈຳເປັນຕ້ອງໃຊ້ທຶນ ມະຫາສານ ເຂົ້າໃນການພັທນາລະບົບໂຄງຮ່າງພື້ຖານ ນັບແຕ່ການລົງທຶນ ກໍ່ສ້າງແຫຼ່ງພະລັງງານ ເຊິ່ງສ່ວນໃຫຍ່ແມ່ນການລົງທຶນຂອງຕ່າງປະເທດ, ການສ້າງສາຍສົ່ງ-ສະຖານີໄຟຟ້າ ແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າຈົນຮອດໝໍ້ໄຟ ທີ່ຕິດຕັ້ງຢູ່ຕາມຄົວເຮືອນ ຂອງປະຊາຊົນ.
ບັນດາທຶນເລົ່ານັ້ນ ສ່ວນນຶ່ງແມ່ນໄດ້ມາຈາກງົບປະມານ ຂອງຣັຖ ແລະການຊ່ອຍເຫຼືອ ຈາກຕ່າງປະເທດແຕ່ສ່ວນໃຫຍ່ ແມ່ນມາຈາກການກູ້ຢືມ ຂອງສະຖາບັນການເງິນຕ່າງໆ ທັງພາຍໃນ ແລະຕ່າງປະເທດ, ຄຽງຄູ່ກັບການລົງທຶນ ພັທນາພື້ນຖານໂຄງຮ່າງ ເຊິ່ງຣັຖວິສາຫະກິຈໄຟຟ້າລາວ ມີພັນທະຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບັ້ຍ ທີ່ກູ້ຢືມຈາກສະຖານບັນ ການເງິນຕ່າງໆ ເຊິ່ງມາຮອດປັດຈຸບັນນີ້ ເວົ້າໄດ້ວ່າ ເປັນໄລຍະທີ່ໄຟຟ້າລາວ ຕ້ອງການທຶນຫຼາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນ ທີ່ຮອດກຳນົດຕ້ອງຊຳລະຄືນ ຫາກອີງຕາມການຣາຍງານ ຂອງທະນາຄານໂລກ ປະຈຳເດືອນເມສາ 2022 ທີ່ຜ່ານມາ ມີການເປີດເຜີຍວ່າ ຣັຖວິສາຫະກິຈໄຟຟ້າລາວ ສ້າງໜີ້ສິນ ໃຫ້ປະເທດລາວ ກວມເອົາ 30% ຂອງໜີ້ສິນສາທາຣະນະ ທັງໝົດ 80% ຂອງລາວ.