ເຣື້ອງທີ່ເກັບບັນທຶກໄວ້
2022-08-19
ເຂື່ອນໄຟຟ້າຫຼາຍແຫ່ງ ປ່ອຍນໍ້າ ອອກຈາກເຂື່ອນ ແລະ ແຈ້ງໃຫ້ຊາວບ້ານ ທີ່ອາສັຍຢູ່ລຸ່ມ ເຂື່ອນໄຟຟ້າ ກະຕຣຽມ ຄວາມພ້ອມຮັບມື ເຫດສຸກເສີນ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນເຂື່ອນໄຊຍະບູຣີ, ເຂື່ອນນໍ້າອູ, ເຂື່ອນນໍ້າລີກ ແລະ ເຂື່ອນນໍ້າຄານ.
2022-08-18
ກຸ່ມຄົນບໍ່ຮູ້ຈໍານວນຄັກແນ່ ໄດ້ກໍ່ເຫດລັກຖອດຮົ້ວເຫຼັກ ກັັັ້ນທາງຣົຖໄຟລາວ-ຈີນ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາມາດ ນໍາເຫຼັກອອກໄປໄດ້ຈໍານວນນຶ່ງ ໂດຍປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງຊອກຫາບຸກຄົນ ຜູ້ກໍ່ເຫດດັ່ງກ່າວຢູ່.
2022-08-18
ຊາວບ້ານຜູ້ປູກຜັກ ຕາມແຄມຂອງ ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເລັ່ງເກັບກ່ຽວຜົລຜລິຕ ກ່ອນກຳນົດ ເຖິງແມ່ນວ່າ ຈະຂາດທຶນກໍຕາມ ຍ້ອນນ້ຳຂອງ ຂຶ້ນສູງ 9.44 ແມັດ ສົ່ງຜົລໃຫ້ນ້ຳຖ້ວມ ພືດຜັກ ທີ່ປູກຢູ່ແຄມຂອງ, ຂະນະທີ່ພາກສ່ວນກ່ຽວຂ້ອງ ຍັງບໍ່ມີນະໂຍບາຍ ຊ່ອຍເຫຼືອ ຊາວບ້ານເທື່ອ.
2022-08-18
ຫຼັງຈາກ ສານປົກຄອງສູງສຸດ ຂອງໄທຍ ມີຄໍາສັ່ງຍົກຟ້ອງ ກໍຣະນີ ເຄືອຂ່າຍຊາວໄທຍ 8 ແຂວງລຸ່ມນໍ້າຂອງ ທີ່ຮ້ອງຟ້ອງ 5 ໜ່ວຍງານ ຂອງພາກສ່ວນຣັຖ ໃນປະເທດໄທຍ ທີ່ກ່ຽວຂ້ອງກໍຣະນີ ສັນຍາການຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ, ຂະນະທີ່ເຄື່ອຂ່າຍ ຍັງຈະຄັດຄ້ານ ການສ້າງເຂື່ອນອື່ນໆ ໃນລາວຕໍ່ໄປ.
2022-08-18
ຊາວບ້ານຢູ່ລຸ່ມເຂື່ອນນ້ຳລີກ 1 ແລະ 2 ໃນເມືອງເຟືອງ ແຂວງວຽງຈັນ ເລັ່ງມ້ຽນສິ່ງຂອງໄປໄວ້ບ່ອນສູງ ແລະປິດແຫລ່ງທ່ອງທ່ຽວ ເພື່ອເຝົ້າລະວັງນ້ຳຖ້ວມ ຈາກການລະບາຍນ້ຳ ຂອງເຂື່ອນນ້ຳລີກ 1 ແລະ 2 ໃນວັນທີ 18 ສິງຫານີ້ ອີງຕາມຂໍ້ມູນຈາກ ກະຊວງພລັງງານ ແລະບໍ່ແຮ່.
2022-08-17
ບັນຫາ ການລັກລອບ ລະເບີດປາ ໃນແມ່ນໍ້າຂອງ ໂດຍສະເພາະ ເຂດບ້ານອ່າງນ້ອຍ ແລະບ້ານອ່າງສັມມະນາ ທີ່ມີການໃຫ້ສັມປະທານ ການລະເບີດພູ ຂອງນັກລົງທຶນໄທຍ ແລະນັກລົງທຶນຈີນ ຊຶ່ງທາງພາກສ່ວນທີ່ຂ້ອງ ຍັງບໍ່ມີວິທີການ ແກ້ໄຂບັນຫາເທື່ອ.
2022-08-17
ຄູ່ຜົວເມັຽ ຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາຄອບຄອງຢາບ້າ ຈຳນວນ 6,608,000 ເມັດ ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເມືອວັນທີ 06 ສິງຫາຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ນຳຈັບ ຜູ້ລັກລອບ ຂົນຢາເສພຕິດ ຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ.
2022-08-17
ເກີດບັນຫາ ນາຍທຶນຈີນ ຍາດເອົາດິນ ທຳການກະເສຕ ຂອງຊາວບ້ານ ບ້ານແກ້ງໄມ້ເຮັ້ຍ ປະມານ 20 ຄອບຄົວ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ຮວມເກືອບ 90 ເຮັກຕ້າຣ໌ ຂະນະທີ່ ອຳນາດການປົກຄອງທ້ອງຖິ່ນ ມີສ່ວນຮູ້ເຫັນ ເປັນໃຈ ກັບນາຍທຶນຈີນ, ອີງຕາມຂໍ້ມູນ ຈາກກຸ່ມຜູ້ເສັຍຫາຍ.
2022-08-17
ສານປົກຄອງກາງຂອງໄທຍ ໄດ້ນັດອ່ານຄຳພິພາກສາ ຂອງສານປົກຄອງສູງສຸດ ໂດຍໄດ້ຢືນຕາມຄຳພິພາກສາ ຂອງສານປົກຄອງຊັ້ນຕົ້ນ ຄືໃຫ້ຍົກຟ້ອງ ກໍຣະນີເຄືອຂ່າຍ ຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ຟ້ອງຮ້ອງ ສັນຍາການ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ຂອງ 5 ໜ່ວຍງານ ທີ່ກ່ຽວຂ້ອງ ຂອງພາກຣັຖໃນປະເທດໄທຍ.
2022-08-16
ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ຣະບາດແຮງຂຶ້ນຢູ່ລາວ; ຈຳນວນຄົນເຈັບ ດັ່ງກ່າວເພີ່ມຂຶ້ນເກືອບ ສາມເທົ່າໃນໄລຍະນຶ່ງເດືອນ ທີ່ຜ່ານມາ ເຮັດໃຫ້ໂຮງໝໍ ບໍ່ສາມາດຮອງຮັບຄົນເຈັບ ແລະສິ່ງສຳຄັນຄື ໂຮງໝໍໍບໍ່ສາມາດສນອງເລືອດໃຫ້ຜູ້ປ່ອຍໄດ້ ສ່ວນທາງກະຊວງ ສາທາຣະນະສຸຂ ຍັງບໍ່ມີແຜນການຮັບມືເທື່ອ.
2022-08-16
ເຈົ້າໜ້າທີ່ຕໍາຣວດ ແຂວງເຊກອງ ຈໍານວນ 5 ຄົນ ໄດ້ຖືກປະຕິບັດວິນັຍ ໂດຍການໃຫ້ອອກ ຈາກກອງກໍາລັງ ປ້ອງກັນຄວາມສງົບ ຍ້ອນພົວພັນກັບຢາເສບຕິດ ປະເພດຢາບ້າ ຊຶ່ງປັດຈຸບັນ ກໍາລັງຢູ່ໃນ ຂັ້ນຕອນ ປະຕິບັດກົດໝາຍ ຕໍ່ຜູ້ກ່ຽວທັງ 5 ຄົນຢູ່ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ແຂວງເຊກອງ.
2022-08-16
ເສັ້ນທາງພູເກົ້າຫຼັກ ລະຫວ່າງເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພຣະບາງ ຍັງພົບບັນຫາດິນເຈື່ອນ ບໍຣິເວັນຈຸດໂຄ້ງມື້ໃດມີຝົນຕົກໜັກ ເສັ້ນທາງດັ່ງກ່າວ ກໍຈະໝື່ນ ແລະມີສະພາບດິນເຈື່ອນ ຕາມຂອບທາງ ເຮັດໃຫ້ຜູ້ເດີນທາງສ່ຽງ ເປັນອັນຕະຣາຍຕໍ່ຊີວິຕ.
2022-08-16
ຊາວນາຈໍານວນຫຼາຍ ໃນຫຼາຍແຂວງ ທົ່ວປະເທດລາວ ຖືກຜົລກະທົບ ຈາກນໍ້າມັນເຊື້ອເພີງ ທີ່ມີລາຄາແພງ ເຮັດໃຫ້ພວກເຂົາເຈົ້າ ຈໍາເປັນຕ້ອງແບກຮັບ ຕົ້ນທຶນການຜລິຕສູງ ແລະເຮັດໃຫ້ການຜລິຕ ມີຄວາມຫຼ້າຊ້າ ກວ່າຣະດູການ ຂະນະທີ່ ທາງພາກຣັຖ ຍັງບໍ່ມີແຜນຊ່ອຍເຫຼືອ ຢ່າງເປັນຮູບປະທັມເທື່ອ.
2022-08-16
ພາກປະຊາສັງຄົມ ລາວ-ໄທຍ ຢາກເຫັນແມ່ນໍ້າຂອງ ມີຄວາມຍືນຍົງ ຮຽກຮ້ອງ ໃຫ້ຢຸດການກໍ່ສ້າງເຂື່ອນ ໄຟຟ້າ ໃສ່ແມ່ນໍ້າຂອງເພີ່ມຕື່ມ ຊຶ່ງຈະສົ່ງຜົລກະທົບກັບ ວິຖີຊີວິຕຂອງຊາວບ້ານ ລວມເຖິງ ສະພາບແວດລ້ວມ ແລະສັງຄົມ.
2022-08-15
ປະຊາຊົນ ແຂວງໄຊຍະບູຣີ ຮຽກຮ້ອງໃຫ້ຣັຖບານ ກວດກາ ທຸກໂຄງການ ພັທນາ ເພື່ອຕ້ານການສໍ້ຣາສ ບັງຫລວງ ແລະການກະທໍາຜິດອື່ນໆ ຂອງສະມາຊິກພັກ ແລະພະນັກງານຣັຖ ຊຶ່ງ ໃນ 6 ເດືອນຕົ້ນປີນີ້ ກວດພົບ 38 ໂຄງການໃຫຍ່ ທີ່ປະຕິບັດ ຜິດກົດໝາຍ, ເສັຍຫາຍ 45 ຕື້ກີບ ແຕ່ທາງການ ບໍ່ມີການເປີດເຜີຍ ຜູ້ກະທຳຜິດ.