ເຣື້ອງທີ່ເກັບບັນທຶກໄວ້
2023-05-19
ເກີດຂໍ້ຂັດແຍ່ງ ທາງດ້ານທີ່ດິນ ລະຫວ່າງ ບໍຣິສັດຈີນ, ບໍຣິສັດລາວ ທີ່ຖືກກ່າວຫາວ່າ ບຸກລຸກດິນຂອງຊາວບ້ານ ແລະ ພະນັກງານ ຂອງບໍຣິສັດ ໄດ້ທຳຮ້າຍຮ່າງກາຍຊາວບ້ານ ສະນັ້ນທາງການແຂວງອັດຕະປື ຈຶ່ງສັ່ງໃຫ້ ໂຈະການບຸກເບີກຊົ່ວຄາວ ພາຍຫຼັງ ເຣື່ອງນີ້ກາຍເປັນປະເດັ່ນດັ່ງ ໃນສື່ສັງຄົມອອນລາຍນ໌.
2023-05-19
ທ້າວ ບຸນສວນ ກິດຕິຍາໂຍ ອາຍຸ 56 ປີ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ແລະເປັນຜູ້ລີ້ພັຍຢູ່ໄທຍ ທີ່ຮັບການຄຸ້ມຄອງສິດ ແລະສວັດດິພາບ ຈາກສໍານັກງານ ຂ້າຫຼວງໃຫຍ່ ຜູ້ລີ້ພັຍແຫ່ງສະຫະປະຊາຊາຕ ຖືກຄາຕກັມ ຢູ່ບໍຣິເວນບ້ານໂນນຈິກ ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-18
ການຮັບສມັກຄົນງານລາວ ເພື່ອໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຕາມຣະດູການ ໃນໄລຍະ 5 ເດືອນ, ເຊິ່ງມີຊາວບ້ານ ໃນເມືອງປາກກະດິງ ຈຳນວນນຶ່ງສົນໃຈສມັກ, ແຕ່ບາງຄົນ ຍັງບໍ່ຮູ້ຂ່າວນີ້ ແລະອີກສ່ວນນຶ່ງ ຄິດວ່າຄ່າໃຊ້ຈ່າຍແພງ ເມື່ອຄິດສເລັ່ຽແລ້ວ ອາດບໍ່ກຸ້ມທຶນ.
2023-05-18
ການເສັຽຄ່າທຳນຽມທາງ ປະຈຳປີ 2023 ຂອງຍານພາຫະນະ ທຸກປະເພດ ຈະຕ້ອງໄດ້ເສັຽ ພາຍໃນວັນທີ 30 ກັນຍາ 2023 ເຊິ່ງປີນີ້ ເຈົ້າຂອງພາຫະນະ ມີເວລາເຖິງ 3 ເດືອນ, ແຕ່ຫາກວ່າ ກາຍກຳນົດເວລາດັ່ງກ່າວ ຫຼື ລະເມີດການເສັຽຄ່າທຳນຽມທາງ ຈະຖືກປັບໃໝໃນອັດຕຣາ 0.1% ຕໍ່ມື້.
2023-05-18
ຊາວລາວ ຢາກໃຫ້ພາກຣັຖ ແລະ ສະພາແຫ່ງຊາຕ ຊ່ອຍແກ້ໄຂ ບັນຫາເສຖກິຈ-ການເງິນ ເພາະປັດຈຸບັນ ບັນຫາດັ່ງກ່າວນີ້ ຖືວ່າໜັກໜ່ວງຫຼາຍ ແລະ ກະທົບຕໍ່ປະຊາຊົນລາວ ໃນທົ່ວປະເທດ ຢ່າງຖ້ວນໜ້າ ທັງລາຄາສິນຄ້າແພງ ແລະ ເງິນກີບທີ່ອ່ອນຄ່າ ລົງຫຼາຍ.
2023-05-18
ຄົນລາວຈຳນວນຫຼາຍ ເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ຢ່າງຕໍ່ເນື່ອງ ໂດຍສະເພາະ ກຸ່ມຊາວໜຸ່ມທີ່ເພີ່ມຂຶ້ນເລື້ອຍໆ, ໃນນັ້ນ ບາງຄົນເລືອກທີ່ຈະໄປ ແບບຜິດກົດໝາຍ ເນື່ອງຈາກ ຄ່າໃຊ້ຈ່າຍ ໃນການແລ່ນເອກກະສານ ແພງຫຼາຍ ສ່ວນສາເຫດ ທີ່ຊາວໜຸ່ມລາວຕ້ອງໜີໄປເຮັດວຽກ ຢູ່ໄທຍ ກໍຍ້ອນວ່າ ຄ່າຈ້າງຫຼາຍກວ່າ ເຮັດວຽກຢູ່ລາວ.
2023-05-18
ທຸຣະກິຈ ຂນາດນ້ອຍ ແລະກາງ ຢູ່ລາວເຣີ່ມຂຍາຍໂຕ, ແຕ່ກໍຍັງຂາດການສນັບສນູນ ຢ່າງຈິງຈັງ ແລະພຽງພໍ ຈຶ່ງເຮັດໃຫ້ເກີດເປັນອຸປະສັກ ເພາະບໍ່ມີທຶນ, ຂັ້ນຕອນການຢືມເງິນ ກາຍເປັນອຸປະສັກຢ່າງນຶ່ງ ແລະ ສຳຄັນທີ່ສຸດຄື ດ້ານວິຊາການ ແລະຄວາມຮູ້ ໃນການປະກອບ ທຸຣະກິຈ ເຫຼົ່ານັ້ນ.
2023-05-17
ປະຕິກິຣິຍາ ຂອງ ຊາວລາວທົ່ວໄປ ແລະ ຊາວໜຸ່ມລາວ ຈຳນວນຫຼາຍ ທີ່ຕິດຕາມການເລືອກຕັ້ງທົ່ວໄປ ຂອງໄທຍ ຢ່າງໃກ້ຊິດ ເຖິງວ່າຈະບໍ່ມີຜົລໂດຍຕຣົງ ຕໍ່ປະເທດລາວກໍຕາມ, ຂະນະທີ່ຫຼາຍຄົນ ເຫັນວ່າ ຖ້າການເມືອງໄທຍສງົບ ແລະ ເສຖກິຈໄທຍ ດີຂຶ້ນແທ້, ເສຖກິຈລາວ ຈະໄດ້ຮັບຜົລນັ້ນນຳດ້ວຍ.
2023-05-17
ງົບປະມານ ຂອງໂຄງການອາຫານທ່ຽງ ທີ່ຣັຖບານຮັບຄືນມາຈາກ ອົງການອາຫານໂລກ ຢູ່ 3 ແຂວງພາກເໜືອ ເຊິ່ງມີງົບປະມານ ບໍ່ພຽງພໍ ເຮັດໃຫ້ ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນ ຕ້ອງໄດ້ຈ່າຍຄ່າອາຫານຊ່ວຍໂຮງຮຽນ ຫຼື ເອົາເຂົ້າໄປກິນເອງ.
2023-05-17
ການບໍຣິການ ທາງການແພດ ຢູ່ໂຮງໝໍນ້ອຍຫຼາຍແຫ່ງ ໃນພື້ນທີ່ເຂດນອກ ຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ ຍັງຄົງປະສົບບັນຫາ ຫຼາຍດ້ານ ໂດຍສະເພາະຂາດງົບປະມານ ເພື່ອສັນຫາອຸປະກອນການແພດ ແລະຍິ່ງກວ່ານັ້ນ ຄືຂາດບຸກຄະລາກອນ ພ້ອມກັບການບໍຣິການ ທີ່ບໍ່ໄດ້ຄຸນນະພາບ.
2023-05-17
ຄ່າຄອງຊີບ ຢູ່ນະຄອນຫຼວງພຣະບາງ ສູງທີ່ສຸດ ເມື່ອທຽບໃສ່ທຸກເມືອງໃນ ສປປ ລາວ, ຂະນະທີ່ອັດຕຣາເງິນກີບເຟີ້ ສະເພາະຢູ່ແຂວງນີ້ ໃນເດືອນພຶສພາ ສູງເຖິງ 54.92% ສ່ວນລາຄາສິນຄ້າ, ອາຫານ ແລະຄ່າບໍຣິການຕ່າງໆ ກໍສູງຂຶ້ນໄປຕາມໆກັນ.
2023-05-16
ມີກຸ່ມຄົນຈີນ ທີ່ເປັນພະນັກງານ ຂອງບໍຣິສັດ “ສີຊີນ ພັດທະນາກະສິກຳ ຈໍາກັດຜູ້ດຽວ” ຂອງນັກລົງທຶນຈີນ ໄດ້ເຂົ້າມາບຸກລຸກ ທີ່ດິນຂອງຊາວບ້ານ ຢູ່ບ້ານໜອງຫີນ ເມືອງສນາມໄຊ ແຂວງອັດຕະປື ແລະ ທໍາຮ້າຍຊາວບ້ານ 2 ຄົນ ທີ່ເປັນເຈົ້າຂອງທີ່ດິນ.
2023-05-16
ໃນຍຸກເຂົ້າຍາກໝາກແພງ ເຮັດໃຫ້ຈຳນວນໂຈນ ອອກປຸ້ນ ເພີ່ມຫຼາຍຂຶ້ນ ແລະທີ່ຜ່ານມາເຈົ້າໜ້າທີ່ ຕຳຣວດ ຍັງບໍ່ສາມາດ ບັງຄັບໃຊ້ກົດໝາຍ ຫຼື ຈັບໂຈນໄດ້ ເທົ່າທີ່ຄວນ ເປັນເຫດຜົລນຶ່ງ ທີ່ເຮັດໃຫ້ ຄົນຂີ້ລັກງັດແງະ ບໍ່ຢ້ານ ຫຼືໄດ້ໃຈ ອອກອາລະວາດ ໜັກຂຶ້ນທຸກມື້.
2023-05-16
ສປປ ລາວ ອອກພັນທະບັດ ເປັນສະກຸນເງິນກີບ ມູນຄ່າ 2,000 ຕື້ກີບ, ຄັ້ງທີ 3 ເຊິ່ງອາຍຸ ພັນທະບັດ 6 ເດືອນ ແລະອັດຕຣາດອກເບັ້ຽ 15% ຕໍ່ປີ ໂດຍກໍານົດມື້ວາງຈໍາໜ່າຍ ລະຫວ່າງ ວັນທີ 15-17 ພຶສພາ 2023 ຂະນະທີ່ ສະຖາບັນການເງິນ ຕ່າງປະເທດ ເຫັນວ່າ ການຊື້-ຂາຍພັນທະບັດ ສະກຸນເງິນກີບ ຍັງມີຄວາມສ່ຽງສູງ.
2023-05-16
ສັດນໍ້າ ແລະສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຖືກລ່າຂາຍ ຊຶ່ງເຮັດໃຫ້ ບັນດາສັດທີ່ເຫຼືອຢູ່ ໃນປັດຈຸບັນ ມີຄວາມສ່ຽງສູງ ທີ່ຈະສູນພັນ ໃນຂະນະດຽວກັນ ເຈົ້າໜ້າທີ່ ຍັງກວດກາລາດຕາເວນ ໃຫ້ຄວາມຮູ້ ແກ່ປະຊາຊົນ ແລະບັງຄັບໃຊ້ກົດໝາຍ ຍັງບໍ່ທົ່ວເຖິງ.