ເຣື້ອງທີ່ເກັບບັນທຶກໄວ້
2024-04-17
ປະເທດລາວ ບໍ່ສາມາດປະຕິບັດໄດ້ ຕາມມາດຕະການຂອງ ອົງການຕ້ານການຟອກເງິນສາກົນ ຂອງກຸ່ມປະເທດເອເຊຍ-ແປຊິຟິກ ຫຼື APG ຈຶ່ງຕົກຢູ່ໃນບັນຊີ ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ ໃນເລື່ອງບັນຫາ ການຟອກເງິນ.
2024-04-17
ທາງການແຂວງເຊກອງ ເຜີຍແຜ່ບົດສະຫຼຸບ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ລະບຸວ່າ ທົ່ວແຂວງເຊກອງ ມີຄອບຄົວທັງໝົດ 29,051 ຄອບຄົວ, ເປັນຄອບຄົວທຸກຍາກ 10,882 ຄອບຄົວ ໃນນັ້ນ, ແຂວງ ສາມາດແກ້ໄຂຄອບຄົວທຸກຍາກ ໄດ້ 300 ຄອບຄົວ ຂອງຄອບຄົວທັງໝົດ.
2024-04-16
ທ່ານ ໂຈ່ ໄບ່ເດັ້ນ, ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍ ເຟສບຸກ ໃນວັນທີ 13 ເມສາ 2024 ນີ້ ອອຍພອນປີໃໝ່ ໃຫ້ປະຊາຊົນລາວທຸກຖ້ວນໜ້າ ທີ່ພວມສະເຫຼີມສະຫຼອງ ບຸນປີໃໝ່ລາວ.
2024-04-16
ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປີດເຜີຍວ່າ ພາກສ່ວນກ່ຽວຂ້ອງ ທັງອົງການພາກລັດ ແລະ ອົງການຈັດຕັ້ງສາກົນ ເກັບກູ້ລະເບີດ ໃນເຂດເນື້ອທີ່ດິນທັງໝົດ 87,323 ກວ່າເຮັກຕ້າຣ໌ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈຳນວນ 1,915,780 ກວ່າໜ່ວຍ.
2024-04-16
ຄົນງານພາຍໃນປະເທດ ບໍ່ພຽງພໍ ກະທົບຫຼາຍພາກສ່ວນ ທີ່ໃຊ້ຄົນງານ ແລະ ສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ກຳປະເຊີນກັບຄວາມຫຍຸ້ງຍາກ ຍ້ອນຂາດເຂີນຄົນງານ ເກັບໝາກກາເຟ ໂດຍສະເພາະ ໃນລະດູເກັບກູ້ໝາກກາເຟ ທີ່ມີຄວາມຕ້ອງການຄົນງານຫລາຍເຖິງ 600 ຄົນ.
2024-04-16
ທາງການລາວ ກຽມຍົກຍ້າຍຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ຈຳນວນ 4 ບ້ານ ປະມານກ່ວາ 400 ຄອບຄົວ ຈາກທັງໝົດ 11 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ປະກອບມີ ບ້ານລາດຫານ, ບ້ານຍວຍໄຮ່ ແລະ ບ້ານຄົກຜຸ ສ່ວນຊາວບ້ານກັງວົນ ບໍ່ກັບການຊົດເຊີຍ.
2024-04-15
ໃນໄລຍະບຸນປີໃໝ່ລາວປີນີ້ ການໃຊ້ຈ່າຍຂອງປະຊາຊົນຫລຸດລົງ ໂດຍສະເພາະພໍ່ຄ້າ-ແມ່ຄ້າ ຂາຍເຄື່ອງຕາມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ຂາຍໄດ້ໜ້ອຍລົງ ເນື່ອງຈາກລາຄາສິນຄ້ານຳເຂົ້າຈາກໄທຍ ແພງຂຶ້ນທົບເຄິ່ງ, ສ່ວນສິນຄ້າທີ່ໄດ້ຮັບຄວາມນິຍົມ ໃນເທດສະການປີໃໝ່ລາວ ແມ່ນພວງມະໄລດອກດາວເຮືອງ.
2024-04-15
ອຸບັດຕິເຫດ ຕາມທ້ອງຖະໜົນ ໃນທົ່ວປະເທດ ຫລາຍກວ່າປີກາຍ ເວົ້າສະເພາະ ໃນວັນທີ 13-14 ເມສາ ທີ່ຜ່ານມາ ເກີດອຸບັດຕິເຫດທັງໝົດ 138 ກໍລະນີ, ພາຫະນະເປ່ເພ 241 ຄັນ, ມີຜູ້ບາດເຈັບ 253 ຄົນ ແລະ ຜູ້ເສຍຊີວິດ 13 ຄົນ ອີງຕາມຂໍ້ມູນຈາກ ກົມຕຳຫຼວດຈະລາຈອນ.
2024-04-15
ບົດລາຍງານຂອງທະນາຄານໂລກ ທີ່ເປີດເຜີຍເຖິງແຜນການຕິດຕາມ ສະຫວັດດີການ ແລະ ເສດຖະກິດຄົວເຮືອນໃນທົ່ວປະເທດ ເຊິ່ງເປັນການສຳຫຼວດ ຄັ້ງທີ 8 ນັບຕັ້ງແຕ່ວັນທີ 21 ມັງກອນ ຫາ 20 ກຸມພາ 2024 ແລະຍັງພົບຄວາມບໍ່ໝັ້ນຄົງ ຂອງລະບົບເສດຖະກິດ ມະຫາພາກ ແຕ່ອັດຕາເງິນເຟີ້ຄົງທີ.
2024-04-15
ການະຂະຫຍາຍຕົວ ທາງເສດຖະກິດ ຂອງ ສປປ ລາວ ຈະຢູ່ປະມານ 4% ໃນປີ 2024-2025 ເຫດຜົນ ເປັນຍ້ອນຂະແໜງການທ່ອງທ່ຽວ ແລະການບໍລິການ ມີການຂະຫຍາຍຕົວ ສ່ວນຂະແໜງການອື່ນໆ ຍັງບໍ່ທັນຂະຫຍາຍຕົວດີເທົ່າທີ່ຄວນ.
2024-04-14
ກອງກໍາລັງ ຝ່າຍຕໍ່ຕ້ານທະຫານມຽນມາ ແລະ ພັນທະມິດ ໄດ້ກ່າວອ້າງວ່າ ເຂົາເຈົ້າສາມາດຍຶດ ຖານທີ່ໝັ້ນສຸດທ້າຍ ຂອງທະຫານມຽນມາ ຢູ່ເມືອງເມຍວະດີ ລັດກະຍີ່ນ ໃນວັນເສົາທີ່ຜ່ານມາ.
2024-04-14
ເປົ້າໝາຍ ອອກຈາກປະເທດ ດ້ອຍພັດທະນາ ຂອງລາວ ອາດຍັງບໍ່ເຖິ່ງຝັ່ງຝັນ, ສານເຄມີ ທີ່ກຳລັງ ຈະຂົນໄປ ໃຫ້ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ ຫ້ວຍນ້ອຍ ເຂດບ້ານ ພູຊ້າງຄຳ, ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ.
2024-04-13
EP-40 ພາກທີ 2 ໄດ້ສຳພາດ ທ່ານນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos ເວົ້າວ່າ ມີປະຊາຊົນ ປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກສານພິດ ຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້ ຂອງປະເທດລາວ.
2024-04-12
ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ເປີດໃຫ້ຜູ້ໂດຍສານຊື້ປີ້ລົດໄຟ ໄດ້ລ່ວງໜ້າ 7 ວັນ ຕັ້ງແຕ່ວັນທີ 14 ຫາ 22 ເມສາ 2024 ເພື່ອອໍານວຍຄວາມສະດວກ ໃນຊ່ວງໄລຍະບຸນປີໃໝ່ລາວ ແລະມີຄ່າບໍລິການ ເພີ່ມຂຶ້ນ 20,000 ກີບ ຈາກລາຄາ ປົກກະຕິ 50,000 ມາເປັນ 70,000 ກີບຕໍ່ປີ້.
2024-04-12
ເມື່ອວັນທີ 09 ເມສາ ມີການເຜີຍແຜ່ ຄລິບວິດີໂອໃນສື່ສັງຄົມອອນລາຍ ສະແດງໃຫ້ເຫັນປະກົດການນໍ້າຂຸ້ນ ຢູ່ແມ່ນໍ້າງາ ເຂດບ້ານນໍ້າງາ ເມືອງນໍ້າບາກ ແຂວງຫຼວງພຣະບາງ ນໍ້າມີ ລັກສະນະຂຸ້ນເປັນຂີ້ຕົມ ໂດຍບໍ່ຮູ້ສາເຫດ. ເຫດການນີ້ເກີດມາໄດ້ 3-4 ວັນແລ້ວ ທັງທີ່ວ່າໃນໄລຍະນີ້ບໍ່ມີຝົນຕົກ.