ເສດຖະກິດລາວ ຈະຂະຫຍາຍຕົວ ປະມານ 4% ໃນປີ 2024-2025
2024.04.15

ທະນາຄານພັດທະນາອາຊີ ຫລື ADB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວ ໃນລະດັບປານກາງ ປະມານ 4% ໃນປີ 2024 ແລະ 2025 ຍ້ອນຂະແໜງການທ່ອງທ່ຽວ ແລະການບໍລິການ. ສ່ວນຂະແໜງການອື່ນໆ ຍັງບໍ່ທັນຂະຫຍາຍ ຕົວດີປານໃດ ຍ້ອນອັດຕາເງິນເຟີ້, ອັດຕາແລກປ່ຽນ ແລະໜີ້ສິນສາທາລະນະສູງ, ອີງຕາມບົດລາຍງານເສດຖະກິດລາວ ປະຈໍາເດືອນເມສາ 2024 ຂອງທະນາຄານພັດທະນາອາຊີ.
ກ່ຽວກັບເລື່ຶອງນີ້ ເຈົ້າໜ້າທີ່ທະນາຄານພັດທະນາອາຊີ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສານີ້ວ່າ:
“ໂຕເລກເສດຖະກິດ ຂະຫຍາຍຕົວເນາະ. ປັດໄຈນຶ່ງຄືວ່າຂະແໜງການທ່ອງທ່ຽວ ບໍລິການຈະຂະຫຍາຍຕົວຢູ່. ຕົວອື່ນກະແຜວໝົດເນາະ ເພາະວ່າທຸກມື້ນີ້ພາກລັດເຮົາ ມັນມີຂໍ້ຈໍາກັດເນາະ ຄືງົບປະມານກະມີບັນຫາ ໜີ້ກະສູງແລ້ວຢືມບໍ່ໄດ້ແລ້ວ.”
ທະນາຄານພັດທະນາອາຊີ ຄາດວ່າ ຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວ ໃນປີນີ້ ປະມານ 4.2 ລ້ານຄົນ ແລະຈະມີລາຍຮັບຈາກຂະແໜງ ການທ່ອງທ່ຽວ ແລະການບໍລິການເຖິງ 40% ຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ ຫລື GDP.
ທ່ານ Sonomi Tanaka ຜູ້ອໍານວຍການທະນາຄານ ພັດທະນາອາຊີ ໄດ້ກ່າວໃນບົດລາຍງານນັ້ນວ່າ ຄວາມກົດດັນຈາກໜີ້ສິນ ທີ່ບໍ່ຍືນຍົງ ແລະອັດຕາເງິນເຟີ້ສູງ ອາດຈະເຮັດໃຫ້ຈັງຫວະການຟື້ນຕົວ ຂອງເສດຖະກິດລວມຂອງລາວ ຫລຸດລົງ ແລະຄວາມກົດດັນຂອງອັດຕາເງິນເຟີ້ ກໍຄາດວ່າຈະຍັງມີຢູ່ ຍ້ອນວ່າ ທຸລະກິດຂຶ້ນລາຄາ ເພື່ອຊົດເຊີຍຄ່າໃຊ້ຈ່າຍສູງ ຍ້ອນເງິນກີບອ່ອນຄ່າ ແລະການເພີ່ມຄ່າຈ້າງ. ຄ່າບໍລິໂພກ ຄາດວ່າຈະເພີ່ມຂຶ້ນໂດຍສະເລ່ຍ 20% ໃນປີນີ້ ແລະຈະຄ່ອຍໆຫລຸດລົງເປັນ 7% ໃນປີໜ້າ.
ເພື່ອຊ່ອຍແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ກະຊວງອຸດສາຫະກໍາ ແລະການຄ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລັດຖະບານລາວ ຄວນຈະເລັ່ງຊຸກຍູ້ ສົ່ງເສີມປະຊາຊົນ ແລະພາກການກະເສດ ໃຫ້ຜະລິດສິນຄ້າປະ ເພດຕ່າງໆ ທີ່ເປັນສະບຽງອາຫານ ສໍາລັບພາຍໃນ ແລະສົ່ງອອກ ຍ້ອນວ່າ ປັດຈຸບັນ ສິນຄ້າເກືອບທຸກປະເພດ ຍັງນໍາເຂົ້າມາຈາກຕ່າງປະເທດ ເຮັດໃຫ້ລາຄາສິນຄ້າອຸປະໂພກ-ບໍລິໂພກແພງຂຶ້ນ.
“ຄັນເພິ່ນຄ່ອຍຫັນຊຸກຍູ້ ສົງເສີມການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້ານີ້ ໃຫ້ນັບມື້ນັບຫລາຍຂຶ້ນ ຈຶ່ງຈະສາມາດແກ້ໄຂ ແລະກະເຮັດໃຫ້ມີການຄົງຕົວໄດ້ ບໍ່ທັນວ່າຂະຫຍາຍຕົວ.”
ແລະຊາວນະຄອນຫລວງວຽງຈັນ ນາງນຶ່ງ ກໍເວົ້າວ່າ ບໍ່ຮູ້ເລື່ອງເສດຖະກິດ ວ່າຂະແໜງການໃດແດ່ ຂະຫຍາຍຕົວ ແຕ່ສໍາລັບປະຊາຊົນ ດຽວນີ້ປະເຊີນກັບຄ່າຄອງຊີບແພງຫລາຍ, ລາຍຈ່າຍຕໍ່ເດືອນ 4-5 ລ້ານກີບ ກໍຍັງບໍ່ກຸ້ມກິນ ແຕ່ລາຍຮັບພັດມີປະມານ 2-3 ລ້ານປາຍກີບເທົ່ານັ້ນ, ເຮັດໃຫ້ສະພາບຈິດໃຈຂອງຄົນລາວ ເໝື່ອຍລ້າ, ບໍ່ມີກໍາລັງໃຈໃນການໃຊ້ຊີວິດ.
ດັ່ງທີ່ນາງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສານີ້ວ່າ:
“ບໍ່ໄຫວເພາະວ່າເຝີດຽວນີ້ ກະຖ້ວຍເທົ່າໃດແລ້ວ ບາດນີ້ເນາະ ມັນບໍ່ກຸ້ມກິນວ່າຊີ້ສາ ຄ່າຄອງຊີບສູງຊີ້ນ່າ ມັນຈໍາເປັນຕ້ອງໄດ້ຈ່າຍເນາະ ໜີ້ກະຄຸນຂຶ້ນໆບາດນີ້ ກະຫລາຍຄົນທີ່ມັນເປັນແບບນັນ.”
ຢູ່ແຂວງບໍລິຄໍາໄຊ ພະນັກງານທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ໄລຍະນີ້ ເປັນໄລຍະເວລາທີ່ປະຊາຊົນ ແລະພະນັກງານ-ລັດຖະກອນຊັ້ນຜູ້ນ້ອຍ ມີຊີວິດການເປັນຢູ່ຫຍຸ້ງຍາກ ລໍາບາກທີ່ສຸດ ເພາະຄ່າຄອງຊີບ ນັບມື້ແພງຂຶ້ນນໍາເລື້ອຍໆ ທຽບກັບເງິນເດືອນທີ່ໄດ້ຮັບ.
“ທຽບໃສ່ເງິນເດືອນຈັ່ງຊີ້ ມັນກະຕ້ອງໄດ້ລໍາບາກຫັ້ນແຫລະ ຄັນຄືປັດຈຸບັນນີ້ເສະ ກະຖືວ່າລໍາບາກຫັ້ແຫລະ ສິບໍ່ລອດແຫລະ ຄ່າຄອງຊີບມັນແພງຫລາຍ ລາຄາກັບເງິນມັນຂຶ້ນ ມັນກະຂຶ້ນໄປນໍາລຍ.”
ແລະຢູ່ແຂວງຜົ້ງສາລີ ລັດຖະກອນຜູ້ນຶ່ງ ກໍເວົ້າວ່າ ໄລຍະນີ້ ເສດຖະກິດລາວຫຍຸ້ງຍາກຫລາຍ, ການຜະລິດບໍ່ກຸ້ມຕົນເອງ, ສິນຄ້າເກືອບທຸກປະເພດ ແມ່ນນໍາເຂົ້າມາຈາກຕ່າງປະເທດ, ເງິນກີບເຟີ້, ລາຄາເຄື່ອງຂອງແພງ ປະຊາຊົນ ລວມທັງພະນັກງານ-ລັດຖະກອນ ເດືອດຮ້ອນ.
“ເວົ້າເລື້ອງເສດຖະກິດນີ້ມັນກະ ຫຍູ້ງຍາກຫລາຍ 2 ຄົນກະເກືອບບໍ່ພໍກິນນ່າ ສິນຄ້າເຮົາສ່ວນຫລາຍກະບໍ່ໄດ້ຜະລິດເອງໄດ້ໝົດຫັ້ນນ່າ ກຸ້ມຕົວເອງບໍ່ໄດ້ ຊິຄືກັນໝົດແຫລະ ເບິ່ງໂດຍລວມກະທົ່ວປະເທດ ມັນກະຊິມີຄວາມຫຍູ້ງຍາກ.”
ເວົ້າເຖິງເງິນເຟີ້ຢູ່ລາວ ສູນສະຖິຕິແຫ່ງຊາດ ກະຊວງແຜນການແລະການລົງທຶນ ລາຍງານວ່າ ອັດຕາ ເງິນເຟີ້ຢູ່ປະເທດລາວ ປະຈໍາເດືອນມີນາ 2024 ນີ້ຢູ່ທີ່ 24.98%. ຖ້າລວມໄຕມາດທໍາອິດ ຫລື 3 ເດືອນຕົ້ນປີນີ້ ຢູ່ທີ່ 24.93% ຄືເງິນເຟີ້ ຢູ່ໃນລະດັບທີ່ສູງຫລາຍ ທຽບໃສ່ຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງໄວ້ ບໍ່ໃຫ້ເກີນ 9%.
ໃນກອງປະຊຸມ ຂອງລັດຖະບານລາວ ປະຈໍາເດືອນມັງກອນທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາເສດຖະກິດ- ການເງິນຂອງປະເທດ ທີ່ຫຍຸ້ງຍາກ ໃຫ້ກັບມາຟື້ນຕົວໄດ້ໄວທີ່ສຸດ ໂດຍສະເພາະບັນຫາເງິນເຟີ້ ແລະອັດຕາແລກປ່ຽນ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ປະເທດ ແລະການດໍາລົງຊີວິດ ຂອງປະຊາຊົນ.
ໃນຂະນະທີ່ຄາດໝາຍແຫລ່ງທຶນ ເພື່ອພັດທະນາຂອງລາວ ໃນປີ 2024 ທີ່ໄດ້ຮັບການຮັບຮອງ ໂດຍກອງປະຊຸມສະພາແຫ່ງຊາດ ແມ່ນມີຄວາມຕ້ອງການທຶນ 56,784 ຕື້ກີບ, ເທົ່າກັບ 19,32% ຂອງລວມຍອດມູນຄ່າ ຜະລິດຕະພັນພາຍໃນ.