ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຂອງຈີນ ຂໍນະໂຍບາຍຫຼຸດພາສີ-ອາກອນ
2024.03.19

ບໍຣິສັດ ຊີໂນ-ກາກຣີ ໂປຕາສ ຈໍາກັດ ຂອງຈີນ ທີ່ໄດ້ຮັບສັມປະທານ ທີ່ດິນຈາກຣັຖບານລາວ ຈໍານວນ 2,000 ເຮັກຕ້າຣ໌ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ເພື່ອຂຸດຄົ້ນເກືອກາລີ ຫຼື ເກືອໂປຕາມ, ຜະລິດເກືອກາລີ ແລະ ຈໍາໜ່າຍເກືອກາລີ ລວມ ສ້າງເມືອງອັດສະລິຍະຢູ່ພາຍໃນເຂດດັ່ງກ່າວ ແລະ ເຮັດໃຫ້ເປັນນິຄົມອຸດສາຫະກັມ.
ຫຼ້າສຸດ ບໍຣິສັດ ດັ່ງກ່າວ ຂໍສເນີ ນະໂຍບາຍສົ່ງເສີມການລົງທຶນຈາກທາງການລາວ ໃຫ້ກັບນິຄົມອຸດສາຫະກັມ ເພື່ອສ້າງໂອກາດ ແລະ ຄວາມໝັ້ນໃຈ ໃຫ້ແກ່ບໍຣິສັດ ທີ່ຈະມາລົງທຶນ ໃນເຂດດັ່ງກ່າວ.
ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມີນາ ວ່າ:
“ລັກສະນະວ່າ ເຂົາສເນີ ຣັຖບານກະຍັງບໍ່ຕັດສິນໃຈວ່າ ເຂົາຢາກຄັດເອົາແບບໃດ. ເຂົາຊິເອົາກໍານົດເງື່ອນໄຂແນວໃດ. ໂຕນັ້ນມັນກ່ຽວກັບອຸດສາຫະກໍາປຸງແຕ່ງ ຜະລິດຕະພັນຕ່າງໆ ນີ້ແຫຼະ. ສ່ວນຫຼາຍກະຊິຕິດພັນກັບເຄື່ອງຜະລິດຕະພັນອຸປະໂພກ, ບໍລິໂພກ ກ່ຽວກັບແຮ່ນີ້ນ່າ. ເຂົາມາຫຼາຍ ເພາະວ່າ ຂະເຈົ້າມີເຄືອຂ່າຍຂອງຂະເຈົ້າ ນັກລົງທຶນຂອງປະເທດຂະເຈົ້າຫັ້ນແຫຼະ.”
ທ່ານ ກ່າວວ່າອີກວ່າ ການຂໍນະໂຍບາຍ ສົ່ງເສີມການລົງທຶນ ຂອງບໍຣິສັດ ຊິໂນ ອາກຣີ ໂປຕາສ ຈໍາກັດ ນັ້ນ ເປັນພຽງຂໍສເນີຊື່ໆ ຣັຖບານລາວ ຍັງບໍ່ໄດ້ເຫັນດີ ເພາະຈະຕ້ອງໄດ້ພິຈາລະນາ ຫຼາຍໆ ຢ່າງ ເຖິງຄວາມເໝາະສົມ, ຜົລໄດ້-ຜົລເສັຽ ທີີ່ຈະໄດ້ຮັບ ເປັນຕົ້ນ ການຫຼຸດຜ່ອນພາສີ-ອາກອນ ໃຫ້ບໍຣິສັດ ຈະເຂົ້າມາລົງທຶນ, ການຫຼຸດຜ່ອນພາສີ-ອາກອນ ສໍາລັບອຸປະກອນກໍ່ສ້າງ, ເຄື່ອງຈັກ ແລະ ໄລຍະເວລາ ສໍາປະທານ ຕ້ອງບໍ່ຕໍ່າກວ່າ 20-30 ປີ.
ປັດຈຸບັນ ນິຄົມອຸດສາຫະກັທທັນສໄມດັ່ງກ່າວ ພວມຢູ່ ລະຫວ່າງການພັທນາໄປເລື້ອຍໆ ມີປະມານ 4-5 ໂຮງງານທີ່ມາຕັ້ງຢູ່ເຂດດັ່ງກ່າວ ແລ້ວ ທັງໝົດແມ່ນມາຈາກຈີນ ແລະ ຍັງບໍ່ມີຜູ້ລົງທຶນຈາກປະເທດອື່ນມາລົງທຶນ ຫຼື ໃຫ້ຄວາມສົນໃຈ ທີ່ຈະລົງທຶນໃນເຂດດັ່ງກ່າວ.
ຂະນະທີ່ ຜົລການປະເມີນຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງເຂດອຸດສາຫະກັມທັນສໄມດັ່ງກ່າວ ຈະມີຊາວບ້ານ ຢູ່ເມືອງໜອງບົກ ແລະ ເມືອງ ທ່າແຂກ ຈໍານວນ 18 ບ້ານ ມີ 2,000 ປາຍຄອບຄົວ ເນື້ອທີ່ເວນຄືນທີ່ດິນທັງ ໝົດເກືອບ 2,000 ເຮັກຕ້າຣ໌ ລວມມູນຄ່າຊົດເຊີຍທັງໝົດປະມານ 600 ຕື້ກີບ, ແຕ່ປັດຈຸບັນ ບໍຣິສັດ ຍັງບໍ່ທັນຈ່າຍຄ່າຊົດເຊີຍເທື່ອ.
ກ່ອນໜ້ານີ້ ຊາວບ້ານໄດ້ຮຽກຮ້ອງວ່າ ຢາກໄດ້ຄ່າຊົດເຊີຍ 180-200 ລ້ານ ກີບຕໍ່ເຮັກຕ້າຣ໌ ຈຶ່ງຈະສົມເຫດສົມຜົລ ແລະ ພຽງພໍທີ່ຈະໃຫ້ຊາວບ້ານ ໄດ້ເອົາເງິນຄ່າຊົດເຊີຍຈໍານວນນັ້ນ ໄປຊອກຊື້ດິນຕອນໃໝ່.
ໃນຂະນະທີ່ ເຂດອຸດສາຫະກັມທັນສໄມ ກໍາລັງຢູ່ໃນການກໍ່ສ້າງ ແລະ ບາງໂຮງງານ ກໍເປີດຜະລິດ-ປຸງແຕ່ງແຮ່ເກືອກາລີ ກໍມີຊາວບ້ານຈໍານວນຫຼາຍທີ່ຢູ່ອ້ອມຂ້າງດັ່ງກ່າວ ໄດ້ຮັບຜົລກະບົທບຢ່າງໜັກຈາກຣົຖບັນທຸກແຮ່ເກືອກາລີ ແລະ ຣົຖຂົນອຸປະກອນກໍ່ສ້າງ ຊຶ່ງໄດ້ສ້າງມົນລະພິດທາງສຽງ, ຂີ້ຝຸ່ນພັດປິວໃສ່ເຮືອນຂອງປະຊາຊົນ ແລະ ຍັງເຮັດໃຫ້ຖະໜົນເປ່ເພ ເປັນຂຸມເປັນບວກນຫຼາຍຈຸດ ສ້າງຄວາມລໍາບາກໃນການສັນຈອນ ໄປມາ ຂອງປະຊາຊົນໃນພື້ນທີ່ຢ່າງໜັກ.
ຊາວເມືອງໜອງບົກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມີນາ ວ່າ:
“ເຂດແຖວບ້ານນະຜົລກະທົບມັນມີແຕ່ວ່າ ການໃຊ້ຣົຖ ບັນທຸກຜ່ານຖະໜົນສາທາລະນະ ເຮັດຖະໜົນເປ່ເພ ເນາະມັນຂຸມຫຼາຍ ການສັນຈອນບໍ່ສະດວກ ແຕ່ໃນເຂດທີ່ວ່າຕັ້ງໂຮງງານ ເຂົາກະມີຜົລກະທົບ ກະຖືກຂໍເວນຄືນທີ່ດິນ ແຕ່ວ່າ ກະຊົດໃຊ້ຄ່າທີ່ດິນໃຫ້ ມັນກະໜ້າມີຫຼາຍຢ່າງຄວາມສ່ຽງເນາະ.”
ນອກຈາກນີ້ ຊາວບ້ານຍັງພາກັນຈົ່ມອີກວ່າ ມີໂຮງງານບາງແຫ່ງ ໃນເຂດອຸດສາຫະກັມ ທັນສໄມ ດັ່ງກ່າວ ໄດ້ສ້າງຕິດກັບເຂດຊຸມຊົນ ທີ່ອາໄສຢູ່ເປັນຈໍານວນຫຼາຍຮ້ອຍຄົນ ຈຶ່ງເຮັດໃຫ້ຊາວບ້ານເຫຼົ່ານັ້ນ ກັງວົນເລື່ອງຜົລກະທົບນໍ້າເປື້ອຍ, ນໍ້າເສັຽ ຫຼື ສານເຄມີ ໄຫຼລົງສູ່ແມ່ນໍ້າທັມມະຊາຕ ແລະ ໄຮ່ນາຂອງປະຊາຊົນ.
ຊາວເມືອງໜອງບົກອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 19 ມີນາ ວ່າ:
“ໂຢະ ກະຫຼາຍຫັ້ນແຫຼະ ໝົດດົງ ກັບໄຮ່ນາປະຊາຊົນແດ່ ຂໍໄດ້ແລ້ວ ມັນຫຍັງເຂົ້າໆ ເຂົາເຮັດໂຮງງານຫັ້ນນ່າ, ໃຫ້ເຂົາເຮັດລະອຽດຫັ້ນແຫລ້ວ. ເອີ! ເອົານໍ້າເສັຽຖິ້ມ ຖົມໃຫ້ມັນລະອຽດ ໄທເຮົາກະຕິດຕາມກັນ.”
ບໍຣິສັດ ຮັບສະໝັກເອົາພະນັກງານຄົນລາວ ເປັນຈໍານວນຫຼາຍອາຍຸ ລະຫວ່າງ 18-45 ປີ ເຂົ້າມາເປັນກັມມະກອນ ຂອງບໍຣິສັດ ໂດຍຈະໃຫ້ເງິນເດືອນເຣີ່ມຕົ້ນ 2,800,000 ກີບ ແລະ ສູງສຸດ 8,000,000 ກີບ ຂຶ້ນກັບຕໍາແໜ່ງວຽກ ແຕ່ ຄົນທີີ່ຈະໄດ້ເງິນເດືອນ ເຖິງ 8,000,000 ກີບ ຈະຕ້ອງອ່ານ ແລະ ຂຽນພາສາຈີນໄດ້ຕາມເງື່ອນໄຂ ຂອງບໍຣິສັດ.
ຄົນລາວທີ່ີຈະສະໝັກໄປເຮັດວຽກ ໃນເຂດອຸດສາຫະກັມແຫ່ງນີ້ ຈະຕ້ອງໄປສະໝັກດ້ວຍຕົນເອງ ໂດບໍ່ຕ້ອງຜ່ານຜແນກແຮງງານ ແລະ ສວັດດີການສັງຄົມ ຂັ້ນເມືອງ ແລະ ແຂວງ.
ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຄໍາມ່ວນໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມີນາ ວ່າ:
“ຄືເຂົາ ບໍຣິສັດ ຊິໂນ ນີ້ ສ່ວນຫຼາຍລະເຫັນຂະເຈົ້າ ໄປສະໝັກຢູ່ໂຮງງານຂະເຈົ້າເລີຍ ສາເຫດຂະເຈົ້າໄປສະໝັກ ສ່ວນຫຼາຍ ກັມມະກອນທົ່ວໄປ ຫຼືວ່າ ຂັບຣົຖ ວ່າງໂຕໃດຂະເຈົ້າຮັບໂຕນັ້ນຫັ້ນນ່າ ທາງບໍຣິສັດຂະເຈົ້າບໍ່ຕ້ອງການ ມັນກະບໍ່ໄດ້ຫັ້ນນ່າ.”
ເຂດອຸດສາຫະກັມທັນສໄມ ດັ່ງກ່າວ ແບ່ງເປັນ 3 ພາກສ່ວນ ຄື ສວນອຸດສາຫະກັມໂປຕາສ, ສວນອຸດສາຫະກັມອະໂປຕາສ ແລະ ເມືອງອັດສະລິຍາ ທັງໝົດກວມເອົາເນື້ອທີ່ 2,000 ເຮັກຕ້າ ຊຶ່ງຄາດກັນວ່າ ມີການລົງທຶນປະມານ 4 ຕື້ໂດລ້າຣ໌.
ບໍຣິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ໄດ້ຮັບສິດ ສັມປະທານຂຸດຄົ້ນເກືອກາລີ ທັງໝົດໃນແຂວງຄໍາມ່ວນ ຈາກຣັຖບານລາວ ໃນເນື້ອທີ່ປະມານ 260 ກິໂລຕາແມັດ.
ໂຄງການນີ້ ໄດ້ເຣີ່ມການທົດລອງ ຂຸດຄົ້ນ ມາແຕ່ທ້າຍປີ 2021 ແລະຈະຂຍາຍຕື່ມໄປເລື້ອຍໆ ໃນອີກ 3 ຫາ 5 ປີຂ້າງໜ້າ ເພື່ອໃຫ້ສາມາດ ຂຸດຄົ້ນເກືອກາລີ ໄດ້ 3 ຫາ 5 ລ້ານ ຕັນຕໍ່ປີ ອີງຕາມຂໍ້ມູນຈາກບໍຣິສັດ.