ທະຫານພະມ້າ ໂຈມຕີ ປະຊາຊົນ ຢູ່ເມືອງສະກາງ

ອຸ່ນແກ້ວ
2022.07.17
ທະຫານພະມ້າ ໂຈມຕີ ປະຊາຊົນ ຢູ່ເມືອງສະກາງ ຊາວບ້ານ ເຂດເມືອງສະກາງ ພາກັນ ໜີການສູ້ຣົບ ໃນວັນທີ 14 ກໍຣະກະດາ 2022
ຮູບພາບ: Depayin township Internally Displaced Persons support group via Myanmar Service

ທະ​ຫານພະມ້າໂຈມຕີເຂດພົເຮືອນ ເຮັດໃຫ້ຊາວບ້ານ 4,000 ປາຍຄົນ ຈາກ 15 ບ້ານ ຢູ່ເຂດສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ຊາວບ້ານຕ້ອງໜີ ອອກຈາກບ້ານ ເພື່ອຫຼົບຄວາມຮຸນແຮງ.

ການ​ໂຈມຕີດັ່ງກ່າວ ເກີດຂຶ້ນເປັນເວລາ 3 ມື້ ແລ້ວ ແລະ ຍັງສືບຕໍ່ມາຮອດວັນສຸກ ຢູ່ເຂດເມືອງສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ໂດຍມີທະຫານພະມ້າ ປະມານ 100 ຄົນ ໄດ້ຫັນມາໂຈມຕີ ພົລເຮືອນແທນ ເຊິ່ງຂັດ​​ຕໍ່ຫຼັກການ ທາງການທະຫານ.

ມີ​ຍົນເຮລິຄອບເຕີ້ຣ໌ 4 ລຳ ໄດ້ໂຈມຕີໝູ່ບ້ານ ເຮັດໃຫ້ມີຜູ້ເສັຽຊີວິຕ 1 ຄົນ ຊື່ວ່າ ຂິນ ເມືອງສານ ແລະ ມີຜູ້ຍິງ ກັບຜູ້ຊາຍໄດ້ຮັບບາດເຈັບ.

ປະ​ຊາຊົນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີແນກພາສາພະມ້າ ວ່າ:

ມີຜູ້ເສັຽຊີວິຕຄາທີ່ ແລະ ຜູ້ຍິງໄດ້ຮັບບາດເຈັບສາຫັດ ຢູ່ຂັນໄດບ້ານ ແລະ ລາວກໍໄດ້ຮັບການຮັກສາ ຈາກກອງກຳລັງ ສະພາທະຫານພະມ້າ. ປະຊາຊົນພາກັນຫຼົບໜີ ບໍ່ກ້າກັບຄືນບ້ານ ຈົນກະທັ້ງທະຫານພະມ້າ ຈະອອກຈາກບ້ານເຂົາເຈົ້າກ່ອນ. ສະພາບທາງພາກພື້ນດິນ ມີຄວາມອັດຕະຄັດຫຼາຍ.”

ປະ​ຊາຊົນ ກ່າວວ່າ ມີປະຊາຊົນປະມານ 100 ຄົນ ບໍ່ຍອມໜີຈາກບ້ານ ແລະ ເຂົາເຈົ້າຖືກບັງຄັບ ແລະ ພວກທະຫານ ພາກັນມາກວດຂໍ້ຄວາມໂທຣະສັບ ເຂົາເຈົ້າ ວ່າມີການຕິດຕໍ່ ກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນຫຼືບໍ່.

ປະ​ຊາຊົນ ກ່າວວ່າ ຍົນເຮລິຄອບເຕີ້ຣ໌ ຂອງທະຫານພະມ້າ ໄດ້ຍິງປືນໃສ່ໝູ່ບ້ານ ໃນວັນທີ 2 ກໍຣະກະດາ ທີ່ຜ່ານມາ.

ຊາວ​ເມືອງດັ່ງກ່າວ ຕ້ອງຕໍ່ຕ້ານກັບທະຫານພະມ້າ ທີ່ຍຶດອຳນາດມາແຕ່ ວັນທີ 1 ກຸມພາ 2021, ໂດຍ ເຂົ້າເຈົ້າ ມີການຈັດຕັ້ງກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຫຼື PDF ຫຼັງຈາກທະຫານ ເຂົ້າມາຍຶດອຳນາດ ຈາກພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ແລະ ມີການຕັດສັນຍາໂທຣະສັບ ແລະ ອິນເຕີຣ໌ເນັຕ.

ປະ​ຊາຊົນທີ່ໜີການສູ້ຣົບ ໄດ້ກ່າວວ່າ:

ພວກເຮົາຕ້ອງໜີປະເລົ້າເຂົ້າ, ສັດລ້ຽງ ບໍ່ວ່າ ຈະເປັນງົວ ແລະ ແບ້. ພວກເຮົາເປັນຫ່ວງສັດລ້ຽງ ຖ້າວ່າ ສັດລ້ຽງຖືກຍິງຕາຍ ພວກເຮົາຈະບໍ່ມີຫຍັງເຫຼືອ ພວກເຮົາບໍ່ມີວຽກເຮັດ ແລະ ຍາກທີ່ຫາລ້ຽງອບຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກ ຖືກ​ຍິງ ຍ້ອນ​ການ​ໂຈມ​ຕີ ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສັມ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ, ເດັກນ້ອຍແມ່​ຍິງ ອາ​ຍຸ 15 ປີ, ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.

ມີ​ທະ​ຫານ​ພະ​ມ້າປະ​ມານ 100 ຄົນ ໄດ້​ເຂົ້າ​ມາທີ່​ໝູ່​ບ້ານ ໃນ​ວັນ​ທີ​ 10 ກໍ​ຣະ​ກະ​ດາ ແລະ ບັງ​ຄັບ​ໃຫ້​ຊາວ​ບ້ານທັງ​ໝົດ ໜີ​ເຂົ້າ​ໄປ​ໃນ​ປ່າ.

ຊາວ​ບ້ານ​ກ່າວ​ວ່າ: “ເຫດ​ເກີດ​ໃນ​ຕອນສວາຍ ​ວັນ​ທີ 10 ກໍ​ຣະ​ກະ​ດາ ທະ​ຫານ​ພະ​ມ້າ​ ພາ​ກັນ​ເຂົ້າ​ມາ ທາງ​ຕາ​ເວັນ​ອອກ​ ຂອງ​ບ້ານ ແລະ ຊາວ​ບ້ານກໍ​ພາ​ກັນ​ໜີ.”

ຊາວ​ບ້ານ​ກ່າວ​ຕື່ມ​ວ່າ: “ມີ​ຜູ້​ຍິງ 2 ຄົນ, ເດັກນ້ອຍແມ່​ຍິງ 1 ຄົນ ເສັຽ​ຊີ​ວິຕ ທີ່​ຖືກ​ພົບ​ສົບ​ຢູ່​ຫ້ອງ​ນ້ຳ ແລະ ມີ​ຜູ້​ຊາຍ​ເສັຽ​ຊີ​ວິຕ​ ທີ່​​ຖືກ​ເຊືອກ​ມັດ​ຄໍ​ຢູ່.”

ໃນ​ທີ່​ສຸດ ພວກ​ທະ​ຫານ ກໍ​ອອກ​ຈາກ​ໝູ່​ບ້ານ ໃນ​ວັນ​ທີ 11 ກໍ​ຣະ​ກະ​ດາ ຊາວ​ບ້ານ​ຈຶ່ງ​ເຂົ້າ​ມາ​ ພົບ​ສົບ​ຜູ້​ເສັຽ​ຊີ​ວິຕ.

ຊາວ​ບ້ານ ໄດ້​ກ່າວ ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ສົບ​ຜູ້​ເສັຽ​ຊີ​ວິຕ ຖືກ​ຝັງ ນອກ​ໝູ່​ບ້ານ.   

ຍັງ​ບໍ່​ຈະ​ແຈ້ງວ່າ ເປັນ​ຍ້ອນ​ສາ​ເຫດ​ຫຍັງ ໜ່ວຍ​ງານ​ຂອງ​ທະ​ຫານພະ​ມ້າ ຈຶ່ງ​ບຸກ​ໂຈມ​ຕີບ້ານ ແລ້ວສັງ​ຫານ​ປະ​ຊາ​ຊົນ. ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ: ຊາວ​ບ້ານ​ກຳ​ລັງ​ລ້ຽງ​ງົວ, ເກືອ​ໝູ​ຢູ່ໃນ​ບ້ານ ແລະ ເຂົາ​ເຈົ້າ​ກໍ​ຖືກ​ຍິງ ໂດຍ​ທະ​ຫານ​ພະ​ມ້າ.

ປະ​ຊາ​ຊົນ ກ່າວ​ວ່າ:

ພວກ​ທະ​ຫານ​ພະ​ມ້າ ບໍ່​ສົນ​ກັບ​ຊີ​ວິດຕມະ​ນຸ​ສ ປະ​ຊາ​ຊົນ​ຖືກ​ທໍ​ລະ​ມານ ແລະ ຖືກ​ສັງ​ຫານ ພວກ​ເຮົາ​ມີ​ການ​ບັນ​ທຶກວີ​ດີ​ໂອ ຢູ່​ໃນ​ພື້ນ​ທີ່​ ທີ່​ມີ​ການ​ສັງ​ຫານ ແລະ ຫຼຸມ​ສົບ.”

ປະ​ຊາ​ຊົນ​ກ່າວ​ວ່າ: “ມີ​ການ​ສຳ​ເນົາ​ວີ​ດີ​ໂອ (Copy) ໃຫ້​ແກ່​ໜ່ວຍ​ງານ ກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ເຊິ່ງເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ສົ່ງ​ວີ​ດີ​ໂອ​ດັ່ງ​ກ່າວ ໃຫ້​ໂຕ​ແທນຣັ​ຖ​ບານ​ເງົາ ຂອງ​ພະ​ມ້າ.”  

ແຫຼ່ງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ: ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ແມ່ນ​ພົ​ລ​ເຮືອນ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງກັບ ຝ່າຍ​ຕໍ່​ຕ້ານ​ທະ​ຫານ.”

ນອກ​ຈາກນີ້, ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ​ແຫ່ງ​ຊາ8 ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ​ ຈຳ​ຄຸກ​ຕ​ລອດ​ຊີ​ວິ8 ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ ໃນ​ເດືອນ​ທີ່​ຜ່ານ​ມາ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິຕ ທ້າວເພກອ​ນ, ທ້າວເມືອງເຢັນ ແລະ ທ້າວໂຈ​ເຊບ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ຣັ​ຖ​ສານ ມີ​ຊາຍ​ແດນ​ຕິດ​ກັບ ຣັ​ຖ​ກະ​ຢາ ບ່ອນ​ທີ່ ທະ​ຫານ​ກະຫ​ລ່ຽງ ໄດ້​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ ເພື່ອຄວາມ​ເປັນ​ເອກ​ຣາຊ. ການ​ຕໍ່​ສູ້​ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ທະ​ຫານກະ​ຫລ່ຽງ ໂດຍ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່ໄດ້​ພາ​ກັນເຂົ້າ​ໄປ​ຢູ່​ໃນ​ເຂດ​ຣັ​ຖ​ສານ. ນອກ​ຈາກນີ້ ຍາງ ອອນຊານ ຊູຈີຫົວໜ້າສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ທີ່ຖືກທະຫານພະມ້າ ຍຶດດດຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ ນັບແຕ່ເດືອນມິຖຸນາ ທີ່ຜ່ານມາ. ແຫຼ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ສານ ນະຄອນຫລວງ ເນປີດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ:

ຄະດີ ຂອງຍານາງ ອອງ ຊານ ຊູຈີ ແລະ ຄົນໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ.”

ຜູ້​ທີ່ເຫັນເຫດການ ຖືກທະຫານພະມ້ານຳໂຕມາສືບສວນ​-ສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງ ບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ. ທີ່ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ ນະຄອນຫລວງ ເນປີດໍ ເຊິ່ງດຳເນີນການ ຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ. ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາ ທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ຣັບານ ຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັບານ ຂອງຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບແລະ ກັກໂຕ ນັບແຕ່ທະຫານເຂົ້າມາຍຶດອຳນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ທະຫານພະມ້າເຂົ້າມາຍຶດອຳນາດ. ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາຣະນາ ຢູ່. ຖ້າມີການຕັດສິນໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນຈຳຄຸກ ເປັນເວລາ 100 ປາຍ ປີ

ທະ​ຫານພະມ້າ ທີ່ຍຶດອຳນາດ ໄດ້ປະກາດ ວ່າ:

ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງຂັງຄຸກ ພາຍໃຕ້ກົດໝາຍອາສຍຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍລິເວນ ຢູ່ພາຍໃນບ້ານພັກ.”

ທະ​ຫານພະມ້າ ໄດ້ມີການວາງກຳລັງເຈົ້າໜ້າທີ່ ຢູ່ຄຸກຄຸມ​​ຂັງ ແລະ ໄດ້ເພີ່ມການຮັກສາຄວາມປອດພັຍ ຫຼັງຈາກ ຍາງ ນາງ ອອງ ຊານ ຊູຈີ ຖືກນຳໂຕມາ ຢູ່ຄຸກນະຄອນຫລວງ ເນປີດໍ

ກອງ​ກຳ​ລັງ ​ປະ​ສົມ​ທະ​ຫານ​ພະ​ມ້າ ແລະ ກຸ່ມ​ຕິດ​ອາ​ວຸດທີ່​ສ​ນັບ​ສ​ນູນ ​ທະ​ຫານ​ພະ​ມ້າ ໄດ້​ສັງ​ຫາ​ນ​ພົ​ລ​ເຮືອນ 20 ປາຍ ຄົນ ໃນ​ເດື​ອນພືດ​ສ​ພາ ທີ່​ຜ່ານ​ມາ ນີ້ ຢູ່​ໃນ​ເຂດ​ສະ​ກາງ ຂອ​ງ​ພະ​ມ້າ ອີງ​​ຕາມ​ແຫຼ່ງ​ຂ່າວ ຜູ້​ທີ່​ເວົ້າ​ວ່າ ທະ​ຫານ​ພະ​ມ້າ ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ ​ນອນ​ຂວ້າມ​ໜ້າ ແລ້ວ ສັງ​ຫານ​ເຂົາ​ເຈົ້າ.

ສຳ​ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ໄດ້​ຣາຍ​ງານ​ວ່າ ຜູ້​ທີ່​ເຄາະ​ຮ້າຍລວມ ຜູ້​ຊາຍ​ອາ​ຍຸ 70 ປີ ແລະ ໄວ​ໜູ່ມ​ທີ່​ເປັນ​ຜູ້​ຍິງຢູ່​ນຳ ທີ່​ຖືກ​ສັງ​ຫານ​ໃນ​ວັນ​ທີ 2 ພຶ​ສ​ພາ, 3 ຄົນ ມາ​ຈາກ​ບ້ານ ເຊ​ກູນ, 6 ຄົນ ຈາກ​ບ້ານນີ ອອງ ບິນ, 9 ຄົນ ມາ​ຈາກ ​ບ້ານອອດ​ໂປ, 1 ຄົນ ມາ​ຈາກ ​ບ້ານອິນ​ພາດ ແລະ ອີກ 1 ຄົນ ມາ​ຈາກ​ບ້ານ​ມາ​ລີ​ຕາ.

ປະ​ຊາ​ຊົນ ບ້ານອອ​ດ​ໂປ ໄດ້​ກ່າວ​ວ່າ ຜູ້​ທີ່​ຖືກ​ສັງ​ຫານ ເປັນ​ພົ​ລ​ເຮືອນ ທີ່​ພາກ​ກັນ​ມາ​ລີ້​ຈາກ ​ກຸ່ມ​ພວກ​ທະ​ຫານພະ​ມ້າ ມາ​ຢູ່​ໃນ​ເຂດ​ທີ່ບໍ່​ມີ​ການ​ຍຶດ​ຄອງ​ ຂອ​ງ​ທະ​ຫານ.

ປະ​ຊາ​ຊົນ​ກ່າວ​ວ່າ:

ພວກ​ເຮົາ​ໄດ້​ຍິນ​ວ່າ ທະ​ຫານ​ກຳ​ລັງ​ເຂົ້າ​ມາ ແລະ ຊາວ​ບ້ານ​ກໍ​ພາ​ກັນ​ຫຼົບ​ໜີ ດ້ວຍ​ຄວາມ​ຢ້ານ​ກົວ. ຫຼາ​ຍ​ຄົນ​ກໍ​ພາ​ກັນ ​ຫຼົບ​ເຂົ້າ​ໄປບ່ອນ​ລີ້​ຊ້ອນ ແລະ ໃນ​ເວ​ລາ​ນັ້ນ ທະ​ຫານ​ກໍ​ ເຂົ້າ​ມາ​ພົບ​ພໍ​ດີ.”

ຊາວ​ບ້ານ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ ທະ​ຫານ​ສັ່ງ​ໃຫ້​ຊາວ​ບ້ານ​ພາ​ກັນ​ນອນ​ຂວ້າມ​ໜ້າ​ ແລະ ກໍ​ຍິງ​ໃສ່​ຫົວ​ເຂົາ​ເຈົ້າ. ທະ​ຫານບອກ​ໃຫ້​ພວກ​ເດັກ​ນ້ອຍ ອອກ​ໄປຈາກ​ສະ​ຖານ​ທີ່​ດັ່ງ​ກ່າວ ກ່ອນ​ທີ່​ທະ​ຫານ​ ກະ​ທຳ​ການ​ສັງ​ຫານ​ຊາວ​ບ້ານ.

ແມ່​ຊີ ທີ່ຖືກ​ບັງ​ຄັບ​ໃຫ້​ຮັບ​ໃຊ້ ​ພວກ​ທະ​ຫານ​ພະ​ມ້າ ໄດ້​ຫຼົບ​ໜີຈາກ​ພື້ນ​ທີ່​ດັ່ງ​ກ່າວ ຫຼັງ​ຈາກ​ຮູ້​ວ່າ ພວກ​ທະ​ຫານ​ພະ​ມ້າ ​ຈະ​ເຂົ້າ​ມາ​ໃນ​ພື້ນ​ທີ່.

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ພວກ​ທະ​ຫານ​ພະ​ມ້າ ໄດ້​ເຜົາ​ຣົ​ຖ​ຂອງ​ຊາວ​ບ້ານ​ຫຼາຍ​ຄັນ ໃນບ້ານອອດ​ໂປ.

ແຫຼ່ງ​ຂ່າວ​ອີກ​ຄົນ​ນຶ່ງ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: “ໃນ​ມື້​ດຽວ​ກັນ, ກໍ​ມີ​ການ​ຕໍ່​ສູ້​ກັນ ລະ​ຫວ່າງ ​ທະ​ຫານ​ພະ​ມ້າ ກັບ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ທີ່​ຢູ່ໃກ້​ກັບ​ການ​ບ້ານ ເຊ​ກູນ ແລະ ບ້ານ ຊີບີກອນ ໂດຍ ທີ່​ທະ​ຫານ​ພະ​ມ້າ ​ໄດ້​ຍິງ​ປືນ​ໃຫຍ່​ເຂົ້າ​ມາ​ໃນ​ພື້ນ​ທີ່ ເປັນ​ເຫດ​ເຮັດ​ໃຫ້​ຊາວ​ບ້ານເສັຽ​ຊີ​ວິຕ 3 ຄົນ ແລະ ບາດ​ເຈັບ 6 ຄົນ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.