ເຣື້ອງທີ່ເກັບບັນທຶກໄວ້
2024-03-20
ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ເປີດກອງປະຊຸມປຶກສາຫາລື ການສົ່ງເສີມ ຍົກລະດັບຄຸນນະພາບ ການບໍລິການປີທ່ອງທ່ຽວລາວ ເພື່ອປັບປຸງການໃຫ້ການບໍລິການຣົຖໄຟ ລາວ-ຈີນ ທີ່ສະດວກ ແລະວ່ອງໄວກ່ວາເກົ່າເພື່ອປະກອບສ່ວນ ຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024.
2024-03-20
ໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3 ຢູ່ບ້ານລ່ອງແຈ້ງ, ເມືອງລ່ອງແຈ້ງ ແລະໂຄງການ ເຂື່ອນໄຟຟ້ານໍ້າງຽບ 2C ຢູ່ບ້ານຊຽງຄົງ, ເມືອງທ່າໂທມ, ແຂວງໄຊສົມບູນ ກໍ່ສ້າງບໍ່ແລ້ວຕາມກໍານົດ ຍ້ອນບໍຣິສັດເຈົ້າຂອງທັງ 2 ໂຄງການນີ້ ມີບັນຫາຫຍຸ້ງຍາກທາງດ້ານການເງິນ.
2024-03-19
ໂຄງການຊ່ອຍເຫລືອຂອງຣັຖບານ ອອສເຕຣເລັຍ, ມູນນິທິ Gillespie, ອົງການຊ່ອຍເຫລືອເດັກສາກົລ ປະຈໍາລາວ ແລະອົງການຍຸງລາຍໂລກ ເພື່ອຫລຸດຜ່ອນການແພ່ຣະບາດ ຂອງເຊື້ອພະຍາດໄຂ້ເລືອດອອກ ແລະພະຍາດໄຂ້ຍຸງລາຍອື່ນໆ ຢູ່ນະຄອນຫລວງວຽງຈັນ ແລະຢູ່ເຂດທີ່ມີໄຂ້ເລືອດອອກ ໃນລາວ ໄດ້ຮັບຜົລດີ.
2024-03-19
ເຈົ້າໜ້າທີ່ຕໍາຣວດ ສອບສວນກາງຂອງໄທຍ ໄດ້ຈັບກຸມ ນາງ ໂຊເຟັຽ ສັນຊາຕກັມພູຊາ ໃນຄວາມຜິດ ເປັນທຸຣະຈັດຫາ ຫຼື ນໍາພາໄປ ຊຶ່ງບຸກຄົນໃດ ເພື່ອໃຫ້ບຸກຄົນນຶ່ງ ກະທໍາການຄ້າປະເວນີ ໃນປະເທດ ເຖິງວ່າ ບຸກຄົນນັ້ນຈະຍິນຍອມກໍຕາມ.
2024-03-19
ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ສເນີຢຸດຕິດແອັບພລິເຄຊັນ “SAM” ແລະ “InDrive” ເຊິ່ງເປັນແອັບພລິເຄຊັນ ສຳລັບໃຫ້ບໍຣິການແທັກຊີ້ອ໋ອນລາຍນ໌ ໃນນະຄອນຫຼວງວຽງຈັນ ເນື່ອງຈາກແອັບທັງສອງນັ້ນ ບໍ່ມີໃບທະບຽນວິສາຫະກິຈ ຖືກຕ້ອງຕາມກົດໝາຍ.
2024-03-19
ເພື່ອເປັນການດຶງດູດ ນັກລົງທຶນຂອງຈີນ, ບໍຣິສັດ ຊີໂນ-ກາກຣີ ໂປຕາສ ຈໍາກັດ ຂອງຈີນ ຂໍສເນີ ນະໂຍບາຍສົ່ງເສີມການລົງທຶນ ຈາກທາງການລາວ ໃຫ້ກັບນິຄົມອຸດສາຫະກັມ ເພື່ອສ້າງໂອກາດ ແລະ ຄວາມໝັ້ນໃຈ ໃຫ້ແກ່ບໍຣິສັດ ທີ່ຈະມາລົງທຶນ ໃນເຂດດັ່ງກ່າວ.
2024-03-19
ຊາຍຄົນໜຶ່ງ ທີ່ວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຕຳຣວດ ຢູ່ຈຸດກວດກາຫ້ວຍຊ້ຳ ເມືອງບຸນໃຕ້ ແຂວງຜົ້ງສາລີ ຖືກຈັບ ແລະ ເຈົ້າໜ້າທີ່ຕຳຣວດ ແຂວງຜົ້ງສາລີ ໃຫ້ຜູ້ກ່ຽວອອກຖແລງ ຄໍາຂໍໂທດ ຜ່ານສື່ສັງຄົມອ໋ອນລາຍນ໌ ຂອງ ປກສ ແຂວງຜົ້ງສາລີ ເພື່ອໃຫ້ແກ້ຂ່າວໃຫ້ຖືກຕ້ອງ.
2024-03-18
ກ່ຽວກັບຜົລກະທົບ ຈາກຂຸດຄົ້ນແຮ່ຫາຍາກ ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ນັກກົດໝາຍ ໃຫ້ຄໍາເຫັນວ່າ ຊາວບ້ານບໍ່ໄດ້ສ້າງຜົລກະທົບ ແຕ່ ບໍຣິລັດ ເປັນຜູ້ສາງ ແລະ ຕ້ອງຮັບຜິດຊອບຟື້ນຟູທັມມະຊາຕ ທີ່ເສັຽໄປ ໃນຂະນະທີ່ ນັກທຸຣະກິຈ ເຫັນວ່າ ມີແຕ່ຄວາມເສັຽຫາຍ ສ່ວນວ່າຜູ້ໄດ້ມີແຕ່ນາຍທຶນ.
2024-03-18
ຕົ້ນເດືອນມີນາ ປີ 2024 ມີຊາວບ້ານ ຢູ່ເມືອງສຸຂຸມາ 3 ຄົນ ແລະ ກາງເດືອນດຽວກັນນັ້ນ ຊາວບ້ານອີກ 14 ຄົນຕິດເຊື້ອຈາກສັດ ດ້ວຍເຫດນີ້ ແຂວງຈໍາປາສັກ ຈຶ່ງຕ້ອງເຝົ້າລະວັງ ພະຍາດຈາກສັດ ຫຼື ພະຍາດໄຂ້ເລືອດດໍາ ທີ່ສາມາດແພ່ຈາກສັດສູ່ຄົນໄດ້ ຢ່າງໃກ້ຊິດ.
2024-03-18
ຝຸ່ນລະອອງທີ່ມີຂະໜາດນ້ອຍກ່ວາ 2.5 ໄມຄຣອນ (Micron) ຫຼື PM 2.5 ສູງກ່ວາຄ່າມາຕຖານ ແລະຢູ່ໃນລະດັບທີ່ເຣີ່ມມີຜົລກະທົບ ຕໍ່ສຸຂະພາບໂດຍສະເພາະ ໃນແຂວງພາກເໜືອ ເປັນຕົ້ນແຂວງອຸດົມໄຊ, ແຂວງຫຼວງພຣະບາງ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ.
2024-03-18
ບັນຫານໍ້າເສັຍ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງບໍຣິສັດຈີນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ທີ່ອອກສູ່ແມ່ນໍ້າຂອງ ເມື່ອວັນທີ 14 ມີນາ ທີ່ຜ່ານມານັ້ນ ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະທາງໂຮງງານແລ້ວ: ເຈົ້າເມືອງ ເມືອງປາກລາຍ.
2024-03-17
ແກ້ງຄໍເຊັນເຕີ້ ຫຼື ພວກຕອບແຊັດ ຊາວຈີນທີ່ຕົວະ ເອົາເງິນຄົນ ຖືກຈັບໂຕຢູ່ປະເທດພະມ້າ ທີ່ຢູ່ໃກ້ກັບຊາຍແດນ ປະເທດໄທຍ ແລ້ວຖືກສົ່ງໂຕກັບຄືນໄປດໍາເນີນຄະດີ ຢູ່ປະເທດຈີນ ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສງົບຂອງຈີນ.
2024-03-17
ປັດຈຸບັນ ຄ່າແຮງງານໃນລາວຕໍ່າຫຼາຍ ຍ້ອນຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ທີ່ລາວກຳລັງປະສົບບັນຫາຢູ່ ດັ່ງນັ້ນການເລືອກໄປເຮັດວຽກ ຢູ່ຕ່າງປະເທດ ເປັນການສ້າງໂອກາດ ແລະ ຫາລາຍໄດ້ທີ່ສູງກ່ວາ.
2024-03-16
ທ້າວ “ຊິກກອຍ” ຜູ້ມີທັກສະ ໃນການຕໍ່ສູ້ປ້ອງກັນໂຕ ຈົນກາຍເປັນ ສະຕັ້ນແມນ (Stuntman) ທັງເປັນນັກສະແດງໜັງບູ້ ຂອງລາວ (Action Movies) ແລະ ຍັງມີທີມງານ ຮ່ວມນໍາອີກ ໃນ Lao Action Star Production Stunts.
2024-03-15
ປະຊາຊົນບ້ານນາເຕີຍ ເມືອງ ແລະ ແຂວງຫລວງນໍ້າທາ ທີ່ຍົກຍ້າຍອອກຈາກ ໂຄງການທາງຣົຖໄຟ ຍັງມີຊີວິດການເປັນຢູ່ບໍ່ດີຂຶ້ນ.