ເຣື້ອງທີ່ເກັບບັນທຶກໄວ້
2022-07-19
ຜູ້ປະກອບການ ໂຮງແຮມ ແລະ ຮ້ານອາຫານ ປັບຂຶ້ນລາຄາທີ່ພັກ ແລະ ຄ່າອາຫານ ເນື່ອງຈາກ ເງິນກີບອ່ອນຄ່າ ຂະນະທີ່ນັກທ່ອງທ່ຽວ ຈາກປະເທດໄທຍ ເຣີ່ມເຂົ້າໄປທ່ຽວລາວຫຼາຍຂຶ້ນ ໂດຍສະເພາະສະຖານທີ່ ທີ່ມີຊື່ສຽງ ເຊັ່ນເມືອງມໍຣະດົກໂລກ ແຂວງຫຼວງພຣະບາງ ແລະ ແຫຼ່ງທ່ອງທ່ຽວທັມມະຊາຕເມືອງວັງວຽງ ເປັນຕົ້ນ.
2022-07-19
ຫລາຍແຂວງຂອງລາວ ກໍາລັງປະເຊີນກັບຕາຝັ່ງ ນໍ້າຂອງເຈື່ອນຮຸນແຮງ, ສົ່ງຜົລກະທົບຕໍ່ທີ່ດິນ ແຄມຝັ່ງແມ່ນໍ້າຂອງ, ບ້ານເຮືອນປະຊາຊົນ, ເຄື່ອງປູກຂອງຝັງ ຊຶ່ງກໍເປັນບັນຫາຫຍຸ້ງຍາກ ທີ່ທາງການລາວ ຈະແກ້ໄຂໄດ້ໝົດ ຍ້ອນຂາດເຂີນງົບປະມານ.
2022-07-19
ເກີດເຫດການ ຄົນຈໍານວນຫຼາຍ ຕີກັນຢູ່ສນາມມວຍ ພາຍໃນຮ້ານບັນເທີງດາວທອງ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ໃນເບື້ອງຕົ້ນ ຍັງບໍ່ທັນຮູ້ສາເຫດ ແລະໃຜເປັນໂຕການ ທີ່ເຣີ່ມກໍ່ເຫດຮຸນແຮງນັ້ນ ຂຶ້ນກ່ອນ.
2022-07-18
ສະຫະພາບຢູໂຣບ ຫຼື EU ເນັ້ນໃຫ້ ທາງການລາວ ໃຊ້ມາຕການ ປົກປ້ອງສິທທິມະນຸສ ແລະ ປົກປ້ອງເສຣີພາບ ຂັ້ນພື້ນຖານ ໃຫ້ຄົນລາວທຸກຄົນ ໂດຍບໍ່ມີການຈຳແນກ.
2022-07-18
ເກີດມີເຫດການ ຊັກຊວນຄົນ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ຜ່ານທາງສື່ສັງຄົມ ອອນລາຍນ໌ ດ້ວຍເຫດນີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ຈຶ່ງອອກແຈ້ງການ ເຕືອນໃຫ້ ຜູ້ທີ່ຈະເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫລີ ຫ້າມຫລົງເຊື່ອ ຄຳຊັກຊວນເດັດຂາມ ເພາະອາຈຕົກເປັນເຫຍື່ອ ການຄ້າມະນຸສໄດ້.
2022-07-18
ແມ່ຍິງລາວ 3 ຄົນ ອາຍຸລະຫວ່າງ 19-20 ປີ ຈາກນະຄອນຫຼວງວຽງຈັນ ຖືກນາຍໜ້າ ຢູ່ເມືອງສອງຄອນ ຕົວະ ເອົາໄປເຮັດວຽກ ຢູ່ປະເທດໄທຍ ແບບຜິດກົດໝາຍ ຊຶ່ງມີຄວາມສ່ຽງ ທີ່ຈະຕົກເປັນເຫຍື້ອ ຂອງການຄ້າມະສຸສ ແຕ່ຖືກເຈົ້າໜ້າທີ່ ຊ່ອຍໄວ້ໄດ້ທັນກ່ອນ.
2022-07-18
ທ້າວຈົ່ວ ຊາວບ້ານ ຈາກແຂວງຫຼວງນ້ຳທາ ທີ່ເຮັດວຽກໃຫ້ບໍຣິສັດຈີນ ແຫ່ງນຶ່ງ ທີ່ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ຂອງບໍຣິສັດດັ່ງກ່າວ ຕີຈົນໄດ້ຮັບບາດເຈັບ ສາຫັດ ຂະນະທີ່ ເຈົ້າໜ້າທີ່ຕຳຣວດ ຍັງບໍ່ສາມາດຈັບ ຜູ້ກໍ່ເຫດໄດ້ເທື່ອ.
2022-07-18
ເຂື່ອນນ້ຳເທີນ 1 ມີ ນໍ້າຮົ່ວໄຫລອອກຈາກ ຂ້າງໂຕເຂື່ອນ ເຮັດໃຫ້ປະຊາຊົນ ໂດຍສະເພາະ ທີ່ຢູ່ໃກ້ກັບເຂື່ອນ ວິຕົກກັງວົນ ຍ້ອນຢ້ານເຂື່ອນຈະແຕກ ເພາະເຈົ້າຂອງເຂື່ອນ ແລະທາງການ ບໍ່ໄດ້ປະກາດເຕືອນ ຫຼືຊີ້ແຈງ ອະທິບາຍ ໃຫ້ຊາວບ້ານຮັບຮູ້ກ່ອນໜ້ານັ້ນ.
2022-07-18
ນາຍພົລ ສີໂຫ ລານພຸທກູນ ທໍາການປະຕິວັດ ເພື່ອໂຄ້ນລົ້ມຣັຖບານ ຂອງສເດັດ ເຈົ້າສຸວັນນະພູມາ ໃນເດືອນເມສາ ປີ 1964.
2022-07-17
ປະຊາຊົນ ປະມານ 4,000 ຄົນ ຢູ່ ເຂດເມືອງສະກາງ ຂອງພະມ້າ ຕ້ອງພາກັນຫຼົບໜີ ຈາກການໂຈມຕີ ຂອງທະຫານພະມ້າ ໃນວັນພະຫັດ ທີ່ຜ່ານມາ.
2022-07-17
ຊາວບ້ານ ຕາມລຳແມ່ນ້ຳຂອງ ລາວ-ໄທຍ ພວມປະສົບກັບ ບັນຫາຕາຝັ່ງເຈື່ອນ ນັບມື້ນັບຮຸນແຮງຂຶ້ນ, ເຊິ່ງນັກຊ່ຽວຊານ ໄດ້ວິຈັຍແລ້ວວ່າ ເປັນຍ້ອນສະພາວະ “ນ້ຳຫິວ”
2022-07-17
ມາຕການ ສນອງນ້ຳມັນ ໃຫ້ກັບປະຊາຊົນ, ແຕ່ປະຊາຊົນ ຍັງຈົ່ມວ່າ ລາຄານ້ຳມັນ ຍັງແພງຫຼາຍ, ຊຶ່ງຣັຖບານ ກໍໄດ້ອອກ ມາຕການແຊກແຊງ ດ້ວຍການຄວບຄຸມ ການແລກປ່ຽນເງິນຕຣາ ທັງເງິນບາດ ແລະ ເງິນດອນລ້າຣ໌ ໃຫ້ເປັນໄປຕາມ ອັຕຣາແລກປ່ຽນ ຂອງທະນາຄານ ກຳນົດ.
2022-07-17
ລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ, ປະຊາຊົນ ບໍ່ພໍໃຈກັບການແກ້ໄຂບັນຫາ ເຮັດໜັງສື ຜ່ານແດນ, ຊາວຄຣິສຕຽນ ເມືອງທ່າແຕງ ຖືກຂັບໄລ່ ອອກຈາກບ້ານ ພ້ອມຖືກມ້າງເຮືອນ, ກອງປະຊຸມ ສໄມສາມັນ ປິດລົງ ແຕ່ຍັງບໍ່ສາມາດແກ້ໄຂ ບັນຫາປາກ-ທ້ອງ.
2022-07-16
ລາວ-ວຽດນາມ ມີສາຍພົວພັນ, ການຮ່ວມກັນ ເປັນເວລາຫຼາຍສິບປີ, ທັງ 2 ປະເທດອ້າງວ່າ ເປັນສາຍພົວພັນພິເສດ ຊ່ອຍເຫຼືອກັນແລະກັນ ຢ່າງສຸດອົກສຸດໃຈ ຂະນະທີ່ ສປປ ລາວ ອາດບໍ່ໄດ້ປໂຍດ ຈາກສາຍພົວພັນນີ້ ຊຶ່ງ ສປປ ລາວ ກຳລັງຕົກຢູ່ໃນ ສພາບເສຖກິຈຂາລົງ ເປັນໜີຕ່າງປະເທດ ມະຫາສານ ລວມທັງວຽດນາມ ທີ່ເປັນເຈົ້າໜີ້ ຂອງ ສປປ ລາວ ນຳດ້ວຍ.
2022-07-15
ໄຂ້ເລືອດອອກ ກຳລັງຣະບາດ ໃນຫຼາຍແຂວງ ເຮັດໃຫ້ມີຜູ້ເສັຍຊີວິຕ ແລະຕິດເຊື້ອຫຼາຍຂຶ້ນ, ສ່ວນພາກຣັຖ ໄດ້ລົງໂຄສະນາ ໃຫ້ປະຊາຊົນຊ່ອຍເຫຼືອຕົນເອງ ໃນການຮັກສາ ຄວາມສະອດາດ ໂດຍສະເພາະ ບ່ອນເພາະພັນ ໜອນນ້ຳຍຸງລາຍ, ນອກເໜືອຈາກນີ້ ຍັງບໍ່ມີແຜນການຮັບມືແນວອື່ນ.