ຄົນງານ ຖືກຕີຈົນສາຫັດ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ

ສຸພັດຕາ
2022.07.18
ຄົນງານ ຖືກຕີຈົນສາຫັດ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ່ 11 ພຶສຈິກາ 2021.
RFA

ເມື່ອວັນທີ່ 14 ກໍຣະກະດາ ທີ່ຜ່ານມານີ້ ທ້າວ ຈົ່ວ ຊາວບ້ານ ຈາກແຂວງຫຼວງນໍ້າທາ ທີ່ເຮັດວຽກ ກັບບໍຣິສັດຂອງຈີນແຫ່ງນຶ່ງ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຖືກກຸ່ມພະນັກງານ ຮັກສາຄວາມປອດພັຍ ຂອງບໍຣິສັດດັ່ງກ່າວ ທີ່ເປັນຄົນພະມ້າ ໃຫ້ໃຊ້ທ່ອນເຫຼັກຕີຕາມລໍາໂຕ ຈົນໄດ້ຮັບບາດເຈັບສາຫັດ ແລະຖືກນໍາສົ່ງໂຮງໝໍ ໃນເວລາຕໍ່ມາ ເຊິ່ງກ່ອນໜ້ານັ້ນ ລາວເອງກໍຖືກນາຍຈ້າງ ກັກຂັງເປັນເວລາຫຼາຍມື້ ຍ້ອນເຮັດວຽກບໍ່ໄດ້ ໂດຍໃນປັດຈຸບັນ ເຈົ້າໜ້າທີ່ ປກສ ປະຈໍາເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ກໍາລັງສືບສວນ-ສອບສວນຢູ່, ແຕ່ກໍຍັງບໍ່ສາມາດຈັບໂຕນາຍຈ້າງ ແລະກຸ່ມພະນັກງານຮັກສາຄວາມປອດພັຍ ດັ່ງກ່າວໄດ້ເທື່ອ.

ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາ ຄົນງານລາວ ຄົນດັ່ງກ່າວ ແລະຜູ້ທີ່ອາສັຍຢູ່ ໃກ້ຊິດກັບລາວ ເພື່ອຖາມຄວາມຄືບໜ້າ ແລະທີ່ມາທີ່ໄປຂອງເຫດການດັ່ງກ່າວ ແຕ່ຍັງບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້.

ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ຄົນງານລາວຄົນດັ່ງກ່າວ ໄດ້ກ່າວໃນສື່ສັງຄົມອອນລາຍນ໌ ພາຍຫຼັງທີ່ຖືກທໍາຮ້າຍຮ່າງກາຍ ນັ້ນວ່າ:

“ເຂົາຕີ! ຂ້ອຍນັ່ງບໍ່ໄດ້ຫັ້ນນ່າ. ຂ້ອຍຈົນວ່າບໍ່ຮູ້ສຶກຫຍັງ ຄືນອນນີ້ງຢູ່ຫັ້ນແຫຼະ ແຕ່ເຂົາເວົ້າຫຍັງ ຂ້ອຍບໍ່ຮູ້ ຈຸຕໍາຣວດຫັ້ນ ເຂົາຖາມຊື່ຂ້ອຍ ຊື່ອິຫຍັງ ຕໍາຣວດຖາມວ່າ ແມ່ນໃຜຕີ ເຮົາວ່າ ຈຸ ຣປພ ນຸ່ງຊຸດດໍາ ມັນແລ່ນໄປໝົດ ຕໍາຣວດບໍ່ເຫັນເລີຍ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຫ້ອງການຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ເພື່ອຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວໃນເບື້ອງຕົ້ນວ່າ ທ່ານເອງ ກໍຍັງບໍ່ທັນຮູ້ເຫດການດັ່ງກ່າວເທື່ອ ແລະກໍຍັງບໍ່ມີພາກສ່ວນໃດ ຣາຍງານເຣື່ອງນີ້ໃຫ້ແກ່ທາງການໄປກວດກາ.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດາ ນີ້ວ່າ:

“ຢູ່ໃສ ຄືບໍ່ມີນ່າ ບໍ່ເຫັນຮູ້ເດີ້ ຂ້ອຍບໍ່ຮູ້ໃດ໋ນີ່ ຮູບເພິ່ນຂ້ອຍບໍ່ມີ ຄືວ່າບໍ່ມີນ່າ .”

ໃນຂະນະທີ່ ເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດີການສັງຄົມ ເມືອງຕົ້ນເຜິ້ງ ທ່ານນຶ່ງກ່າວວ່າ ທາງຫ້ອງການຂອງທ່ານເອງ ກໍຍັງບໍ່ທັນໄດ້ຮັບຣາຍງານ ເຫດການດັ່ງກ່າວເທື່ອ ແລະວ່າ ຄັນເກີດເຫດການຢູ່ພາຍໃນເຂດດັ່ງກ່າວ ກໍມີເຈົ້າໜ້າທີ່ ທີ່ຖືກແຕ່ງຕັ້ງ ເຂົ້າໄປຢູ່ພາຍໃນເຂດດັ່ງກ່າວ ເປັນຜູ້ຮັບຜິດຊອບຢູ່ແລ້ວ.

ດັ່ງທ່ານກ່າວວ່າ:

“ໜ່ວຍງານທີ່ກ່ຽວຂ້ອງ ຢູ່ໃນພື້ນທີ່ຫັ້ນແຫຼະ ຊ່ອຍເຫຼືອກັນກໍ ມັນກະມີໂຕແທນຢູ່ພຸ້ນ ເປັນຄົນຂອງແຂວງເນ້ ປກສ, ປກຊ. ຫຼືວ່າແມ່ນຫຍັງຕ່າງໆ ມີຄົບຢູ່ໃນຫັ້ນນ່າ.”

ແຕ່ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ປກສ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະຫ້ອງການ ປກສ ເມືອງຕົ້ນເຜິ້ງ ແຕ່ກໍບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ຄົນໃດໄດ້.

ສ່ວນຊາວລາວຫຼາຍຄົນ ທີ່ເຫັນຄຣິບວິດິໂອ ຂອງຄົນງານທີ່ໄດ້ຮັບບາດເຈັບ ສາຫັດດັ່ງກ່າວ ກໍບໍ່ຮູ້ຣາຍລະອຽດ ບ່ອນທີ່ມາທີ່ໄປ ຂອງເຫດການດັ່ງກ່າວ ແຕ່ກໍຢືນຢັນວ່າ ໃນໄລຍະຜ່ານມາ ກໍເຄີຍເກີດເຫດການ ຄົນງານລາວ ໃນເຂດດັ່ງກ່າວ ຖືກນາຍຈ້າງທໍາຮ້າຍຮ່າງກາຍ ແລະລົງໂທດ ຄັນວ່າເຮັດວຽກບໍ່ດີ ຫຼືເຮັດຜິດພາດ.

ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:

“ກໍຄືເຮົາເຫັນນໍາກັນ ຢູ່ໃນວິດິໂອຫັ້ນແຫຼະ ອີ່ຫຍັງຄວາມຈິງແມ່ນ ກະບໍ່ຮູ້ເນາະ ມັນກະເຄີຍເກີດຂຶ້ນ ສ່ວນຫຼາຍກໍ ຄົນທີ່ວ່າເຮັດດີ ມັນກໍດີຢູ່ ຄົນທີ່ວ່າ ເຮັດຜິດຕໍ່ລະບຽບເຂົາເຈົ້າ ເຂົາເຈົ້າກໍລົງໂທດຢູ່ ຄັນວ່າເຮັດດີເຂົາກະບໍ່ລົງໂທດເຖິງປານນັ້ນ ຕ້ອງເຮັດຜິດຕໍ່ບໍຣິສັດເຂົາເຈົ້າ ເຂົາຈຶ່ງເຮັດແນວນັ້ນ.”

ໃນຂະນະດຽວກັນ ຄົນງານລາວ ນາງນຶ່ງ ທີ່ເຄີຍຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແລ້ວຫຼົບໜີອອກມາໄດ້ ກ່າວວ່າ ໃນໄລຍະຫຼັງໆມານີ້ ລາວເອງກໍໄດ້ຍິນຂ່າວວ່າ ຢູ່ພາຍໃນເຂດເສຖກິຈດັ່ງກ່າວ ມີນາຍຈ້າງທໍາຮ້າຍຮ່າງກາຍ ຄົນງານລາວຢູ່ເລື້ອຍໆ ສາເຫດຍ້ອນບໍ່ພໍໃຈ ເຣື່ອງການເຮັດວຽກ ແລະລົງໂທດຄົນງານ ທີ່ພຍາຍາມຫຼົບໜີອອກຈາກເຂດ.

ດັ່ງຍານາງ ກ່າວວ່າ:

“ຕອນທີ່ເຮົາເຂົ້າໄປຢູ່ຫັ້ນ ມັນບໍ່ມີ ແຕ່ຫຼັງຈາກທີ່ເຮົາອອກມາຫັ້ນ ເພາະວ່າຄົນລັກອອກຫຼາຍກະ ມີກະຂ່າວ ທີ່ວ່ານາຍຈ້າງຕີເນາະ ມັນກະເປັນບົດຮຽນຂອງເຮົາ ເຈິະແບບນັ້ນ ມາກະຖືກບ່ອນດີມັນກະດີຫັ້ນລະ ຄົນຢູ່ແຖວນະຄອນຫຼວງນີ້ກະໄປ ກະໜີກັນອອກມາໄດ້ ກະດີ.”

ທາງດ້ານນັກກົດໝາຍທ່ານນຶ່ງ ກ່າວວ່າ ກໍຣະນີ ທີ່ພະນັກງານຮັກສາຄວາມປອດພັຍ ຮວມທັງນາຍຈ້າງ ທໍາຮ້າຍຮ່າງກາຍ ຄົນງານລາວ ຈົນບາດເຈັບສາຫັດນັ້ນ ຖືວ່່າມີຄວາມຜິດຮ້າຍແຮງ ເຊິ່ງຕາມຫຼັກການ ແລະ ຂັ້ນຕອນຂອງກົດໝາຍແລ້ວ ຜູ້ເສັຍຫາຍຈະຕ້ອງແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດ ເພື່ອໃຫ້ຕາມຈັບຜູ້ກ່ຽວມາດໍາເນີນຄະດີ ແລະສົ່ງຟ້ອງສານ.

ດັ່ງທ່ານກ່າວວ່າ:

“ຄັນທໍາຮ້າຍຮ່າງກາຍນິ່ ສ່ວນຫຼາຍແມ່ນເຈົ້າໜ້າທີ່ພວກ ປກສ ເມືອງ ເປັນຄົນດໍາເນີນຄະດີ ເຮົາໄປຮ້ອງຟ້ອງຢູ່ຫັ້ນເນາະ ສົ່ງໃຫ້ສານແກ້ ມັນກະຕ້ອງກວດເບິ່ງ ບາດແຜ ທີ່ວ່າເຂົາຖືກທໍາຮ້າຍ ຕ້ອງໃຫ້ແພດ ຢັ້ງຢືນວ່າ ບາດເຈັບສາຫັດບໍ ສາມາດກັບມາຄືນດີໄດ້ບໍ່.”

ຢ່າງໃດກໍຕາມ ປັດຈຸບັນ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນເຂດທີ່ຄົນງາລາວ ແລະຄົນງານຈາກປະເທດເພື່ອນບ້ານ ເປັນຕົ້ນ: ຈາກໄທຍ ໄດ້ພາກັນລະມັດລະວັງຢ່າງຫຼາຍທີ່ສຸດ ແລະກໍຢ້ານທີ່ຈະຖືກຕົວະໄປເຮັດວຽກ ແບບກົດຂີ່ແຮງງານ ຫຼືຖືກຄ້າມະນຸສຢູ່ໃນເຂດດັ່ງກ່າວ.
ເຊິ່ງໃນເດືອນມິຖຸນາ ທີ່ຜ່ານມານີ້ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ຣາຍງານຕໍ່ກອງປະຊຸມ ຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕວ່າ ໃນໄລຍະຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ສາມາດໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄດ້ທັງໝົດ 477 ຄົນ ທັງຄົນລາວ ແລະຕ່າງປະເທດ ໂດຍໃນນັ້ນ ມີແມ່ຍິງ 199 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.