ປະຊາຊົນ ຢູ່ເຊກອງ ຫຼຸດພົ້ນຈາກຄວາມທຸກຍາກ 1% ໃນປີ 2023
2024.04.17
ທາງການແຂວງເຊກອງ ໄດ້ເຜີຍແຜ່ບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ໂດຍລະບຸວ່າ ທົ່ວແຂວງເຊກອງ ມີຄອບຄົວທັງໝົດ 29,051 ຄອບຄົວ, ເປັນຄອບຄົວທຸກຍາກ 10,882 ຄອບຄົວ ກວມເອົາ 37.45%. ໃນນັ້ນ, ແຂວງ ສາມາດແກ້ໄຂຄອບຄົວທຸກຍາກ ໄດ້ 300 ຄອບຄົວ, ກວມເອົາ 1% ຂອງຄອບຄົວທັງໝົດ ຊຶ່ງຖືວ່າ ຍັງເປັນສັດສ່ວນທີ່ໜ້ອຍຫຼາຍ. ເຮັດໃຫ້ຊາວບ້ານ ຕ້ອງພະຍາຍາມ ຊອກຫາແນວພັນພືດມາປູກຂາຍ ເພື່ອກຸ້ມກິນພາຍໃນຄອບຄົວ.
ກ່ຽວກັບເລື່ອງນີ້, ຊາວບ້ານນາງນຶ່ງ ຢູ່ເມືອງທ່າແຕງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ເມສາ ນີ້ວ່າ ໃນເຂດເມືອງທ່າແຕງ ກໍ່ມີຊາວກະສິກອນຈຳນວນຫຼາຍ ໂດຍສະເພາະ ຢູ່ນອກເຂດເທດສະບານເມືອງ ພາກັນປູກມັນຕົ້ນ ເພື່ອສົ່ງຂາຍ ທັງພາຍໃນ ແລະ ຕ່າງປະເທດ. ຍ້ອນມັນຕົ້ນເປັນພືດເສດຖະກິດ ທີ່ສ້າງລາຍໄດ້ໃຫ້ຊາວບ້ານຫຼາຍພໍສົມຄວນ. ທັງນີ້, ຊາວກະສິກອນ ຕ້ອງໄດ້ຈ້າງຄົນງານ ໃນການປູກມັນຕົ້ນ ຕົກຄົນລະ 100,000 ກີບ ຕໍ່ມື້.
“ໄທບ້ານ ເຂົາເຈົ້າປູກມັນຕົ້ນ. ຢູ່ທ່າແຕງ ມັນກະເປັນເມືອງ ແຕ່ວ່າເຂົາປູກ ກະຢູ່ທາງນອກໆໄປໜ້ອຍໜຶ່ງ. ປູກເບິດຫັ້ນແຫຼະແຖວນອກທ່າແຕງ ໄປກະແມ່ນໝົດ. (ຄ່າຈ້າງ) ມື້ລະແສນນັ້ນແຫຼະ ກະຮ້ອນຢູ່ ກະບໍ່ແຫ້ງປານໃດດອກ.”
ທາງດ້ານ ຊາວບ້ານອີກນາງນຶ່ງ ຢູ່ເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ນາງ ກໍ່ໄດ້ປູກໂສມຂາວ ອອກຂາຍ ຊຶ່ງກໍ່ໄດ້ລາຄາ ກິໂລລະ 170,000 ກີບ. ໂດຍປະກາດຂາຍ ຢູ່ໃນສື່ສັງຄົມອອນລາຍ ແລະ ຂາຍໃຫ້ພໍ່ຄ້າຄົນກາງ. ຊຶ່ງກໍ່ສ້າງລາຍໄດ້ໃນການກຸ້ມກິນ ພາຍໃນຄອບຄົວຂອງນາງໄດ້ ພໍສົມຄວນ:
“ແມ່ນແຫຼະ, ຫົວໃຫຍ່ຫັ້ນໂລ 170,000 ອ້າຍ. ສົ່ງຢູ່ ເຮົາຝາກ (ຂົນສົ່ງ) ອານຸສິດ ກັບຮຸ່ງອາລຸນໃຫ້. ແມ່ນ, ຂາຍດີຢູ່.”
ຂະນະທີ່ ເຈົ້າຂອງຟາມລ້ຽງສັດ ນາງນຶ່ງ ຢູ່ເມືອງທ່າແຕງ ແຂວງເຊກອງ ກ່າວວ່າ ການລ້ຽງສັດ ກໍ່ສ້າງລາຍໄດ້ໃຫ້ແກ່ຊາວບ້ານ ພໍສົມຄວນ. ນອກຈາກນີ້ແລ້ວ, ນາງ ກໍ່ມີແຜນ ຈະຂະຫຍາຍການປູກພືດເສດຖະກິດ ເປັນຕົ້ນ ໝາກກາເຟ ຍ້ອນມີສະພາບດິນທີ່ເໝາະສົມ ໃກ້ຄຽງກັບເຂດເມືອງປາກຊ່ອງ ແຂວງຈຳປາສັກ ທີ່ເປັນສ່ວນໜຶ່ງ ຂອງພູພຽງບໍລະເວນ. ພ້ອມທັງ ປຸກສ້າງໂຮງແຮມ-ທີ່ພັກ ຍ້ອນຢູ່ໃກ້ກັບສະໜາມກ໋ອບ ແລະ ມີທຳມະຊາດທີ່ສວຍສົດງົດງາມ. ຊຶ່ງກໍ່ຈະໄດ້ມີການຈ້າງຊາວບ້ານ ໃນເຂດເມືອງທ່າແຕງ ໃຫ້ເຮັດວຽກນໍາ ເພື່ອຫຼຸດຜ່ອນ ຄວາມທຸກຍາກຂອງຊາວບ້ານ ນຳດ້ວຍ.
“(ລາຍໄດ້) ກະພໍດີຢູ່ເຈົ້າ, ເຄິ່ງໆກາງໆເນາະ. ຢູ່ໃນຟາມເຮົາບໍ່ໄດ້ປູກຫຍັງເດີ້. ອໍ! ສວນກາເຟນີ້ໜ້າຈະເປີດຢູ່ເດີ້ເຈົ້າ ເພາະວ່າ ຢູ່ເຂດປາກຊ່ອງພຸ້ນເຈົ້າ. ແຕ່ວ່າ ສ່ວນອ້ອມແອ້ມເຮົາ ມີແຕ່ສະໜາມກ໋ອບ.”
ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ຂັ້ນແຂວງ, ເມືອງ ແລະ ບ້ານ ເພື່ອສອບຖາມ ກ່ຽວກັບລາຍລະອຽດ ຂອງເລື່ອງດັ່ງກ່າວ ແຕ່ກໍ່ບໍ່ສາມາດຕິດຕໍ່ໄດ້ ຍ້ອນເປັນມື້ພັກທາງລັດຖະການ ໃນໄລຍະບຸນປີໃໝ່ລາວ.
ທັງນີ້, ແຂວງເຊກອງ ຫາກໍ່ມີການຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ ໃນວັນທີ 4 ເດືອນເມສາ ທີ່ຜ່ານມາ. ຊຶ່ງໃນໂອກາດດັ່ງກ່າວ, ທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງ ແຂວງເຊກອງ ໄດ້ກ່າວເຖິງຜົນການແກ້ໄຂ ຄວາມທຸກຍາກ ຢູ່ແຂວງເຊກອງ ຕອນໜຶ່ງວ່າ:
“ຄວາມທຸກຍາກ ຂອງປະຊາຊົນ ໄດ້ຮັບການແກ້ໄຂ ນັບມື້ນັບດີຂຶ້ນ. ມີຫຼາຍບ້ານ ຫຼາຍຄອບຄົວ ໄດ້ກາຍເປັນຄອບຄົວຕົວແບບ ທາງດ້ານຜະລິດເປັນສິນຄ້າ, ຕົວແບບ ຍຸຕິການຖາງປ່າເຮັດໄຮ່ ຫັນມາເຮັດນາ ເຮັດສວນ.”
ທ່ານເຈົ້າແຂວງ ຍັງກ່າວອີກວ່າ ການລົງທຶນ ຈາກທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ດ້ານພະລັງງານໄຟຟ້າ ໄດ້ຊ່ອຍໃຫ້ຊາວບ້ານມີຊີວິດການເປັນຢູ່ທີ່ດີຂຶ້ນ. ແຕ່ຊາວບ້ານຈຳນວນໜຶ່ງ ກໍ່ສະແດງຄວາມກັງວົນ ກ່ຽວກັບບັນຫາ ທາງດ້ານສິ່ງແວດລ້ອມ ແລະ ການສູນເສຍທີ່ດິນທີ່ອາດຈະເກີດຂຶ້ນ ຍ້ອນໂຄງການລົງທຶນດັ່ງກ່າວ. ຊຶ່ງວິທຍຸເອເຊັຽເສຣີ ເຄີຍນຳສະເໜີກ່ຽວກັບເລື່ອງນີ້ ໃນເດືອນມັງກອນ ປີ 2024 ທີ່ຜ່ານມາ.
ຢ່າງໃດກໍຕາມ, ແຂວງເຊກອງ ກໍ່ຍັງເປັນແຂວງໜຶ່ງ ໃນປະເທດລາວ ທີ່ຍັງທຸກຍາກຫຼາຍ ຊຶ່ງໃນໄລຍະຜ່ານມາ, ບັນດາອົງການຈັດຕັ້ງສາກົນ ກໍ່ໄດ້ເຂົ້າມາຊ່ອຍເຫຼືອທາງການລາວ ກໍ່ຄື ທາງການແຂວງເຊກອງ ໃນຫຼາຍຮູບການ ເປັນຕົ້ນ ທະນາຄານໂລກ ໄດ້ຮ່ວມກັບ ກະຊວງກະສິກຳ ແລະປ່າໄມ້ຂອງລາວ ດຳເນີນໂຄງການ ປັບປຸງຊີວິດການເປັນຢູ່ ແລະ ການປັບໂຕ ກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ ຫຼື ໂຄງການ CLEAR ລະຫວ່າງ ປີ 2023 ຫາ ປິີ 2027 ໂດຍມູນຄ່າໂຄງການທັງໝົດ ແມ່ນ 45 ລ້ານໂດລ້າສະຫະລັດ. ຊຶ່ງໂຄງການດັ່ງກ່າວ ມີເປົ້າໝາຍ ແກ້ໄຂບັນຫາຄວາມທຸກຍາກ ແລະ ບັນຫາດ້ານໂພຊະນາການ ໃນຫຼາຍແຂວງ ຂອງປະເທດລາວ ລວມທັງ ແຂວງເຊກອງນໍາ.