ທະນາຄານ ແຫ່ງ ສປປ ລາວ ປະກາດຂາຍພັນທະບັດ ຄັ້ງທີ 3

ສປປ ລາວ ອອກພັນທະບັດ ເປັນສະກຸນເງິນກີບ ມູນຄ່າ 2,000 ຕື້ກີບ, ຄັ້ງທີ 3 ເຊິ່ງອາຍຸ ພັນທະບັດ 6 ເດືອນ ແລະອັດຕຣາດອກເບັ້ຽ 15% ຕໍ່ປີ ໂດຍກໍານົດມື້ວາງຈໍາໜ່າຍ ລະຫວ່າງ ວັນທີ 15-17 ພຶສພາ 2023 ຂະນະທີ່ ສະຖາບັນການເງິນ ຕ່າງປະເທດ ເຫັນວ່າ ການຊື້-ຂາຍພັນທະບັດ ສະກຸນເງິນກີບ ຍັງມີຄວາມສ່ຽງສູງ.
ອຸ່ນແກ້ວ
2023.05.16
ທະນາຄານ ແຫ່ງ ສປປ ລາວ ປະກາດຂາຍພັນທະບັດ ຄັ້ງທີ 3 ທະນາຄານ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວັນທີ 12 ຕຸລາ 2022.
ນັກຂ່າວ ພົລເມືອງ

ທະນາຄານແຫ່ງ ສປປ ລາວ ອອກຈໍາໜ່າຍພັນທະບັດ ເປັນສະກຸນເງິນກີບ ມູນຄ່າ 2,000 ຕື້ກີບ, ງວດທີ 2 ຄັ້ງທີ 3, ອາຍຸພັນທະບັດ 6 ເດືອນ ມີອັດຕຣາດອກເບັ້ຽ 15% ຕໍ່ປີ ໂດຍກໍານົດມື້ວາງຈໍາໜ່າຍ ລະຫວ່າງ ວັນທີ 15-17 ພຶສພາ 2023. ການອອກຈໍາໜ່າຍ ພັນທະບັດ ໃນຄັ້ງນີ້ ຖືເປັນນຶ່ງໃນມາຕການ ແກ້ໄຂບັນຫາອັດຕຣາເງິນເຟີ ທີ່ຍັງຄົງຢູ່ໃນລະດັບສູງ ແລະ ເປັນການຮັກສາສະຖຽນລະພາບ ຂອງເງິນກິີບ ບໍ່ໃຫ້ອ່ອນຄ່າໄປອີກ.

ຊາວລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ພຶສພາ ວ່າ:

“ຄັນຊື້ນີ້ ກະເປັນຕາຊື້ເກັບໄວ້ຢູ່ ເພາະວ່າ ມັນໃຫ້ອັດຕຣາດອກເບັ້ຽ 15 ເປີເຊັນ ຕໍ່ປີ, ມັນກະ 6 ເດືອນ 7.5 ເປີເຊັນ ແລ້ວກະເຮັດໃຫ້ເຣື່ອງຂອງອັດຕຣາເງິນເຟີ້ ມັນຫຼຸດລົງ ເຮັດໃຫ້ສະຖຽນລະພາບ ຂອງເງິນກີບ ມີການແຂງຄ່າຂຶ້ນ ແລ້ວກະເສຖກິຈ ມັນກະດີ.​”

ຊາວລາວທ່ານນີ້ ກ່າວຕື່ີມວ່າ ການຊື້ພັນທະບັດ ຖືເປັນການລົງທຶນ ທີ່ໄດ້ຮັບຄວາມນິຍົມສູງ ສໍາລັບກຸ່ມນັກລົງທຶນຄົນຣຸ້ນໃໝ່ ແລະ ຜູ້ທີ່ມີຖານະການເງິນດີ ແລະ ຍອມຮັບກັບສະພາບ ຄວາມສ່ຽງໄດ້ໃນລະດັບສູງ ສ່ວນປະຊາຊົນລາວທົ່ວໄປ ຍັງບໍ່ເປັນທີ່ນິຍົມປານໃດ ເພາະວ່າ ບໍ່ຮູ້ເຣື່ອງກ່ຽວກັບການຊື້-ຂາຍ ພັນທະບັດ ບວກກັບ ຫຼາຍຄົນຍັງເປັນຜູ້ຫາເຊົ້າກິນຄໍ່າຢູ່.

ໃນສາຍຕາ ຂອງຄົນລາວຈໍານວນນຶ່ງ, ການຊື້-ຂາຍ ພັນທະບັດ ເປັນສະກຸນເງິນຕຣາຕ່າງປະເທດ ເປັນການລົງທຶນຢ່າງນຶ່ງ ທີ່ມີຄວາມປອດໄພສູງ ແຕ່ ຖ້າຊື້ພັນທະບັດ ເປັນສະກຸນເງິນກີບ ກໍມີຄວາມສ່ຽງສູງ ເພາະວ່າ ປັດຈຸບັນ ສະກຸນເງິນກີບອ່ອນຄ່າ ລົງຢ່າງໜັກ.

ຊາວລາວ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວວ່າ: 

“ເຂົາກະນິຍົມຢູ່ ເຫັນຫຼາຍຄົນຊື້ພັນທະບັດ ເປັນເງິນກີບ ແຕ່ ກະທຸກຢ່າງມັນກະມີຄວາມສ່ຽງໝົດ ຫັ້ນແຫຼະ ຂຶ້ນກັບວ່າ ໂຕໃດສ່ຽງໜ້ອຍ ສ່ຽງຫຼາຍ ດອກເບັ້ຽທີ່ສູງ ມັນກະແລກມາດ້ວຍຄວາມສ່ຽງ ທີ່ສູງ.”

ຊາວລາວຈໍານວນນຶ່ງ ກໍບໍ່ເຄີຍຊື້ພັນທະບັດ ເປັນສະກຸນເງິນກີບເກັບໄວ້ ເພື່ອຫວັງຜົລທາງດ້ານ ອັດຕຣາດອກເບັ້ຽ ເພາະສະກຸນເງິນກີບ ມັນມີຄວາມບໍ່ແນ່ນອນຫຼາຍ, ແຕ່ໃນເວລາທີ່ທາງການ ປະກາດຂາຍ ກໍມີຄົນມາຊື້ໝົດ.

ຊາວລາວອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

“ໂຕນີ້ ມັນກະແລ້ວແຕ່ ແລ້ວແຕ່ລະຄົນ ແຕ່ສ່ວນຫຼາຍກະເຫັນຂະເຈົ້າຊື້ຢູ່ ແຕ່ວ່າ ແຕ່ລະເທື່ອກະໝົດຄືກັນ ຂະເຈົ້າຂາຍກະໝົດ.”

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ທະນາຄານ ການຄ້າ, ຫຼັງຈາກເປີດຈອງ ແລະ ຈໍາໜ່າຍພັນທະບັດ ສະກຸນເງິນກີບ ກໍມີຄົນລາວ, ນິຕິບຸກຄົນ ເຂົ້າມາຊື້ເປັນຈໍານວນຫຼາຍ ເຊິ່ງຜູ້ມາຊື້ ພັນທະບັດໃນຄັ້ງນີ້ ກໍຈະມີນັກລົງທຶນ ພະນັກງານຣັຖ ແລະ ນັກທຸຣະກິຈ, ຜູ້ມີເງິນເຫຼືອໃຊ້ ໂດຍຖືວ່າເປັນການຊ່ວຍກະຕຸ້ນ ເສຖກິຈລາວ ໄປໃນໂຕ.

ທະນາຄານແຫ່ງ ສປປ ລາວ ໄດ້ກໍານົດ ຄົນນຶ່ງ ແລະ ນິຕິບຸກຄົນຜູ້ນຶ່ງ ຊື້ພັນທະບັດບໍ່ໃຫ້ເກີນ 500 ລ້ານກີບ ຈະເປັນແບບ ອິເລັກໂທຼນິກ, ບໍ່ມີໃບພັນທະບັດ ແບບເຈັ້ຽ ແຕ່ຈະມີການອອກໜັງສື ຢັ້ງຢືນການຖືຄອງ ພັນທະບັດໃຫ້ແກ່ ເຈົ້າຂອງພັນທະບັດ.

ເຈົ້າໜ້າທີ່ ທະນາຄານຮ່ວມພັທນາ ຫຼື LDB ທ່ານນຶ່ງ ໄດ້ກ່າວວ່າ: 

ສົມມຸດລູກຄ້າຈອງ 500 ລ້ານເນາະ ແຕ່ວ່າ ທາງທະນາຄານເຮົາ ຈະບໍ່ມີຄໍາຕອບໃຫ້ວ່າ ລູກຄ້າສາມາດໄດ້ຕາມວົງເງິນທີ່ລູກຄ້າ ຈອງບໍ່ ເພາະວ່າ ເຮົາຕ້ອງຖ້າຄໍາຕອບຈາກ ຄຫລ [ທະນາຄານ ແຫ່ງຊາຕລາວ] ຈັດສັນຈໍານວນພັນທະບັດ ຂອງລູກຄ້າ ແຕ່ລະລາຍນັ້ນໆ ມາອີກບາດນຶ່ງ ເຮົາຈຶ່ງຮູ້ວ່າ ລູກຄ້າຊິໄດ້ທໍ່ໃດ.

ສະຖາບັນການເງິນ ຕ່າງປະເທດເຫັນວ່າ ການຊື້ພັນທະບັດ ສະກຸນເງິນກີບ ຖືວ່າ ມີຄວາມສ່ຽງສູງຫຼາຍ ສົມຄວນ ຍ້ອນວ່າ ປະເທດລາວ ຢູ່ໃນສະພາບພາວະເງິນເຟີ້ສູງ.

ມີການຂາຍພັນທະບັດ ງວດທີ 2 ຄັ້ງທີ 3 ຍ້ອນວ່າ ຣັຖບານ ຕ້ອງການລະດົມທຶນ ໄປໃຊ້ໃນການບໍຣິຫານປະເທດ, ຫຼຸດຜ່ອນການຂາດດຸນ ດ້ານການຄ້າການເງິນ ແລະ ສິ່ງສໍາຄັນ ແມ່ນນໍາໄປນໍາລະໜີ້ສິນ ສາທາລະນະ.​

ເຈົ້າໜ້າທີ່ ທະນາຄານພັທນາ ເອເຊັຽ ຫຼື ADB ໄດ້ກ່າວວ່າ:

“ການຊໍາລະໜີ້ສິນ ປີນຶ່ງປະມານ 1.2 ຕື້ໂດລ້າຣ໌ ແລ້ວການອ່ອນຄ່າ ຂອງເງິນນີ້ປະມານ 60 ເປີເຊັນ ກະຊໍ່າວ່າ ເຮົາຕ້ອງຫາເງິນກີບນີ້ຫຼາຍ, ຍາກແທ້ເຂົາ ກະຂາຍຊັບທີ່ເຂົາມີ ກະຄືເວົ້າແຫຼະເນາະ ມີຫຍັງກະຂໍາເປັນໄດ້ຂາຍ ບໍ່ໃຫ້ໂຕເອງຕາຍ ເພື່ອແກ້ໄຂບັນຫາໜີ້ສິນ.”

ເມື່ອບໍ່ດົນມານີ້​ ທ່ານ ສຸລິສັກ ທໍານຸວົງ, ຫົວໜ້າກົມນະໂຍບາຍ ເງິນຕຣາ ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ ວິທະຍຸ ກະຈາຍສຽງ ແຫ່ງຊາຕ ລາວ ວ່າ ທະນາຄານແຫ່ງ ສປປ ລາວ ຄາດຄະເນ ໄວ້ແລ້ວວ່າ ຫາກອັນຕະລາຍ ເງິນເຟີ້ເພີ່ມຂຶ້ນ ທະນາຄານແຫ່ງ ສປປ ລາວ ກໍຈະອອກພັນທະບັດ ເພື່ອເປັນເຄື່ອງມືນະໂຍບາຍ ເງິນຕຣາ ແລະ ກະຕຸ້ນເສຖກິຈ ໃນໄລຍະທີ່ມີອັດຕຣາເງິນເຟີ້ສູງ.

ໄລຍະທີ່ຜ່ານມາ ການອອກຈໍາໜ່າຍ ພັນທະບັດ ແມ່ນອອກມາແລ້ວ 2 ງວດ ເຫັນວ່າ ໄດ້ຮັບຄວາມສົນໃຈ ຈາກສັງຄົມເປັນຢ່າງດີ.

  • ໂດຍງວດທີ 1 ເຣີ່ມຈໍາໜ່າຍແຕ່ວັນທີ 15 ມິຖຸນາ 2022, ວົງເງິນ 5,000​ ຕື້ກີນ ມີອັດຕຣາດອກເບັ້ຽ 20% ຕໍ່ປີ ອາຍຸພັນທະບັດ 6 ເດືອນ.​
  • ສ່ວນງວດທີ 2 ຄັ້ງທີ 1 ເຣີ່ມຈໍາໜ່າຍພັນທະບັດ ວັນທີ 9 ມົກກະຣາ 2023, ວົງເງິນ 1,000 ຕື້ກີບ ມີອັດຕຣາດອກເບັ້ຽ 20% ອາຍຸພັນທະບັດ 6 ເດືອນ.
  • ຕໍ່ມາ ມີການເຣີ່ມຈໍາໜ່າຍ ພັນທະບັດງວດ 2 ຄັ້ງທີ 2 ໃນວັນທີ 28 ກຸມພາ 2023, ວົງເງິນ 1,000 ຕື້ກີບ ມີອັດຕຣາດອກເບັ້ຽ 15% ຕໍ່ປີ ອາຍຸພັນທະບັດ 6 ເດືອນ.
  • ຫຼ້າສຸດ ການຈໍາໜ່າຍພັນທະບັດ ງວດທີ 2 ຄັ້ງທີ 3, ວົງເງິນ ຢູ່ທີ່ 2,000 ຕື້ກີບ ມີອັດຕຣາ ດອກເບັ້ຽ 15% ອາຍຸພັນທະບັດ 6 ເດືອນ.​
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.