ທຸຣະກິຈ ຂນາດນ້ອຍ-ກາງ ຍັງບໍ່ໄດ້ຮັບ ການສນັບສນູນ ພຽງພໍ
2023.05.18
ພາຍຫລັງການແພ່ຣະບາດ ຂອງໂຄວິດ-19 ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ເຣີ່ມສົ່ງເສີມໃຫ້ປະຊາຊົນ ເຮັດທຸຣະກິຈ ຂນາດນ້ອຍ ແລະຂນາດກາງ (SME) ເພື່ອຟື້ນຟູເສຖກິຈ, ແຕ່ປະຊາຊົນຈໍານວນນຶ່ງ ທີ່ສົນໃຈ ໃນເຣື່ອງນີ້ ເພາະວ່າຍັງບໍ່ໄດ້ຮັບການຊ່ອຍເຫລືອ ທາງດ້ານວິຊາການ ແລະທຶນສນັບສນູນພໍເທົ່າໃດ.
ດັ່ງປະຊາຊົນລາວ ທີ່ສົນໃຈເຮັດທຸຣະກິຈ ນີ້ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເຊັຽ ເສຣີ ໃນມື້ວັນທີ 16 ພຶສພານີ້ວ່າ:
“ແຫລ່ງເງິນທຶນທີ່ວ່າ ມັນຍັງບໍ່ທັນໄດ້ມີຄວາມຫຼາກຫຼາຍ ແລ້ວອັນທີ 2 ກໍແມ່ນຄວາມຮູ້ ກໍຍັງບໍ່ທັນໄດ້ອັບເດດຫັ້ນນ່າ. ຄວາມໝາຍວ່າ ຍັງເປັນຄວາມຮູ້ທີ່ແບບວ່າ ໂດຍ ແຕ່ກໍຍັງມີການພັທນາ ໃນເຣື່ອງຂອງເທັກໂນໂລຊີ ເພາະວ່າມັນກໍຫາກໍເຂົ້າ. ໂດຍຫາກໍຫັນແບບເປັນກະສິກັມ ເທັກໂນໂລຊີ ໃນບາງຂົງເຂດ ກໍຍັງເຮັດກະສິກັມ ໃນແບບອີງທັມມະຊາຕຢູ່.”
ທ່ານກ່າວຕື່ມວ່າ ທຸຣະກິຈຂນາດນ້ອຍ ແລະຂນາດກາງ ທີ່ເປັນກະແສ ຢູ່ໃນຂະນະນີ້ ແມ່ນທຸຣະກິຈໃນຂົງເຂດ ກະສິກັມ ອິນຊີ ຫລື ປອດສານພິດ ທີ່ນໍາໃຊ້ເຕັກໂນໂລຊີ.
“ທີ່ວ່າເຫັນຄຶກຄື້ນຕອນນີ້ ຈະເປັນຂແນງການພວກກະສິກັມ ເປັນກະສິ ກັມເປັນພວກອັອກການິກ ຟາມບໍ່ ພວກອິຫຍັງຕ່າງໆ ທີ່ໃຊ້ເທັກໂນໂລຊີ ໃຊ້ພວກໄອໂອຊີ ເຂົ້າມາກ່ຽວ ຂ້ອງຫັ້ນນ່າ ສັງເກດເຫັນໄດ້ຈາກມີຟາມອອກການິກ ຫລືວ່າຟາມປູກ ຟາມໂຮງເຮືອນ ສິ່ງທີ່ເກີດຂຶ້ນມາຫຼາຍ. ແມ່ນໆ ສະຕາດອັບກໍມີຄືກັນ ມັນຈະເປັນ ພວກສາຍຂອງເທັກໂນໂລຊີ ການພັທນາຄຽງຄູ່ກັນມາ ກໍເປັນສາຍກະສິກັມ.”
ທີ່ຜ່ານມາ ທຸຣະກິຈທີ່ກ່ຽວຂ້ອງ ກັບການກະເສດ ປອດສານພິດນີ້ ຂ້ອນຂ້າງໄດ້ຮັບຄວາມນິຍົມ ຍ້ອນໃຊ້ປຸ໋ຍຊີວະພາບ ທີ່ສາມາດຜລິດຢູ່ພາຍໃນປະເທດໄດ້, ລາຄາບໍ່ແພງ ເມື່ອທຽບໃສ່ປຸ໋ຍເຄມີ ທີ່ຈໍາເປັນຕ້ອງໄດ້ຊື້ມາຈາກປະເທດໄທຍ.
ດັ່ງເຈົ້າຂອງຮ້ານ ຂາຍປຸ໋ຍຊີວະພາບ ນາງນຶ່ງເວົ້າວ່າ:
“ກໍຫຼາຍຂຶ້ນຢູ່ ລູກຄ້າເຮົາກະຫຼາຍປົກກະຕິ ຫັ້ນແຫຼະ ຂອງລາວເຮົາບໍ່ໄດ້ເພີ່ມເນາະ ຂອງລາວເຮົາລາຄາເກົ່າ. ບໍ່ໆບໍ່ໄດ້ນໍາເຂົ້າ ເຮົາເປັນໂຮງງານຜລິດເລີຍ ປຸັຍອິນຊີ ແມ່ນພາຍໃນປະເທດ ຈໍານວນເພີ່ມຂຶ້ນເພາະວ່າ ຄືເຈົ້າເວົ້າຫັ້ນແຫຼະ ເງິນເຟີ້ຫັ້ນນ່າ ເງິນໄທຍເຟີ້ຫຼາຍມັນກໍແພງ ແຕ່ວ່າສິນຄ້າເຮົາມັນກະຢູ່ຄົງທີ່ ເພາະວ່າ ລາຄ່າເງິນເຮົາບໍ່ໄດ້ ເຮົາຂາຍປຸ໋ຍລາຄາເກົ່າວ່າຊັ້ນສາ.”
ເຖິງແມ່ນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະສົ່ງເສີມໃຫ້ປະຊາຊົນ ທີ່ເຮັດທຸຣະກິຈຂນາດນ້ອຍ ແລະຂນາດກາງ ເຂົ້າເຖິງແຫຼ່ງທຶນ, ແຕ່ພາກປະຕິ ບັດແທ້ໆແລ້ວ ພັດໄດ້ຮັບຄວາມຫຍຸ້ງຍາກ ເປັນຕົ້ນການຂໍກູ້ຢືມເງິນ ຈາກທະນາຄານ ຫຍຸ້ງຍາກຫຼາຍ, ຕ້ອງໄດ້ຜ່ານຫຼາຍຂັ້ນຕອນ ແລະໃຊ້ເວລາດົນ, ຕ້ອງໄດ້ປະເມີນເຣື່ອງຜົລກະທົບ ຕໍ່ສັງຄົມ ແລະສິ່ງແວດລ້ອມນໍາດ້ວຍ ກ່ອນຈະຖືກຕາມເງື່ອນໄຂຂອງທາງການ ແລະທະນາຄານ.
ດັ່ງນັກເສຖສາດ ນາງນຶ່ງເວົ້າວ່າ:
“ແມ່ນໆ ໄດ້ປະເມີນພ້ອມສິ່ງແວດລ້ອມ ກໍຄື ພໍມັນເວົ້າເຣື່ອງສະຖານທີ່ ເວົ້າເຣື່ອງອິສັງ ສະພາບອາກາດ ເບິ່ງໃນກໍຣະນີທີ່ວ່າ ເຈົ້າຊິເຮັດທຸຣະກິຈ ກ່ຽວກັບການປູກຝັງ ຈັ່ງຊີ້ ຈະປູກໝາກຖົ່ວລຽນ ເຈົ້າຕ້ອງເບິ່ງວ່າເຂດທີ່ເຈົ້າຈະປູກ ໂດຍຮອບສະພາບ ອາກາດເປັນຈັ່ງໃດ ສະຖານທີ່ເປັນຈັ່ງໃດ ເໝາະສົມບໍ່ ອັນນີ້ມັນຕ້ອງໄດ້ເບິ່ງຕື່ມ.”

ນາງກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພະຍາຍາມສນັບສນູນ ຊ່ອຍເຫຼືອ ໃຫ້ປະຊາຊົນລາວ ເຮັດທຸຣະກິຈ ຂນາດໜ້ອຍ ແລະຂນາດກາງຫຼາຍຂຶ້ນ, ແຕ່ກໍຍັງມີບັນຫາ ຍ້ອນສະພາບເສຖກິຈ ຂອງປະເທດບໍ່ໝັ້ນຄົງ ແລະອັດຕຣາເງິນກີບເຟີ້ ເພີ່ມສູງຂຶ້ນນໍາເລື້ອຍໆ ອັນເປັນອຸປະສັກ ສໍາຄັນໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ.
ໃນຂະນະດຽວກັນ ເຈົ້າຂອງໂຮງງານ ຂາຍເຟີນິເຈີ ແຫ່ງນຶ່ງໃນເມືອງທ່າແຂກ ແຂວງຄຳມ່ວນ ທີ່ບໍ່ປະສົງບອກຊື່ ແລະອອກສ່ຽງ ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ພຶສພານີ້ວ່າ ນາງພະຍາຍາມປະກອບເອກກະສານ ຂໍກູ້ຢືມເງິນ ຈາກທະນາຄານ ເພື່ອມາ ຂຍາຍທຸຣະກິຈ ຂນາດນ້ອຍຂອງນາງ, ແຕ່ເມື່ອໄປຫາທະນາຄານ, ເຈົ້າໜ້າທີ່ບອກວ່າ ທຶນສົ່ງເສີມທຸຣະກິຈ ຂນາດນ້ອຍ ແລະຂນາດກາງ ນັ້ນ ໝົດແລ້ວ. ຣັຖບານ ແລະ ທະນາຄານ ມີທຶນບໍ່ຫຼາຍ ໃຜທັນໄດ້ ກໍໄດ້. ດັ່ງນັ້ນ ຜູ້ທີ່ສົນໃຈ ໃນການເຮັດກະເສດອິນຊີ ຫຼື ນຳໃຊ້ເຕັກໂນໂລຊີ ເຂົ້າຊ່ອຍ ແຕ່ກູ້ຢືມເງິນ ນໍາທະນາຄານບໍ່ໄດ້ນັ້ນ ຈຶ່ງເປັນຕ້ອງໄດ້ຫາວິທີຊ່ອຍຕົນເອງ ຫຼື ເຮັດພຽງແຕ່ກຸ້ມກິນ ໃນຄອບຄົວ ບໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ຫຼື ຕາມຕົວເມືອງ ຂອງແຂວງອື່ນໆ ກໍເຊັ່ນກັນ.
ດັ່ງເຈົ້າຂອງຮ້ານ ຂາຍປຸ໋ຍຊີວະພາບ ອີກນາງນຶ່ງເວົ້າວ່າ:
“ຄັນຊິເວົ້າແລ້ວ ມັນກໍຍັງບໍ່ທັນກວ້າງແທ້ ລູກຄ້າກໍາລັງທົດລອງ ສ່ວນໃຫຍ່ກໍສິແມ່ນເຮັດໃຫ້ຄົວເຮືອນ ເລີຍ ເພິ່ນເອົາໄປລອງປູກເພິ່ນເອົາໄປລອງ ສີດເອງ ມີສວນ ເພິ່ນຢູ່ພຸ້ນ ສ່ວນໃຫຍ່ລາວເຮົາກໍບໍ່ຄ່ອຍຈະແບບວ່າ ຕາມເນື້ອທີ່ດິນ ທີ່ວ່າເພິ່ນມີຢູ່. ເພິ່ນຈະບໍ່ເຮັດເປັນແບບວ່າ ເປັນໃຫຍ່ໆດອກ ແຕ່ວ່າເພິ່ນເຮັດໃຫຍ່ແທ້ເພິ່ນເປັນເຈົ້າຂອງດິນເອງຈັ່ງຊີ້ ຢ່າງທີ່ເຮັດເວົ້າຫັ້ນແຫຼະ ຢ່າງວ່າຕາມມີຕາມເກີດຫຼາຍກວ່າ.”
ເມື່ອກ່ອນໜ້ານີ້ ກະຊວງອຸດສາຫະກັມ ແລະການຄ້າ ມີແຜນຊ່ອຍນັກທຸຣະກິຈ ຂນາດນ້ອຍ ແລະຂນາດກາງ ໂດຍຈະຊ່ອຍເຫຼືອລ້າ ດ້ານວິຊາການ 50% ຂອງມູນຄ່າທັງໝົດ ແລະບາງທຶນສົມທົບ ທາງກະຊວງກໍຊ່ອຍເຫຼືອລ້າ ດ້ານວິຊາການ 100% ຂອງມູນຄ່າທັງໝົດ ແລະບາງກໍຣະນີ ກໍມີການຊ່ອຍເຫຼືອ ສໍາລັບການລົງທຶນນັ້ນ.