ເປີດຮັບສມັກຄົນງານລາວ ໃນເມືອງປາກກະດິງ ໄປເຮັດວຽກຢູ່ເກົາຫຼີໃຕ້
2023.05.18

ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງປາກກະດິງ ແຂວງບໍຣິຄຳໄຊ ເປີດຮັບສມັກຄົນງານລາວ ທີ່ເປັນຄົນເມືອງປາກກະດິງ ໃນລະຫວ່າງ 50 ຫາ 100 ຄົນ ເພື່ອໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ໃນເມືອງເມັຽຍາງ ໃນໄລຍະເດືອນກໍຣະກະດາ ປີ 2023 ນີ້, ເຊິ່ງເປັນວຽກຕາມຣະດູການ ດ້ານການກະເສດ ໃນໄລຍະ 5 ເດືອນ, ໂດຍບໍ່ຕ້ອງຮຽນພາສາເກົາຫຼີ, ເຊິ່ງທາງເມືອງປາກກະດິງ ກຳນົດເປີດຮັບສມັກຄົນງານລາວ ຈົນເຖິງວັນທີ 19 ພຶສພາ 2023.
ສາເຫດທີ່ທາງການລາວ ເປີດຮັບສມັກຄົນງານລາວ ສະເພາະແຕ່ເມືອງປາກກະດິງ ກໍແມ່ນວ່າ ຣັຖບານລາວ ໄດ້ມີການເຮັດບົດບັນທຶກ ກັບທາງການເກົາຫຼີໃຕ້ ກ່ຽວກັບການຈັດສົ່ງຄົນງານລາວ ໄປເຮັດຕາມຣະດູການ ຕາມກົດໝາຍ. ທາງການລາວ ຈຶ່ງພະຍາຍາມສົ່ງເສີມຄົນງານລາວ ໃນແຕ່ລະເມືອງ ແຕ່ລະແຂວງ ໄດ້ມີວຽກເຮັດງານທຳ ເພີ່ມຂຶ້ນ.
ສຳລັບຄ່າໃຊ້ຈ່າຍ, ຖ້າຜູ້ໃດບໍ່ມີເງິນ ທາງບໍຣິສັດຈັດຫາງານ ທີ່ຮັບຜິດຊອບ ໃນການຈັດສົ່ງຄົນງານ ໄປເກົາຫຼີໃຕ້ ກໍຈະອອກຄ່າໃຊ້ຈ່າຍທັງໝົດ ໃຫ້ກ່ອນ ແລະ ທາງບໍຣິສັດ ກໍຫັກເງິນ ພາຍຫຼັງທີ່ຄົນງານ ໄດ້ເຣີ່ມເຮັດວຽກ. ດັ່ງເຈົ້າໜ້າທີ່ ດ້ານແຮງງານ ເມືອງປາກກະດິງ ແຂວງບໍຣິຄຳໄຊ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 16 ພຶສພາ ນີ້ວ່າ:
“ທາງກະຊວງແຮງງານ ເຂົາຊິມາສັມພາດເອງເດ້. ເຮົາມີແຕ່ປະກາດໃຫ້ມາສມັກຊື່ໆ. ເອົາແຕ່ຄົນເມືອງປາກກະດິງ ກ່ອນ, ປະມານ 50 ຫາ 100, ຕ້ອງມີສັມມະໂນຄົວ ຢູ່ເມືອງປາກກະດິງ. ທາງບໍຣິສັດເດ້ ເຂົາເຊັນສັນຍາ MOU. ມັນຕ້ອງໄດ້ເສັຽຢູ່ແລ້ວ ຄ່າປີ້ຍົນ ຄ່າຫັ້ນ ຄ່ານີ້ ຫຼືວ່າເອກສານ, ແຕ່ວ່າຜູ້ບໍ່ທັນມີ ເຂົາກໍຈ່າຍໃຫ້ກ່ອນ ຢູ່ລາວ, ໄປເຮັດວຽກ ແລ້ວຈັ່ງຄ່ອຍທົດແທນ.”
ນອກຈາກນີ້, ທາງກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ກໍຈະເປີດຮັບສມັກຄົນງານລາວ ໃນເມືອງອື່ນ ແຂວງອື່ນອີກ ເປັນແຕ່ລະໄລຍະ ເນື່ອງຈາກປະເທດເກົາຫຼີໃຕ້ ໃນເມືອງເມັຽຍາງ ຕ້ອງການຄົນງານ 300 ຄົນ, ຍິງ 250 ຄົນ ໃນເດືອນກໍຣະກະດາ ປີ 2023 ນີ້ ແລະ ໃນເມືອງຊາງຈອງ ກໍຍັງຕ້ອງການຄົນງານລາວອີກ 100 ຄົນ, ຍິງ 80 ຄົນ ໃນເດືອນກັນຍາ 2023 ແລະ ເມືອງອຸຍຍອງ ກໍຕ້ອງການຄົນງານ 100 ຄົນ, ຍິງ 80 ຄົນ ໃນເດືອນກັນຍາ 2023. ຂະນະທີ່ຊາວລາວ ໃນເມືອງປາກກະດິງ ບາງຄົນ ບໍ່ຮູ້ຂ່າວເທື່ອ ແລະ ບາງຄົນ ຮູ້ຂ່າວ ກ່ຽວກັບເຣື່ອງດັ່ງກ່າວແລ້ວ.
ຊາວລາວ ໃນເມືອງປາກກະດິງ ທ່ານນຶ່ງ ກ່າວວ່າ ໄດ້ຍິນນາຍບ້ານ ປະກາດຜ່ານໂທລະໂຄ່ງຢູ່ ແລະ ມີຄວາມສົນໃຈ ທີ່ຢາກຈະໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ຄືຄົນອື່ນໆ ທີ່ໄດ້ຍິນຂ່າວ ເນື່ອງຈາກວ່າ ຢູ່ປະເທດລາວ ເກີດພາວະເງິນເຟີ້ ເງິນກີບອ່ອນຄ່າ ແລະ ຄ່າຄອງຊີບສູງ ບໍ່ກຸ້ມກັບຄ່າໃຊ້ຈ່າຍ, ຖ້າໄດ້ເງິນເດືອນຫຼາຍ ກໍຈະຄຸ້ມຄ່າ.
“ຢູ່ແຖວປາກກະດິງນີ້ ກະໄດ້ຍິນ, ເຫັນນາຍບ້ານປະກາດຢູ່. ເຫັນວ່າຫຼາຍຄົນຢູ່ໄດ໋ ເຂົາເຈົ້າຊິໄປ. ໜ້າຈະໄດ້ເງິນດີເບາະ ເພາະວ່າ ໄລຍະນີ້ ກະເງິນເຟີ້ແຮງຢູ່ລາວ ເຄື່ອງໃຊ້ອີ່ຫຍັງກະແພງ.”
ຂະນະດຽວກັນ ຊາວລາວ ໃນເມືອງປາກກະດິງ ອີກທ່ານນຶ່ງ ກໍກ່າວວ່າ ທ່ານເອງ ກໍສົນໃຈຈະໄປສມັກເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ເຊັ່ນກັນ. ສ່ວນນຶ່ງ ກໍຍ້ອນວ່າ ຢາກໄດ້ເງິນເດືອນຫຼາຍ ແລະ ໄລຍະນີ້ ກໍເປັນກະແສສັງຄົມ ນຳດ້ວຍ ທີ່ຫຼາຍຄົນ ມັກໄປເກົາຫຼີໃຕ້ ເພາະໄດ້ເງິນເດືອນ ຫຼາຍກວ່າໄປໄທຍ, ເຊິ່ງເດືອນນຶ່ງ ຄິດເປັນເງິນບາທໄທຍ ກໍໄດ້ປະມານ 50,000 ຫາ 60,000 ບາທ.
“ອັນຫຼັກໆ ກະເງິນຫັ້ນແຫຼະ, ແຕ່ວ່າ ໄລຍະນີ້ ເຂົາສຶກສາກັນຫຼາຍເດ້ ມັນເປັນກະແສ, ຄ້າຍໆຄົນລາວ ແຫ່ໄປໄທຍຫັ້ນແຫຼະ. ມັນເປັນກະແສ ເດືອນນຶ່ງ ສເລັ່ຽກະໄດ້ 60,000 ບາທ ພຸ້ນໄດ໋. ຖ້າໃຜໄປ ກະຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍອີ່ຫຍັງໝົດ.”
ທາງດ້ານຊາວລາວ ໃນເມືອງປາກກະດິງ ອີກທ່ານນຶ່ງ ກໍກ່າວວ່າ ສາເຫດທີ່ຄົນສ່ວນໃຫຍ່ ທີ່ມັກໄປເຮັດວຽກ ຢູ່ຕ່າງປະເທດ ເຊັ່ນ ເກົາຫຼີໃຕ້ ແລະ ໄທຍ ກັນຫຼາຍ ກໍຍ້ອນວ່າ ໄດ້ເງິນເດືອນຫຼາຍກວ່າຢູ່ລາວ ເພາະຢູ່ລາວ ໄດ້ເງິນເດືອນໜ້ອຍແຮງ ແລະ ເງິນກີບ ກໍອ່ອນຄ່າ ບວກກັບຄ່າຄອງຊີບ ກໍສູງຫຼາຍ ເງິນບໍ່ພໍໃຊ້ຈ່າຍ ໃນແຕ່ລະເດືອນ.
“ໄປເກົາຫຼີ ໄປຫຍັງ ໄລຍະນີ້ ເຂົາຫາກະຊິມາເຮີ່. ໄປເຮັດວຽກຢູ່ຕ່າງປະເທດ ສ່ວນຫຼາຍ ເຂົາກໍຢາກໄດ້ເງິນເດືອນຫຼາຍກ່ອນຫັ້ນແຫຼະ, ເຂົາກໍໄປ, ຊີ້ນ່າ. ຢູ່ລາວ ອີກຢ່າງ ມັນກໍເງິນເຟີ້ແດ່ ມັນກະຖືວ່າ ຄ່າຄອງຊີບ ມັນຢາກແພງຫັ້ນແຫຼະ, ເງິນເຟີ້ສູງຫຼາຍໄລຍະນີ້.”
ທີ່ຜ່ານມາ ປະມານຕົ້ນເດືອນພຶສພາ 2023, ກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ມີການຈັດສົ່ງຄົນງານລາວ ຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນ 79 ຄົນ ໄປເຮັດວຽກ ຕາມຣະດູການ ດ້ານການກະເສດ ຢູ່ເມືອງຍາງຈູ ແຂວງເກືອງກີໂດ ປະເທດເກົາຫຼີໃຕ້.
ສຳລັບການເດີນທາງ ໄປເຮັດວຽກໄລຍະສັ້ນ ຢູ່ປະເທດເກົາຫຼີໃຕ້ ຕລອດໄລຍະການເຮັດວຽກ 5 ເດືອນ ຈະໄດ້ຮັບຄ່າຈ້າງແຮງງານ ລວມເປັນເງິນ 7,850 ໂດລ້າຣ໌ສະຫະຣັຖ ຫຼືປະມານ 10 ລ້ານວອນ ຫຼື 135 ລ້ານກີບ, ເຊິ່ງຍັງບໍ່ລວມ ຄ່າເຮັດວຽກລ່ວງເວລາ.
ສຳລັບຄ່າໃຊ້ຈ່າຍອື່ນໆ ເປັນຕົ້ນ ຄ່າໂຄສະນາ ແລະ ບໍຣິການແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມ ກ່ອນການຈັດສົ່ງ, ຄ່າທີ່ພັກ ແລະ ອາຫານ, ຄ່າກວດສຸຂພາບ ກ່ອນການເດີນທາງ, ຄ່າກວດໂຄວິດ-19, ວີຊ້າແຮງງານ, ປະກັນພັຍ ແລະ ຄ່າເອກສານອື່ນໆ, ເຊິ່ງເປັນເງິນປະມານ 2,780 ໂດລ້າຣ໌ສະຫະຣັຖ ຫຼື ປະມານ 40 ຫາ 50 ລ້ານກີບ ນັ້ນ, ແມ່ນຄົນງານລາວ ຈະຕ້ອງເປັນຜູ້ຮັບຜິດຊອບທັງໝົດ.
ນັບແຕ່ປີ 2018 ເປັນຕົ້ນມາ, ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການ ຈັດສົ່ງຄົນງານລາວ ໄປເຮັດວຽກໄລຍະຍາວ 3 ຫາ 5 ປີ ຕາມລະບົບ ການຈ້າງງານຕ່າງຊາຕ ຫຼື Employment Permission System (EPS) ຢູ່ພາຍໃນເມືອງ ແລະ ແຂວງຕ່າງໆ ຂອງປະເທດເກົາຫຼີໃຕ້ ເປັນຈຳນວນ 1,119 ຄົນ. ໃນນີ້, ເປັນເພດຍິງ ພຽງ 79 ຄົນ ຫຼືບໍ່ຮອດ 8% ຍ້ອນນາຍຈ້າງ ນິຍົມເລືອກເພດຊາຍ ໄປເຮັດວຽກນຳ ເນື່ອງຈາກວຽກງານສ່ວນຫຼາຍ ເນັ້ນການໃຊ້ກຳລັງແຮງງານເປັນຫຼັກ.