ຜູ້ນຳສະຫະລັດ ອອຍພອນປີໃໝ່ລາວ ແກ່ປະຊາຊົນໃນທົ່ວປະເທດລາວ, ຊຸມຊົນລາວໃນສະຫະລັດ
2024.04.16

ໃນໂອກາດບຸນປີໃໝ່ລາວ ພ.ສ. 2567 ນີ້ ທ່ານ ໂຈ່ ໄບ່ເດັ້ນ, ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍ ເຟສບຸກ ໃນວັນທີ 13 ເມສາ 2024 ນີ້ ອອຍພອນປີໃໝ່ ໃຫ້ປະຊາຊົນລາວທຸກຖ້ວນໜ້າ ທີ່ພວມສະເຫຼີມສະຫຼອງ ບຸນປີໃໝ່ລາວ. ທ່ານ ໂຈ່ ໄບ່ເດັ້ນ ປະທານາທິບໍດີສະຫະລັດ ແລະ ພັນລະຍາ ຍານາງ ຈິ່ວ ໄບ່ເດັ້ນ ອວຍພອນໄຊ ໃຫ້ປະຊາຊົນລາວ ທຸກຖ້ວນໜ້າ ຈົ່ງມີຄວາມອົບອຸ່ນໃຈ, ສະບາຍໃຈ ແລະ ມີຄວາມສຸກ ໃນໂອກາດບຸນປີໃໝ່ລາວ ນີ້ ແລະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ສປປ ລາວ ກໍໄດ້ອວຍພອນປີ ໃໝ່ ໃນມື້ວັນທີ 11 ເມສາ 2024 ແກ່ປະຊາຊົນລາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງຊາວຕ່າງດ້າວ ທີ່ອາໄສຢູ່ປະເທດລາວ ໃຫ້ມີໂຊກມີໄຊ ຕະຫຼອດບຸນປີໃໝ່ລາວ, ໃຫ້ພາກັນສະເຫຼີມສະຫຼອງ ຢ່າງມີຄວາມສຸກ, ໂຊກດີ ແລະ ປອດໄພ. ພ້ອມກັນນັ້ນ ທອງລຸນ ສີສຸລິດ ປະທານປະເທດ ກໍໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວ ສາມັກຄີກັນ ຜ່ານຜ່າອຸປະສັກນາໆປະການ ທີ່ພວມປະເຊີນຢູ່ນີ້, ໂດຍສະເພາະອຸປະສັກ ຈາກບັນຫາເສດຖະກິດ ທີ່ເກີດຈາກທັງປັດໄຈພາຍໃນ ແລະ ພາຍນອກ.
ແລະທ່ານ ແອ່ນໂທ່ນີ້ ບລິ່ງເຄັ້ນ, ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ກໍໄດ້ອອກບົດຖະແຫຼງຂ່າວໃນມື້ວັນທີ 11 ເມສາ 2024 ຜ່ານເວັບໄຊ້ ຂອງກະຊວງການຕ່າງປະເທດສະຫະລັດ ອວຍພອນປີໃໝ່ລາວ ໄປຍັງປະຊາຊົນລາວ ຢູ່ໃນປະເທດລາວ ໃຫ້ມີຄວາມສຸກ, ມີສຸກຂະພາບດີ ແລະເປັນປີໃໝ່ລາວ ທີ່ມັ່ງມີສີສຸກ.
ທ່ານກ່າວຕື່ມວ່າ ຖ່າມກາງທີ່ປະຊາຊົນລາວ ພວມສະເຫຼີມສະຫຼອງ ມື້ພັກຜ່ອນຍາວ ທີ່ພິເສດນີ້, ປະເທດສະຫະລັດອາເມຣິກາ ກໍລໍຖ້າ ໃນການເພີ່ມພູນ ການຮ່ວມມື ແບບກວມລວມ ແລະ ຮ່ວມເຮັດວຽກຢ່າງໃກ້ຊິດ ກັບປະເທດລາວ ເພື່ອສະໜັບສະໜູນ ການເປັນປະທານວຽນອາຊຽນ ຂອງປະເທດລາວ. ມັນມີຈຸດຮ່ວມທີ່ສຳຄັນ ທີ່ເຮັດໃຫ້ລັດຖະບານ ສະຫະລັດອາເມຣິກາ ແລະ ລັດຖະບານລາວ ຮ່ວມເຮັດວຽກນຳກັນໄດ້ ນັ້ນກໍຄື ຄວາມຄາດຫວັງຮ່ວມກັນ ທີ່ຈະຍົກລະດັບ ວຽກງານການພັດທະນາ ໃນດ້ານຕ່າງໆ, ການຂະຫຍາຍໂຕ ທາງດ້ານເສດຖະກິດ, ວຽກງານສາທາລະນະສຸກ ແລະ ການພົວພັນ ລະຫວ່າງກຸ່ມຄົນຕ່າງໆ. ທ່ານກ່າວວ່າ ຄຳໝັ້ນສັນຍາ ຂອງພວກເຮົາ ໃນການເສີມຂະ ຫຍາຍ ສັນຕິພາບ ແລະຄວາມໝັ້ນຄົງ ຂອງສອງປະເທດ ລວມທັງໃນພາກພື້ນ ຍັງຄົງເປັນຄຳໝັ້ນສັນຍາ ທີ່ໝັ້ນແກ່ນ.
ໃນໂອກາດບຸນປີໃໝ່ລາວປີນີ້ ທ່ານ ແອ່ນໂທ່ນີ້ ບລິ່ງເຄັ້ນ, ລັດຖະມົນຕີ ກະ ຊວງການຕ່າງປະເທດ ສະຫະລັດອາເມຣິກາ ກໍອວຍພອນໄຊ ໃຫ້ປະຊາຊົນລາວທຸກຖ້ວນໜ້າ ຢູ່ໃນປະເທດລາວ ແລະ ຊາວລາວ ໃນຊຸມຊົນລາວ-ອາເມຣິກັນ ທີ່ດຳລົງຊີວິດ ຢູ່ໃນປະເທດ ສະຫະລັດອາເມຣິກາ ຂໍໃຫ້ມີຄວາມສຸກ ໃນການສະເຫຼີມສະຫຼອງ ບຸນປີໃໝ່ລາວນີ້. ໂຊກດີປີໃໝ່.