ລົດໄຟລາວ-ຈີນ ເປີດໃຫ້ຜູ້ໂດຍສານຊື້ປີ້ລ່ວງໜ້າ ໃນໄລຍະບຸນປີໃໝ່ລາວ
2024.04.12
ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ເປີດໃຫ້ຜູ້ໂດຍສານ ຈອງປີ້ລົດໄຟໄດ້ລ່ວງໜ້າ 7 ວັນ ຕັ້ງແຕ່ວັນທີ 14 ຫາ 22 ເມສາ 2024 ເພື່ອອໍານວຍຄວາມສະດວກ ໃນຊ່ວງໄລຍະ ບຸນປີໃໝ່ລາວ ທີ່ຈະມາເຖິງ.
ສໍາລັບ ລາຄາປີລົດໄຟລ່ວງໜ້ານັ້ນ ຍັງລາຄາເທົ່າເດີມ ເປັນຕົ້ນ ຂະບວນລົດໄຟພາຍໃນປະເທດ ບ່ອນນັ່ງຊັ້ນ 2 ຈາກສະຖານນີ ນະຄອນຫລວງວຽງຈັນ ໄປນະຄອນ ຫລວງພຣະບາງ ລາຄາຢູ່ທີ່ 330,000 ກີບຕໍ່ຄົນ/ຖ້ຽວ.
ເຖິງຢ່າງໃດກໍຕາມ ຄ່າບໍຣິການ ໃນການຈອງປີ້ລົດໄຟ ຈາກບໍລິສັດ ຮັບຈອງປີ້ຈະປັບເພີ່ມຂຶ້ນໃນ ຊ່ວງໄລຍະບຸນປີໃໝ່ລາວ ຈາກຄ່າບໍຣິການຈອງເດີມຢູ່ທີ່ 50,000 ກີບ ປັບຂຶ້ນເປັນ 70,000 ກີບ ຍ້ອນໄລຍະບຸນປີໃໝ່ລາວ ມີຄວາມຕ້ອງການປີ້ລົດໄຟຫລາຍ.
ດັ່ງ ພະນັກງານຮັບຈອງປີ້ ລົດໄຟ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 11 ເມສາ 2024 ນີ້ວ່າ:
“ຈອງກ່ອນລ່ວງໜ້າໄດ້ 7 ມື້ແລ້ວ ຊ່ວງບຸນຂ້າເຈົ້າເປີດກ່ອນພິເສດ ແຕ່ວ່າ ສະຖານນີແທ້ນີ່ ລາຄາເດີມ ແຕ່ວ່າຜູ້ຈອງນີ້ລາຄາເພີ່ມ ຄົນເດີນທາງຫລາຍ ຂ້າເຈົ້າຈະເພີ່ມໜ້ອຍນຶ່ງ ລາຄາປົກກະຕິ ໂຕຄວາມໄວຊ້າແລ້ວ 284,000 ກີບ ແລ້ວຄວາມໄວສູງຫັ້ນມີ 2 ລາຄາ ໂຕລາຄາຊັ້ນ 2 ຫັ້ນ 330,000 ກັບ 393,000 ແຕ່ກ່ອນທໍາມະດາ ຂ້ອຍກໍເພີ່ມ 50,000 ກີບ ແຕ່ວ່າຊ່ວງສົງການ ກໍ 70,000 ແລ້ວ ຈະເພີ່ມຕື່ມ 20,000 ຊ່ວງບຸນນີ້ຫັ້ນນ່າ.”
ໃນໄລຍະບຸນປີໃໝ່ລາວ ຊາວລາວຫລາຍຄົນ ໄດ້ເລີ່ມທະຍອຍ ເດີນທາງກັບບ້ານ ຂະນະທີ່ນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດບາງສ່ວນ ກໍຕ້ອງການເດີນທາງ ໄປຫລີ້ນບຸນປີໃໝ່ ຢູ່ນະຄອນຫລວງພຣະບາງ ຫລື ວັງວຽງນໍາກັນ ເຮັດໃຫ້ປີ້ລົດໄຟ ໃນຊ່ວງໄລຍະນີ້ ຖືກຈັບຈອງ ຈົນເກືອບໝົດແລ້ວ.
ປີ້ລົດໄຟຕັ້ງແຕ່ວັນທີ 12 ຫາ 14 ເມສາ ຖືກຂາຍໝົດແລ້ວ ສ່ວນປີ້ວັນທີ 15 ຍັງມີປີ້ເຫລືອຢູ່ບາງສ່ວນ ແຕ່ກໍເກືອບຈະເຕັມແລ້ວ ຄືກັນ.
ດັ່ງ ພະນັກງານຈອງປີ້ລົດໄຟ ຢູ່ນະຄອນຫລວງວຽງຈັນ ອີກນາງນຶ່ງກ່າວວ່າ:
“ປີ້ມັນບໍ່ມີແລ້ວນະ ແມ່ນແຫລະ ປີ້ມັນເບິດເລີຍ ມື້ໃດກະເບິດເລີຍນະ ແມ່ນ ຊ່ວງບຸນ ກາຍຊ່ວງບຸນໄປ ກໍບໍ່ມີແລ້ວ ໄປໃສກໍບໍ່ມີເລີຍ ປີ້ວັນທີ 12,13,14 ກ້ຽງ ວັນທີ 15 ນີ້ກໍກຽມ ກຽມຊິເບິດ ບາງຖ້ຽວກໍມີ ບາງຖ້ຽວກໍບໍ່ມີ ວັນທີ 15 ຍັງມີຖ້ຽວເຊົ້າ ເກົ້າໂມງ ກັບຖ້ຽວ ສາມໂມງແລງ.”
ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຫ້ອງພັກບາງສ່ວນ ກໍຖືກຈອງເຕັມໝົດແລ້ວ ແຕ່ວັນທີ 14 ຫາ ວັນທີ 16 ນັກທ່ອງທ່ຽວສ່ວນຫລາຍ ເປັນນັກທ່ອງທ່ຽວໄທ ແລະ ຕ່າງຊາດ ທີ່ນິຍົມມາທ່ຽວ ຫລວງພຣະບາງດ້ວຍລົດໄຟ ລາວ-ຈີນ.
ດັ່ງ ຜູ້ປະກອບການເຮືອນພັກ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“14 15 16 ເຕັມເບິດແລ້ວ ບາງບ່ອນກໍເຕັມ ບາງບ່ອນກໍບໍ່ເຕັມ ຫລາຍ ໂອ້ ມີແຕ່ຄົນໄທ ມີແຕ່ຄົນໄທຫລາຍມາຈອງຫ້ອງ ແມ່ນແລ້ວ ສ່ວນຫລາຍຂ້າເຈົ້າຂີ່ລົດໄຟ.”
ເມືອງວັງວຽງ ແຂວງວຽງຈັນ ເປັນອີກແຫລ່ງທ່ອງທ່ຽວນຶ່ງ ທີ່ມີຊື່ສຽງ ຂອງລາວ ທີ່ຜ່ານມາ ໄດ້ດຶງດູດນັກທ່ອງທ່ຽວ ຈາກພາຍໃນ ຕ່າງປະເທດ ໃຫ້ມາທ່ຽວໄດ້ຫລາຍ ແຕ່ໃນໄລຍະບຸນປີໃໝ່ນີ້ ຈະເຫັນນັກທ່ອງທ່ຽວພາຍໃນ ເຊິ່ງສ່ວນຫລາຍ ຈາກນະຄອນຫລວງວຽງຈັນ ເຂົ້າມາທ່ອງທ່ຽວໃນເມືອງວັງວຽງ ຫລາຍກວ່າໝູ່ ແລະ ຫລາຍກວ່າ 90% ຂອງນັກທ່ອງທ່ຽວ ຈະມາທ່ຽວວັງວຽງ ດ້ວຍລົດໄຟລາວ-ຈີນ.
ດັ່ງ ພະນັກງານນໍາທ່ຽວ ຢູ່ເມືອງວັງວຽງ ທ່ານນຶ່ງກ່າວວ່າ:
“ສ່ວນຫລາຍວັງວຽງນີ້ ຊ່ວງເທສການປີໃໝ່ ເວົ້າເລື້ອງນັກທ່ອງທ່ຽວຈະນ້ອຍເດີ້ ມັນຈະມີຄົນລາວ ທ່ອງທ່ຽວພາຍໃນ ສ່ວນຫລາຍຈະເປັນຄົນນະຄອນຫລວງວຽງຈັນ ມານີ່ມາທ່ຽວ ສ່ວນຫລາຍເຂົາຈະລົງວົງດົນຕີຣຢູ່ແຄມນ້ໍາ ອາກາດມັນຮ້ອນເດ້ ຕັ້ງແຕ່ວ່າ ເຮົາເປີດທົ່ວລົດໄຟ ມານີ້ນີ່ ສະເພາະຫາວັງວຽງ ຫາວຽງຈັນ ຫລືວ່າ ວັງວຽງຫລວງພຣະບາງ ເຂົາຈະໃຊ້ລົດໄຟ ເກືອບວ່າ 90% ເນີ້.”
ນອກຈາກນີ້ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການເດີນທາງ ຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງ ລະຫວ່າງ ສອງສະຖານີ ນີ້.
ພ້ອມດຽວກັນນັ້ນ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ປັບຕາຕະລາງ ເດີນລົດ ບາງສະຖານນີ ເພື່ອອໍານວຍຄວາມສະດວກ ໃນການເດີນທາງ ຂອງຜູ້ໂດຍສານ ນໍາ.
ຕັ້ງແຕ່ວັນທີ 1 ພືສຈິກາ 2023 ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ປັບຂຶ້ນລາຄາປີ້ໂດຍສານ ລົດໄຟລາວ-ຈີນ ທຸກປະເພດ ແລະ ທຸກຊັ້ນບ່ອນນັ່ງ ທັງຂະບວນພາຍໃນປະເທດ ແລະ ຂະບວນ ລະຫວ່າງປະເທດ ໂດຍປັບຂຶ້ນຕາມອັດຕາແລກປ່ຽນ ລະຫວ່າງ ເງິນກີບ ກັບເງິນຫຍວນ ເຮັດໃຫ້ຂະບວນລົດໄຟ EMU ພາຍໃນປະເທດ ບ່ອນນັ່ງຊັ້ນ 2 ຈາກສະຖານນີ ນະຄອນຫຼວງວຽງຈັນ ຫາ ສະຖານນີ ຫຼວງພຣະບາງ ປັບຂຶ້ນເປັນລາຄາ 330,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 275,000 ກີບຕໍ່ຄົນ/ຖ້ຽວ ແລະ ຂະບວນລົດໄຟ EMU ລະຫວ່າງປະເທດ ບ່ອນັ່ງຊັ້ນ 2 ຈາກສະຖານນີ ນະຄອນຫຼວງວຽງຈັນ ຫາ ສະຖານີ ຄຸນໝິງໃຕ້ ປະເທດຈີນ ຖືກປັບຂຶ້ນເປັນລາຄາ 1,626,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 1,355,000 ກີບຕໍ່ຄົນ/ຖ້ຽວ ໂດຍທຸກລາຄາ ຍັງບໍ່ລວມຄ່າທຳນຽມປີ້.