ກຳນົດໃຫ້ເຈົ້າຂອງຣົຖ ທຸກປະເພດ ຕ້ອງເສັຽຄ່າທຳນຽມທາງ

ພອນ ພູມມີທອນ
2023.05.18
ກຳນົດໃຫ້ເຈົ້າຂອງຣົຖ ທຸກປະເພດ ຕ້ອງເສັຽຄ່າທຳນຽມທາງ ພາຫະນະ ທີ່ແລ່ນແອອັດກັນ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ, ວັນທີ 25 ມີນາ 2023.
RFA

ກະຊວງການເງິນຂອງລາວ ໄດ້ອອກແຈ້ງການ ເລຂທີ 1049/ຫກ ລົງວັນທີ 20 ເມສາ 2023 ເຣື່ອງ ການເສັຽຄ່າທຳນຽມທາງ ປະຈຳປີ 2023 ໂດຍມີເນື້ອໃນວ່າ ເຈົ້າຂອງຍານພາຫະນະ ທຸກປະເພດ ຈະຕ້ອງໄດ້ເສັຽຄ່າທຳນຽມທາງ ປະຈຳປີ 2023 ພາຍໃນວັນທີ 30 ກັນຍາ 2023 ເຊິ່ງປີນີ້ໄດ້ຂຍາຍຈາກປີກ່ອນໆ ເຖິງ 3 ເດືອນ, ຖ້າບໍ່ເສັຽຄ່າທຳນຽມທາງ ຕາມໄລຍະເວລາດັ່ງກ່າວ ຈະຖືກປັບໃໝໃນອັດຕຣາ 0.1% ຕໍ່ມື້ ຂຶ້ນຢູ່ກັບປະເພດຣົຖ.

ໃນແຈ້ງການດັ່ງກ່າວ ຍັງລະບຸຕື່ມວ່າ ການຊຳລະເງິນຄ່າທຳນຽມ ທາງປະກອບມີ 2 ຮູບແບບ ຄື ຊຳລະຜ່ານລະບົບທະນາຄານ ໂດຍນຳໃຊ້ ແອັບພລິເຄຊັນ (Application) ຂອງບັນດາທະນາຄານ ທີ່ເຂົ້າຮ່ວມໂຄງການ ເຊິ່ງຈະໄດ້ຮັບໃບເສັຽຄ່າຜ່ານທາງ ແບບເອເລັກໂຕຣນິກ ຫລື (E-Sticker) ແລະ ຊຳລະດ້ວຍເງິນສົດ ຜ່ານຄັງເງິນແຫ່ງຊາຕ ໂດຍຈະໄດ້ຮັບໃບເສັຽຄ່າຜ່ານທາງ ແບບແຜ່ນເຈັ້ຽ (Sticker).

ນອກຈາກນີ້ແລ້ວ, ກະຊວງການເງິນ ຂໍສເນີ ໃຫ້ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ຊ່ອຍຕິດຕາມກວດກາ ແລະ ສະກັດກັ້ນ ການຫຼົບຫຼີກ ເສັຽຄ່າທຳນຽມທາງ ຂອງບັນດາຍານພາຫະນະ ຕາມລະບຽບການ.

ຕໍ່ກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຍັງຊາວບ້ານ ທີ່ເປັນເຈົ້າຂອງຣົຖຕູ້ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ເວົ້າວ່າ ປີນີ້ນາງໄດ້ເສັຽຄ່າທຳນຽມທາງ ໄປແລ້ວ 300,000 ກີບ ຜ່ານປ່ອງບໍຣິການ ສ່ວຍສາອາກອນ ພ້ອມທັງເຮັດປະກັນພັຍ ໄປພ້ອມແລ້ວ, ເຊິ່ງນາງ ຍັງເຫັນວ່າອັດຕຣາດັ່ງກ່າວ ບໍ່ໄດ້ແພງຫຼາຍປານໃດ, ໂດຍທີ່ນາງໄດ້ຊື້ຣົຖຄັນດັ່ງກ່າວ ມາໃນລາຄາ 59 ລ້ານກີບ.

ດັ່ງທີ່ນາງກ່າວ ໃນວັນທີ 17 ພຶສພາ 2023 ນີ້ວ່າ:

“300,000 ເຮົາເສັຽແລ້ວປີນີ້ນ່າ, ເຈົ້າມີຄົບເບິດແລ້ວນ່າ ປະກັນພັຍກໍມີ, 59 ລ້ານນ່າ.”  

ທາງດ້ານ ເຈົ້າຂອງຮ້ານເຊົ່າຣົຖຈັກ ຢູ່ແຂວງວຽງຈັນ ກ່າວວ່າ ລາວຍັງບໍ່ທັນຮູ້ ກ່ຽວກັບ ຣາຍລະອຽດຄ່າທຳນຽມທາງ ຂອງຣົຖຈັກ ຂອງລາວປານໃດ ເພາະວ່າຫາກໍໄດ້ເປີດຮ້ານ, ສ່ວນເຈົ້າໜ້າທີ່ຕຳຣວດ ກະບໍ່ໄດ້ກວດກາ ໃບເສັຽຄ່າທຳນຽມທາງ ຖ້າຮູ້ວ່າ ຣົຖດັ່ງກ່າວເປັນຂອງຮ້ານເຊົ່າຣົຖ.

“ອັນນີ້ເຮົາບໍ່ແນ່ໃຈນ່າ ເພາະວ່າເຮົາຫາເປີດຮ້ານເຊົ່າຣົຖນ່າ, ຄັນຕຳຣວດຈັບຫັ້ນ ເຂົາກໍ່ບອກວ່າເປັນຮ້ານເຊົ່າຣົຖ ຕຳຣວດເຂົາກໍ່ປ່ອຍຣົຖ ເຂົາບໍ່ຄ່ອຍຍຸ້ງເຣື່ອງຣົຖເຊົ່າຫຼາຍປານໃດ, ຖ້າແມ່ນຖາມຄົນລາວ ເຂົາກໍ່ຖາມແຕ່ ໜັງສືຣົຖບໍ່ ຫຼືວ່າໃບຂັບຂີ່ຫັ້ນ.”

ໃນຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ:

“ຕອນນີ້ ແຜນປະຕິບັດຍັງບໍ່ອັນນັ້ນເທື່ອ, ເພາະວ່າດຽວນີ້ລະບົບເຮົາ ເຣີ່ມນຳໃຊ້ແຕ່ເປັນປະມານຕົ້ນເດືອນໂຕນີ້, ຂອງແຂວງຫຼວງພຣະບາງເຣີ່ມ ນຳໃຊ້ໂຕນີ້ເມື່ອວັນຈັນມານີ້.”

ທ່ານກ່າວຕໍ່ວ່າ ການປັບໃໝ ຜູ້ທີ່ບໍ່ໄດ້ຈ່າຍຄ່າທຳນຽມທາງ ແມ່ນອີງຕາມແຈ້ງການຂອງກະຊວງການເງິນ ທີ່ໄດ້ມີການປັບປຸງໃໝ່ ຈາກ 40-60% ຂອງມູລຄ່າຣົຖ ມາເປັນ 0.01% ຕໍ່ມື້, ຕາມທີ່ໄດ້ລະບຸໄວ້ຂ້າງເທິງ.

ເຖິງຢ່າງໃດກໍ່ຕາມ, ການຈ່າຍຄ່າທຳນຽມທາງ ປະຈຳປີນີ້ ກໍ່ຍັງມີຫຼາຍບັນຫາ ໂດຍສະເພາະ ການທີ່ເຈົ້າໜ້າທີ່ຕຳຣວດ ຈຳນວນນຶ່ງ ຍັງບໍ່ທັນຮັບຮູ້ ລະບົບໃບເສັຽຄ່າທຳນຽມທາງ ແບບເອເລັກໂຕຣນິກ ແລະ ຈະປັບໃໝເຈົ້າຂອງຣົຖ.

ດັ່ງທີ່ເຈົ້າຂອງຣົຖ ນາງນຶ່ງ ລະບາຍຄວາມຮູ້ສຶກ ຜ່ານສື່ສັງຄົມອອນລາຍນ໌ ວ່າ:

“ຕອນຂ້ອຍເສັຽຄ່າຜ່ານທາງ ຜ່ານ BCEL One ໃຜກະບອກວ່າ ເອົາຮູບນີ້ໃຫ້ຕຳຣວດເບິ່ງກະໄດ້, ແຕ່ມື້ນີ້ ຕຳຣວດກວດ ແລະ ບອກຂ້ອຍວ່າ ຄັນເຈົ້າໄປເສັຽບໍ່ໄດ້ບິລ ກະຢ່າເສັຽ, ບອກຂ້ອຍແດ່ຂ້ອຍງົງ, ທ່ານຕຳຣວດກະວ່າຮ້າຍແທ້ຮ້າຍວ່າ, ຊັ້ນຂ້ອຍຈະໃຊ້ລະບົບ ຜ່ານທະນາຄານເຮັດ ຈ່າຍຜ່ານກະເສັຽເງິນ, ຝາກໜ່ວຍງານທີ່ກ່ຽວຂ້ອງ ເບິ່ງຊ່ອຍແດ່ເດີ້.”

ໃນເຣື່ອງນີ້, ເຈົ້າໜ້າທີ່ກ່ຽວຂ້ອງທ່ານດຽວກັນ ກໍ່ເວົ້າເຖິງບັນຫາດັ່ງກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ໄດ້ຮັບຮູ້ລະບົບໃບເສັຽຄ່າຜ່ານທາງ ແບບໃໝ່ຫຼາຍຂຶ້ນແລ້ວ, ສຳລັບຜູ້ເສັຽຄ່າຜ່ານທາງ ແບບເອເລັກໂຕຣນິກ ສາມາດນຳຫຼັກຖານ ໃບເສັຽຄ່າຜ່ານທາງດັ່ງກ່າວ ໄປຕິດຕໍ່ກັບປ່ອງບໍຣິການ ສ່ວຍສາອາກອນແຂວງ, ຫຼື ເມືອງໃດກໍໄດ້ ໃນທົ່ວປະເທດ ເພື່ອອອກໃບເສັຽຄ່າທຳນຽມທາງ ເປັນແບບເຈັ້ຽໄດ້ ໂດຍບໍ່ມີຄ່າໃຊ້ຈ່າຍ, ແຕ່ຖ້າຕ້ອງການອອກໃບເສັຽຄ່າທຳນຽມທາງ ຕື່ມອີກ ຈະຕ້ອງເສັຽຄ່າອອກໃບດັ່ງກ່າວ 20,000 ກີບ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ດຽວນີ້ຄຶດວ່າເພິ່ນຮັບຮູ້ໝົດແລ້ວນ່າ, ມີແຕ່ເຮົາຈ່າຍຜ່ານ App ນໍ ແລ້ວເຮົາ Capture ໜ້າຈໍຫັ້ນມາເອົາ Sticker ຢູ່ຫ້ອງການສ່ວຍສາອາກອນນໍ, ຢູ່ໄສກໍ່ໄດ້ເຈົ້າ ຢູ່ເມືອງຫຼືວ່າຢູ່ແຂວງອີຫຍັງກໍ່ໄດ້ເຈົ້າ, ການພິມ Sticker ຄັ້ງທຳອິດ ຈະບໍ່ມີຄ່າທຳນຽມນ່າເຈົ້າ, ແຕ່ກໍຣະນີທີ່ວ່າ ສະຕິກເກີ ເຮົາເສັຽນໍ ຫຼືວ່າເຮົາ Print ອອກໄປແລ້ວ ເຮົາມາເອົາ Sticker ຄັ້ງທີ 2 ກໍ່ຈະເສັຽຄ່າບໍຣິການ 20,000 ກີບຕໍ່ຄັ້ງເຈົ້າ.”

ສຳລັບອັດຕຣາ ຄ່າທຳນຽມທາງ ຂອງ ສປປ ລາວ ແມ່ນກຳນົດຢູ່ໃນ ຣັຖບັນຍັດຂອງປະທານປະເທດ ເລຂທີ 001/ປປທ ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ໂດຍມີອັດຕຣາ ດັ່ງກ່າວນີ້ 1. ຣົຖຈັກທີ່ມີ 2 ລໍ້ ຫຼື 3 ລໍ້ ຕ້ອງຈ່າຍຄ່າທຳນຽມທາງ ລະຫວ່າງ 15,000-100,000 ກີບຕໍ່ຄັນຕໍ່ປີ, 2. ຣົຖຂົນສົ່ງສ່ວນໂຕ 100,000-500,000 ກີບຕໍ່ຄັນຕໍ່ປີ ແລະ 3. ຣົຖຂົນສົ່ງໂດຍສານ 50,000-400,000​ ກີບຕໍ່ຄັນຕໍ່ປີ ຂຶ້ນຢູ່ກັບຂນາດຄວາມແຮງ ຂອງຍານພາຫະນະດັງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.